ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບມາດຕະການເພີ່ມເຕີມ
ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຫຼາຍສະບັບປະກອບດ້ວຍເອກະສານຊ້ອນທ້າຍກ່ຽວກັບມາດຕະການເພີ່ມເຕີມ ທີ່ກຳນົດມາດຕະການສະໜັບສະໜູນທີ່ບັນດາພາກສ່ວນກ່ຽວຂ້ອງໄດ້ກຳນົດໃຫ້ເປັນສິ່ງທີ່ຈຳເປັນສຳລັບການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຢ່າງເຕັມສ່ວນ.
ບັນດາເອກະສານຊ້ອນທ້າຍກ່ຽວກັບມາດຕະການເພີ່ມເຕີມອາດຈະປະກອບດ້ວຍບັນດາມາດຕະການທີ່ຮຽກຮ້ອງໃຫ້ມີແຫຼ່ງທຶນເພີ່ມເຕີມ, ບໍ່ວ່າຈະເປັນການຫາແຫຼ່ງທຶນແບບມີການຄ້ຳປະກັນ ຫຼື ບໍ່ກໍຕາມ ບັນດາເອກະສານຊ້ອນທ້າຍກ່ຽວກັບມາດຕະການເພີ່ມເຕີມຈະຊ່ວຍລັດຖະບານຂອງປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນການກຳນົດຂອບເຂດຄວາມຕ້ອງການຂອງພວກເຂົາ ແລະ ຊ່ວຍຜູ້ໃຫ້ທຶນໃນການກຳນົດເປົ້າໝາຍການສະໜັບສະໜູນ.
ເຖິງຢ່າງໃດກໍຕາມ, ເຖິງວ່າຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຮັບຮູ້ຄວາມຕ້ອງການຂອງບັນດາປະເທດທີ່ເປັນຄູ່ຮ່ວມສັນຍາກ່ຽວກັບການຊ່ວຍເຫຼືອທາງດ້ານເງິນທຶນເພື່ອປັບປຸງບັນດາລະບົບ ແລະ ຂີດຄວາມສາມາດ, ແຕ່ຂໍ້ຕົກລົງດັ່ງກ່າວບໍ່ໄດ້ຜູກມັດໃຫ້ສະຫະພາບເອີຣົບໃນການສະໜອງເງິນທຶນ. ຄວາມຊ່ວຍເຫຼືອໃນການປັບປຸງບັນດາລະບົບ ແລະ ຂີດຄວາມສາມາດອາດຈະໄດ້ມາໂດຍຜ່ານຊ່ອງທາງການພັດທະນາແບບປົກກະຕິ. ສະຫະພາບເອີຣົບ ແລະ ບັນດາປະເທດສະມາຊິກຂອງສະຫະພາບເອີຣົບອາດນຳໃຊ້ເຄື່ອງມືທາງກົດໝາຍທີ່ແນະນຳການນຳໃຊ້ ແລະ ການຈັດສັນຄວາມຊ່ວຍເຫຼືອດ້ານການພັດທະນາທີ່ມີຢູ່ແລ້ວ. ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຈະແນະນຳທຸກຝ່າຍໃຫ້ປະຕິບັດວຽກງານໂດຍນຳໃຊ້ບັນດານິຕິກຳດັ່ງກ່າວ.
ບັນດາມາດຕະການເພີ່ມເຕີມອາດຈະປະກອບດ້ວຍ:
- ບັນດາໂຄງສ້າງໃໝ່ໆ ແລະ ຂີດຄວາມສາມາດ ທີ່ຈຳເປັນໃນການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ ຮ່ວມສັນຍາການຄ້າ ແບບສະໝັກໃຈ (VPA)
- ກົນໄກ່ຕ່າງໆສຳລັບການສະໜອງເງິນທຶນໃຫ້ແກ່ການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ບັນດາຍຸດທະສາດໃນການເພີ່ມເງິນທຶນຊ່ວຍເຫຼືອເພີ່ມເຕີມ
- ບັນດາມາດຕະການທີ່ຈຳເປັນໃນການສ້າງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍແລະ ສ່ວນປະກອບຂອງລະບົບດັ່ງກ່າວ, ຫຼື ປັບປຸງລະບົບທີ່ມີຢູ່ແລ້ວ
- ການປະຕິຮູບທາງດ້ານກົດໝາຍ ແລະ ການປະກາດໃຊ້ກົດໝາຍສະບັບໃໝ່
- ການສົ່ງເສີມຜະລິດຕະພັນໄມ້ທີ່ໄດ້ຮັບໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ໃນຕະຫຼາດຂອງສະຫະພາບເອີຣົບ
- ການພັດທະນາ ຫຼື ກົດລະບຽບຂອງຕະຫຼາດພາຍໃນ
- ວິທີການໃນການຕິດຕາມກວດກາການຈັດຕັ້ງປະຕິບັດ ແລະ ຜົນກະທົບ ຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າ ແບບສະໝັກໃຈ (VPA), ລວມທັງບັນດາຜົນກະທົບຕໍ່ກັບຕະຫຼາດພາຍໃນ
- ກົນລະຍຸດຕ່າງໆໃນການຕິດຕໍ່ສື່ສານກັບບັນດາພາກສ່ວນກ່ຽວຂ້ອງກ່ຽວກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ການຈັດຕັ້ງປະຕິບັດ ແລະ ຜົນກະທົບຂອງຂໍ້ຕົກລົງດັ່ງກ່າວ
ຂໍ້ມູນເພີ່ມເຕີມ
ພາກສ່ວນທີ່ກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ເນື້ອໃນ ແລະ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)