ໂຄງສ້າງການເຈລະຈາແຫ່ງຊາດຂອງປະເທດແຄມມາຣູນ
ຄະນະກໍາມະການຊີ້ນຳ
ບົດບາດຂອງຄະນະກໍາມະການຊີ້ນໍາແມ່ນການພັດທະນາຈຸດຢືນຂອງການເຈລະຈາ ແລະ ຮ່າງເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ໂດຍຜ່ານການປຶກສາຫາລືກັບບັນດາພາກສ່ວນກ່ຽວຂ້ອງ. ສະມາຊິກຂອງຄະນະກຳມະການດັ່ງກ່າວປະກອບດ້ວຍ:
ລັດຖະບານ: ຕົວແທນຂອງກະຊວງປ່າໄມ້, ສຳນັກງານປະທານປະເທດ; ສຳນັກງານນາຍົກລັດຖະມົນຕີ; ກະຊວງການຄ້າ; ກະຊວງການຕ່າງປະເທດ; ກະຊວງຍຸຕິທຳ; ກະຊວງເສດຖະກິດ, ແຜນການ ແລະ ບໍລິຫານຈັດການປະເທດ;ກະຊວງການເງິນ (ກົມພາສີ ແລະ ກົມອາກອນ)
ພາກເອກະຊົນ: ຕົວແທນຂອງກຸ່ມສະໜອງໄມ້ແຫ່ງປະເທດແຄມມາຣູນ; ສະມາຄົມຜູ້ຕັດໄມ້ ແລະ ຜູ້ປຸງແຕ່ງໄມ້ແຫ່ງຊາດ; ສະມາຄົມອຸດສາຫະກຳປຸງແຕ່ງ ແລະ ສົ່ງອອກຜະລິດຕະພັນໄມ້ພິເສດ; ສະມາຄົມກວດກາທົ່ວໄປ
ອົງການຈັດຕັ້ງທາງສັງຄົມ: ໜຶ່ງຕຳແໜ່ງສຳລັບເວທີປ່າໄມ້ຂອງສະຫະພາບເອີຣົບໃນປະເທດແຄມມາຣູນ, ແລະ ໜຶ່ງຕຳແໜ່ງທີ່ເປີດກວ້າງໃຫ້ຕົວແທນຂອງອົງການຈັດຕັ້ງທາງສັງຄົມ ທີ່ມີປະສົບການກ່ຽວກັບຫົວຂໍ້ທີ່ຢູ່ພາຍໃຕ້ການປືກສາຫາລື
ສະພາ: ສະມາຊິກສະພາສອງທ່ານໄດ້ເຂົ້າຮ່ວມໃນປີ 2008, ເຊິ່ງເປັນປີຫຼັງຈາກການເຈລະຈາເລີ່ມຕົ້ນຂຶ້ນ
ຄະນະກຳມະການເຈລະຈາ
ບົດບາດຂອງຄະນະກຳມະການເຈລະຈາແມ່ນເພື່ອເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກັບສະຫະພາບເອີຣົບ. ຄະນະກຳມະການດັ່ງກ່າວປະກອບດ້ວຍສະມາຊິກດຽວກັນກັບຄະນະກໍາມະການຊີ້ນໍາ ແຕ່ຈະມີສະມາຊິກເພີ່ມເຕີມກໍຄືລັດຖະມົນຕີວ່າການກະຊວງປ່າໄມ້.
ບັນດາພາກສ່ວນກ່ຽວຂ້ອງ
ໂຄງສ້າງຂອງຜູ້ມີສ່ວນກ່ຽວຂ້ອງປະກອບດ້ວຍກຸ່ມຂອງພາກເອກະຊົນຈຳນວນສີ່ກຸ່ມ ແລະ ເວທີຂອງອົງການຈັດຕັ້ງທາງສັງຄົມໜຶ່ງເວທີ.
ຂໍ້ມູນເພີ່ມເຕີມ
ພາກສ່ວນທີ່ກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ໄລຍະການເຈລະຈາຂັ້ນຕອນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ໂຄງສ້າງຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ໂຄງສ້າງການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຫ່ງຊາດ