ການຕິດຕໍ່ສື່ສານໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ການຕິດຕໍ່ສື່ສານແມ່ນສິ່ງສຳຄັນໃນແຕ່ລະຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ເຄື່ອງມືໃນການຕິດຕໍ່ສື່ສານ ຈະຊ່ວຍລັດຖະບານໃນການເຜີຍແຜ່ກິດຈະກໍາສູ່ພາຍນອກ ແລະ ແບ່ງປັນຜົນຮັບ. ການຕິດຕໍ່ສື່ສານຈະຊ່ວຍໃຫ້ການມີສ່ວນຮ່ວມເຂັ້ມແຂງຂຶ້ນ, ແຕ່ບໍ່ສາມາດໃຊ້ປ່ຽນແທນຂັ້ນຕອນການມີສ່ວນຮ່ວມແບບໂປ່ງໃສໄດ້. ຈຸດປະສົງຂອງການຕິດຕໍ່ສື່ສານໃນຂັ້ນຕອນຂອງຂໍ້ຕົກລົງດັ່ງກ່າວແມ່ນ:
- ເພື່ອປູກຈິດສຳນຶກ ແລະ ການມີສ່ວນຮ່ວມໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
- ເພື່ອອຳນວຍຄວາມສະດວກແກ່ການເສີມສ້າງຄວາມເປັນເອກະພາບກັນໃນການເຈລະຈາ
- ເພື່ອປະຕິບັດຕາມເງື່ອນໄຂຄວາມໂປ່ງໃສ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
- ເພື່ອອຳນວຍຄວາມສະດວກແກ່ການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
- ເພື່ອຍົກລະດັບຖານະຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ໄມ້ທີ່ໄດ້ຮັບໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (ຕາມທີ່ໄດ້ກຳນົດໄວ້ໃນມາດຕາໜຶ່ງຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຕ່ລະສະບັບທີ່ໄດ້ຮັບການລົງນາມຮັບຮອງເອົາຈົນເຖິງປະຈຸບັນ)
ໄລຍະກ່ອນການເຈລະຈາ
ໃນໄລຍະກ່ອນການເຈລະຈາ, ດຖະບານ ແລະ ບັນດາພາກສ່ວນກ່ຽວຂ້ອງອື່ນໆໄດ້ດຳເນີນກິດຈະກຳຕ່າງໆທີ່ສ້າງຜົນປະໂຫຍດ ແລະ ການມີສ່ວນຮ່ວມກັບການປຶກສາຫາລືແຫ່ງຊາດກ່ຽວກັບຂໍ້ດີໃນການເຂົ້າຮ່ວມການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ກິດຈະກຳຕ່າງໆອາດລວມເອົາການປະຊຸມແບບເປີດເຜີຍຕໍ່ສາທາລະນະ, ການປະຊຸມຂອງສະພາ, ທັດສະນະສຶກສາ, ການເຜີຍແຜ່ທາງສື່ມວນຊົນ, ກອງປະຊຸມຂອງບັນດາພາກສ່ວນກ່ຽວຂ້ອງທີ່ເປັນກຸ່ມເປົ້າໝາຍ ແລະ ບັນດາກົນໄກການມີສ່ວນຮ່ວມຕ່າງໆ ເຊິ່ງບັນດາພາກສ່ວນກ່ຽວຂ້ອງສາມາດມີສ່ວນຮ່ວມໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໄດ້.
ໄລຍະການເຈລະຈາ
ຫຼັງຈາກທີ່ການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເລີ່ມຕົ້ນຂຶ້ນ, ບັນດາກິດຈະກຳການຕິດຕໍ່ສື່ສານຈະມີການປ່ຽນແປງ. ບັນດາພາກສ່ວນກ່ຽວຂ້ອງຈະຕ້ອງມີວິທີການຕິດຕໍ່ສື່ສານທີ່ມີປະສິດທິພາບພາຍໃນ ແລະ ລະຫວ່າງກຸ່ມຂອງພວກເຂົາ, ເຊິ່ງເປັນສິ່ງສຳຄັນທີ່ຕົວແທນຂອງບັນດາພາກສ່ວນກ່ຽວຂ້ອງທີ່ມີຕຳແໜ່ງໃນໂຄງສ້າງການເຈລະຈາສາມາດແບ່ງປັນຂໍ້ມູນກັບບັນດາອົງປະກອບຂອງພວກເຂົາ. ນອກຈາກນັ້ນ, ຕົວແທນຂອງບັນດາພາກສ່ວນກ່ຽວຂ້ອງຍັງຈຳເປັນຕ້ອງໄດ້ສະໜອງຂໍ້ມູນຈາກບັນດາອົງປະກອບຂອງພວກເຂົາກັບຄືນໃຫ້ເວທີການເຈລະຈາແຫ່ງຊາດ ແລະ ການເຈລະຈາສອງຝ່າຍ. ນອກຈາກນັ້ນ, ປະສົບການທີ່ຜ່ານມາຍັງໄດ້ສະແດງໃຫ້ເຫັນວ່າຖ້າການປຶກສາຫາລືມີການສື່ສານກັນລະຫວ່າງບັນດາພາກສ່ວນກ່ຽວຂ້ອງທຸກພາກສ່ວນ, ຈະຊ່ວຍໃຫ້ບັນລຸຄວາມເປັນເອກະພາບໄດ້ຢ່າງວ່ອງໄວ ແລະ ສະດວກຂຶ້ນ.
ໃນໄລຍະການເຈລະຈາ, ນອກຈາກການປຶກສາຫາລືແຫ່ງຊາດທີ່ກຳລັງດຳເນີນການແລ້ວ, ລັດຖະບານໄດ້ນຳໃຊ້ເຄື່ອງມືທີ່ແຕກຕ່າງກັນໃນການແບ່ງປັນຂໍ້ມູນກ່ຽວກັບການເຈລະຈາກັບສື່ມວນຊົນ, ເຊິ່ງເຄື່ອງມືດັ່ງກ່າວປະກອບດ້ວຍ:
- ການຕີພິມຮ່າງນະໂຍບາຍໂດຍຫຍໍ້ທີ່ອະທິບາຍສິ່ງທີ່ລັດຖະບານກຳລັງເຈລະຈາ
- ການສ້າງເວັບໄຊ
- ການຕີພິມ ‘ບົດບັນທຶກຖະແຫຼງການ' ຫຼື ການສະຫຼຸບອື່ນໆໃນພາກການເຈລະຈາ
- ການຈັດການຖະແຫຼງຂ່າວໂດຍຫຍໍ້ຂອງບັນດາພາກສ່ວນກ່ຽວຂ້ອງ ແລະ ການຖະແຫຼ່ງຂ່າວເພື່ອແຈ້ງໃຫ້ສື່ມວນຊົນຮັບຊາບ
- ການຈັດລາຍການວິທະຍຸ ແລະ ໂທລະພາບເພື່ອຍົກລະດັບຈິດສຳນຶກ ແລະ ເພື່ອປຶກສາຫາລືກ່ຽວກັບບັນຫາຕ່າງໆ
ໄລຍະການຈັດຕັ້ງປະຕິບັດ
ໄລຍະການຈັດຕັ້ງປະຕິບັດປະກອບດ້ວຍວຽກງານຕິດຕໍ່ສື່ສານຕ່າງໆທີ່ລະບຸໄວ້ໃນພາກເນື້ອໃນ ຫຼື ພາກເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ເປັນຕົ້ນແມ່ນ:
- ການຕີພິມບົດບັນທຶກການປຶກສາຫາລືຂອງຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດ ແລະ ບົດລາຍງານປະຈໍາປີຂອງຄະນະກຳມະການດັ່ງກ່າວ
- ບົດລາຍງານສາທາລະນະຈາກຜູ້ກວດສອບອິດສະຫຼະ
- ບັນດາກົນໄກເພື່ອແຈ້ງໃຫ້ບັນດາພາກສ່ວນກ່ຽວຂ້ອງຮັບຊາບກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
- ສ້າງທິດທາງແນະນໍາທີ່ເປັນເປົ້າໝາຍ ເພື່ອຊ່ວຍບັນດາພາກສ່ວນກ່ຽວຂ້ອງໃນການປະຕິບັດຕາມລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້
- ສ້າງເວັບໄຊເພື່ອເຮັດໃຫ້ສື່ມວນຊົນສາມາດເຂົ້າເຖິງຂໍ້ມູນເພີ່ມເຕີມຕາມທີ່ໄດ້ກຳນົດໃນ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບຂໍ້ມູນທົ່ວໄປ
- ລາຍການກ່ຽວກັບການຄ້າ, ວຽກງານກ່ຽວກັບສື່ມວນຊົນ ແລະ ວຽກງານທາງດ້ານການຕະຫຼາດອື່ນໆເພື່ອສົ່ງເສີມການຄ້າໄມ້ທີ່ໄດ້ຮັບໃບອະນຸຍາດ FLEGT ໃນສະຫະພາບເອີຣົບ
- ການອອກອາກາດທາງໂທລະພາບ ແລະ ວິທະຍຸເພື່ອປູກຈິດສຳນຶກ
- ການຕິດຕໍ່ສື່ສານກັບສາກົນກ່ຽວກັບຄວາມພະຍາຍາມຂອງປະເທດໃດໜຶ່ງໃນການປັບປຸງການຄຸ້ມຄອງປ່າໄມ້
ກົນລະຍຸດໃນການຕິດຕໍ່ສື່ສານ
ບາງປະເທດໄດ້ພັດທະນາຍຸດທະສາດ ຫຼື ແບບແຜນການຕິດຕໍ່ສື່ສານ.
ສາທາລະນະລັດຄອງໂກໄດ້ລວມເອົາແບບແຜນເຂົ້າໃນເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບມາດຕະການເພີ່ມເຕີມ. ແບບແຜນດັ່ງກ່າວໄດ້ລະບຸກຸ່ມເປົ້າໝາຍ, ວິທີການຕິດຕໍ່ສື່ສານ ແລະ ການສົ່ງຂໍ້ຄວາມຕ່າງໆ. ການຕິດຕໍ່ສື່ສານແມ່ນແນໃສ່ການປູກຈິດສຳນຶກກ່ຽວກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ຜົນປະໂຫຍດຂອງມັນ ແລະ ເສີມສ້າງການຮ່ວມມືກັນຂອງບັນດາພາກສ່ວນກ່ຽວຂ້ອງໃນການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວ.
ພາຍໃຕ້ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ລະຫວ່າງສະຫະພາບເອີຣົບ ແລະ ອິນໂດເນເຊຍ, ຝ່າຍຕ່າງໆໄດ້ຕົກລົງເຫັນດີຕໍ່ກັບຍຸດທະສາດການຕິດຕໍ່ສື່ສານຮ່ວມກັນ ສຳລັບຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດ, ເຊິ່ງເປັນສິ່ງທີ່ສຳຄັນໂດຍສະເພາະໃນຕອນທີ່ປະເທດອິນໂດເນເຊຍຈະອອກໃບອະນຸຍາດ FLEGT.
ຂໍ້ມູນເພີ່ມເຕີມ
ພາກສ່ວນທີ່ກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ
ຜົນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ
ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບ ສະໝັກໃຈ (VPA) ສົ່ງເສີມການຄຸ້ມຄອງປ່າໄມ້ທີ່ດີ