ການຂັບເຄື່ອນຂັ້ນຕອນຕ່າງໆໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ຂັ້ນຕອນໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ປະກອບດ້ວຍຂັ້ນຕອນຕ່າງໆທີ່ທັບຊ້ອນກັນ ແລະ ມີການພົວພັນກັນ. ບັນດາຂັ້ນຕອນເຫຼົ່ານີ້ມີຜົນຕໍ່ການຂັບເຄື່ອນດ້ານການເມືອງ ແລະ ດ້ານອື່ນໆໃນສະຫະພາບເອີຣົບ, ໃນປະເທດຄູ່ຮ່ວມສັນຍາທີ່ສົ່ງອອກໄມ້ ແລະ ໃນການເຈລະຈາສອງຝ່າຍ.
ຂັ້ນຕອນຕ່າງໆໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນຊັບຊ້ອນ, ມີຄວາມຍາວ ແລະ ມີແນວໂນ້ມທີ່ຈະມີການປ່ຽນແປງຄວາມສຳພັນທາງດ້ານອຳນາດ ໂດຍສະເພາະແມ່ນຂັ້ນຕອນທີ່ສ້າງຂຶ້ນຈາກການເລືອກຕັ້ງແຫ່ງຊາດ. ບໍ່ມີບຸກຄົນ ຫຼື ສະຖາບັນໃດໜຶ່ງທີ່ຄວບຄຸມຂັ້ນຕອນຕ່າງໆໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຕ່ພຽງຜູ້ດຽວ. ຄູ່ຮ່ວມສັນຍາຈະເປັນຝ່າຍດຳເນີນຂັ້ນຕອນຕ່າງໆໃນລັກສະນະທີ່ບັນດາພາກສ່ວນທີ່ກ່ຽວຂ້ອງເຂົ້າມາຮວມກັນເພື່ອກຳນົດການແກ້ໄຂບັນຫາຕ່າງໆ. ໂຄງສ້າງທີ່ເປັນທາງການ ແລະ ບໍ່ເປັນທາງການ ການສະໜັບສະໜູນຂັ້ນຕອນຕ່າງໆເຫຼົ່ານີ້.
ທັດສະນະຄະຕິ. ຂອງ ທ່ານ John Hudson ຕໍ່ກັບສິ່ງທີ່ໜ້າຕື່ນເຕັ້ນກ່ຽວກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ທ່ານ John Hudson, ອາດີດຜູ້ໃຫ້ຄຳປຶກສາດ້ານປ່າໄມ້ຂັ້ນອະວຸໂສ ຂອງກົມພັດທະນາສາກົນຂອງສະຫະລາດຊະອານາຈັກ/ ແຫຼ່ງທີ່ມາຂອງຂໍ້ມູນ:ບົດສຳພາດຂອງ EU FLEGT Facility ໃນປີ 2014
ການຂັບເຄື່ອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນປະເທດທີ່ສົ່ງອອກໄມ້
ການຂັບເຄື່ອນທີ່ມີຜົນຕໍ່ຂັ້ນຕອນໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນປະເທດທີ່ສົ່ງອອກໄມ້ທີ່ສົ່ງຜົນສະທ້ອນຕໍ່ສະພາບທາງການເມືອງແຫ່ງຊາດ, ບຸລິມະສິດຂອງບັນດາພາກສ່ວນທີ່ກ່ຽວຂ້ອງ, ແລະ ຄວາມສຳພັນພາຍໃນ ແລະ ລະຫວ່າງກຸ່ມບັນດາພາກສ່ວນທີ່ກ່ຽວຂ້ອງ.
ຄວາມສຳພັນພາຍໃນ ແລະ ລະຫວ່າງກຸ່ມບັນດາພາກສ່ວນທີ່ກ່ຽວຂ້ອງ
ຄວາມແຕກຕ່າງທາງດ້ານບຸລິມະສິດລະຫວ່າງ ກຸ່ມບັນດາພາກສ່ວນທີ່ກ່ຽວຂ້ອງແມ່ນສົ່ງຜົນຕໍ່ກັບການຮັບຮູ້ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ແລະ ການທີ່ປະເທດໃດໜຶ່ງຈະເຂົ້າຮ່ວມການເຈລາຈາ ຫຼື ບໍ່ (ເບິ່ງໃນຕາຕະລາງ ‘ຄວາມມຸ່ງມາດປາດຖະໜາທີ່ແຕກຕ່າງກັນອາດຈະສົ່ງຜົນກະທົບຕໍ່ບັນດາພາກສ່ວນທີ່ກ່ຽວຂ້ອງໃນການພິຈາລະນາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທີ່ຈະເກີດຂຶ້ນ'). ຕົວຢ່າງ:
- ລັດຖະບານອາດຈະເຂົ້າໃຈວ່າ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນເຄື່ອງມືໃນການສົ່ງເສີມການຈັດຕັ້ງປະຕິບັດກົດໝາຍ, ການເພີ່ມລາຍຮັບອາກອນຈາກຂະແໜງປ່າໄມ້ ຫຼື ເພື່ອຮັບປະກັນຄວາມຍືນຍົງຂອງປ່າໄມ້
- ຜູ້ສົ່ງອອກໄມ້ອາດຈະເຫັນວ່າ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນວິທີໜຶ່ງໃນການຂະຫຍາຍຕະຫຼາດຂອງພວກເຂົາ, ຫຼື ເປັນການກຳຈັດການແຂ່ງຂັນທີ່ບໍ່ມີຄວາມຍຸຕິທຳຈາກໄມ້ທີ່ຜິດກົດໝາຍທີ່ມີລາຄາຖືກ
- ອົງການຈັດຕັ້ງທາງສັງຄົມອາດຈະເຫັນວ່າ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນເຄື່ອງມືສຳລັບການປະຕິຮູບການຄຸ້ມຄອງ ຫຼື ເປົ້າໝາຍດ້ານສິ່ງແວດລ້ອມ
ບູລິມະສິດທີ່ແຕກຕ່າງກັນເຮັດໃຫ້ເປັນເລື່ອງຍາກສຳລັບກຸ່ມບັນດາພາກສ່ວນທີ່ກ່ຽວຂ້ອງໃນການຊອກຫາເຫດຜົນສ່ວນລວມ, ຢ່າງໜ້ອຍທີ່ສຸດກໍ່ເປັນການລິເລີ່ມ. ປະຫວັດຂອງຄວາມສຳພັນທີ່ອ່ອນແອ ແລະ ບໍ່ມີຄວາມເທົ່າທຽມກັນລະຫວ່າງກຸ່ມຕ່າງໆ, ໂດຍສະເພາະແມ່ນລະຫວ່າງອົງການຈັດຕັ້ງທາງສັງຄົມ ລວມທັງລັດຖະບານ ແລະ ພາກເອກະຊົນ, ສາມາດເປັນສິ່ງທີ່ຂັດຂວາງຄວາມກ້າວໜ້າໄດ້. ເຖິງຢ່າງໃດກໍ່ຕາມ ໃນກໍລະນີສ່ວນໃຫຍ່ແລ້ວ ຂັ້ນຕອນຕ່າງໆໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໄດ້ສ້າງຄວາມສົມດຸນຂອງອຳນາດໃນການຂັບເຄື່ອນ ແລະ ຮັບຮອງແນວທາງນະໂຍບາຍປະຕິສຳພັນແບບສ້າງສັນລະຫວ່າງກຸ່ມຂອງບັນດາພາກສ່ວນທີ່ກ່ຽວຂ້ອງ.
ຄວາມທ້າທາຍທີ່ສຳຄັນສຳລັບແຕ່ລະກຸ່ມຂອງບັນດາພາກສ່ວນທີ່ກ່ຽວຂ້ອງແມ່ນການເຮັດໃຫ້ກຸ່ມອື່ນໆເຂົ້າໃຈໃນແນວຄວາມຄິດຂອງຕົນ ແລະ ບໍ່ກໍ່ໃຫ້ເກີດໄພຄຸກຄາມໃດໆ. ຄວາມເຂົ້າໃຈໃນແນວຄວາມຄິດຂອງຄົນອື່ນຈະເຮັດໃຫ້ກຸ່ມບັນດາພາກສ່ວນທີ່ກ່ຽວຂ້ອງສາມາດກຳນົດແນວທາງໃນການຍອມຮັບ ແລະ ຮັບຮອງການປ່ຽນແປງທີ່ຈະນຳຜົນປະໂຫຍດມາສູ່ທຸກພາກສ່ວນ. ຄວາມມານະພາກພຽນ, ການປຶກສາຫາລືແບບເປີດກວ້າງ ແລະ ຄວາມເຕັມໃຈໃນການປະນີປະນອມແມ່ນສ່ວນທີ່ສຳຄັນໃນຂັ້ນຕອນດັ່ງກ່າວ.
ບຸລິມະສິດສາມາດປ່ຽນແປງພາຍໃນກຸ່ມບັນດາພາກສ່ວນທີ່ກ່ຽວຂ້ອງ. ໃນພາກເອກະຊົນ, ເປັນຕົ້ນແມ່ນ ຜູ້ດຳເນີນທຸລະກິດຂະໜາດນ້ອຍທີ່ມີຄວາມຕ້ອງການທີ່ແຕກຕ່າງກັນກັບບໍລິສັດຂະໜາດໃຫຍ່. ໃນອົງການຈັດຕັ້ງທາງສັງຄົມ ບາງອົງການແມ່ນແນໃສ່ຫົວຂໍ້ສະເພາະ ທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຈະມີຜົນກະທົບຕໍ່ກັບດ້ານໃດໜຶ່ງເປັນຕົ້ນແມ່ນສິດທິມະນຸດ, ຄວາມທຸກຍາກ ຫຼື ຊີວະນາໆພັນ ແຕ່ບໍ່ມີຜົນກະທົບຕໍ່ດ້ານອື່ນ.
ການເຈລະຈາແຫ່ງຊາດ, ທັງພາຍໃນ ແລະ ລະຫວ່າງກຸ່ມບັນດາພາກສ່ວນທີ່ກ່ຽວຂ້ອງ, ກຳນົດສະຖານະພາບຂອງປະເທດໃນ ການເຈລະຈາສອງຝ່າຍໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກັບສະຫະພາບເອີຣົບ. ບັນດາພາກສ່ວນກ່ຽວຂ້ອງກຳນົດຜົນປະໂຫຍດສ່ວນລວມ ແລະ ບັນລຸຂໍ້ຕົກລົງກ່ຽວກັບສິ່ງທີ່ພວກເຂົາຕ້ອງການໃຫ້ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສຳເລັດໂດຍຂັ້ນຕອນແຫ່ງຊາດເຫຼົ່ານີ້.
ຄວາມມຸ່ງມາດປາດຖະໜາທີ່ແຕກຕ່າງກັນອາດຈະສົ່ງຜົນກະທົບຕໍ່ບັນດາພາກສ່ວນກ່ຽວຂ້ອງໃນການພິຈາລະນາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທີ່ຈະເກີດຂຶ້ນ
ບຸລິມະສິດຂອງບັນດາພາກສ່ວນທີ່ກ່ຽວຂ້ອງແຕກຕ່າງຈາກບຸລິມະສິດພາຍໃນ ແລະ ລະຫວ່າງລັດຖະບານ, ພາກເອກະຊົນ, ອົງການຈັດຕັ້ງທາງສັງຄົມ ແລະ ກຸ່ມບັນດາພາກສ່ວນທີ່ກ່ຽວຂ້ອງ. ບັນດາກະຊວງການເງິນ ແລະ ປ່າໄມ້ອາດຈະບໍ່ເຫັນດີກັບສິ່ງທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສະໜອງໃຫ້. ສິ່ງຕ່າງໆຂ້າງລຸ່ມນີ້ແມ່ນສິ່ງທີ່ສະມາຊິກຂອງບັນດາກຸ່ມສາມາດດຳເນີນ:
ລັດຖະບານ | ພາກເອກະຊົນ | ອົງການຈັດຕັ້ງທາງສັງຄົມ |
|
|
|
ການປ່ຽນແປງການຂັບເຄື່ອນ
ການຂັບເຄື່ອນຂັ້ນຕອນໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສາມາດປ່ຽນແປງໄດ້ເມື່ອການເຈລະຈາຂອງສອງຝ່າຍສິ້ນສຸດລົງ ແລະ ປະເທດທີ່ສົ່ງອອກໄມ້ເລີ່ມພັດທະນາ ແລະ ຈັດຕັ້ງປະຕິບັດລະບົບທີ່ໄດ້ຮັບການຕົກລົງເຫັນດີ. ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ມີຄວາມໝາຍທີ່ສຳຄັນສຳລັບພາກເອກະຊົນ. ເຊິ່ງໝາຍຄວາມວ່າການພົວພັນກັບພາກສ່ວນເອກະຊົນມີແນວໂນ້ມເລິກເຊິ່ງຂຶ້ນ.
ເຖິງຢ່າງໃດກໍ່ຕາມ, ຄວາມທ້າທາຍໃໝ່ໆແມ່ນເກີດຂຶ້ນໃນລະຫວ່າງການຈັດຕັ້ງປະຕິບັດ. ອາດຈະສູນເສຍແຮງຜັກດັນ ຫຼື ການມີສ່ວນຮ່ວມຂອງບັນດາພາກສ່ວນທີກ່ຽວຂ້ອງຫຼຸດໜ້ອຍຖອຍລົງ. ໃນຂັ້ນຕອນຕ່າງໆຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ອົງການຈັດຕັ້ງທາງສັງຄົມໄດ້ໃຊ້ພະລັງງານຢ່າງຫຼວງຫຼາຍໃນໄລຍະການເຈລະຈາ. ເຊິ່ງລະດັບພະລັງງານດັ່ງກ່າວໄດ້ຫຼຸດໜ້ອຍຖອຍລົງເມື່ອຂັ້ນຕອນໃນຂໍ້ຕົກລົງກ້າວໄປສູ່ໄລຍະການຈັດຕັ້ງປະຕິບັດ. ເຖິງຢ່າງໃດກໍ່ຕາມ ປະສົບການໄດ້ສະແດງໃຫ້ເຫັນວ່າຄວາມຄືບໜ້າແມ່ນມີຄວາມວ່ອງໄວຂຶ້ນເມື່ອບັນດາພາກສ່ວນທີ່ກ່ຽວຂ້ອງມີຄວາມຮັບຜິດຊອບຮ່ວມກັນໃນການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).
ໃນເວລາດຽວກັນ, ລັດຖະບານມັກຈະແນໃສ່ມຸມມອງດ້ານການຄ້າໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາ ການຄ້າແບບສະໝັກໃຈ (VPA) ຫຼາຍກວ່າປະເດັນດ້ານການຄຸ້ມຄອງ. ລັດຖະບານອາດຈະພິຈາລະນາການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເປັນໂຄງການພັດທະນາຫຼາຍກວ່າເປັນຂັ້ນຕອນທາງດ້ານການເມືອງ. ຄວາມຊັບຊ້ອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ຄວາມທ້າທາຍໃນການຈັດຕັ້ງປະຕິບັດລະບົບຂອງຂໍ້ຕົກລົງດັ່ງກ່າວອາດສ້າງອຸປະສັກໃຫ້ແກ່ການດຳເນີນການທີມີປະສິດທິພາບ. ຂັ້ນຕອນການຈັດຕັ້ງປະຕິບັດອາດຈະມີອຸປະສັກຖ້າບັນດາພາກສ່ວນທີ່ກ່ຽວຂ້ອງພິຈາລະນາວ່າຂໍ້ຕົກລົງດັ່ງກ່າວເປັນວິທີການໃນການແກ້ໄຂບັນຫາທັງໝົດຂອງພວກເຂົາ.
ຄວາມສ່ຽງອື່ນໆໃນການຈັດຕັ້ງປະຕິບັດແມ່ນລັດຖະບານຂອງປະເທດທີ່ເປັນຄູ່ຮ່ວມສັນຍາປ່ຽນແປງຄວາມສົນໃຈໃນການອອກກົດໝາຍອື່ນ ເປັນຕົ້ນແມ່ນ REDD+ ຫຼື ກຳນົດການປະຕິຮູບກົດໝາຍທີ່ມີຄວາມສາມາດໃນການສະໜອງແຫຼ່ງທຶນພາຍນອກທີ່ສຳຄັນ ແລະ/ຫຼື ການສົນທະນາດ້ານການເມືອງ.
ເພື່ອເອົາຊະນະຄວາມທ້າທາຍເຫຼົ່ານີ້, ລັດຖະບານສາມາດ:
- ປັບປ່ຽນກົນໄກການປຶກສາຫາລືກັບບັນດາພາກສ່ວນທີ່ກ່ຽວຂ້ອງ ທີ່ນຳໃຊ້ໃນໄລຍະການເຈລະຈາຂັ້ນຕອນໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພື່ອຕອບສະໜອງຄວາມຮຽກຮ້ອງຕ້ອງການສະເພາະໃນໄລຍະການຈັດຕັ້ງປະຕິບັດ
- ສ້າງ ແລະ ກຳນົດບົດບາດ ແລະ ຄວາມຮັບຜິດຊອບຂອງກຸ່ມບັນດາພາກສ່ວນທີ່ກ່ຽວຂ້ອງຄືນໃໝ່
- ເຊື່ອມໂຍງແຕ່ລະກຸ່ມຂອງບັນດາພາກສ່ວນທີ່ກ່ຽວຂ້ອງໃນມຸມມອງການຈັດຕັ້ງປະຕິບັດສະເພາະ
- ຮັບປະກັນວຽກງານການປະສານງານຂອງໜ່ວຍງານລັດຖະບານ
- ນຳໃຊ້ວິທີການທີ່ສົມດຸນໃນການຈັດຕັ້ງປະຕິບັດ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ແທນທີ່ຈະຈັດລຳດັບບຸລິມະສິດໃຫ້ວຽກງານດ້ານເຕັກນິກສຳຄັນກວ່າການປະຕິຮູບການຄຸ້ມຄອງ
- ຕິດຕໍ່ສື່ສານລາຍງານຄວາມຄືບໜ້າຢ່າງມີປະສິດທິພາບຕໍ່ທຸກພາກສ່ວນທີ່ກ່ຽວຂ້ອງ
ອິດທິພົນຂອງສາກົນຕໍ່ກັບຂັ້ນຕອນ ແລະ ການຂັບເຄື່ອນແຫ່ງຊາດ
ບັນດາປັດໄຈສາກົນສາມາດມີອິດທິພົນຕໍ່ກັບຂັ້ນຕອນຕ່າງໆໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນບັນດາປະເທດທີ່ສົ່ງອອກໄມ້. ເຊິ່ງປັດໄຈເຫຼົ່ານີ້ປະກອບດ້ວຍ: ເຊິ່ງປັດໄຈເຫຼົ່ານີ້ປະກອບດ້ວຍ:
- ການປ່ຽນແປງຄວາມຕ້ອງການຂອງຜູ້ບໍລິໂພກໄມ້ ແລະ ໄມ້ທ່ອນ
- ຄ່ານິຍົມຂອງຕະຫຼາດສາກົນ, ເປັນຕົ້ນແມ່ນຄວາມຕ້ອງການຈາກຕະຫຼາດພາຍນອກສະຫະພາບເອີຣົບເພີ່ມຂຶ້ນຕົວຢ່າງ: ຕະຫຼາດໃນປະເທດຈີນ, ອິນເດຍ ແລະ ໄນຈີເລຍ
- ສ້າງຄວາມກົດດັນໃຫ້ປະເທດຕ່າງໆໃນການປົກປັກຮັກສາປ່າໄມ້ ເຊິ່ງເປັນສ່ວນໜຶ່ງຂອງຄວາມພະຍາຍາມໃນການຈຳກັດການປ່ຽນແປງສະພາບດິນຟ້າອາກາດ
- ບົດລາຍງານຈາກອົງການຈັດຕັ້ງທີ່ມີການເຄື່ອນໄຫວ ກ່ຽວກັບຜົນກະທົບທາງສັງຄົມ ແລະ ສິ່ງແວດລ້ອມທີ່ເກີດຈາກການລັກລອບຕັດໄມ້ຢ່າງຜິດກົດໝາຍ
ການຂັບເຄື່ອນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນສະຫະພາບເອີຣົບ
ແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ປີ 2003 ແມ່ນການຕອບໂຕ້ຂອງສະຫະພາບເອີຣົບຕໍ່ກັບຄວາມກັງວົນທີ່ເພີ່ມຂຶ້ນກ່ຽວກັບຜົນກະທົບດ້ານລົບທີ່ເກີດຈາກການລັກລອບຕັດໄມ້ຢ່າງຜິດກົດໝາຍ.
ຄວາມກົດດັນຕໍ່ກັບການດຳເນີນການແມ່ນມາຈາກ ບັນດາພາກສ່ວນທີ່ກ່ຽວຂ້ອງຂອງສະຫະພາບເອີຣົບ, iລວມທັງອົງການຈັດຕັ້ງທາງສັງຄົມ, ພາກເອກະຊົນ ແລະ ປະເທດທີ່ເປັນສະມາຊິກຂອງສະຫະພາບເອີຣົບບາງປະເທດ. ຄວາມກົດດັນຍັງເກີດຈາກການປຶກສາຫາລືທາງດ້ານການເມືອງໃນ G8 ແລະ ກອງປະຊຸມລະດັບພາກພື້ນໃນທະວີບອາຊີ ແລະ ອາຟຣິກາ ໃນຕອນທ້າຍຂອງຊຸ່ມປີ 1990 ແລະ ຕົ້ນຊຸ່ມປີ 2000.
ການພິຈາລະນາຂອງພາກສ່ວນທີ່ກ່ຽວຂ້ອງໃນສະຫະພາບເອີຣົບ, ໂດຍລວມກັບການປຶກສາຫາລືທາງດ້ານການເມືອງ, ສົ່ງຜົນໃຫ້ເກີດແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ຂອງສະຫະພາບເອີຣົບ.
ພາຍໃຕ້ແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ຂອງສະຫະພາບເອີຣົບ, ສະຫະພາບເອີຣົບ ແລະ ບັນດາປະເທດສະມາຊິກຂອງສະຫະພາບເອີຣົບໄດ້ພັດທະນາຂອບເຂດວຽກງານ ສຳລັບ ການເຈລະຈາສອງຝ່າຍ ກັບບັນດາປະເທດທີ່ສົ່ງອອກໄມ້. ບັນດາພາກສ່ວນທີ່ກ່ຽວຂ້ອງຂອງສະຫະພາບເອີຣົບໄດ້ສະແດງອອກເຖິງຄວາມຄາດຫວັງຂອງພວກເຂົາກ່ຽວກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການ ຄ້າແບບສະໝັກໃຈ (VPA) ໃນການປະຊຸມປຶກສາຫາລືໃນບັນດາປະເທດສະມາຊິກຂອງສະຫະພາບເອີຣົບ ແລະ ໃນສະພາເອີຣົບ. ສະພາສະຫະພາບເອີຣົບໄດ້ແຈ້ງກ່ຽວກັບກົດລະບຽບການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ຂອງສະຫະພາບເອີຣົບສະບັບປີ 2005 ແລະ ບັນດາຂໍ້ແນະນຳໃຫ້ແກ່ຄະນະກໍາມະທິການເອີຣົບຮັບຊາບ ແລະ ແນະນຳກ່ຽວກັບການພັດທະນາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ພາຍໃນກອງປະຊຸມປຶກສາຫາລືດັ່ງກາວ.
ໃນໄລຍະການປະຊຸມ, ຜູ້ທີ່ມີສ່ວນກ່ຽວຂ້ອງໄດ້ມາຢ້ຽມຢາມ ແລະ ຊັກຊວນໃຫ້ສະພາສະຫະພາບເອີຣົບເຫັນດີກັບການຮວມເອົາຄວາມຄາດຫວັງຂອງບັນດາພາກສ່ວນທີ່ກ່ຽວຂ້ອງຂອງສະຫະພາບເອີຣົບເຂົ້າໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ຕົວຢ່າງເຊັ່ນ: ໃຫ້ພາກສ່ວນທີ່ກ່ຽວຂ້ອງຂອງສະຫະພາບເອີຣົບສາມາດສະແດງອອກເຖິງຄວາມກັງວົນ ແລະ ຄວາມຄາດຫວັງຂອງພວກເຂົາໃນລະຫວ່າງຕອນຕົ້ນຂອງການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ໂດຍສະເພາະແມ່ນການເຈລະຈາກັບປະເທດແຄມມາຣູນ, ການ້າ, ອິນໂດເນເຊຍ ແລະ ມາເລເຊຍ.
ໃນລະຫວ່າງ ການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ຄະນະກໍາມະທິການເອີຣົບຈະແຈ້ງໃຫ້ບັນດາພາກສ່ວນທີ່ກ່ຽວຂ້ອງຂອງສະຫະພາບເອີຣົບຮັບຊາບເຖິງຄວາມຄືບໜ້າ ແລະ ເຊື້ອເຊີນບັນດາປະເທດສະມາຊິກຂອງສະຫະພາບເອີຣົບໃຫ້ເຂົ້າຮ່ວມທີມງານເຈລະຈາຂອງສະຫະພາບເອີຣົບ. ການຂັບເຄື່ອນດັ່ງກ່າວຈະມີການປ່ຽນແປງເມື່ອການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈສິ້ນສຸດລົງ ແລະ ໄລຍະການຈັດຕັ້ງປະຕິບັດ ເລີ່ມຕົ້ນຂຶ້ນ. ເມື່ອສິ່ງດັ່ງກ່າວເກີດຂຶ້ນ ຄະນະກໍາມະທິການເອີຣົບປະຈຳນະຄອນບຣຸກແຊນຈະຜ່ານຄວາມຮັບຜິດຊອບສຳລັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃຫ້ແກ່ຜູ້ແທນສະຫະພາບເອີຣົບໃນປະເທດທີ່ເປັນຄູ່ຮ່ວມສັນຍາ.
ໃນຂະນະທີ່ປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ດຳເນີນການຈັດຕັ້ງປະຕິບັດ, ສະຫະພາບເອີຣົບ ແລະ/ຫຼື ບັນດາປະເທດສະມາຊິກຂອງສະຫະພາບເອີຣົບຈະຕ້ອງໃຫ້ການສະໜັບສະໜູນໃນການພັດທະນາລະບົບ ແລະ ການປະຕິຮູບຕ່າງໆ. ສະຫະພາບເອີຣົບຈະຕ້ອງຊຸກຍູ້ປະເທດທີ່ເປັນຄູ່ຮ່ວມສັນຍາໃນການເຊື່ອມໂຍງກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພື່ອກຳນົດຂອບເຂດດ້ານການເມືອງ ແລະ ການພັດທະນາ ແລະ ເພື່ອຮັບປະກັນວ່າ ບັນດາພາກສ່ວນທີ່ກ່ຽວຂ້ອງຈະສືບຕໍ່ມີສ່ວນຮ່ວມ ໃນໄລຍະການຈັດຕັ້ງປະຕິບັດ.
ທົ່ວທຸກຂັ້ນຕອນໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຄະນະກຳມະທິການເອີຣົບຈະຕ້ອງໄດ້ຮັບການພິຈາລະນາຢ່າງລະອຽດຖີ່ຖ້ວນຈາກບັນດາພາກສ່ວນທີ່ກ່ຽວຂ້ອງຂອງສະຫະພາບເອີຣົບ, ລວມທັງບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ກຸ່ມພາກເອກະຊົນ ແລະ ສະພາເອີຣົບ.
ຂໍ້ມູນເພີ່ມເຕີມ
ພາກສ່ວນທີ່ກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ໄລຍະເວລາຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ບັນດາຜູ້ມີສ່ວນກ່ຽວຂ້ອງຂອງສະຫະພາບເອີຣົບ
ໂຄງສ້າງຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)