ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບຂັ້ນຕອນຂອງສະຫະພາບເອີຣົບ ສຳລັບການນຳເຂົ້າໄມ້ທ່ອນທີ່ໄດ້ຮັບໃບອະນຸຍາດ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້
ເອກະສານຊ້ອນທ້າຍກ່ຽວກັບຂັ້ນຕອນຂອງສະຫະພາບເອີຣົບສຳລັບການນຳເຂົ້າໄມ້ທ່ອນທີ່ໄດ້ຮັບໃບອະນຸຍາດ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ຈະມີຄວາມແຕກຕ່າງກັນເລັກໜ້ອຍລະຫວ່າງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຕ່ລະສະບັບ ຍ້ອນວ່າເອກະສານຊ້ອນທ້າຍດັ່ງກ່າວແມ່ນອີງຕາມລະບຽບການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ຂອງສະຫະພາບເອີຣົບສະບັບປີ 2005 ເອກະສານຊ້ອນທ້າຍດັ່ງກ່າວອະທິບາຍມາດຕະການຄວບຄຸມຕາມຊາຍແດນຂອງສະຫະພາບເອີຣົບ ແລະ ກຳນົດຂັ້ນຕອນ ທີ່ບັນດາໜ່ວຍງານຂອງບັນດາປະເທດທີ່ເປັນສະມາຊິກຂອງສະຫະພາບເອີຣົບຈະປະຕິບັດໃນເວລາທີ່ການຂົນສົ່ງໄມ້ ແລະ ໄມ້ທ່ອນທີ່ໄດ້ຮັບໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ຈາກປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງດັ່ງກ່າວມາຮອດ.
ມາດຕະການ ແລະ ຂັ້ນຕອນການຄວບຄຸມແມ່ນໄດ້ກຳນົດເຂົ້າໃນກົດລະບຽບການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ຂອງສະຫະພາບເອີຣົບສະບັບປີ 2005 ແລະ ກົດລະບຽບການຈັດຕັ້ງປະຕິບັດສະບັບປີ 2008 ພາຍໃຕ້ກົດລະບຽບເຫຼົ່ານີ້, ເມື່ອປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເລີ່ມຕົ້ນອອກໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້, ບັນດາໜ່ວຍງານທີ່ຖືກມອບໝາຍໃນປະເທດສະມາຊິກຂອງສະຫະພາບເອີຣົບຈະຕ້ອງກວດສອບວ່າໄມ້ທີ່ສົ່ງຈາກປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງດັ່ງກ່າວມີ ໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ທີ່ຖືກຕ້ອງ.
ເອກະສານຊ້ອນທ້າຍກ່ຽວກັບຂັ້ນຕອນຂອງສະຫະພາບເອີຣົບໃນການນຳເຂົ້າໄມ້ທ່ອນທີ່ໄດ້ຮັບໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ໄດ້ອະທິບາຍການກວດສອບທັງສອງປະເພດດັ່ງລຸ່ມນີ້:
- ການກວດເອກະສານໃບອະນຸຍາດຕ່າງໆເພື່ອຮັບປະກັນວ່າໃບອະນຸຍາດດັ່ງກ່າວມີໂຄງຮ່າງ, ວັນທີ ແລະ ເນື້ອໃນທີ່ຖືກຕ້ອງທຸກປະການ
- ອີງຕາມຂັ້ນຕອນປົກກະຕິຂອງເຈົ້າໜ້າທີ່ພາສີໃນບັນດາປະເທດສະມາຊິກຂອງສະຫະພາບເອີຣົບ, ການກວດສອບຕົວຈິງແມ່ນເພື່ອຮັບປະກັນວ່າຜະລິດຕະພັນທີ່ສົ່ງອອກແມ່ນສອດຄ່ອງກັບໃບອະນຸຍາດທີ່ກ່ຽວຂ້ອງ
ຂໍ້ມູນເພີ່ມເຕີມ
ພາກສ່ວນທີ່ກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ເນື້ອໃນ ແລະ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ການເຊື່ອມຕໍ່ໄປສູ່ໜ້າເວັບພາຍນອກ
ກົດລະບຽບການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້
ກົດລະບຽບໃນການຈັດຕັ້ງປະຕິບັດ