Print Friendly and PDF



ບັນດາຜູ້ມີສ່ວນກ່ຽວຂ້ອງຂອງສະ​ຫະ​ພາບເອີ​ຣົບ

ພາກສ່ວນ​ເນື້ອ​ໃນ​ລະ​ອຽດ​ຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ນີ້ ຈະກຳ​ນົດ​ບັນ​ດາ​ກຸ່ມຫຼັກ​ຂອງບັນດາພາກສ່ວນກ່ຽວຂ້ອງຂອງ​ສະ​ຫະ​ພາບ​ເອີ​ຣົບໃນຂັ້ນ​ຕອນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນ ຍາການຄ້າແບບສະໝັກໃຈ (VPA), ບົດ​ບາດ​ຂອງ​ພວກ​ເຂົາ ແລະ ຜົນ​ຮັບ​ທີ່​ພວກ​ເຂົາ​ຕ້ອງ​ການ.

ສະ​ຖາ​ບັນ​ຂອງ​ສະ​ຫະ​ພາບ​ເອີ​ຣົບ ແລະ ອົງ​ການ​ຈັດ​ຕັ້ງ​ອື່ນໆ

ບັນ​ດາ​ສະ​ຖາ​ບັນ​ຂອ​ງ​ສະ​ຫະ​ພ​າບ​ເອີ​ຣົບ ແລະ ອົງ​ການ​ຈັດ​ຕັ້ງ​ອື່ນໆ​ດັ່ງ​ຕໍ່​ໄປ​ນີ້​ແມ່ນ​ມີ​ບົດ​ບາດ​ໃນ​ຂັ້ນ​ຕອນ​ຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).

ສະພາສະຫະພາບເອີຣົບ. ສະພາດັ່ງກ່າວແມ່ນເປັນພາກສ່ວນຫຼັກຂອງສະຫະພາບເອີຣົບໃນການດຳເນີນການຕັດສິນໃຈ. ເຊິ່ງບັນດາສະມາຊິກຂອງສະພາດັ່ງກ່າວແມ່ນບັນດາລັດຖະມົນຕີຈາກແຕ່ລະປະເທດສະມາຊິກຂອງສະຫະພາບເອີຣົບ. ໃນປີ 2003, ສະພາດັ່ງກ່າວໄດ້ຮັບຮອງ ແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້.

ໃນປີ 2005, ສະພາສະຫະພາບເອີຣົບໄດ້ຮັບຮອງເອົາກົດລະບຽບການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ແລະ ມອບສິດອຳນາດໃຫ້ແກ່ຄະນະກໍາມະທິການເອີຣົບໃນການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກັບບັນດາປະເທດທີ່ສົ່ງອອກໄມ້. ສະພາດັ່ງກ່າວໄດ້ສະໜອງຄຳແນະນໍາໃຫ້ແກ່ຄະນະກໍາມະທິການເອີຣົບໃນການດຳເນີນການເຈລະຈາ. ເຊິ່ງທິດທາງແນະນໍາດັ່ງກ່າວໄດ້ສັງລວມເຂົ້າໃນຊຸດຂໍ້ຄວາມໂດຍຫຍໍ້. ຫຼັງຈາກທີ່ການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສິ້ນສຸດລົງ, ກໍ່ຈະເລີ່ມຕົ້ນຂັ້ນຕອນການໃຫ້ສັດຕະຍາບັນເປັນຂັ້ນຕໍ່ໄປ. ເຊິ່ງສະພາດັ່ງກ່າວຕາງໜ້າໃຫ້ສະຫະພາບເອີຣົບ ແລະ ຫຼັງຈາກທີ່ໄດ້ຮັບການຕົກລົງເຫັນດີຈາກສະພາເອີຣົບແລ້ວ, ກໍ່ຈະດຳເນີນການຕັດສິນໃຈເພື່ອສຳເລັດການໃຫ້ສັດຕະຍາບັນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ເຊິ່ງການຕັດສິນໃຈດັ່ງກ່າວ, ລວມທັງການໃຫ້ສັດຕະຍາບັນໃນປະເທດທີ່ເປັນຄູ່ຮ່ວມສັນຍາ, ເຮັດໃຫ້ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ມີຂໍ້ຜູກມັດທາງດ້ານກົດໝາຍ.

ສະພາເອີຣົບ. ປະຊາກອນຂອງສະຫະພາບເອີຣົບໄດ້ເລືອກຕັ້ງເອົາບັນດາສະມາຊິກຂອງສະພາເອີຣົບ, ເຊິ່ງຈະມີອິດທິພົນຕໍ່ຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນຫຼາຍທາງ. ສະພາເອີຣົບທົບທວນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທີ່ໄດ້ນຳສະເໜີ ແລະ ຕົກລົງເຫັນດີກັບສະພາສະຫະພາບເອີຣົບເພື່ອສະຫຼຸບຂໍ້ຕົກລົງດັ່ງກ່າວ. ສະພາເອີຣົບຍັງໄດ້ດຳເນີນການທົບທວນຄວາມຄືບໜ້າໃນການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ອາດພິຈາລະນາການດັດແກ້ຕ່າງໆທີ່ນຳສະເໜີ.

ບັນດາສະມາຊິກຂອງສະພາເອີຣົບສາມາດສະເໜີຂໍ້ສົງໄສຕ່າງໆ ເພື່ອຮັບປະກັນວ່າບັນດາພາກສ່ວນກ່ຽວຂ້ອງມີສ່ວນຮ່ວມໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ຂັ້ນຕອນດັ່ງກ່າວສາມາດແກ້ໄຂບັນຫາຂອງບັນດາພາກສ່ວນກ່ຽວຂ້ອງໄດ້. ບັນດາສະມາຊິກຂອງສະພາເອີຣົບໄດ້ມີການພົວພັນກັບ ບັນດາພາກສ່ວນກ່ຽວຂ້ອງຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນກອງປະຊຸມ.

ໜຶ່ງໃນກອງປະຊຸມດັ່ງກ່າວແມ່ນການປະຊຸມໃນປີ 2006 ກ່ຽວກັບການລັກລອບຕັດໄມ້ຢ່າງຜິດກົດໝາຍ, ທີ່ຄະນະກຳມະການດ້ານການພັດທະນາຂອງສະພາເອີຣົບເປັນຜູ້ຈັດຂຶ້ນ. ເຊິ່ງຜູ້ບັນຍາຍໃນການປະຊຸມດັ່ງກ່າວປະກອບດ້ວຍ ທ່ານ Silas Siakor (ຜູ້ອຳນວຍການສະຖາບັນເພື່ອການພັດທະນາແບບຍືນຍົງຂອງປະເທດໄລບີເລຍ) ແລະ ທ່ານ Kyeretwie Opoku (ຜູ້ອຳນວຍການໃຫຍ່ຂອງອົງກອນຟໍເຣສວັອດຈ໌ຂອງປະເທດການ້າ). ເຊິ່ງທັງປະເທດໄລບີເລຍ ແລະ ປະເທດການ້າໄດ້ສຳເລັດການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກັບສະຫະພາບເອີຣົບ ແລະ ປະຈຸບັນແມ່ນກຳລັງດຳເນີນການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວ.

ຄະນະກໍາມະທິການເອີຣົບ. ຄະນະກໍາມະທິການເອີຣົບແມ່ນອົງການບໍລິຫານຂອງສະຫະພາບເອີຣົບ. ເຊິ່ງໃນບັນດາວຽກງານຕ່າງໆ ຄະນະກໍາມະທິການໄດ້ສະເໜີນິຕິກຳ ເປັນຕົ້ນແມ່ນກົດລະບຽບການຈັດຕັ້ງ ປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ແລະ ກົດລະບຽບໄມ້ຂອງສະຫະພາບເອີຣົບ, ໃຫ້ສະພາສະຫະພາບເອີຣົບ ແລະ ສະພາເອີຣົບຮັບຮອງເອົາ. ຄະນະກໍາມະທິການເອີຣົບຍັງເປັນຜູ້ນຳໃນການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໂດຍຕາງໜ້າໃຫ້ສະຫະພາບເອີຣົບ. ຄະນະກຳມະທິການດຳເນີນການຄົ້ນຫາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທີ່ເຂັ້ມແຂງ, ສາມາດນຳໃຊ້ໄດ້ ທີ່ໄດ້ຮັບການສະໜັບສະໜູນຈາກບັນດາພາກສ່ວນກ່ຽວຂ້ອງຢ່າງກວ້າງຂວາງ, ບັນດາປະເທດສະມາຊິກຂອງສະຫະພາບເອີຣົບຍອມຮັບເອົາ ແລະ ສະພາສະຫະພາບເອີຣົບສາມາດໃຫ້ສັດຕະຍາບັນໄດ້. ໃນລະຫວ່າງຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ຄະນະກຳມະທິການຈະສະໜອງຂໍ້ມູນປັບປຸງໃໝ່ໃຫ້ແກ່ສະພາສະຫະພາບເອີຣົບ.

ຜູ້ແທນສະຫະພາບເອີຣົບ. ຜູ້ແທນສະຫະພາບເອີຣົບແມ່ນຕົວແທນຢ່າງເປັນທາງການຂອງສະຫະພາບເອີຣົບໃນບັນດາປະເທດທີ່ເປັນຄູ່ຮ່ວມສັນຍາ. ໃນຂະນະທີ່ຄະນະກໍາມະທິການເອີຣົບເປັນຜູ້ນຳ ການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃຫ້ແກ່ສະຫະພາບເອີຣົບ, ຜູ້ແທນສະຫະພາບເອີຣົບຈະນຳພາການດຳເນີນການ ໄລຍະການຈັດຕັ້ງປະຕິບັດ ຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ເຖິງຢ່າງໃດກໍ່ຕາມ, ບັນດາຕົວແທນຂອງຜູ້ແທນສະຫະພາບເອີຣົບສາມາດມີສ່ວນຮ່ວມໃນໄລຍະຕ່າງໆ ຫຼື ໃນກອງປະຊຸມຮ່ວມທາງດ້ານເຕັກນິກໃນລະຫວ່າງໄລຍະການເຈລະຈາໄດ້.

ບັນ​ດາ​ປະ​ເທດ​ສະ​ມ​າ​ຊິກ​ຂອງ​ສະ​ຫະ​ພາບ​ເອີ​ຣົບ

ບັນດາປະເທດສະມາຊິກຂອງສະຫະພາບເອີຣົບດຳເນີນການທົບທວນຄວາມຄືບໜ້າໃນການເຈລະຈາ ແລະ ການຈັດຕັ້ງປະຕິບັດເປັນປະຈຳ ໂດຍຜ່ານການປະຊຸມການປະຕິບັດງານຂອງສະພາສະຫະພາບເອີຣົບ. ຄະນະກໍາມະທິການເອີຣົບຈະແຈ້ງໃຫ້ບັນດາປະເທດສະມາຊິກຂອງສະຫະພາບເອີຣົບຮັບຊາບຢູ່ສະເໝີກ່ຽວກັບການພັດທະນາໃນຂັ້ນຕອນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ເຊື້ອເຊີນບັນດາປະເທດສະມາຊິກເຂົ້າຮ່ວມການປະຊຸມຮ່ວມລະດັບສູງກ່ຽວກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).

ໃນຂັ້ນຕອນຕ່າງໆຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ປະຈຸບັນ, ຕົວແທນຂອງບັນດາປະເທດສະມາຊິກຂອງສະຫະພາບເອີຣົບກໍ່ໄດ້ເຂົ້າຮ່ວມທີມງານເຈລະຈາ ແລະ ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດ. ບຸກຄົນທີ່ເປັນຕົວແທນຂອງບັນດາປະເທດສະມາຊິກຂອງສະຫະພາບເອີຣົບຈະມີຄວາມແຕກຕ່າງກັນໃນການມີສ່ວນຮ່ວມໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ເຊິ່ງປັດໄຈທີ່ສົ່ງຜົນກະທົບຕໍ່ລະດັບການມີສ່ວນຮ່ວມປະກອບດ້ວຍ:

  • ການ​ຂັບ​ເຄື່ອນ​ທາງການ​ເມືອງ​ໃນ​ປະ​ເທດ​ສະ​ມາ​ຊິກ ຫຼື ປະ​ເທດ​ທີ່​ເປັນ​ຄູ່​ຮ່ວມ​ສັນ​ຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
  • ຄວາມ​ສຳ​ພັນ​ສອງ​ຝ່າຍ​ລະ​ຫວ່າງ​ປະ​ເທດ​ທີ່​ເປັນ​ສະ​ມາ​ຊິກ ແລະ ປະ​ເທດ​ທີ່​ສົ່ງ​ອອກ​ໄມ້
  • ​ປະ​ເທດ​ສະ​ມາ​ຊິກ​ມີ​ທ່າ​ເຮືອ​ທີ່​ສາ​ມາດ​ໄດ້​ຮັບ​ໄມ້​ຈຳ​ນວນຫຼາຍ​ໄດ້ ຫຼື ບໍ່
  • ຄວາມ​ກັງ​ວົນ​ຂອງບັນດາພາກສ່ວນກ່ຽວຂ້ອງໃນ​ປະ​ເທດ​ສະ​ມາ​ຊິກ
  • ຈຸດ​ສຳ​ຄັນ​ຂອງ​ແຜນ​ງານ​ການ​ຊ່ວຍ​ເຫຼືອ​ດ້ານການພັດ​ທະ​ນາ​ໃນ​ປະ​ເທດ​ສະ​ມາ​ຊິກ

ບັນດາປະເທດສະມາຊິກສະຫະພາບເອີຣົບມີບົດບາດທີ່ສຳຄັນໃນການສ້າງມາດຕະການຄວບຄຸມທີ່ສະໜັບສະໜູນການຄວບຄຸມຂອງບັນດາປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ການຄວບຄຸມປະກອບດ້ວຍບັນດາອົງການທີ່ມີສິດອຳນາດໃນການກວດສອບ ໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້, ຂັ້ນຕອນໃນການແຈ້ງພາສີ ແລະ ບັນດາມາດຕະການຄວບຄຸມໃນການຈັດຕັ້ງປະຕິບັດການໄດ້ຮັບໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້.

ບັນດາພາກສ່ວນກ່ຽວຂ້ອງຂອງ​ພາກ​ເອ​ກະ​ຊົນ​ຂອງ​ສະ​ຫະ​ພາບ​ເອີ​ຣົບ

ບັນດາພາກສ່ວນກ່ຽວຂ້ອງຂອງພາກເອກະຊົນໃນສະຫະພາບເອີຣົບ ປະກອບດ້ວຍຜູ້ນຳເຂົ້າ ແລະ ຜູ້ຄ້າໄມ້. ກົດລະບຽບໄມ້ຂອງສະຫະພາບເອີຣົບຮຽກຮ້ອງໃຫ້ບັນດາບໍລິສັດດັ່ງກ່າວຮັບປະກັນວ່າພວກເຂົາບໍ່ໄດ້ຄ້າໄມ້ທີ່ຂຸດຄົ້ນ, ຂົນສົ່ງ ຫຼື ປຸງແຕ່ງຢ່າງຜິດກົດໝາຍ. ເຊິ່ງຄວາມກັງວົນຂອງບັນດາບໍລິສັດຂອງສະພາບເອີຣົບໃນຂະແໜງໄມ້ປະກອບດ້ວຍ:

  • ຄວາມ​ສ່ຽງ​ຕໍ່​ຊື່​ສຽງ​ຂອງ​ພວກ​ເຂົາ
  • ຄວາມ​ສຳ​ພັນ​ກັບ​ຜູ້​ສະ​ໜອງ ແລະ ລູກ​ຄ້າ
  • ການ​ແຂ່ງ​ຂັນ​ຢ່າງ​ຍຸ​ຕິ​ທຳ
  • ຄ່າ​ໃຊ້​ຈ່າຍ
  • ພາບ​ລັກ​ໂດຍ​ລວມ​ຂອງ​ໄມ້

ບັນດາບໍລິສັດທີ່ກ້າວໜ້າແມ່ນມີລະບົບສະເພາະເພື່ອຮັບປະກັນຄວາມຍືນຍົງ ແລະ/ຫຼື ຄວາມຖືກຕ້ອງທາງດ້ານກົດໝາຍ. ບັນດາບໍລິສັດທີ່ກ້າວໜ້າສ່ວນຫຼາຍແມ່ນຂຶ້ນກັບສະຫະພັນແຫ່ງຊາດທີ່ມີກົດລະບຽບການຈັດຕັ້ງປະຕິບັດສຳລັບບັນດາສະມາຊິກ. ເຊິ່ງບັນດາບໍລິສັດອື່ນໆກໍ່ໄດ້ຈັດຕັ້ງປະຕິບັດລະບົບດັ່ງກ່າວເຊັ່ນດຽວກັນ.

ມູນຄ່າຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຕໍ່ກັບພາກເອກະຊົນຂອງສະຫະພາບເອີຣົບແມ່ນການທີ່ໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ໃຫ້ຄວາມໝັ້ນໃຈວ່າໄມ້ດັ່ງກ່າວໄດ້ຮັບການຜະລິດຢ່າງຖືກຕ້ອງຕາມກົດໝາຍ. ດັ່ງນັ້ນ, ໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ຈະສະໜອງວິທີການທີ່ບໍ່ຊັບຊ້ອນໃຫ້ແກ່ບັນດາຜູ້ນຳເຂົ້າຂອງສະຫະພາບເອີຣົບໃນການດຳເນີນການໃຫ້ສອດຄ່ອງກັບເງື່ອນໄຂບາດກ້າວທີ່ຈໍາເປັນເພື່ອຮັບຮອງຄວາມຖືກຕ້ອງທາງກົດໝາຍຂອງກົດລະບຽບໄມ້ຂອງສະຫະພາບເອີຣົບ.

ບັນດາພາກສ່ວນກ່ຽວຂ້ອງຂອງພາກເອກະຊົນໃນສະຫະພາບເອີຣົບຮຽກຮ້ອງໃຫ້ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ມີຄວາມໜ້າເຊື່ອຖື ແລະ ເພື່ອບັນລຸສິ່ງທີ່ຂໍ້ຕົກລົງດັ່ງກ່າວໄດ້ກຳນົດໃຫ້ດຳເນີນການ ຍ້ອນການນຳເຂົ້າໄມ້ທີ່ຜິດກົດໝາຍເຮັດໃຫ້ເກີດມີຄວາມສ່ຽງຕໍ່ກັບຊື່ສຽງຂອງພວກເຂົາ. ການອອກໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ຈະຕ້ອງດຳເນີນໃນສອງຂົງເຂດທີ່ສຳຄັນກໍຄື: ອັນທຳອິດ, ການອອກໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ຈະຕ້ອງສອດຄ່ອງກັບການສະໜອງໄມ້ທີ່ຖືກກົດໝາຍ. ອັນທີ່ສອງ, ການອອກໃບອະນຸຍາດ FLEGT ຈະຕ້ອງຊ່ວຍແກ້ໄຂບັນດາສິ່ງທ້າທາຍໃນການຄຸ້ມຄອງໃນບັນດາປະເທດຜູ້ສະໜອງ ທີ່ສົ່ງຜົນໃຫ້ເກີດໄມ້ທີ່ຜິດກົດໝາຍ.

ສະມາຄົມການຄ້າ, ເປັນ​ຕົ້ນ​ແມ່ນສະ​ຫະ​ພັນ​ການ​ຄ້າ​ໄມ້​ຂອງ​ເອີ​ຣົບ ແລະ ບັນດາ​ສະມາຊິກຂອງສ​ະ​ຫະ​ພັນ​ການ​ຄ້າ​ໄມ້ແຫ່ງຊາດ, ຊ່ວຍ​ບັນ​ດາ​ຜູ້​ນຳ​ເຂົ້າ​ຂອງ​ເອີ​ຣົບໃນ​ການຮັບ​ປະ​ກັນ​ວ່າ​ພວກ​ເຂົາຈະ​ໄດ້​ຮັບ​ວັດ​ສະ​ດຸ​ທີ່​ຖືກ​ກົດ​ໝາຍ.

ນອກຈາກບັນດາຜູ້ນຳເຂົ້າ ແລະ ຜູ້ຄ້າໄມ້ໃນສະຫະພາບເອີຣົບແລ້ວ, ຍັງມີບາງບໍລິສັດທີ່ຂຶ້ນກັບສະຫະພາບເອີຣົບທີ່ຜະລິດໄມ້ ແລະ ຜະລິດຕະພັນໄມ້ ທີ່ດຳເນີນກິດຈະການໃນບັນດາປະເທດທີ່ສົ່ງອອກໄມ້. ເຊິ່ງບັນດາບໍລິສັດເຫຼົ່ານີ້ແມ່ນມີຄວາມສົນໃຈໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ເພື່ອເຮັດໃຫ້ທຸກພາກສ່ວນມີໂອກາດເທົ່າທຽມກັນກັບບັນດາຄູ່ແຂ່ງ ໂດຍການຮັບປະກັນວ່າຈະບັງຄັບໃຊ້ກົດໝາຍຕໍ່ທຸກພາກສ່ວນຢ່າງເທົ່າທຽມກັນ.

ອົງ​ການ​ຈັດ​ຕັ້ງ​ທາງ​ສັງ​ຄົ​ມ​ຂອງ​ສະ​ຫະ​ພາບ​ເອີ​ຣົບ

ບັນດາອົງການຈັດຕັ້ງທາງສັງຄົມຂອງສະຫະພາບເອີຣົບແມ່ນມີຄວາມສົນໃຈໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ທີ່ແນ່ໃສ່ບັນຫາຕ່າງໆເປັນຕົ້ນແມ່ນ ສິດທິ ແລະ ຄວາມເທົ່າທຽມກັນ, ການປ່ຽນແປງສະພາບດິນຟ້າອາກາດ ແລະ ສິ່ງແວດລ້ອມ, ຄວາມໂປ່ງໃສ ແລະ ການສໍ້ລາດບັງຫຼວງ. ສ່ວນອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານທີ່ດຳເນີນການຄົ້ນຫາສິ່ງທ້າທາຍໃນການຄຸ້ມຄອງ ແລະ ນອກນັ້ນຍັງມີບັນດາກຸ່ມທີ່ເຮັດວຽກກ່ຽວກັບນະໂຍບາຍທາງດ້ານປ່າໄມ້ຂອງເອີຣົບກໍ່ມີຄວາມສົນໃຈໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈເຊັ່ນດຽວກັນ. ກຸ່ມອົງການຈັດຕັ້ງທາງສົງຄົມດັງກ່າວມີອິດທິພົນຕໍ່ຂັ້ນຕອນຕ່າງໆຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ໃນສະຫະພາບເອີຣົບ ແລະ ບັນດາປະເທດທີ່ສົ່ງອອກໄມ້ ໂດຍການຍົກບັນຫາ ແລະ ສະເໜີການແກ້ໄຂບັນຫາຕ່າງໆ. ເຊິ່ງການມີສ່ວນຮ່ວມດັ່ງກ່າວສາມາດປະກອບສ່ວນເຮັດໃຫ້ຂັ້ນຕອນຂອງຂໍ້ຕົກລົງການເຂົ້າ ເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈມີຄວາມໜ້າເຊື່ອຖືຫຼາຍຂຶ້ນ. ກຸ່ມຂອງອົງການຈັດຕັ້ງທາງສັງຄົມທີ່ມີຄວາມສົນໃຈໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈປະກອບດ້ວຍ:

ອົງການຈັດຕັ້ງທີ່ບໍ່ຫວັງຜົນກຳໄລໃນສະຫະພາບເອີຣົບກໍ່ໃຫ້ການສະໜັບສະໜູນບັນດາພາກສ່ວນກ່ຽວຂ້ອງ ໃນບັນດາປະເທດທີ່ເປັນຄູຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ບາງອົງການຈັດຕັ້ງຊ່ວຍເສີມສ້າງຄວາມອາດສາມາດຂອງອົງການຈັດຕັ້ງທາງສັງຄົມ ແລະ ບັນດາພາກສ່ວນກ່ຽວຂ້ອງຂອງພາກເອກະຊົນໃນບັນດາປະເທດດັ່ງກ່າວ ເພື່ອມີສ່ວນຮ່ວມໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນ ຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ບາງອົງການຈັດຕັ້ງກໍ່ສະໜັບສະໜູນບັນດາພາກສ່ວນກ່ຽວຂ້ອງຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນບັນດາປະເທດດັ່ງກ່າວໃນການສະແດງອອກຄວາມກັງວົນຂອງພວກເຂົາໃນສະຫະພາບເອີຣົບ. ອ່ານເພີ່ມເຕີມກ່ຽວກັບສິ່ງເຫຼົ່ານີ້ໄດ້ໃນພາກສ່ວນເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບ ການສະໜັບສະໜູນພາກສ່ວນກ່ຽວຂ້ອງຂອງຂໍ້ຕົກລົງດັ່ງກ່າວ.

ບັນດາສະຖາບັນຄົ້ນຄວ້າຂອງສະ​ຫະພາບ​ເອີ​ຣົບ

ການ​ວິ​ໄຈ​ຂອງບັນດາສະຖາບັນຄົ້ນຄວ້າຂອງ​ສະ​ຫະ​ພາບ​ເອີ​ຣົບ​ກ່ຽວ​ກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ບັນ​ຫາ​ປ່າ​ໄມ້​ທີ່ກວ້າງ​ຂຶ້ນເຮັດ​ໃຫ້​ຂັ້ນ​ຕອນ​ຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ການ​ຕັດ​ສິນ​ໃຈ​ໃນ​ສະ​ຫະ​ພາບ​ເອີ​ຣົບ ແລະ ບັນ​ດາ​ປະ​ເທດ​ທີ່​ສົ່ງ​ອອກ​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ. ບັນດາສະຖາບັນຄົ້ນຄວ້າປະ​ກອບ​ດ້ວຍ:

  • Chatham House (www.chathamhouse.org)
  • Centre de coopération internationale en recherche agronomique pour le développement (CIRAD) (www.cirad.fr)
  • ສະ​ຖາ​ບັນ​ເພື່ອ​ສິ່ງ​ແວດລ້ອມ ແລະ ການ​ພັດ​ທະ​ນາ​ສາ​ກົນ (www.iied.org)
  • ສະ​ຖາ​ບັນ​ເພື່ອ​ການ​ພັດ​ທະ​ນາ​ສາ​ກົນ (www.odi.org)
  • ມະ​ຫາ​ວິ​ທະ​ຍາ​ໄລ​ວາ​ເກັນ​ນິງ​ເກັ້ນ ແລະ ສູນ​ວິ​ໄຈ (www.wageningenur.nl)

ນອກ​ຈາກບັນດາສະຖາບັນຄົ້ນຄວ້າໃນ​ສະ​ຫະ​ພາບ​ເອີ​ຣົບແລ້ວ, ບັນ​ດາ​ສະ​ຖາ​ບັນ​ໃນ​ສະ​ຫະ​ລັດ​ອາ​ເມ​ລິ​ກາ​ເປັນ​ຕົ້ນ​ແມ່ນ​ອົງ​ການ Forest Trends (www.forest-trends.org) ແລະ ສະ​ຖາ​ບັນ​ຊັບ​ພະ​ຍາ​ກອນ​ໂລກ (www.wri.org) ກໍ່​ໄດ້​ດຳ​ເນີນ​ການ​ວິ​ໄຈ​ກ່ຽວ​ກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເຊັ່ນດຽວກັນ.