Print Friendly and PDF


ໂຄງ​ສ້າງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຂອງ​ສະ​ຫະ​ພາບ​ເອີ​ຣົບ

ເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບ ບັນດາຜູ້ມີສ່ວນກ່ຽວຂ້ອງຂອງສະຫະພາບເອີຣົບ ໄດ້ກຳນົດບົດບາດຂອງສະຖາບັນການຈັດຕັ້ງຂອງສະຫະພາບເອີຣົບ ແລະ ບັນດາໜ່ວຍງານອື່ນໆ, ເປັນຕົ້ນແມ່ນສະພາສະຫະພາບເອີຣົບ, ສະພາເອີຣົບ, ຄະນະກໍາມະທິການເອີຣົບ ແລະ ຜູ້ແທນສະຫະພາບເອີຣົບ. ນອກຈາກໜ່ວຍງານທີ່ກ່າວມານັ້ນ, ໂຄງສ້າງອື່ນໆທີ່ມີບົດບາດສະເພາະໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ປະກອບດ້ວຍ:

ຄະນະກຳມະການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້

ຄະນະກຳມະການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ດຳເນີນການປະສານງານນະໂຍບາຍຂອງສະຫະພາບເອີຣົບພາຍໃຕ້ ແຜນປະຕິບັດງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ຂອງສະຫະພາບເອີຣົບ. ຄະນະກໍາມະທິການເອີຣົບດຳເນີນການເປັນປະທານຂອງຄະນະກຳມະການດັ່ງກ່າວ. ໃນສ່ວນບັນດາສະມາຊິກແມ່ນດຳເນີນການເປັນຕົວແທນຂອງປະເທດທີ່ເປັນສະມາຊິກຂອງສະຫະພາບເອີຣົບແຕ່ລະປະເທດ.

ທີມງານເຈລະຈາຂອງສະຫະພາບເອີຣົບ

ຄະນະກຳມະທິການເອີຣົບເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນນາມຂອງສະຫະພາບເອີຣົບ, ເຊິ່ງຕາງໜ້າໂດຍຫົວໜ້າຜູ້ເຈລະຈາ ແລະ ເຈົ້າໜ້າທີ່ດຳເນີນການໃນຖານະເປັນຈຸດປະສານງານຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ມາຮອດປະຈຸບັນ, ຫົວໜ້າກົມສິ່ງແວດລ້ອມສະຫະພາບເອີຣົບຈະເປັນຜູ້ນຳພາການເຈລະຈາໃນທະວີບອາຊີ. ໃນສ່ວນການເຈລະຈາໃນທະວີບອາຟຣິກາ ແລະ ອາເມຣິກາລາຕິນ ແລະ ອາເມຣິກາໃຕ້ແມ່ນຫົວໜ້າກົມການຮ່ວມມືດ້ານການພັດທະນາ ຂອງສະຫະພາບເອີຣົບເປັນຜູ້ນຳພາດຳເນີນການ.

ຕົວແທນຂອງບັນດາປະເທດສະມາຊິກຂອງສະຫະພາບເອີຣົບ, ຜູ້ແທນຂອງສະຫະພາບເອີຣົບ, ເຈົ້າໜ້າທີ່ຂອງຄະນະກໍາມະທິການເອີຣົບໃນນະຄອນບຣຸກແຊນ ແລະ ບັນດາຜູ້ຊ່ຽວຊານຈາກອົງການ EU FLEGT Facility ສະໜັບສະໜູນທີມງານເຈລະຈາຂອງສະຫະພາບເອີຣົບ, ເຊິ່ງທີມງານເຈລະຈາດັ່ງກ່າວໄດ້ຕິດຕໍ່ພົວພັນກັບບັນດາພາກສ່ວນກ່ຽວຂ້ອງໃນສະຫະພາບເອີຣົບ ແລະ ຜູ້ອຳນວຍຄວາມສະດວກການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້. ຜູ້ອຳນວຍຄວາມສະດວກດັ່ງກ່າວມີບົດບາດເປັນກາງ ແລະ ປະຕິບັດວຽກງານເພື່ອຜົນປະໂຫຍດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ເຊິ່ງໄດ້ສະໜັບສະໜູນທຸກຝ່າຍໃນການເຈລະຈາ.

ຜູ້ເຈລະຈາຂອງສະຫະພາບເອີຣົບຍັງຕິດຕໍ່ພົວພັນກັບບັນດາຜູ້ຊ່ຽວຊານພາຍໃນປະເທດ ແລະ ບັນດາໂຄງການທີ່ກ່ຽວຂ້ອງ, ເປັນຕົ້ນແມ່ນບັນດາໂຄງການທີ່ໄດ້ຮັບການສະໜັບສະໜູນທຶນຈາກສະຫະພາບເອີຣົບ, ບັນດາປະເທດທີ່ເປັນສະມາຊິກຂອງສະຫະພາບເອີຣົບ, ອົງການອາຫານ ແລະ ການກະສິກໍາ (FAO) ແລະ ບັນດາຜູ້ໃຫ້ທຶນອື່ນໆ.

ໜ່ວຍງານທີ່ມີສິດອຳນາດ

ໜ່ວຍງານທີ່ມີສິດອຳນາດແມ່ນໜ່ວຍງານທີ່ບັນດາປະເທດສະມາຊິກຂອງສະຫະພາບເອີຣົບໄດ້ກຳນົດໃຫ້ໄດ້ຮັບ, ຍອມຮັບ ແລະ ກວດສອບໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້. ໃນປະເທດທີ່ເປັນສະມາຊິກຂອງສະຫະພາບເອີຣົບບາງປະເທດ, ໜ່ວຍງານທີ່ມີສິດອຳນາດແມ່ນໜ່ວຍງານພາສີ ຫຼື ໜ່ວຍງານອື່ນໆທີ່ຮັບຜິດຊອບຕໍ່ການຄວບຄຸມດ່ານຊາຍແດນ. ສ່ວນປະເທດທີ່ເປັນສະມາຊິກຂອງສະຫະພາບເອີຣົບປະເທດອື່ນໆໄດ້ມອບໝາຍໜ້າທີ່ດັ່ງກ່າວໃຫ້ແກ່ໜ່ວຍງານລັດຖະບານອື່ນໆ.

ຂໍ້ມູນເພີ່ມເຕີມ

ພາກສ່ວນທີ່ກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ບັນດາຜູ້ມີສ່ວນກ່ຽວຂ້ອງຂອງສະຫະພາບເອີຣົບs

ການເຊື່ອມຕໍ່ໄປສູ່ໜ້າເວັບພາຍນອກ

ໜ່ວຍງານທີ່ມີສິດອຳນາດທີ່ໄດ້ຮັບມອບໝາຍໃນການຈັດຕັ້ງປະຕິບັດກົດລະບຽບຂອງສະຫະພາບເອີຣົບສະບັບເລກທີ 2173/2005 (ກົດລະບຽບການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້) [ດາວໂຫຼດPDF]