ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບໃບອະນຸຍາດ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້
ເອກະສານຊ້ອນທ້າຍກ່ຽວກັບ ໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ຈະມີຄວາມແຕກຕ່າງກັນເລັກໜ້ອຍລະຫວ່າງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຕ່ລະສະບັບ ເຊິ່ງເອກະສານຊ້ອນທ້າຍດັ່ງກ່າວໄດ້ອະທິບາຍກ່ຽວກັບ
ບັນດາເງື່ອນໄຂໃນການອອກໃບອະນຸຍາດຕ່າງໆ. ເອກະສານຊ້ອນທ້າຍກ່ຽວກັບໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ໄດ້ອະທິບາຍວິທີການທີ່ບັນດາບໍລິສັດຕ່າງໆໃນປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ນຳໃຊ້ໃນການອອກໃບອະນຸຍາດດັ່ງກ່າວໃຫ້ແກ່ການຂົນສົ່ງໄມ້ ແລະ ໄມ້ທ່ອນທີ່ຖືກກົດໝາຍທີ່ຈະນຳສົ່ງໄປສະຫະພາບເອີຣົບ. ນອກນັ້ນເອກະສານຊ້ອນທ້າຍດັ່ງກ່າວຍັງອະທິບາຍວິທີການປະເມີນໃບສະເໜີຂອງຜູ້ຮ້ອງຂໍ ແລະ ໜ່ວຍງານທີ່ເປັນຜູ້ອອກໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້.
ຂໍ້ກຳນົດທາງດ້ານເຕັກນິກຂອງໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້. ເອກະສານຊ້ອນທ້າຍອະທິບາຍທາງດ້ານເຕັກນິກຂອງໃບອະນຸຍາດດັ່ງກ່າວວ່າຈະອອກເປັນເອກະສານທີ່ເປັນໃບເຈັ້ຍ ຫຼື ອອກເປັນເອກະສານອີເລັກໂຕຣນິກ, ເມື່ອໃດທີ່ໃບອະນຸຍາດມີຜົນນຳໃຊ້ ແລະ ຈະມີຜົນນຳໃຊ້ໄດ້ດົນປານໃດ, ແລະ ອະທິບາຍກ່ຽວກັບພາສາທີ່ນຳໃຊ້ໃນການສ້າງໃບອະນຸຍາດດັ່ງກ່າວ.
ວິທີການໃນການຮັບມືກັບບັນດາຂໍ້ສົງໄສກ່ຽວກັບການມີຜົນນຳໃຊ້ຂອງໃບອະນຸຍາດ. ເອກະສານຊ້ອນທ້າຍກ່ຽວກັບໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ຈະໃຫ້ຄວາມກະຈ່າງແຈ້ງວ່າໜ່ວຍງານໃດໃນສະຫະພາບເອີຣົບ ແລະ ປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເປັນຜູ້ດຳເນີນການ ຖ້າຫາກໃບອະນຸຍາດດັ່ງກ່າວຕົກເຮ່ຍ, ຖືກລັກ, ເສຍຫາຍ ຫຼື ມີການປອມແປງ.
ໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ຄວນຈະມີລັກສະນະແບບໃດ. ສະຫະພາບເອີຣົບຮຽກຮ້ອງໃຫ້ບັນດາປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ນຳໃຊ້ໂຄງຮ່າງໃບອະນຸຍາດແບບດຽວກັນ ເພື່ອໃຫ້ໜ່ວຍງານທີ່ກ່ຽວຂ້ອງໃນປະເທດສະມາຊິກສະຫະພາບເອີຣົບສາມາດກວດສອບໃບອະນຸຍາດດັ່ງກ່າວວ່າມີເນື້ອໃນຄົບຖ້ວນຕາມເງື່ອນໄຂ. ດັ່ງນັ້ນ, ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ຈຶ່ງປະກອບດ້ວຍແມ່ແບບຂອງໃບອະນຸຍາດດັ່ງກ່າວ ໃນບາງປະເທດແມ່ນກຳລັງດຳເນີນການຄົ້ນຄວ້າກ່ຽວກັບໃບອະນຸຍາດແບບອີເລັກໂຕຣນິກ ແທນທີ່ໃບອະນຸຍາດທີ່ເປັນໃບເຈັ້ຍ.
ຂໍ້ມູນເພີ່ມເຕີມ
ພາກສ່ວນທີ່ກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ເນື້ອໃນ ແລະ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ການອອກໃບອະນຸຍາດ FLEGT