ໂຄງສ້າງການເຈລະຈາແຫ່ງຊາດຂອງປະເທດການ້າ
ຄະນະກໍາມະການຊີ້ນຳ
ຄະນະກໍາມະການຊີ້ນໍາກວດສອບຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ພັດທະນາຈຸດຢືນຂອງການເຈລະຈາ ໂດຍຜ່ານການປຶກສາຫາລືກັບຕົວແທນຂອງຜູ້ມີສ່ວນກ່ຽວຂ້ອງ, ເຊິ່ງສະມາຊິກຂອງຄະນະກຳມະການດັ່ງກ່າວປະກອບດ້ວຍ:
ລັດຖະບານ: ມີຕົວແທນຈຳນວນແປດທ່ານຈາກໜ່ວຍງານລັດຖະບານ ແລະ ກະຊວງຕ່າງໆ
ພາກເອກະຊົນ: ມີຕົວແທນຈຳນວນສອງທ່ານຈາກໂຮງເລື່ອຍໄມ້ຂອງປະເທດການ້າ
ອົງການຈັດຕັ້ງທາງສັງຄົມ: ມີຕົວແທນສອງທ່ານ (ທ່ານທຳອິດມາຈາກອົງການ Forest Watch ຂອງປະເທດການ້າ, ອີກທ່ານໜຶ່ງແມ່ນມາຈາກອົງການຈັດຕັ້ງທາງສັງຄົມທີ່ກວ້າງຂວາງກວ່າ)
ກຸ່ມປະຕິບັດວຽກງານ
ກຸ່ມປະຕິບັດວຽກງານທາງດ້ານເຕັກນິກຈຳນວນສີ່ກຸ່ມໄດ້ໃຫ້ຄຳແນະນຳກ່ຽວກັບອົງປະກອບການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ດັ່ງລຸ່ມນີ້:
- ນິຍາມຄວາມຖືກຕ້ອງທາງກົດໝາຍ
- ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍ
- ການປັບປຸງໂຄງສ້າງອຸດສາຫະກຳ
- ຕະຫຼາດພາຍໃນ
ກຸ່ມປະຕິບັດວຽກງານກຸ່ມທີຫ້າຈະຮວບຮວມເອົາຄຳແນະນຳຂອງບັນດາກຸ່ມອື່ນໆເຂົ້າໃນຂອບເຂດວຽກງານທີ່ເກາະກ່າຍກັນ
ກຸ່ມປະຕິບັດວຽກງານແຕ່ລະກຸ່ມຈະມີຕົວແທນຢ່າງໜ້ອຍໜຶ່ງຄົນຈາກສາມກຸ່ມຜູ້ມີສ່ວນກ່ຽວຂ້ອງຫຼັກ (ລັດຖະບານ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ)
ກອງເລຂາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ກອງເລຂາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໄດ້ປະສານງານ ແລະ ສະໜັບສະໜູນທາງດ້ານເຕັກນິກໃຫ້ແກ່ຂັ້ນຕອນຂອງຂໍ້ຕົກລົງດັ່ງກ່າວ, ເຊິ່ງກອງເລຂາປະກອບດ້ວຍພະນັກງານສາມທ່ານຈາກຄະນະກຳມະທິການປ່າໄມ້, ເຊິ່ງເປັນສຳນັກງານຂອງກອງເລຂາ.
ຂໍ້ມູນເພີ່ມເຕີມ
ພາກສ່ວນທີ່ກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ໄລຍະການເຈລະຈາຂັ້ນຕອນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ໂຄງສ້າງຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ໂຄງສ້າງການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຫ່ງຊາດ