Print Friendly and PDF


ເອກະສານຊ້ອນທ້າຍຂອງ​ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວ​ກັບກຳ​ນົດ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ

ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສ່ວນຫຼາຍແລ້ວແມ່ນມີເອກະສານຊ້ອນທ້າຍກ່ຽວກັບກຳນົດການໃນການຈັດຕັ້ງປະຕິບັດ. ກຳນົດການດັ່ງກ່າວປະກອບດ້ວຍລຳດັບ ແລະ ຕາຕະລາງເວລາສຳລັບການດຳເນີນການທີ່ທຸກຝ່າຍຕົກລົງເຫັນດີປະຕິບັດຫຼັງຈາກສິ້ນສຸດການເຈລະຈາ ແລະ ເລີ່ມຕົ້ນການຈັດຕັ້ງປະຕິບັດ ການດຳເນີນການດັ່ງກ່າວປະກອບດ້ວຍ:

ເອກະສານຊ້ອນທ້າຍກ່ຽວກັບກຳນົດການໃນການຈັດຕັ້ງປະຕິບັດທີ່ເຮັດໃຫ້ທຸກຝ່າຍໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສາມາດກຳນົດຂັ້ນຕອນຕໍ່ໄປ ແລະ ກຳນົດລຳດັບບຸລິມະສິດຂອງຂອບເຂດວຽກງານ. ເອກະສານຊ້ອນທ້າຍດັ່ງກ່າວຍັງສະໜອງບ່ອນອີງພື້ນຖານໃນການຈັດຕັ້ງປະຕິບັດໃນການສ້າງແຜນງານ ແລະ ຕິດຕາມຄວາມຄືບໜ້າໃຫ້ແກ່ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດ.

ບັນດາປະເທດທີ່ເປັນຄູ່ຮ່ວມສັນຍາ ທີ່ບໍ່ມີເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບໝັກໃຈ (VPA) ກ່ຽວກັບກຳນົດການໃນການຈັດຕັ້ງປະຕິບັດ, ເປັນຕົ້ນແມ່ນປະເທດອິນໂດເນເຊຍ, ເຊິ່ງຈະຕ້ອງໄດ້ກະກຽມກຳນົດການດັ່ງກ່າວ. ປະເທດອິນໂດເນເຊຍ ແລະ ສະຫະພາບເອີຣົບໄດ້ດຳເນີນການພັດທະນາກຳນົດການໃນໄລຍະການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນຮູບແບບແຜນງານຮ່ວມ.

ບັນດາເອກະສານຊ້ອນທ້າຍກ່ຽວກັບກຳນົດການໃນການຈັດຕັ້ງປະຕິບັດບົ່ງບອກໃຫ້ເຫັນກໍານົດເວລາທີ່ຄາດຫວັງໃຫ້ມີ ການລິເລີ່ມດຳເນີນ ການອອກໃບອະນຸຍາດ FLEGT ສຳລັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທີ່ໄດ້ຮັບການຕົກລົງເຫັນດີຈົນເຖິງປະຈຸບັນ, ຕາຕະລາງເວລາສຳລັບການອອກໃບອະນຸຍາດ FLEGT ທີ່ໄດ້ຜ່ານການເຈລະຈາກັນນັ້ນ ໄດ້ພິສູດໃຫ້ເຫັນວ່າກຳນົດເວລາດັ່ງກ່າວແມ່ນຄາດຫວັງໃນທາງທີ່ດີຫຼາຍເກີນໄປ ປະສົບການທີ່ຜ່ານມາໄດ້ສະແດງໃຫ້ເຫັນວ່າວຽກງານທີ່ມີຄວາມຊັບຊ້ອນໃນການສ້າງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍທີ່ມີປະສິດທິພາບອາດຈະໃຊ້ເວລາຫຼາຍກວ່າທີ່ຜູ້ເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຄາດຄະເນໄວ້

ຂໍ້ມູນເພີ່ມເຕີມ

ການເຊື່ອມຕໍ່ໄປສູ່ໜ້າເວັບພາຍນອກ

ແຜນງານລະຫວ່າງປະເທດອິນໂດເນເຊຍ ແລະ ສະຫະພາບເອີຣົບກ່ຽວກັບຄວາມກ້າວໜ້າໃນການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)[ດາວໂຫຼດ PDF]