ໄລຍະການຈັດຕັ້ງປະຕິບັດຂັ້ນຕອນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
Iໃນໄລຍະການຈັດຕັ້ງປະຕິບັດ, ທຸກຝ່າຍຈະຕ້ອງຍົກລະດັບ ແລະ/ຫຼື ພັດທະນາບັນດາລະບົບ, ສະຖາບັນ, ຄວາມອາດສາມາດ, ຂອບເຂດວຽກງານທາງດ້ານກົດໝາຍ ແລະ ການປະຕິຮູບການຄຸ້ມຄອງທີ່ຕົກລົງກັນໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ເຊິ່ງສິ່ງເຫຼົ່ານີ້ລວມມີລະບົບການ ຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ແລະ ການປະຕິຮູບການຄຸ້ມຄອງທີ່ກວ້າງຂຶ້ນ.
ຈຸດປະສົງຂອງໄລຍະການຈັດຕັ້ງປະຕິບັດແມ່ນເພື່ອ:
- ປະເທດທີ່ເປັນຄູ່ຮ່ວມສັນຍາໃນການຈັດຕັ້ງປະຕິບັດພັນທະການປະຕິຮູບການຄຸ້ມຄອງ
- ເຮັດໃຫ້ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ສາມາດໃຊ້ງານໄດ້
- ປະເທດທີ່ເປັນຄູ່ສັນຍາໃນການສົ່ງອອກໄມ້ທີ່ໄດ້ຮັບໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ໄປຫາສະຫະພາບເອີຣົບ
- ຕິດຕາມກວດກາ ແລະ ປະເມີນຜົນລັບຂອງຂໍ້ຕົກລົງດັ່ງກ່າວ
- ບັນດາພາກສ່ວນກ່ຽວຂ້ອງຈະຕ້ອງສືບຕໍ່ດຳເນີນການຈັດຕັ້ງປະຕິບັດ
- ເຮັດໃຫ້ຜະລິດຕະພັນທີ່ໄດ້ຮັບໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ປະກົດເຫັນໄດ້ໃນຕະຫຼາດ
ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຕ່ລະສະບັບຈະກຳນົດຕາຕະລາງເວລາສຳລັບການຈັດຕັ້ງປະຕິບັດຂໍ້ກຳນົດດັ່ງກ່າວ, ລວມທັງການປະຕິຮູບການຄຸ້ມຄອງ ແລະ ການພັດທະນາລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ກ່ອນການອອກໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້. ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສ່ວນຫຼາຍມີຕາຕະລາງເວລາໃນ ເອກະສານຊ້ອນທ້າຍກ່ຽວກັບກຳນົດການຈັດຕັ້ງປະຕິບັດ.
ລຳດັບ ແລະ ກຳນົດເວລາຂອງວຽກງານໃນໄລຍະການຈັດຕັ້ງປະຕິບັດແມ່ນສະເພາະເຈາະຈົງສຳລັບແຕ່ລະປະເທດທີ່ເປັນຄູ່ຮວ່ມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ອາດທັບຊ້ອນກັບຂັ້ນຕອນການໃຫ້ສັດຕະຍາບັນ. ວຽກງານການຈັດຕັ້ງປະຕິບັດບາງອັນອາດຈະເລີ່ມຕົ້ນກ່ອນການເຈລະຈາຈະສິ້ນສຸດ. ແຕ່ສຳລັບວຽກງານອື່ນໆເປັນຕົ້ນແມ່ນການປະຕິຮູບແມ່ນຈະສືບຕໍ່ຫຼັງຈາກເລີ່ມຂັ້ນຕອນການອອກໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້. ການມີສ່ວນຮ່ວມຂອງຜູ້ມີສ່ວນກ່ຽວຂ້ອງແມ່ນຄຸນສົມບັດທີ່ສຳຄັນໃນໄລຍະການຈັດຕັ້ງປະຕິບັດຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).
ອົງການປົກຄອງທີ່ຊີ້ນຳສ່ວນໃຫຍ່ແລ້ວແມ່ນກະຊວງປ່າໄມ້, ປະສານສົມທົບວຽກງານການຈັດຕັ້ງປະຕິບັດໃນປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).
ໃນເວລາດຽວກັນ, ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດຂອງສະຫະພາບເອີຣົບ ແລະ ຕົວແທນຂອງປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຈະກວດສອບການຈັດຕັ້ງປະຕິບັດ, ຕິດຕາມກວດກາຄວາມຄືບໜ້າ, ຈັດການກັບການຮ້ອງທຸກ ແລະ ແກ້ໄຂສິ່ງທ້າທາຍໃໝ່ໆທີ່ເກີດຂຶ້ນ.
ບາງຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໄດ້ສ້າງຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດຊົ່ວຄາວຂຶ້ນເພື່ອເຊື່ອມໂຍງຊ່ອງຫວ່າງລະຫວ່າງຈຸດສິ້ນສຸດຂອງການຈັດຕັ້ງປະຕິບັດ ແລະ ການໃຫ້ສັດຕະຍາບັນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຂອງທັງສອງຝ່າຍ.
ບັນດາວຽກງານຫຼັກ
ບັນດາວຽກງານຫຼັກໃນໄລຍະການຈັດຕັ້ງປະຕິບັດມີ:
ການສ້າງໂຄງສ້າງ ວຽກງານນີ້ປະກອບດ້ວຍໂຄງສ້າງແຫ່ງຊາດ ແລະ ໂຄງສ້າງສອງຝ່າຍທີ່ໄດ້ກຳນົດໄວ້ໃນເນື້ອໃນ ແລະ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ບັນດາໂຄງສ້າງອື່ນໆທີ່ຈຳເປັນໃນການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ໂຄງສ້າງເຫຼົ່ານີ້ສ່ວນຫຼາຍແລ້ວຈະປະກອບດ້ວຍອົງການຈັດຕັ້ງຂອງບັນດາພາກສ່ວນກ່ຽວຂ້ອງແຫ່ງຊາດ, ໜ່ວຍງານການຈັດຕັ້ງປະຕິບັດ ແລະ ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດ.
ອ່ານເພີ່ມເຕີມກ່ຽວກັບບັນດາໂຄງສ້າງເຫຼົ່ານີ້ໃນພາກສ່ວນເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບ ບັນດາໂຄງສ້າງຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).
ການພັດທະນາລະບົບ. ບັນດາປະເທດທີ່ເປັນຄູ່ຮ່ວມສັນຍາຈະຕ້ອງໄດ້ປັບປຸງບັນດາລະບົບທີ່ມີຢູ່ແລ້ວ ແລະ ອາດຈະຕ້ອງໄດ້ພັດທະນາລະບົບໃໝ່ໆ ຖ້າອົງປະກອບທັງໝົດຂອງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ຕາມທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ຍັງບໍ່ສາມາດໃຊ້ງານໄດ້. ທຸກປະເທດທີ່ສົ່ງອອກໄມ້ທີ່ໄດ້ເຊັນຮັບຮອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນປະຈຸບັນຈະຕ້ອງໄດ້ເຮັດວຽກກ່ຽວກັບບັນດາລະບົບທີ່ມີຢູ່ແລ້ວ ກ່ອນທີ່ຈະກ້າວໄປສູ່ການອອກໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້. Aທີ່ເປັນສ່ວນໜຶ່ງຂອງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້, ປະເທດທີ່ເປັນຄູ່ຮ່ວມສັນຍາ, ໂດຍຜ່ານການປຶກສາຫາລືກັບສະຫະພາບເອີຣົບ ແລະ ຈະຕ້ອງໄດ້ແຕ່ງຕັ້ງຜູ້ກວດສອບອິດສະຫຼະ, ເຊິ່ງມີຟອມກອບໜ້າວຽກຕິດຄັດມາກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) (ເບິ່ງຂໍ້ ການກວດສອບອິດສະຫຼະ). ສຳລັບວຽກງານອື່ນໆໃນການເຮັດໃຫ້ລະບົບການຮັບປະກັນຄວາມຖືກຕ້ອງທາງ ດ້ານກົດໝາຍຂອງໄມ້ສາມາດນຳໃຊ້ໄດ້ລວມມີ:
- ການພັດທະນາບັນດາຂັ້ນຕອນ ແລະ ການຍົກລະດັບລະບົບເພື່ອຮັບປະກັນໄມ້ທີ່ຖືກກົດໝາຍ
- ເສີມສ້າງການຕິດຕາມແຫຼ່ງທີ່ມາ ຕາມຕ່ອງໂສ້ການສະໜອງ
- ອະນຸມັດນິຕິກໍາທີ່ເອື້ອອໍານວຍ
- ເສີມສ້າງຂີດຄວາມສາມາດຂອງມະນຸດ, ຄວາມສາມາດດ້ານເຕັກນິກ ແລະ ສະຖາບັນການຈັດຕັ້ງ ທີ່ຈຳເປັນໃນການຈັດຕັ້ງປະຕິບັດບັນດາລະບົບຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ສ້າງກົນໄກການເປີດເຜີຍຂໍ້ມູນຕໍ່ມວນຊົນ ປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຈະສ້າງກົນໄກສຳລັບການແບ່ງປັນຂໍ້ມູນຕໍ່ມວນຊົນ, ຕາມທີ່ໄດ້ກຳນົດລາຍລະອຽດໄວ້ໃນ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບການເປີດເຜີຍຂໍ້ມູນຕໍ່ມວນຊົນ.
ການຮ່ວມປະເມີນຜົນລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ກ່ອນທີ່ປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຈະສຳເລັດການພັດທະນາລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ຂອງຕົນ ແລະ ສາມາດເລີ່ມຕົ້ນດຳເນີນການອອກໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ໄດ້ນັ້ນ, ທຸກຝ່າຍຈະຕ້ອງໄດ້ຮ່ວມກັນດຳເນີນການປະເມີນຜົນເພື່ອຮັບປະກັນວ່າລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ສອດຄ່ອງກັບເງື່ອນໄຂຕາມທີ່ໄດ້ຕົກລົງກັນໄວ້ໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).
ເພື່ອບັນລຸສິ່ງດັ່ງກ່າວ, ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດຈະແຕ່ງຕັ້ງຊ່ຽວຊານອິດສະຫຼະ ທີ່ດຳເນີນການປະເມີນລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ຕໍ່ກັບຂໍ້ກຳນົດຕາມທີ່ໄດ້ລະບຸໄວ້ໃນເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ເຊິ່ງການປະເມີນຜົນດັ່ງກ່າວສ່ວນໃຫຍ່ແລ້ວບໍ່ແມ່ນການດຳເນີນການທີ່ເກີດຂຶ້ນພຽງຄັ້ງດຽວ. ໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ປະຈຸບັນ, ຈະມີການດຳເນີນການປະເມີນຜົນໃນຫຼາຍໆຂັ້ນເພື່ອກຳນົດການດຳເນີນການທີ່ຈຳເປັນກ່ອນຈະສາມາດເລີ່ມຕົ້ນການອອກໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ໄດ້ ແລະ ເພື່ອເຮັດໃຫ້ຮູບແບບສຸດທ້າຍຂອງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ມີຄວາມສົມບູນຂຶ້ນ.
ຜູ້ປະເມີນຈະລາຍງານຫາຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດ, ເຊິ່ງເປັນຜູ້ຕັດສິນໃຈວ່າລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ເຮັດວຽກໄດ້ຕາມທີ່ຄາດການໄວ້ ຫຼື ບໍ່. ຖ້າລະບົບດັ່ງກ່າວເຮັດວຽກໄດ້ຕາມທີ່ຄາດໄວ້ ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດຈະອະນຸຍາດໃຫ້ສາມາດດຳເນີນການອອກໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ໄດ້.
ການຕັດສິນໃຈໃນການເລີ່ມຕົ້ນອອກໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ແມ່ນມີຜົນທາງດ້ານກົດໝາຍຕໍ່ທັງສອງຝ່າຍ. ແຕ່ລະຝ່າຍຈະຕ້ອງປະຕິບັດຕາມຂັ້ນຕອນຂອງຕົນເອງເພື່ອຕົກລົງເຫັນດີຢ່າງເປັນທາງການຕໍ່ຄຳແນະນຳໃນການອະນຸຍາດເລີ່ມຕົ້ນການອອກໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ແລະ ນຳໃຊ້ບັນດາມາດຕະການທີ່ຈຳເປັນເພື່ອຈັດຕັ້ງປະຕິບັດແຜນງານການອອກໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້. ຂັ້ນຕອນນີ້ປະກອບດ້ວຍ:
- ການອອກໃບອະນຸຍາດຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້
- ການສ້າງຊ່ອງທາງໃນການຕິດຕໍ່ສື່ສານລະຫວ່າງສະຫະພາບເອີຣົບ ແລະ ອົງການຈັດຕັ້ງຂອງປະເທດທີ່ເປັນຄູ່ຮ່ວມສັນຍາ
- ດັດແກ້ກົດລະບຽບການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້, ເຊິ່ງໃຫ້ສິດອຳນາດແກ່ສະຫະພາບເອີຣົບໃນການກວດສອບໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ທີ່ຈະເຂົ້າສູ່ຕະຫຼາດຂອງສະຫະພາບເອີຣົບ
ມາຮອດປະຈຸບັນ, ມີພຽງແຕ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຂອງປະເທດການ້າ ແລະ ອິນໂດເນເຊຍເທົ່ານັ້ນທີ່ບັນລຸຂັ້ນຕອນການຮ່ວມປະເມີນລະບົບການຮັບປະກັນຄວາມຖືກຕ້ອງທາງ ດ້ານກົດໝາຍຂອງໄມ້ຮ່ວມກັນ. ໃນກໍລະນີຂອງປະເທດອິນໂດເນເຊຍ, ສິ່ງທີ່ຄົ້ນພົບ ແລະ ຄຳແນະນຳໃນການປະເມີນຜົນຮ່ວມກັນໄດ້ນຳພາໃຫ້ສະຫະພາບເອີຣົບ ແລະ ປະເທດອິນໂດເນເຊຍພັດທະນາ ແລະ ປັບປຸງແຜນງານໃນການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທີ່ຈະນຳພາໄປສູ່ການອອກໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້. ເຊິ່ງແຜນງານດັ່ງກ່າວໄດ້ຮັບການເປີດເຜີຍສູ່ມວນຊົນ (ເບິ່ງລິ້ງຂ້າງລຸ່ມນີ້).
ການສົ່ງອອກໄມ້ທີ່ໄດ້ຮັບໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ແລະ ການຄວບຄູມເຂດຊາຍແດນຂອງສະຫະພາບເອີຣົບ. ເມື່ອທຸກຝ່າຍມີຄວາມເພິ່ງພໍໃຈທີ່ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ເຮັດວຽກໄດ້ຕາມທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລ້ວ, ປະເທດທີ່ເປັນຄູ່ຮ່ວມສັນຍາສາມາດເລີ່ມຕົ້ນອອກໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ໃຫ້ແກ່ໄມ້ ແລະ ໄມ້ທ່ອນທີ່ຖືກກົດໝາຍຕາມຕາມປະເພດທີ່ກຳນົດໄວ້ໃນ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບຂອບເຂດຜະລິດຕະພັນໄມ້. ເຈົ້າໜ້າທີ່ພາສີອາກອນໃນບັນດາປະເທດສະມາຊິກຂອງສະຫະພາບເອີຣົບສາມາດກວດສອບຜະລິດຕະພັນໄມ້ທີ່ໄດ້ຮັບໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ຕາມດ່ານຊາຍແດນຂອງພວກເຂົາ ແລະ ອະນຸຍາດໃຫ້ຜະລິດຕະພັນດັ່ງກ່າວເຂົ້າສູ່ຕະຫຼາດຂອງສະຫະພາບເອີຣົບໄດ້.
ເບິ່ງພາກສ່ວນເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບ ການນຳເຂົ້າຜະລິດຕະພັນໄມ້ທີ່ໄດ້ຮັບໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້.
ການປະຕິຮູບທີ່ກວ້າງຂຶ້ນ.ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນປະຈຸບັນໄດ້ກຳນົດການປະຕິຮູບທີ່ກວ້າງຂຶ້ນສຳລັບບັນດາປະເທດທີ່ເປັນຄູ່ຮ່ວມສັນຍາໃນການຈັດຕັ້ງປະຕິບັດທີ່ເກີນຂອບເຂດການປະຕິຮູບທາງດ້ານການຄຸ້ມຄອງ ແລະ ການປະຕິຮູບກົດໝາຍ ທີ່ຈຳເປັນຕໍ່ການພັດທະນາລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້.
ເບິ່ງພາກສ່ວນເນື້ອໃນລະອຽດໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບ ການປະຕິຮູບທາງດ້ານກົດໝາຍທີ່ເປັນຜົນມາຈາກບັນດາຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ .
ການຕິດຕາມກວດກາຜົນກະທົບ. ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທຸກສະບັບຈະຜູກມັດທຸກຝ່າຍໃນການພັດທະນາຂອບເຂດວຽກງານການຕິດຕາມກວດກາຜົນກະທົບ. ດັ່ງນັ້ນ ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດຈຶ່ງຮັບປະກັນວ່າຂອບເຂດວຽກງານແມ່ນຢູ່ໃນພື້ນທີ່ໃນການຕິດຕາມກວດກາຜົນກະທົບທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມຂອງບັນດາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ແລະ ເພື່ອປະຕິບັດຂັ້ນຕອນທີ່ສົມເຫດສົມຜົນເພື່ອຫຼຸດຜ່ອນຜົນກະທົບດ້ານລົບ. ຂົງເຂດໃນການຕິດຕາມກວດກາອາດລວມມີຄວາມມີປະສິດມິພາບຂອງສະຖາບັນການຈັດຕັ້ງ, ກະແສການຄ້າ ແລະ ການຂັບເຄື່ອນຕະຫຼາດ, ການລັກລອບຕັດໄມ້ຢ່າງຜິດກົດໝາຍ, ສະພາບຂອງປ່າໄມ້, ຊີວິການເປັນຢູ່ ແລະ ຄວາມທຸກຍາກ ແລະ ການພັດທະນາເສດຖະກິດ.
ເບິ່ງພາກສ່ວນເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບ ການຕິດຕາມກວດກາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).
ການປູກຈິດສຳນຶກ. ທຸກຝ່າຍໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ບັນດາພາກສ່ວນກ່ຽວຂ້ອງອື່ນໆອາດຈະມີສ່ວນຮ່ວມໃນວຽກງານຕ່າງໆເພື່ອປູກຈິດສຳນຶກຕໍ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ເພີ່ມຈຳນວນໄມ້ທີ່ໄດ້ຮັບໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ໃຫ້ສາມາດພົບເຫັນໄດ້ໃນຕະຫຼາດ. ເຊິ່ງອາດລວມມີວຽກງານຕ່າງໆຕາມທີ່ໄດ້ກຳນົດໄວ້ໃນຍຸດທະສາດການຕິດຕໍ່ສື່ສານ.
ເບິ່ງພາກສ່ວນເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບ ການຕິດຕໍ່ສື່ສານໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).
ບັນດາສິ່ງທ້າທາຍໃນການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ຫຼັງຈາກ ສິ້ນສຸດໄລຍະການເຈລະຈາແຫ່ງຊາດ ແລະ ການເຈລະຈາສອງຝ່າຍ, ໃນໄລຍະການຈັດຕັ້ງປະຕິບັດແມ່ນຈະມີການປ່ຽນແປງການດຳເນີນການເປັນຂັ້ນຕອນແຫ່ງຊາດໃນການໃຫ້ສັດຕະຍາບັນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຂອງທັງສອງຝ່າຍ ແລະ ການຈັດຕັ້ງປະຕິບັດບັນດາລະບົບ ແລະ ການປະຕິຮູບທີ່ຈຳເປັນ. ເຊິ່ງການປ່ຽນແປງດັ່ງກ່າວອາດມີບັນດາພາກສ່ວນກ່ຽວຂ້ອງຕ່າງໆເຂົ້າຮ່ວມ.
ມັນກາຍເປັນເລື່ອງທີ່ສຳຄັນສຳລັບລັດຖະບານຂອງປະເທດທີ່ເປັນຄູ່ຮ່ວມສັນຍາ ໃນການຮັກສາຊັບພະຍາກອນສຳລັບການຈັດຕັ້ງປະຕິບັດ ແລະ ຮັກສາການມີສ່ວນຮ່ວມຂອງບັນດາພາກສ່ວນກ່ຽວຂ້ອງ. ສິ່ງທີ່ສຳຄັນແມ່ນການກ້າວໄປສູ່ການຈັດຕັ້ງປະຕິບັດອາດຮຽກຮ້ອງໃຫ້ມີການປ່ຽນແປງທີ່ສຳຄັນຕໍ່ກັບພາກປະຕິບັດໂດຍທົ່ວໄປ. ລັດຖະບານອາດພົບກັບສິ່ງທ້າທ້າຍໃນການສ້າງຄວາມດຸ່ນດ່ຽງ ເພື່ອດຳເນີນການຈັດຕັ້ງປະຕິບັດດ້ານເຕັກນິກ ແລະ ການຄຸ້ມຄອງຂໍ້ຕົກລົງ
ປະສົບປະການກ່ຽວກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນປະຈຸບັນ ໄດ້ຊີ່ໃຫ້ເຫັນວ່າແຮງຜັກດັນໄດ້ຫຼຸດລົງໃນໄລຍະການປ່ຽນແປງຈາກການເຈລະຈາໄປສູ່ການຈັດຕັ້ງປະຕິບັດ. ແຮງຜັກດັນຈະຍັງຄົງຢູ່ ຖ້າສະຫະພາບເອີຣົບ ແລະ ປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສ້າງໂຄງສ້າງແບບຊົ່ວຄາວ, ເປັນຕົ້ນແມ່ນ ‘ຄະນະກໍາມະການຮ່ວມກ່ອນການຈັດຕັ້ງປະຕິບັດ’ ຫຼື ‘ຄະນະກຳມະການຮ່ວມການກະກຽມ’ ເພື່ອດຳເນີນການໃນລະຫວ່າງໄລຍະການສິ້ນສຸດການເຈລະຈາ ແລະ ການໃຫ້ສັດຕະຍາບັນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ເຊິ່ງຄະນະກຳມະການດັ່ງກ່າວຈະຊ່ວຍຜູ້ແທນໃນປະເທດຂອງສະຫະພາບເອີຣົບ ຕາມທີ່ໄດ້ດຳເນີນການໃນທົ່ວສະຫະພາບເອີຣົບ ເຊິ່ງສະຫະພາບເອີຣົບເປັນຜູ້ນຳໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຫຼັງຈາກສິ້ນສຸດການເຈລະຈາ ແລະ ທຸກຝ່າຍໄດ້ລົງລາຍເຊັນຮັບຮອງຂໍ້ຕົກລົງດັ່ງກ່າວ.
ບັນດາສິ່ງທ້າທາຍໃໝ່ໆອາດຈະເກີດຂຶ້ນ ເມື່ອຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ້າວຈາກໄລຍະການເຈລະຈາໄປສູ່ ໄລຍະການຈັດຕັ້ງປະຕິບັດ. ຕົວຢ່າງ ພາກສ່ວນກ່ຽວຂ້ອງຈາກພາກເອກະຊົນສ່ວນໃຫຍ່ແມ່ນຈະຮັບຮູ້ສິ່ງທ້າທາຍໃນການປະຕິບັດຕາມນິຍາມຄວາມຖືກຕ້ອງທາງກົດໝາຍໃນໄລຍະການຈັດຕັ້ງປະຕິບັດເທົ່ານັ້ນ. ໃນກໍລະນີຂອງປະເທດອິນໂດເນເຊຍ, ໃນໄລຍະການຈັດຕັ້ງປະຕິບັດ ໄດ້ມີການກຳນົດເງື່ອນໄຂພິເສດໃຫ້ແກ່ຂະແໜງເຟິນີເຈີ ແລະ ຕ້ອງໃຊ້ເວລາຫຼາຍຂຶ້ນໃນການດັດແປງໃຫ້ເຂົ້າກັບເງື່ອນໄຂຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).
ບັນຫາທີ່ເກີດຂຶ້ນ ຫຼື ການປ່ຽນແປງຕາມແນວໂນ້ມໃນຂະແໜງປ່າໄມ້ນັບຕັ້ງແຕ່ການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເລີ່ມຕົ້ນຂຶ້ນ ອາດສົ່ງຜົນກະທົບຕໍ່ການຈັດຕັ້ງປະຕິບັດໄດ້. ຕົວຢ່າງໃນປະເທດການ້າ, ເຊິ່ງບໍ່ໄດ້ນຳເຂົ້າໄມ້ເມື່ອການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເລີ່ມຕົ້ນຂຶ້ນ ແຕ່ໃນປະຈຸບັນປະເທດດັ່ງກ່າວໄດ້ດຳເນີນການນຳເຂົ້າແລ້ວ, ໂດຍມີຜົນຕໍ່ກັບການຄວບຄຸມຕ່ອງໂສ້ການສະໜອງ ແລະ ໃນດ້ານອື່ນໆຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).
ໄພຄຸກຄາມປ່າໄມ້ທີ່ເກີດຂຶ້ນຈາກການຫັນປ່ຽນ ຫຼື ການຂຸດຄົ້ນເພື່ອການກະສິກຳ, ທີ່ນອກເໜືອຈາກການລັກລອບຕັດໄມ້ຢ່າງຜິດກົດໝາຍ, ອາດສ້າງສິ່ງທ້າທາຍໃໝ່ໆຂຶ້ນໄດ້. ສິ່ງທ້າທາຍອັນໜຶ່ງແມ່ນວິທີການໃນການຮັບມືກັບໄມ້ທີ່ໄດ້ຈາກການຫັນປ່ຽນປ່າໄມ້ ໃນຂອບເຂດວຽກງານຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).
ຂໍ້ມູນເພີ່ມເຕີມ
ພາກສ່ວນທີ່ກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ຂັ້ນຕ່າງໆຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ໄລຍະກ່ອນການເຈລະຈາຂັ້ນຕອນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ໄລຍະການເຈລະຈາຂັ້ນຕອນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພີ່ມຄວາມຈະແຈ້ງໂປ່ງໃສຂອງສະຖາບັນ
ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດ
ໂຄງສ້າງການຈັດຕັ້ງປະຕິບັດແຫ່ງຊາດ
ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສົ່ງເສີມການຄຸ້ມຄອງປ່າໄມ້ທີ່ດີ
ການເຊື່ອມຕໍ່ໄປສູ່ໜ້າເວັບພາຍນອກ
ແຜນງານລະຫວ່າງປະເທດອິນໂດເນເຊຍ ແລະ ສະຫະພາບເອີຣົບກ່ຽວກັບຄວາມກ້າວໜ້າໃນການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). [ດາວໂຫຼດ PDF]
Falconer, J. 2013. ພາບລວມຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA): ໂອກາດ ແລະ ສິ່ງທ້າທາຍສຳລັບໂຄງການເພື່ອຄວາມກ້າວໜ້າຂອງການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້. ສະເໜີໂຄງການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ໃນກອງປະຊຸມປະສານງານ. ໃນວັນທີ 9 ຕຸລາ 2013, ນະຄອນບຣຸກແຊນ. [ດາວໂຫຼດ PowerPoint presentation]
Centre pour l'Environnement et le Développement. 2013. ສິ່ງທ້າທາຍໃນການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນປະເທດແຄມມາຣູນ. ນະໂຍບາຍໂດຍຫຍໍ້. ເມສາ 2013. [ດາວໂຫຼດ PDF]