ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບການກວດສອບອິດສະຫຼະ
ການກວດສອບອິດສະຫຼະ ແມ່ນພາກບັງຄັບຂອງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທຸກສະບັບ. ການກວດສອບອິດສະຫຼະຈະສ້າງຄວາມໜ້າເຊື່ອຖືໃຫ້ແກ່ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ຂອງບັນດາປະເທດທີ່ເປັນຄູ່ຮ່ວມສັນຍາ ແລະ ຂອງຂໍ້ຕົກລົງດັ່ງກ່າວ.
ການກວດສອບອິດສະຫຼະຈະສະໜອງຫຼັກຖານທີ່ລະບຸວ່າລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ແມ່ນປະຕິບັດງານຢ່າງໄດ້ຜົນດີ. ບົດບາດຂອງຜູ້ກວດສອບບໍ່ແມ່ນການຄົ້ນຫາຫຼັກຖານການກະທຳທີ່ຜິດກົດໝາຍ, ແຕ່ແມ່ນການປະເມີນວ່າລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ແມ່ນປະຕິບັດງານໄດ້ຢ່າງຖືກຕ້ອງ. ຫຼັກຖານທີ່ໄດ້ຈາກການກວດສອບຈະເຮັດໃຫ້ລັດຖະບານຂອງບັນດາປະເທດທີ່ເປັນຄູ່ຮ່ວມສັນຍາມີຄວາມໝັ້ນໃຈວ່າລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ເປັນເຄື່ອງມືໃນການຄຸ້ມຄອງປ່າໄມ້ທີ່ມີປະສິດທິພາບ.
ຈຸດປະສົງຂອງເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບການກວດສອບອິດສະຫຼະແມ່ນເພື່ອກຳນົດຂອບເຂດ ແລະ ຫຼັກການຕ່າງໆໃນການກວດສອບອິດສະຫຼະ, ແລະ ເພື່ອກຳນົດສິ່ງເຫຼົ່ານີ້ເຂົ້າໃສ່ໃນໜ້າວຽກຂອງການສຶກສາສຳລັບຜູ້ກວດສອບ, ເຊິ່ງຈະກຳນົດດັ່ງຕໍ່ໄປນີ້:
- ຄຸນສົມບັດທີ່ຕ້ອງການ
- ມີຄວາມເປັນເອກະລາດຈາກບັນດາຜົນປະໂຫຍດທີ່ກ່ຽວຂ້ອງກັບຂະແໜງປ່າໄມ້
- ມີຄວາມສຳພັນກັບບັນດາພາກສ່ວນກ່ຽວຂ້ອງ
- ວຽກງານ, ວິທີການ ແລະ ແຫຼ່ງຂໍ້ມູນ
- ບັນດາຫຼັກການ, ວິທີການ ແລະ ກຳນົດການລາຍງານ
ເອກະສານຊ້ອນທ້າຍແຕ່ລະສະບັບທີ່ກ່ຽວກັບການກວດສອບອິດສະຫຼະ ຍັງໄດ້ອະທິບາຍວິທີການທີ່ປະເທດທີ່ເປັນຄູ່ຮ່ວມສັນຍາຈະນຳໃຊ້ໃນການວ່າຈ້າງ ແລະ ສະໜັບສະໜູນຜູ້ກວດສອບ, ໂດຍຜ່ານການປຶກສາຫາລືກັບສະຫະພາບເອີຣົບ, ແລະ ວິທີການທີ່ບັນດາຄູ່ສັນຍາຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຕອບຮັບບົດລາຍງານຂອງຜູ້ກວດສອບ.
ການກວດສອບອິດສະຫຼະແມ່ນພາກສ່ວນໜຶ່ງຂອງ ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດ ໝາຍຂອງໄມ້ຂອງປະເທດ ແລະ ຈະຕ້ອງມີການນຳໃຊ້ລະບົບດັ່ງກ່າວກ່ອນທີ່ຈະສາມາດອອກໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ໄດ້ . ເຖິງຢ່າງໃດກໍຕາມ, ການກຳນົດຄວາມຖີ່ໃນການກວດສອບ, ບົດບາດໃນການກວດສອບ ແລະ ລັກສະນະຂອງບົດລາຍງານຈະມີຄວາມແຕກຕ່າງກັນໃນແຕ່ລະປະເທດ, ຕາມທີ່ໄດ້ສະແດງໃຫ້ເຫັນໃນຕາຕະລາງທີ 3.