Print Friendly and PDF


ເອ​ກະ​ສານ​ຊ້ອນ​ທ້າຍ​ຂອງ​ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວ​ກັບການຕິດຕາມກວດກາຕະຫຼາດແບບເອກະລາດ

ມາດຕາທີ່ກ່ຽວຂ້ອງກັບ ‘ທ່າແຮງຂອງຕະຫຼາດ’ ໃນພາກເນື້ອໃນຫຼັກ ໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບ ສະໝັກໃຈ (VPA) ສ່ວນໃຫຍ່ ໄດ້ກຳນົດເປົ້າໝາຍໃນການສົ່ງເສີມ ໄມ້ທີ່ໄດ້ຮັບບໃບອະນຸຍາດ FLEGT ໃນຕະຫຼາດຂອງສະຫະພາບເອີຣົບ. ໃນລະຫວ່າງການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ທຸກປະເທດທີ່ເປັນຄູ່ຮ່ວມສັນຍາຈະຕ້ອງໄດ້ເນັ້ນໜັກໃສ່ຄວາມສຳຄັນໃນການຍອມຮັບໃບອະນຸຍາດດັ່ງກ່າວໃນຕະຫຼາດ.  ການຮັບປະກັນວ່າບັນດາໃບອະນຸຍາດດັ່ງກ່າວແມ່ນສາມາດນຳໃຊ້ໄດ້ ແລະ ເປັນທີ່ຍອມຮັບໃນຕະຫຼາດແມ່ນເປັນສິ່ງທີ່ສຳຄັນສຳລັບບັນດາປະເທດທີ່ສົ່ງອອກ ເຊິ່ງມັນຈະຊ່ວຍຮັບປະກັນ ແລະ ເພີ່ມມູນຄ່າໃຫ້ແກ່ການຄ້າໄມ້ຂອງພວກເຂົາ. ສະຫະພາບເອີຣົບຍັງຍອມຮັບອີກວ່າມັນເປັນສິ່ງທີ່ສຳຄັນໃນການເຂົ້າໃຈເຖິງວິທີການຕອບສະໜອງຕໍ່ກັບໄມ້ທີ່ໄດ້ຮັບໃບອະນຸຍາດ FLEGT ຂອງຕະຫຼາດໃນສະຫະພາບເອີຣົບ.

ເຖິງຢ່າງໃດກໍຕາມ, ເພື່ອປະເມີນປະສິດທິພາບຂອງໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ໃນການເພີ່ມມູນຄ່າໃຫ້ແກ່ການຄ້າໄມ້, ມັນຈຶ່ງເປັນສິ່ງທີ່ຈຳເປັນທີ່ຈະ ດຳເນີນການຕິດຕາມກວດກາຕະຫຼາດ ຈຸດປະສົງໃນການຕິດຕາມກວດກາຕະຫຼາດແບບເອກະລາດແມ່ນເພື່ອປະເມີນຜົນກະທົບຂອງການຄ້າໄມ້ທີ່ໄດ້ຮັບໃບອະນຸຍາດ FLEGT.

ຄວາມກັງວົນດັ່ງກ່າວໃນກໍລະນີຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຂອງປະເທດອິນໂດເນເຊຍ ແມ່ນໄດ້ກຳນົດເຂົ້າໃນເອກະສານຊ້ອນທ້າຍກ່ຽວກັບການຕິດຕາມກວດກາຕະຫຼາດແບບເອກະລາດ ໃນສ່ວນຂອງຄະນະກຳມະທິການເອີຣົບກໍໄດ້ແຕ່ງຕັ້ງຜູ້ຕິດຕາມກວດກາຕະຫຼາດແບບເອກະລາດເພື່ອຕິດຕາມກວດກາຕະຫຼາດຂອງທຸກປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).

ຄະນະກຳມະທິການເອີຣົບໄດ້ລົງນາມຮັບຮອງເອົາສັນຍາ 5 ປີໃຫ້ແກ່ອົງການປ່າໄມ້ເຂດຮ້ອນສາກົນ ໃນການດຳເນີນການຕິດຕາມກວດກາຕະຫຼາດແບບເອກະລາດ, ເຊິ່ງເລີ່ມຕົ້ນໃນປີ 2014 ການຕິດຕາມກວດກາຈະຊ່ວຍວິເຄາະວິທີທີ່ການອອກໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ມີຜົນກະທົບຕໍ່ກັບແນວໂນ້ມທາງດ້ານການຄ້າ, ການພັດທະນາຕະຫຼາດ ແລະ ລາຄາໄມ້ ຂໍ້ມູນທີ່ໄດ້ຈາກການຕິດຕາມກວດກາຈະຊ່ວຍໃນການພັດທະນາ ແລະ ຊ່ວຍສ້າງນະໂຍບາຍໃນການຍົກລະດັບການຈັດຕັ້ງປະຕິບັດ ແລະ ປະສິດທິພາບຂອງແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ຂອງສະຫະພາບເອີຣົບ

ຂໍ້ມູນເພີ່ມເຕີມ

ການເຊື່ອມຕໍ່ໄປສູ່ໜ້າເວັບພາຍນອກ

ເວັບໄຊການຕິດຕາມກວດກາຕະຫຼາດແບບເອກະລາດໃນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ຂອງອົງການປ່າໄມ້ເຂດຮ້ອນສາກົນ http://www.itto.int/imm/