ຂັ້ນຕອນການລິເລີ່ມ, ການເຊັນຮັບຮອງ ແລະ ການໃຫ້ສັດຕະຍາບັນຂໍ້ຕົກລົງການເຂົ້າເປັນຄູ່ ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຈະມີຜົນບັງຄັບໃຊ້ ແລະ ເປັນຂໍ້ຕົກລົງທີ່ມີຂໍ້ຜູກມັດທາງກົດໝາຍຫຼັງຈາກທີ່ສະຖາບັນນິຕິບັນຍັດຂອງທັງສອງຝ່າຍໄດ້ໃຫ້ສັດຕະຍາບັນຂໍ້ຕົກລົງດັ່ງກ່າວຕາມຂັ້ນຕອນປົກກະຕິໃນການໃຫ້ສັດຕະຍາບັນສົນທິສັນຍາສາກົນ. ຂັ້ນຕອນດັ່ງກ່າວອາດໃຊ້ເວລາຫຼາຍເດືອນ ຫຼື ຫຼາຍປີ ແລະ ປະກອບດ້ວຍສາມຂັ້ນຕອນຫຼັກຄື: ຂັ້ນຕອນການລິເລີ່ມ, ການເຊັນຮັບຮອງ ແລະ ການໃຫ້ສັດຕະຍາບັນ.
- ຂັ້ນຕອນການລິເລີ່ມ. ຄະນະກຳມະທິການເອີຣົບ ແລະ ລັດຖະບານທີເປັນຄວາມຮ່ວມສັນຍາຈະລິເລີ່ມຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໂດຍການກຳນົດຈຸດສິ້ນສຸດຂອງການເຈລະຈາ. ພາຍໃຕ້ກົດໝາຍສາກົນ, ຂັ້ນຕອນການລິເລີ່ມຢັ້ງຢືນວ່າທັງສອງຝ່າຍຕົກລົງເຫັນດີກ່ຽວກັບການນຳໃຊ້ຄຳສັບທີ່ນຳໃຊ້ໃນເອກະສານດັ່ງກ່າວໃນຕອນຕົ້ນ. ຂັ້ນຕອນການລິເລີ່ມບໍ່ໄດ້ໝາຍຄວາມວ່າເປັນການຍິນຍອມໃຫ້ດຳເນີນຂັ້ນຕອນຕໍ່ໄປໃນການເຊັນຮັບຮອງ ຫຼື ການໃຫ້ສັດຕະຍາບັນ.
- ຂັ້ນຕອນການເຊັນຮັບຮອງ. ໃນໄລຍະເວລາລະຫວ່າງທີ່ທຸກຝ່າຍດຳເນີນຂັ້ນຕອນການລິເລີ່ມ ແລະ ການເຊັນຮັບຮອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ແຕ່ລະຝ່າຍຈະຕ້ອງຢືນຢັນດຳເນີນຂໍ້ຕົກລົງດັ່ງກ່າວ ໂດຍຜ່ານໂຄງສ້າງການຕັດສິນໃຈຂອງພວກເຂົາ. ໃນປະເທດທີ່ເປັນຄູ່ຮ່ວມສັນຍາ, ການຕັດສິນໃຈດັ່ງກ່າວອາດປະກອບດ້ວຍການລົງຄະແນນສຽງໃນສະພາ ແລະ/ຫຼື ການອະນຸມັດຈາກປະທານປະເທດ ຫຼື ນາຍຍົກລັດຖະມົນຕີ. ເມື່ອທັງສອງຝ່າຍເຊັນຮັບຮອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລ້ວ ພວກເຂົາຈະສະແດງເຈດຈຳນົງຂອງພວກເຂົາຢ່າງເປັນທາງການໃນການເປັນຄູ່ຮ່ວມສັນຍາ ຖ້າຂໍ້ຕົກລົງດັ່ງກ່າວໄດ້ຮັບການໃຫ້ສັດຕະຍາບັນ. ອີງຕາມກົດໝາຍສາກົນ, ຜູ້ທີ່ເຊັນຮັບຮອງມີພັນທະໃນການ ‘ປະຕິບັດໃຫ້ບັນລຸເປົ້າໝາຍ ແລະ ຈຸດປະສົງຂອງຂໍ້ຕົກລົງດັ່ງກ່າວ'.
- ຂັ້ນຕອນການໃຫ້ສັດຕະຍາບັນ ຫຼື ‘ຂັ້ນຕອນສະຫຼຸບ’. ບັນດາພັນທະໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຈະຜູກມັດທຸກຝ່າຍເມື່ອແຕ່ລະຝ່າຍໄດ້ໃຫ້ສັດຕະຍາບັນຂໍ້ຕົກລົງດັ່ງກ່າວ ແລະ ຫຼັງຈາກທີ່ຜ່ານຂອບເຂດເວລາທີ່ຈະເຮັດໃຫ້ມີຜົນບັງຄັບໃຊ້ຖ້າຫາກໄດ້ກຳນົດໄວ້ໃນຂໍ້ຕົກລົງດັ່ງກ່າວ. ແຕ່ລະຝ່າຍຈະຕ້ອງປະຕິບັດຕາມຂັ້ນຕອນມາດຕະຖານຂອງຕົນໃນການໃຫ້ສັດຕະຍາບັນສົນທິສັນຍາສາກົນ. ເຊິ່ງຂັ້ນຕອນດັ່ງກ່າວອາດຈະປະກອບດ້ວຍການພິຈາລະນາຢ່າງລະອຽດຖີ່ຖ້ວນຈາກສະພາ. ໃນສະຫະພາບເອີຣົບ, ເປັນຕົ້ນແມ່ນການໃຫ້ສັດຕະຍາບັນທີ່ປະກອບດ້ວຍຂັ້ນຕອນທີ່ພົວພັນກັບບັນດາປະເທດສະມາຊິກຂອງສະຫະພາບເອີຣົບ, ສະພາຂອງບັນດາປະເທດດັ່ງກ່າວ ແລະ ສະພາເອີຣົບ. ຫຼັງຈາກທີ່ສຳເລັດຂັ້ນຕອນດັ່ງກ່າວແລ້ວ, ສະພາສະຫະພາບເອີຣົບຈະຮັບຮອງເອົາຂໍ້ຕົກລົງໃນການສຳເລັດຂັ້ນຕອນການໃຫ້ສັດຕະຍາບັນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).
ຫຼັງຈາກສຳເລັດຂັ້ນຕອນການໃຫ້ສັດຕະຍາບັນແລ້ວ, ທັງສອງຝ່າຍຈະແຈ້ງໃຫ້ແຕ່ລະຝ່າຍຊາບວ່າພວກເຂົາໄດ້ສຳເລັດຂັ້ນຕອນການໃຫ້ສັດຕະຍາບັນເປັນທີ່ຮຽບຮ້ອຍແລ້ວ. ເຊິ່ງສົ່ງຜົນໃຫ້ໂຄງສ້າງຢ່າງເປັນທາງການ ແລະ ພັນທະຕ່າງໆຂອງຂໍ້ຕົກລົງດັ່ງກ່າວມີຜົນບັງຄັບໃຊ້ເປັນຕົ້ນໄປ. ໃນສະຫະພາບເອີຣົບ, ແຈ້ງການດັ່ງກ່າວແມ່ນຈະຖືກຕີພິມລົງໃນໜັງສືພິມທາງການຂອງສະຫະພາບເອີຣົບ. ເຊິ່ງໃນຂັ້ນຕອນດັ່ງກ່າວ, ຄະນະກຳມະທິການເອີຣົບ ແລະ ປະເທດຄູ່ຮ່ວມສັນຍາຈະດຳເນີນການປະກາດຢ່າງເປັນທາງການ ແລະ ເຮັດໃຫ້ ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສາມາດປະຕິບັດວຽກງານໄດ້.
ເຖິງແມ່ນວ່າການໃຫ້ສັດຕະຍາບັນໝາຍເຖິງການລິເລີ່ມຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຢ່າງເປັນທາງການ, ແຕ່ໃນຂັ້ນຕອນສ່ວນໃຫຍ່ຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນປະຈຸບັນ ວຽກງານການຈັດຕັ້ງປະຕິບັດບາງອັນເລີ່ມຕົ້ນກ່ອນທີ່ຂັ້ນຕອນການໃຫ້ສັດຕະຍາບັນຈະສຳເລັດ. ໃນບາງປະເທດ, ທຸກຝ່າຍໄດ້ສ້າງຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດຊົ່ວຄາວ (JIC) ຫຼື ຄະນະກໍາມະການຮ່ວມກ່ອນການຈັດຕັ້ງປະຕິບັດຂຶ້ນເພື່ອຮັກສາແຮງຜັກດັນລະຫວ່າງຂັ້ນຕອນການລິເລີ່ມ ແລະ ການໃຫ້ສັດຕະຍາບັນ.
ໃນດ້ານກົດໝາຍ, ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຈະມີຜົນບັງຄັບໃຊ້ຫຼັງຈາກທີ່ທຸກຝ່າຍໄດ້ແຈ້ງຕໍ່ກັນວ່າພວກເຂົາໄດ້ສຳເລັດຂະບວນການທີ່ກ່ຽວຂ້ອງໃນການໃຫ້ສັດຕະຍາບັນແລ້ວ. ເຖິງຢ່າງໃດກໍ່ຕາມການມີຜົນບັງຄັບໃຊ້ຂອງຂໍ້ຕົກລົງດັ່ງກ່າວບໍ່ໄດ້ໝາຍຄວາມວ່າຈະສາມາດດຳເນີນ ການອອກໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ໄດ້. ໃນທາງປະຕິບັດ, ຍັງມີວຽກງານການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ອີກຫຼາຍອັນກ່ອນຈະສາມາດອອກໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ຫຼັງຈາກທີ່ຂໍ້ຕົກລົງດັ່ງກ່າວມີຜົນບັງຄັບໃຊ້ແລ້ວ.
ຂໍ້ມູນເພີ່ມເຕີມ
ພາກສ່ວນທີ່ກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ໄລຍະເວລາຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ໄລຍະກ່ອນການເຈລະຈາຂັ້ນຕອນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ໄລຍະການເຈລະຈາຂັ້ນຕອນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ໄລຍະການຈັດຕັ້ງປະຕິບັດຂັ້ນຕອນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)