ການປະຕິຮູບນິຕິກຳທີ່ເປັນຜົນມາຈາກຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທຸກສະບັບທີ່ໄດ້ຮັບການຕົກລົງເຫັນດີມາຮອດປະຈຸບັນ ແມ່ນເກີດຈາກຂັ້ນຕອນຂອງບັນດາພາກສ່ວນກ່ຽວຂ້ອງທີ່ໄດ້ກຳນົດຂໍ້ບົກຜ່ອງຂອງບັນດາຂອບເຂດວຽກງານກົດໝາຍທີ່ມີ ຢູ່ແລ້ວ ຂໍ່ບົກຜ່ອງດັ່ງກ່າວປະກອບດ້ວຍ
- ສິດຕໍ່ທີ່ດິນ ແລະ ປ່າໄມ້ທີ່ບໍ່ຈະແຈ້ງ
- ການຈັດຕັ້ງປະຕິບັດກົດໝາຍທີ່ມີຢູ່ນັ້ນຍັງບໍ່ສອດຄ່ອງກັນ ຫຼື ຍັງບໍ່ເຂັ້ມງວດເທົ່າທີ່ຄວນ
- ກົດໝາຍຕ່າງໆມີເນື້ອໃນທີ່ຂັດກັນ
- ມີຄວາມຮັບຜິດຊອບທາງດ້ານສະຖາບັນການຈັດຕັ້ງທີ່ທັບຊ້ອນກັນ
- ບໍ່ມີນິຕິກຳທີ່ບັງຄັບໃຫ້ຕ້ອງດຳເນີນການອອກໃບອະນຸຍາດ FLEGT
ໂດຍການເນັ້ນໜັກບັນດາຂໍ້ບົກຜ່ອງດັ່ງກ່າວໃນນິຕິກຳ, ຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບ ສະໝັກໃຈ (VPA) ຈະເຮັດໃຫ້ບັນດາພາກສ່ວນກ່ຽວຂ້ອງສາມາດກຳນົດວິທີການໃນການແກ້ໄຂຂໍ້ບົກຜ່ອງດັ່ງກ່າວໄດ້. ດັ່ງນັ້ນ, ປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ອາດດຳເນີນການ ປະຕິຮູບກົດໝາຍ ແລະ ຮັບຮອງເອົາກົດໝາຍໃໝ່ເພື່ອແກ້ໄຂບັນດາສິ່ງທ້າທ້າຍທີ່ໄດ້ລະບຸ ໃນໄລຍະຂັ້ນຕອນຂອງ ຂໍ້ຕົກລົງດັ່ງກ່າວ.
ບາງປະເທດໄດ້ກຳນົດຄວາມຮຽກຮ້ອງຕ້ອງການຂອງພວກເຂົາໃນການປະຕິຮູບກົດໝາຍເຂົ້າໃນ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບນິຍາມຄວາມຖືກຕ້ອງທາງກົດໝາຍໃນບັນດາປະເທດອື່ນໆແມ່ນກຳນົດເຂົ້າໃນກຳນົດການໃນການຈັດຕັ້ງປະຕິບັດເອກະສານຊ້ອນທ້າຍ ຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຫຼື ເອກະສານຊ້ອນທ້າຍກ່ຽວກັບມາດຕະການ
ມາຮອດປະຈຸບັນ, ຄວາມຕ້ອງການໃນການປະຕິຮູບກົດໝາຍໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ມີຄວາມແຕກຕ່າງກັນໃນດ້ານກຳນົດເວລາ ແລະ ເນື້ອໃນ. ການປະຕິຮູບແບບໄລຍະສັ້ນສ່ວນຫຼາຍແມ່ນແນໃສ່ດ້ານການຕິດຕາມແຫຼ່ງທີ່ມາ ແລະ ການກວດສອບຄວາມຖືກຕ້ອງຂອງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ທີ່ຈຳເປັນກ່ອນດຳເນີນການອອກໃບອະນຸຍາດ FLEGT. ການປະຕິຮູບທີ່ອາດຈະໃຊ້ເວລາດົນພໍສົມຄວນນັ້ນ ປະກອບດ້ວຍສິ່ງຕ່າງໆທີ່ກ່ຽວຂ້ອງກັບການຖືກຳມະສິດຕໍ່ປ່າໄມ້, ຕະຫຼາດພາຍໃນ, ສິດທິທາງດ້ານທຳນຽມປະເພນີ ການແບ່ງປັນຜົນປະໂຫຍດ ແລະ ການຄຸ້ມຄອງ..
ຕົວຢ່າງການປະຕິຮູບກົດໝາຍໃນເນື້ອໃນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ປະກອບດ້ວຍ:
- ປະເທດແຄມມາຣູນໄດ້ພັດທະນາ ແລະ ລົງນາມຮັບຮອງເອົາກົດໝາຍໃໝ່ເພື່ອແກ້ໄຂບັນຫາກ່ຽວກັບການກວດສອບຄວາມ ຖືກຕ້ອງທາງດ້ານກົດໝາຍ, ການອອກໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ແລະ ຄວາມບໍ່ສອດຄ່ອງກັນ. ການປະຕິຮູບກົດໝາຍປ່າໄມ້ສະບັບປີ 1994 ແມ່ນຍັງຢູ່ໃນຂັ້ນຕອນດຳເນີນການ.
- ໃນສາທາລະນະລັດອາຟຣິກາກາງ, ຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໄດ້ລະບຸບັນດານິຕິກຳທາງດ້ານສິ່ງແວດລ້ອມທີ່ຈະຕ້ອງສ້າງໃຫ້ສຳເລັດກ່ອນດຳເນີນການອອກໃບອະນຸຍາດ FLEGT ຂໍ້ຕົກລົງດັ່ງກ່າວໄດ້ລະບຸວ່າການປະຕິຮູບນິຕິກຳເພີ່ມເຕີມເພື່ອລວມເອົາຜູ້ຜະລິດທີ່ມີສີມື ແລະ ປ່າໄມ້ຊຸມຊົນເຂົ້າໃນຂໍ້ຕົກລົງດັ່ງກ່າວແມ່ນຈະດຳເນີນການໃນອະນາຄົດ.
- ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສຳລັບ ປະເທດການ້າໄດ້ໄຈ້ແຍກການປະຕິຮູບທີ່ຈະຕ້ອງ ດຳເນີນໃຫ້ສຳເລັດກ່ອນການອອກໃບອະນຸຍາດ FLEGT ຈາກການປະຕິຮູບທີ່ສາມາດດຳເນີນການໄດ້ພາຍຫຼັງ, ແຕ່ດ້ວຍກຳນົດເວລາທີ່ແນ່ນອນ ການປະຕິຮູບໃນພາຍຫຼັງແມ່ນກ່ຽວຂ້ອງກັບບັນຫາ ການຄຸ້ມຄອງ ແລະ ການແບ່ງປັນຜົນປະໂຫຍດ. ເນື່ອງຈາກຂໍ້ຕົກລົງດັ່ງກ່າວ, ລັດຖະບານ ແລະ ເວທີການປຶກສາຫາລືທີ່ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານເປັນຜູ້ຈັດຂຶ້ນ ເຊິ່ງໄດ້ປັບປຸງ ແລະ ຕົກລົງເຫັນດີກັນກ່ຽວກັບ ນະໂຍບາຍໃນການແກ້ໄຂການລັກລອບຕັດໄມ້ທີ່ຜິດກົດໝາຍໃນຕະຫຼາດພາຍໃນ.
- ໃນປະເທດອິນໂດເນເຊຍ,ການປະຕິຮູບກົດໝາຍມີຄວາມກ້າວໜ້າຄຽງຄູ່ໄປກັບຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຍ້ອນການປະຕິຮູບດັ່ງກ່າວ, ບັນດາເອກະສານຊ້ອນທ້າຍເປັນຕົ້ນແມ່ນນິຍາມຄວາມຖືກຕ້ອງທາງກົດໝາຍຂອງໄມ້ ແລະ ອື່ນໆຈະໄດ້ຮັບການດັດແກ້.
- ການປະຕິຮູບຂອງປະເທດໄລບີເລຍປະກອບດ້ວຍກົດລະບຽບສະບັບໃໝ່ໃນການແກ້ໄຂບັນຫາກ່ຽວກັບການເລື່ອຍໄມ້; ການຕັດໄມ້ດ້ວຍຈັກຕັດໄມ້; ໄມ້ທ່ອນທີ່ຖືກຖິ້ມຊະຊາຍ; ໄມ້ທີ່ນຳເຂົ້າ, ຂົນສົ່ງ ແລະ ຖືກຍຶດ ການເຂົ້າເຖິງ ແລະ ນຳໃຊ້ແຫຼ່ງຊັບພະຍາກອນຂອງບຸກຄົນທີສາມໃນເຂດສຳປະທານ.
- ໃນສາທາລະນະລັດຄອງໂກ, ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ອຳນວຍຄວາມສະດວກໃຫ້ແກ່ການປະຕິຮູບທີ່ປະກອບດ້ວຍການດັດແກ້ລະບຽບກົດໝາຍປ່າໄມ້ ແລະ ການຮັບຮອງເອົາກົດໝາຍວ່າດ້ວຍຄົນຊົນເຜົ່າ ໃນສ່ວນການປະຕິຮູບນິຕິກຳອື່ນໆແມ່ນກຳລັງດຳເນີນການ..
ການມີສ່ວນຮ່ວມຂອງຜູ້ມີສ່ວນກ່ຽວຂ້ອງທີ່ເກີດຂຶ້ນ ໃນຂະບວນການປະຕິຮູບກົດໝາຍແມ່ນ ສິ່ງທີ່ສຳຄັນ ແລະ ມີຜົນກະທົບຕໍ່ຂັ້ນຕອນການເຈລະຈາ. ຈາກປະສົບການທີ່ຜ່ານມາໄດ້ສະແດງໃຫ້ເຫັນວ່າການປະຕິຮູບທີ່ມີປະສິດທິພາບນັ້ນ, ໜ່ວຍງານລັດຖະບານຈະຕ້ອງໄດ້ເຜີຍແຜ່ຂໍ້ມູນກ່ຽວກັບບັນດາເອກະສານທາງດ້ານກົດໝາຍ ແລະ ຂັ້ນຕອນສຳລັບການປະຕິຮູບກົດໝາຍ, ແລະ ໃຫ້ເວລາທີ່ພຽງພໍແກ່ບັນດາພາກສ່ວນກ່ຽວຂ້ອງໃນການມີສ່ວນຮ່ວມ.
ຂໍ້ມູນເພີ່ມເຕີມ
ພາກສ່ວນທີ່ກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ຜົນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສົ່ງເສີມການຄຸ້ມຄອງປ່າໄມ້ທີ່ດີ
ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຍົກລະດັບຄວາມໂປ່ງໃສຂອງສະຖາບັນ
ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພີ່ມການມີສ່ວນຮ່ວມ
ການເຊື່ອມຕໍ່ໄປສູ່ໜ້າເວັບພາຍນອກ
Bollen, A. and Ozinga, S. 2013. ການປັບປຸງການຄຸ້ມຄອງປ່າໄມ້. ການປຽບທຽບລະຫວ່າງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ແລະ ຜົນກະທົບຂອງຂໍ້ຕົກລົງດັ່ງກ່າວ FERN. 50pp. [ດາວໂຫຼດ PDF]
Faure, N. and Lesniewska, F. 2012. ການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບສະໝັກໃຈ (VPA): ກຳນົດວິທີການສຳລັບການມີສ່ວນຮ່ວມຂອງອົງການຈັດຕັ້ງທາງສັງຄົມໃນການປະຕິຮູບກົດໝາຍທີ່ ກ່ຽວຂ້ອງກັບຂໍ້ຕົກລົງດັ່ງກ່າວ. ການປະຊຸມລະດັບພາກພື້ນຂອງປະເທດການ້າ ປະສົບການຈາກຂັ້ນຕອນ FLEGT/VPA ໃນບັນດາປະເທດທີ່ຕັ້ງຢູ່ທະວີບອາຟຣິກາກາງ ແລະ ຕາເວັນຕົກ. ClientEarth. [ດາວໂຫຼດ PDF]