Print Friendly and PDF


ເອກະສານຊ້ອນທ້າຍຂອງ​ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວ​ກັບຂໍ້​ກຳ​ນົດ​ໃນ​ການ​ປະ​ເມີນ​ຜົນລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍ

ມາຮອດປະຈຸບັນ, ຍັງບໍ່ມີລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ທີ່ມີຄວາມພ້ອມໃນການອອກໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ເມື່ອທຸກຝ່າຍລົງນາມໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເທື່ອ ບັນດາປະເທດທີ່ເປັນຄູ່ຮ່ວມສັນຍາຈະຕ້ອງໄດ້ປັບປຸງລະບົບທີ່ມີຢູ່ແລ້ວ, ຫຼື ພັດທະນາລະບົບໃໝ່ໆ, ໃນໄລຍະການຈັດຕັ້ງປະຕິບັດ, ເຊິ່ງໄລຍະດັ່ງກ່າວຈະເລີ່ມຕົ້ນຂຶ້ນຫຼັງຈາກທີ່ທຸກຝ່າຍໃຫ້ສັດຕະຍາບັນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).

ການອອກໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ສະຫະພາບເອີຣົບ ແລະ ປະເທດທີ່ເປັນຄູ່ຮ່ວມສັນຍາຈະຕ້ອງຮ່ວມກັນດຳເນີນການປະເມີນຜົນລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ແບບອິດສະຫຼະ ເພື່ອຮັບປະກັນວ່າສິ່ງທີ່ທຸກຝ່າຍໄດ້ກຳນົດໄວ້ໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນຈະໄດ້ຮັບການຮັບຮອງຢ່າງເປັນທາງການ.

ເອ​ກະ​ສານ​ຊ້ອນ​ທ້າຍ​ກ່ຽວ​ກັບມາດ​ຕະ​ຖານ​ການ​ປະ​ເມີນ​ຜົນລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍ ໃຫ້​ຂໍ້​ສົງ​ໄສ​ທີ່​ທຸກຝ່າຍ​​ຕົກ​ລົງ​ເຫັນ​ດີ​ໃຫ້​ມີ​ການ​ປະ​ເມີນ​ຜົນ​ແບບ​ອິດ​ສະຫຼະ ເຊິ່ງຈະຕ້ອງ​ໃຫ້​ຄຳ​ຕອບ ເພື່ອ​ເຮັດ​ໃຫ້​ທຸກຝ່າຍ​ສາ​ມາດ​ຕັດ​ສິນ​ໃຈໄດ້​ວ່າ​ລະ​ບົບ​ດັ່ງ​ກ່າວ​ມີ​ຄວາມ​ເຂັ້ມ​ແຂງ ແລະ ມີ​ຄວາມ​ພ້ອມ.

ຕົວ​ຢ່າງ, ຖ້າ​ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຮຽກ​ຮ້ອງ​ໃຫ້​ມີ​ນິ​ຕິ​ກຳ​ໃໝ່ໆ​ກ່ອນ​ທີ່​ຈະ​ດຳ​ເນີນ​ການ​ອອກ​ໃບ​ອະ​ນຸ​ຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ແລ້ວ, ເງື່ອນ​ໄຂ​ນີ້ມີ​ຄວາມ​ເປັນ​ໄປ​ໄດ້​ສູງ​ທີ່​ຈະ​ລວ​ມ​ເຂົ້າ​ໃນ​ມາດ​ຕະ​ຖານ​ການ​ປະ​ເມີນ​ຜົນ ​ເພື່ອ​ຮັບ​ປະ​ກັນ​ວ່າ​ສິ່ງ​ດັ່ງ​ກ່າວ​ຈະ​ເກີດ​ຂຶ້ນ.

ຂັ້ນຕອນຕ່າງໆໃນການເຈລະຈາເນື້ອໃນຂອງເອກະສານຊ້ອນທ້າຍກ່ຽວກັບມາດຕະຖານການປະເມີນຜົນລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ອາດເປັນໂອກາດໃຫ້ແກ່ບັນດາພາກສ່ວນກ່ຽວຂ້ອງໃນການຮັບປະກັນບັນດາກົນໄກທີ່ແນ່ນອນກ່ອນເລີ່ມດຳເນີນການອອກໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້, ແທນທີ່ຈະດຳເນີນໃນພາຍຫຼັງ. ບັນດາພາກສ່ວນກ່ຽວຂ້ອງອາດຈະຮຽກຮ້ອງໃຫ້ມີມາດຕະຖານກ່ຽວກັບກົນໄກການມີສ່ວນຮ່ວມ ແລະ ການປຶກສາຫາລື, ກົນໄກການຮ້ອງທຸກ ແລະ ບັນດາໂຄງສ້າງຕ່າງໆ ເພື່ອຮັບປະກັນຄວາມໂປ່ງໃສ, ເປັນຕົ້ນ.

ຂໍ້ມູນເພີ່ມເຕີມ

ພາກສ່ວນທີ່ກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ເນື້ອໃນ ແລະ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້