Print Friendly and PDF


ເອ​ກະ​ສານ​ຊ້ອນ​ທ້າຍ​ຂອງ​ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວ​ກັບລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍ

ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ປະກອບເປັນພາກສ່ວນສຳຄັນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ເອກະສານຊ້ອນທ້າຍກ່ຽວກັບລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍໄດ້ກຳນົດວິທີການໃນພາກປະຕິບັດຕົວຈິງທີ່ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງດັ່ງກ່າວ ຈະແຍກຄວາມແຕກຕ່າງລະຫວ່າງໄມ້ ແລະ ໄມ້ທ່ອນທີ່ຖືກກົດໝາຍອອກຈາກໄມ້ທີ່ຜິດກົດໝາຍ, ແລະ ວິທີການທີ່ປະເທດດັ່ງກ່າວຈະອອກໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ໃຫ້ແກ່ຜະລິດຕະພັນໄມ້ທີ່ຖືກກົດໝາຍ.

ເອ​ກະ​ສານ​ຊ້ອນ​ທ້າຍ​ກ່ຽວ​ກັບລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍກຳ​ນົດ:

  • ໜ່ວຍ​ງານ​ຂອງ​ລັດ​ຖະ​ບານ​ທີ່​ຮັບ​ຜິດ​ຊອບ​ໃນ​ດ້ານ​ຕ່າງໆ​ຂອງ​ລະ​ບົບ​ໂດຍ​ລວມ, ແລະ ວິ​ທີ​ທີ່ພວກ​ເຂົາ​ຈະ​ປະ​ຕິ​ບັດ​ວຽກ​ງານ
  • ບົດ​ບາດ​ຂອງພາກ​ເອ​ກະ​ຊົນ ຫຼື ອົງ​ການ​ຈັດ​ຕັ້ງ​ທາງ​ສັງ​ຄົມໃນ​ການກວດ​ສອບຄວາມສອດຄ່ອງກັບ​ລະ​ບົບ ແລະ ຕິດ​ຕາມກວດ​ກາ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ

ເອ​ກະ​ສານ​ຊ້ອນ​ທ້າຍ​ອາດກຳ​ນົດ​ສ່ວນ​ປະ​ກອບຂອງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້​ດັ່ງ​ຕໍ່​ໄປ​ນີ້.

ນິຍາມຄວາມຖືກຕ້ອງທາງກົດໝາຍຂອງໄມ້. ນິຍາມຄວາມຖືກຕ້ອງທາງກົດໝາຍກຳນົດກົດລະບຽບ ແລະ ລະບຽບການທີ່ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ຈະນຳໃຊ້, ເຊິ່ງໝາຍເຖິງບັນດາໄມ້ ແລະ ໄມ້ທ່ອນຈະໄດ້ຮັບການກວດສອບເພື່ອໃຫ້ມີຄວາມສອດຄ່ອງກັບລະບົບດັ່ງກ່າວ ເຖິງຢ່າງໃດກໍຕາມ, ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສ່ວນໃຫຍ່ແມ່ນຈະກຳນົດນິຍາມຄວາມຖືກຕ້ອງທາງກົດໝາຍໄວ້ໃນເອກະສານຊ້ອນທ້າຍເປັນສະບັບສະເພາະຕ່າງຫາກ ປະເທດໄລບີເລີຍກຳນົດນິຍາມຄວາມຖືກຕ້ອງທາງກົດໝາຍຂອງຕົນເອງໃນເອກະສານຊ້ອນທ້າຍກ່ຽວກັບລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້. ສຳລັບຂໍ້ມູນເພີ່ມເຕີມ ເບິ່ງພາກເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບ ນິຍາມຄວາມຖືກຕ້ອາຍຂອງໄມ້ .

ວິທີໃນການກວດສອບຄວາມສອດຄ່ອງ. ບັນດາເອກະສານຊ້ອນທ້າຍກ່ຽວກັບລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍກຳນົດວິທີການທີ່ບັນດາປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຈະນຳໃຊ້ໃນການກວດສອບວ່າໄມ້ ແລະ ໄມ້ທ່ອນສອດຄ່ອງກັບເງື່ອນໄຂໃນນິຍາມຄວາມຖືກຕ້ອງທາງກົດໝາຍ ຫຼື ບໍ່ ໃນກໍລະນີສ່ວນໃຫຍ່, ລັດຖະບານຈະເປັນຜູ້ດຳເນີນການກວດສອບຄວາມສອດຄ່ອງ. ໃນບາງກໍລະນີ, ລັດຖະບານໄດ້ສົ່ງເສີມການກວດສອບຄວາມສອດຄ່ອງ ໂດຍມີບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານເຂົ້າຮ່ວມສັງເກດການ ຫຼື ຕິດຕາມກວດກາການກວດສອບຄວາມສອດຄ່ອງດັ່ງກ່າວ ໃນປະເທດອິນໂດເນເຊຍ, ລັດຖະບານໄດ້ແຕ່ງຕັ້ງບໍລິສັດກວດສອບເອກະຊົນ, ທີ່ເອີ້ນວ່າບັນດາໜ່ວຍງານປະເມີນຄວາມສອດຄ່ອງ, ເພື່ອດຳເນີນການກວດສອບດັ່ງກ່າວ. . ການຕິດຕາມກວດກາຂອງອົງການຈັດຕັ້ງທາງສັງຄົມປະກອບດ້ວຍການກວດສອບ ແລະ ການສົ່ງເສີມຄວາມສອດຄ່ອງ ສຳລັບຂໍ້ມູນເພີ່ມເຕີມ ເບິ່ງພາກເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບ ນິຍາມຄວາມຖືກຕ້ອາຍຂອງໄມ້ .

ລະບົບການຄວບຄຸມຕ່ອງໂສ້ການສະໜອງ. ບັນດາເອກະສານຊ້ອນທ້າຍກ່ຽວກັບລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ກຳນົດວິທີການທີ່ບັນດາປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຈະນຳໃຊ້ເພື່ອຮັບປະກັນວ່າສາມາດຕິດຕາມແຫຼ່ງທີ່ມາຂອງໄມ້ ແລະ ໄມ້ທ່ອນ ນັບຕັ້ງແຕ່ຈຸດຕັດໄມ້ໄປຈົນເຖິງຈຸດສົ່ງອອກ ລະບົບການຄວບຄຸມຕ່ອງໂສ້ການສະໜອງໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສ້າງມາຈາກບັນດາລະບົບທີ່ມີຢູ່ແລ້ວ. ບັນດາເອກະສານຊ້ອນທ້າຍເຫຼົ່ານີ້ຍັງອະທິບາຍວິທີການທີ່ປະເທດຕ່າງໆຈະສາມາດຕິດຕາມໄມ້ຜ່ານແດນຈາກປະເທດທີສາມ ແລະ ໄມ້ທີ່ນຳເຂົ້າມາເພື່ອປຸງແຕ່ງກ່ອນທີ່ຈະສົ່ງອອກຕໍ່ໄປ. ສຳລັບຂໍ້ມູນເພີ່ມເຕີມ ເບິ່ງພາກເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບ ນິຍາມຄວາມຖືກຕ້ອາຍຂອງໄມ້ .

ການອອກໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້. ບັນດາເອກະສານຊ້ອນທ້າຍຕ່າງໆກ່ຽວກັບລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ໄດ້ກຳນົດວິທີການທີ່ບັນດາປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຈະນຳໃຊ້ໃນການອອກໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ໃຫ້ແກ່ຜະລິດຕະພັນໄມ້ທີ່ສອດຄ່ອງກັບນິຍາມຄວາມຖືກຕ້ອງທາງກົດໝາຍຂອງບັນດາປະເທດດັ່ງກ່າວ. ບັນດາປະເທດຄູ່ຮ່ວມສັນຍາສ່ວນໃຫຍ່ແມ່ນມີຄວາມຕ້ອງການໃນການສ້າງໂຄງສ້າງເພື່ອການອອກໃບອະນຸຍາດ FLEGT, ສ່ວນໃຫຍ່ແລ້ວແມ່ນສ້າງມາຈາກລະບົບຄວບຄຸມ ຫຼື ການອອກໃບອະນຸຍາດສົ່ງອອກທີ່ມີຢູ່ແລ້ວ. ສຳລັບຂໍ້ມູນເພີ່ມເຕີມ ເບິ່ງພາກເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບ ນິຍາມຄວາມຖືກຕ້ອາຍຂອງໄມ້ .

ການກວດສອບອິດສະຫຼະ. ບັນດາເອກະສານຊ້ອນທ້າຍກ່ຽວກັບລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ໄດ້ກຳນົດວິທີການທີ່ບັນດາຜູ້ກວດສອບອິດສະຫຼະຈະກວດສອບເປັນປະຈຳວ່າລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ແລະ ສ່ວນປະກອບຂອງລະບົບດັ່ງກ່າວປະຕິບັດງານໄດ້ຕາມທີ່ໄດ້ລະບຸໄວ້ໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ໃນສ່ວນຂອງເອກະສານຊ້ອນທ້າຍທີ່ແຍກອອກຈາກຂອງຂໍ້ຕົກລົງແຕ່ລະສະບັບໄດ້ກຳນົດ ໜ້າວຽກຂອງການສຶກສາສຳລັບຜູ້ກວດສອບອິດສະຫຼະ. ສຳລັບຂໍ້ມູນເພີ່ມເຕີມ ເບິ່ງພາກເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບ ນິຍາມຄວາມຖືກຕ້ອາຍຂອງໄມ້ .

ຂໍ້ມູນເພີ່ມເຕີມ

ການເຊື່ອມຕໍ່ໄປສູ່ໜ້າເວັບພາຍນອກ

EU. 2007. FLEGT Briefing Note 02: ໄມ້ທີ່ຖືກກົດໝາຍແມ່ນຫຍັງ? ສະຫະພາບເອີຣົບ. [ດາວໂຫຼດ PDF]

EU. 2007. FLEGT Briefing Note 03: ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້. ສະຫະພາບເອີຣົບ. [ດາວໂຫຼດ PDF]