Print Friendly and PDF


ເອ​ກະ​ສານ​ຊ້ອນ​ທ້າຍ​ຂອງ​ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວ​ກັບນິຍາມຄວາມຖືກຕ້ອງທາງກົດໝາຍ

ຈຸດ​ປະ​ສົງ​ຂອງ​ເອ​ກະ​ສານ​ຊ້ອນ​ທ້າຍ​ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວ​ກັບ​ນິ​ຍາມ​ຄວາມ​ຖືກ​ຕ້ອງ​ທາງ​ດ້ານ​ກົດ​ໝາຍ​ແມ່ນ​ເພື່ອ​ກຳ​ນົດ​ບັນ​ດາ​ກົດ​ໝາຍ​ແຫ່ງ​ຊາດ​ທີ່​ປະ​ເທດ​ທີ່​ເປັນ​ຄູ່​ຮ່ວມ​ສັນ​ຍາ​ຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຈະ​ນຳ​ໃຊ້​ເພື່ອ​ກຳ​ນົດ​ຄວາ​ມ​ຖືກ​ຕ້ອງ​ທາງ​ດ້ານ​ກົດ​ໝາຍ​ຂອງ​ໄມ້, ແລະ ກຳ​ນົດ​ຂັ້ນ​ຕອນ​ໃນ​ການ​ເຕົ້າ​ໂຮມຫຼັກ​ຖານ​ໃນ​ການ​ຕິດ​ຕາມກວດກາຄວາມສອດຄ່ອງ​ກັບ​ກົດ​ໝາຍ.

ນິຍາມຄວາມຖືກຕ້ອງທາງກົດໝາຍແມ່ນສູນກາງຂອງ ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ຂອງ ປະເທດ ໄມ້ ແລະ ໄມ້ທ່ອນຈະຕ້ອງສອດຄ່ອງກັບນິຍາມດັ່ງກ່າວ ເພື່ອໃຫ້ໄດ້ຮັບໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ເຖິງວ່າຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທຸກສະບັບຈະມີ ເອກະສານຊ້ອນທ້າຍກ່ຽວກັບລະ ບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍ ແລ້ວກໍຕາມ .ແຕ່ບາງປະເທດໄດ້ກຳນົດນິຍາມ ຄວາມຖືກຕ້ອງທາງ ກົດໝາຍຂອງໄມ້ເຂົ້າໃນເອກະສານຊ້ອນທ້າຍເປັນຂອງໄມ້ສະເພາະຕ່າງຫາກ

ນິຍາມ ຄວາມຖືກຕ້ອງທາງກົດໝາຍ ເກີດຈາກການປຶກສາຫາລືຂອງບັນດາພາກສ່ວນກ່ຽວຂ້ອງຫຼາຍພາກ ສ່ວນໃນຕອນຕົ້ນຂອງຂັ້ນຕອນໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ບັນດາພາກສ່ວນກ່ຽວຂ້ອງໄດ້ຮັບຜົນປະໂຫຍດທີ່ແຕກຕ່າງກັນ, ຈຶ່ງເກີດມີຂໍ້ຂັດແຍ່ງກັນໃນຂະແໜງປ່າໄມ້ຂອງປະເທດໃນລະຫວ່າງການປຶກສາຫາລືດັ່ງກ່າວ. ລັດຖະບານຂອງປະເທດທີ່ສົ່ງອອກໄມ້ມີຄວາມຮັບຜິດຊອບໃນການຮັບຮອງເອົາການປຶກສາຫາລື ແລະ ເສີມສ້າງຄວາມເປັນເອກະພາບກັນພາຍໃນບັນດາພາກສ່ວນກ່ຽວຂ້ອງ ເພື່ອເຮັດໃຫ້ການປຶກສາຫາລືຂອງບັນດາພາກສ່ວນກ່ຽວຂ້ອງຫຼາຍພາກສ່ວນມີຄວາມຊັດເຈນກ່ຽວກັບ:

  • ສິ່ງ​ທີ່ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ຮຽກ​ຮ້ອງ
  • ເງື່ອນ​ໄຂ​ທາງ​ກົດ​ໝາຍ​​ທີ່​ຕ້ອງ​ໄດ້​ຮັບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້ດີກວ່າ​ເກົ່າ
  • ຂອບ​ເຂດວຽກ​ງານ​ທາງ​ດ້ານ​ກົດ​ໝາຍໃນ​ດ້ານ​ໃດ​ທີ່​ຈະຕ້ອງ​ໄດ້​ຮັບ​ການ​ດັດ​ແກ້ ຫຼື ປ່ຽນ​ແປງ

ຂອບ​ເຂດ​ຂອງນິຍາມຄວາມຖືກຕ້ອງທາງກົດໝາຍ

ພາກສ່ວນໜຶ່ງໃນການປຶກສາຫາລືຂອງບັນດາພາກສ່ວນກ່ຽວຂ້ອງແມ່ນແນໃສ່ຂອບເຂດຄວາມຖືກຕ້ອງທາງກົດໝາຍ. ນີ້ໝາຍຄວາມວ່າເປັນການຕົກລົງວິທີການໃນການລວມເອົາການນຳໃຊ້ທີ່ດິນປະເພດຕ່າງໆ, ເປັນຕົ້ນແມ່ນປ່າໄມ້ທຳມະຊາດ ຫຼື ປ່າປູກ, ແລະ ການຄຸ້ມຄອງໃນດ້ານຕ່າງໆ, ເປັນຕົ້ນແມ່ນໃບອະນຸຍາດໃນການຈັດສັນ, ສິດໃນການຂາຍ ຫຼື ຂັ້ນຕອນໃນການສົ່ງອອກ, ໃນນິຍາມຄວາມຖືກຕ້ອງທາງກົດໝາຍຂອງໄມ້. ເປົ້າໝາຍຂອງການປຶກສາຫາລືດັ່ງກ່າວແມ່ນເພື່ອສ້າງນິຍາມຄວາມຖືກຕ້ອງທາງກົດໝາຍຂອງໄມ້ທີ່ຊັດເຈນ ເພື່ອນຳໃຊ້ເຂົ້າໃນການກວດສອບຄວາມສອດຄ່ອງກັນ.

ນິຍາມຄວາມຖືກຕ້ອງທາງກົດໝາຍທີ່ສະໜັບສະໜູນຜົນປະໂຫຍດຂອງກຸ່ມບັນດາພາກສ່ວນກ່ຽວຂ້ອງທັງໝົດຈະຕ້ອງກວມເອົາຫຼາຍກວ່າສິດທາງດ້ານກົດໝາຍໃນການຂຸດຄົ້ນ ແລະ ຂາຍໄມ້. ສະຫະພາບເອີຣົບຄາດຫວັງວ່ານິຍາມຄວາມຖືກຕ້ອງທາງກົດໝາຍຈະກວມເອົາສາມເສົາຫຼັກຂອງຄວາມຍືນຍົງ (ທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ). ການປຶກສາຫາລືຂອງບັນດາພາກສ່ວນກ່ຽວຂ້ອງຫຼາຍພາກສ່ວນສ້າງໂອກາດເພື່ອຮັບປະກັນວ່ານິຍາມຄວາມຖືກຕ້ອງທາງກົດໝາຍແມ່ນມີຄວາມໜ້າເຊື່ອຖື ແລະ ສະໜັບສະໜູນຜົນປະໂຫຍດຂອງກຸ່ມບັນດາພາກສ່ວນກ່ຽວຂ້ອງ.

ບັນ​ດາ​ກົດ​ໝາຍ​ທີ່​ປະ​ກອບ​ດ້ວຍນິຍາມຄວາມຖືກຕ້ອງທາງກົດໝາຍສາ​ມາດ​ລວມ​ເອົ​າ:

  • ລັດ​ຖະ​ທຳ​ມະ​ນູນ​ຂອງ​ປະ​ເທດ
  • ບັນ​ດາ​ກົດ​ໝາຍ​ແຫ່ງ​ຊາດ​ທີ່​ກ່ຽວ​ຂ້ອງ​ກັບ​ປ່າ​ໄມ້, ອາ​ກອນ, ການ​ຄ້າ, ກ​ານ​ຈ້າງ​ງານ, ສິ່ງ​ແວດ​ລ້ອມ, ປະກັນສັງຄົມ, ການ​ອະ​ນຸ​ລັກຊີວະນາໆພັນ ແລະ ອິດສະຫຼະດ້ານຂໍ້ມູນຂ່າວສານ
  • ກົດໝາຍວ່າດ້ວຍທໍານຽມປະເພນີ
  • ສົນ​ທິ​ສັນ​ຍາ​ສາ​ກົນ, ເປັນ​ຕົ້ນ​ແມ່ນບັນດາສັນຍາສິ່ງແວດລ້ອມຫຼາຍຝ່າຍ

ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃຫ້ນິຍາມຄວາມຖືກຕ້ອງທາງດ້ານກົດໝາຍໂດຍອີງຕາມບັນດາລະບຽບກົດໝາຍແຫ່ງຊາດທີ່ມີຜົນສັກສິດ. ເຖິງຢ່າງໃດກໍຕາມ, ໃນບາງຂັ້ນຕອນຂອງຂໍ້ຕົກລົງດັ່ງກ່າວ, ການປຶກສາຫາລືຂອງບັນດາພາກສ່ວນກ່ຽວຂ້ອງຫຼາຍຝ່າຍກ່ຽວກັບນິຍາມຄວາມຖືກຕ້ອງທາງກົດໝາຍໄດ້ລະບຸຊ່ອງວ່າງ ຫຼື ຄວາມບໍ່ສອດຄ່ອງກັນໃນບັນດາກົດໝາຍທີ່ມີຢູ່. ຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສາມາດກຳນົດການປະຕິຮູບທາງດ້ານກົດໝາຍ ແລະ/ຫຼື ນະໂຍບາຍເພື່ອແກ້ໄຂຊ່ອງວ່າງດັ່ງກ່າວ ປະເທດການ້າໄດ້ລວມເອົາການປະຕິຮູບໃນການແກ້ໄຂຊ່ອງວ່າງເຂົ້າໃນເອກະສານຊ້ອນທ້າຍກ່ຽວກັບນິຍາມຄວາມຖືກຕ້ອງທາງກົດໝາຍ. ໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສະບັບອື່ນໆ, ລາຍລະອຽດກ່ຽວກັບການປະຕິຮູບ ແມ່ນກຳນົດເຂົ້າໃນເອກະສານຊ້ອນທ້າຍກ່ຽວກັບບັນດາມາດຕະການເພີ່ມເຕີມ.

ໂຄງ​ສ້າງ​ຂອງ​ເອ​ກະ​ສານ​ຊ້ອນ​ທ້າຍ​ກ່ຽວ​ກັບນິຍາມຄວາມຖືກຕ້ອງທາງກົດໝາຍ

ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສ່ວນຫຼາຍປະກອບດ້ວຍຕາຕະລາງ, ທີ່ເອີ້ນວ່າຕາໜ່າງດ້ານນິຕິກໍາ ຫຼື ຕາຕະລາງນິຕິກໍາ, ເພື່ອນຳສະເໜີນິຍາມຄວາມຖືກຕ້ອງທາງກົດໝາຍຂອງໄມ້. ຕາຕະລາງດັ່ງກ່າວປະກອບດ້ວຍບັນດາເງື່ອນໄຂທາງດ້ານກົດໝາຍ, ສ່ວນຫຼາຍແມ່ນເອີ້ນວ່າ: ‘ຕົວຊີ້ວັດ’, ເຊິ່ງປະກອບເປັນນິຍາມຄວາມຖືກຕ້ອງທາງກົດໝາຍ. ຕາຕະລາງດັ່ງກ່າວຍັງກຳນົດວິທີການທີ່ໜ່ວຍງານແຫ່ງຊາດຈະນຳໃຊ້ໃນການກວດສອບຄວາມຖືກຕ້ອງທາງກົດໝາຍ.

ບັນດາປະເທດທີ່ເປັນຄູຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ນຳສະເໜີຂໍ້ມູນກ່ຽວກັບຄວາມຖືກຕ້ອງທາງດ້ານກົດໝາຍດ້ວຍຫຼາຍວິທີ ອີງຕາມຄວາມຮຽກຮ້ອງຕ້ອງການ, ສະຖານະການ ແລະ ບັນດາລະບົບທີ່ມີຢູ່ແລ້ວ. ອີງຕາມຜົນໄດ້ຮັບ, ເອກະສານຊ້ອນທ້າຍກ່ຽວກັບນິຍາມຄວາມຖືກຕ້ອງທາງກົດໝາຍອາດຈະປະກອບດ້ວຍຫຼາຍຕາຕະລາງນິຕິກຳທີ່ນຳໃຊ້ມາດຕະຖານທີ່ແຕກຕ່າງກັນຕໍ່ກັບແຫຼ່ງທີ່ມາຂອງໄມ້ທີ່ແຕກຕ່າງກັນ, ເປັນຕົ້ນແມ່ນປ່າໄມ້ຊຸມຊົນ, ສວນປ່າປູກ ຫຼື ການສຳປະທານຕັດໄມ້. ຕົວຢ່າງ:

  • ປະ​ເທດ​ອິນ​ໂດ​ເນ​ເຊຍ​ມີຫຼາຍ​ຕາ​ຕະ​ລາງ​ນິ​ຕິ​ກຳ​ສຳ​ລັບ​ການ​ຖື​ກຳ​ມະ​ສິດ​ແຕ່​ລະ​ປະ​ເພດ​ທີ່​ແຕກ​ຕ່າງ​ກັນ
  • ປະ​ເທດ​ແຄມມາ​ຣູນ​ມີຫຼາຍ​ຕາ​ຕະ​ລາງ​ນິ​ຕິ​ກຳສຳ​ລັບ​ແຕ່​ລະ​ປະ​ເພດ​ຂອງ​ສິດ​ປ່າ​ໄມ້ ແລະ ສິດໃນການຂາຍທີ່​ແຕກ​ຕ່າງ​ກັນ
  • ປະ​ເທດ​ກາ​ນ້າ​ມີຕາຕະລາງນິຕິກໍາພຽງ​ອັນ​ດຽວ​ທີ່​ນຳ​ໃຊ້​ເຂົ້າ​ໃນ​ທຸກ​ໆ​ດ້ານ​ທີ່​ຄ່ຽງ​ຄູ່​ກັບ​ຕ່ອງ​ໂສ້​ການ​ສະ​ໜອງ​ໄມ້ ແລະ ໄມ້​ທ່ອນ​ທີ່​ໄດ້​ມາ​ຈາກ​ປ່າ​ໄມ້​ທຸກ​ຊະ​ນິດ

ບັນ​ດາ​ຕາ​ຕະ​ລາງ​ນິ​ຕິ​ກຳ​ອາດ​ຈະ​ມີ​ຄວາມ​ສັບ​ສົນ​ໃນ​ເບື້ອງ​ຕົ້ນ ແຕ່​ຕາ​ຕະ​ລາງ​ດັ່ງ​ກ່າວ​ໃຫ້​ຂໍ້​ມູນ​ທີ່​ຊັດ​ເຈນ​ກ່ຽວ​ກັບ​ສິ່ງ​ທີ່​ແຕ່​ລະ​ອົງ​ປະ​ກອບ​ຂອງ​ນິ​ຕິ​ກຳຮຽກ​ຮ້ອງ​ໃຫ້​ມີ, ຫຼັກ​ຖານ​ທີ່​ຈຳເປັນທີ່ຈະຕ້ອງສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ສອດ​ຄ່ອງ​ກັບ​ກົດ​ໝາຍ ແລະ ຂໍ້​ມູນ​ກ່ຽວ​ກັບດ້ານ​ໃດ​ໜຶ່ງທີ່​ຈະ​ໄດ້​ຮັບ​ການ​ຕິດ​ຕາມກວດ​ກາ​ຢ່າງ​ເປັນ​ລະ​ບົບ.

ຂໍ້​ຄວາມ​ວ່າ​ດ້ວຍການ​ກຳ​ນົດ​ຊື່​ເອ​ກະ​ສານ​ຊ້ອນ​ທ້າຍ​ກ່ຽວ​ກັບ​ນິຍາມຄວາມຖືກຕ້ອງທາງກົດໝາຍ

ຊື່ຂອງບັນດາເອກະສານຊ້ອນທ້າຍກ່ຽວກັບນິຍາມຄວາມຖືກຕ້ອງທາງກົດໝາຍຂອງໄມ້ຈະມີຄວາມແຕກຕ່າງກັນລະຫວ່າງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຕ່ລະສະບັບ. ປະເທດແຄມມາຣູນ ແລະ ສາທາລະນະລັດຄອງໂກ ເອີ້ນບັນດາເອກະສານຊ້ອນທ້າຍດັ່ງກ່າວນີ້ວ່າ: ‘ຕາຕະລາງນິຕິກຳ’. ແຕ່ສາທາລະນະລັດອາຟຣິກາກາງ ແລະ ປະເທດອິນໂດເນເຊຍເອີ້ນເອກະສານຊ້ອນທ້າຍດັ່ງກ່າວວ່າ: ‘ນິຍາມຄວາມຖືກຕ້ອງທາງກົດໝາຍ’, ແລະ ປະເທດການ້າເອີ້ນເອກະສານຊ້ອນທ້າຍດັ່ງກ່າວວ່າ: ‘ນິຕິກຳທີ່ຕ້ອງພິຈາລະນາເມື່ອໃຫ້ນິຍາມຄວາມຖືກຕ້ອງທາງກົດໝາຍ’, ປະເທດໄລບີເລຍໄດ້ລວມເອົານິຍາມຄວາມຖືກຕ້ອງທາງກົດໝາຍຂອງຕົນເຂົ້າໃນເອກະສານຊ້ອນທ້າຍກ່ຽວກັບລະບົບການຮັບປະກັນຄວາມຖືກຕ້ອງທາງກົດໝາຍຂອງໄມ້.

ຂໍ້ມູນເພີ່ມເຕີມ

ການເຊື່ອມຕໍ່ໄປສູ່ໜ້າເວັບພາຍນອກ

ສະຫະພາບເອີຣົບ. 2007. FLEGT Briefing Note 02: ໄມ້ທີ່ຖືກກົດໝາຍແມ່ນຫຍັງ? ສະຫະພາບເອີຣົບ. [ດາວໂຫຼດ PDF]

EU. 2007. FLEGT Briefing Note 03: ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ສະຫະພາບເອີຣົບ. [ດາວໂຫຼດ PDF]