Print Friendly and PDF


ໂຄງສ້າງການເຈລະຈາແຫ່ງຊາດຂອງປະເທດໄລບີເລຍ

ຄະນະກໍາມະການຊີ້ນຳ

ສະມາຊິກຂອງຄະນະກຳມະການຊີ້ນຳປະກອບດ້ວຍຕົວແທນຂອງລັດຖະບານຈຳນວນເກົ້າທ່ານ, ຕົວແທນຂອງພາກເອກະຊົນຈຳນວນສາມທ່ານ, ຕົວແທນຮ່ວມຂອງອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຈຳນວນສີ່ທ່ານ ແລະ ຕົວແທນຂອງຊຸມຊົນຈຳນວນເຈັດທ່ານ.

ຄະນະກຳມະການເຈລະຈາ

ສະມາຊິກຂອງຄະນະກຳມະການເຈລະຈາປະກອບດ້ວຍລັດຖະມົນຕີວ່າການກະຊວງກະສິກຳ, ຕົວແທນຂອງລັດຖະບານຈຳນວນເກົ້າທ່ານ, ຕົວແທນຂອງພາກເອກະຊົນຈຳນວນໜຶ່ງທ່ານ ແລະ ຕົວແທນຂອງອົງການຈັດຕັ້ງທາງສັງຄົມຈຳນວນໜຶ່ງທ່ານ.

ເວທີຂອງຜູ້ທີ່ມີສ່ວນກ່ຽວຂ້ອງ

ໂຄງສ້າງຂອງຜູ້ມີສ່ວນກ່ຽວຂ້ອງປະກອບດ້ວຍ:

ພາກ​ເອ​ກະ​ຊົນ ສະມາຄົມຜູ້ຄ້າໄມ້ຂອງປະເທດໄລບີເລຍ; ສະມາຄົມຜູ້ຕັດໄມ້ຂອງປະເທດໄລບີເລຍ

ອົງ​ການ​ຈັດ​ຕັ້ງ​ທາງ​ສັງ​ຄົມ: ບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ທີ່ລວມໂຕກັນເປັນກຸ່ມສຳລັບປະເທດໄລບີເລຍ (ປະກອບດ້ວຍສະມາຊິກຈຳນວນ 24 ອົງການຈັດຕັ້ງ)

ຊຸມຊົນ: ປະກອບດ້ວຍຫ້າເວທີທີ່ເປັນຕົວແທນໃຫ້ແກ່ 15 ຫາ 20 ຊຸມຊົນ