ບັນດາພາກສ່ວນກ່ຽວຂ້ອງຂອງອົງການຈັດຕັ້ງທາງສັງຄົມແຫ່ງຊາດ
ຂັ້ນຕອນຂອງບັນດາພາກສ່ວນກ່ຽວຂ້ອງຫຼາຍຝ່າຍໃນການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ປະກອບດ້ວຍກຸ່ມຕ່າງໆຈາກອົງການຈັດຕັ້ງທາງສັງຄົມ, ທີ່ເປັນຕົວແທນຜົນປະໂຫຍດຂອງຫຼາຍພາກສ່ວນ ແລະ ປະຕິບັດວຽກງານກ່ຽວກັບບັນຫາດ້ານກຳມະສິດ, ສິ່ງແວດລ້ອມ, ຊີວິດການເປັນຢູ່, ສິດທິ, ຄວາມໂປ່ງໃສ ແລະ ອື່ນໆ.
ກຸ່ມຂອງອົງການຈັດຕັ້ງທາງສັງຄົມຫຼາຍກຸ່ມແມ່ນອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ແຕ່ບາງສ່ວນກໍ່ແມ່ນອົງການຈັດຕັ້ງຂອງຊຸມຊົນ, ຄົນຊົນເຜົ່າ, ກຸ່ມເຊື່ອໝັ້ນ ຫຼື ສະຫະພາບແຮງງານ.
ກຸ່ມຕ່າງໆຈາກອົງການຈັດຕັ້ງທາງສັງຄົມປະກອບດ້ວຍກຸ່ມທີ່ມີຂີດຄວາມສາມາດທີ່ແຕກຕ່າງກັນ ເພື່ອມີສ່ວນຮ່ວມໃນການແກ້ໄຂບັນຫາ, ນຳສະເໜີຄວາມກັງວົນຂອງພວກເຂົາ, ຈັດແຈງ, ແບ່ງປັນຂໍ້ມູນ ແລະ ພັດທະນາຈຸດຢືນຂອງການເຈລະຈາ.
ບັນດາກຸ່ມຂອງອົງການຈັດຕັ້ງທາງສັງຄົມອາດຕ້ອງການ ການຝຶກອົບຮົມ ຫຼື ການສະໜອງທຶນເພື່ອຊ່ວຍໃຫ້ພວກເຂົາເຂົ້າເຖິງຂໍ້ມູນ ແລະ ເຂົ້າຮ່ວມໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໄດ້ຢ່າງເຕັມສ່ວນ. ການເຊື່ອມຕໍ່ກັບອົງການຈັດຕັ້ງສາກົນທີ່ບໍ່ຂຶ້ນກັບລັດຖະບານ ແລະ/ຫຼື ບັນດາອົງການຜູ້ໃຫ້ທຶນຊ່ວຍເຫຼືອສາມາດຊ່ວຍບັນດາກຸ່ມທ້ອງຖິ່ນໃນການເຂົ້າຮ່ວມ, ຈັດແຈງກອງປະຊຸມ ແລະ ສະແດງອອກຄວາມກັງວົນຂອງພວກເຂົາ.
ໃນບາງປະເທດ, ເວທີຂອງອົງການຈັດຕັ້ງທາງສັງຄົມ ແລະ ໂຄງສ້າງຂອງຜູ້ມີສ່ວນກ່ຽວຂ້ອງ ຈະຊ່ວຍໃນການຈັດແຈງ ແລະ ສົ່ງເສີມຜົນປະໂຫຍດຂອງກຸ່ມຂອງອົງການຈັດຕັ້ງທາງສັງຄົມ.
ເຖິງຢ່າງໃດກໍຕາມ, ຄວາມທ້າທາຍຂອງບັນດາພາກສ່ວນກ່ຽວຂ້ອງຂອງອົງການຈັດຕັ້ງທາງສັງຄົມແມ່ນການພັດທະນາເວທີການເປັນຕົວແທນທີ່ກວມເອົາຜົນປະໂຫຍດຂອງສະມາຊິກທຸກຄົນ ແລະ ສະແດງອອກເປັນສຽງດຽວທີ່ເປັນເອກະພາບກັນ. ບັນດາສະມາຊິກໃນເວທີດັ່ງກ່າວຈະຕ້ອງບັນລຸຄວາມເປັນເອກະພາບກັນຕໍ່ກັບບັນຫາຕ່າງໆ ເຖິງວ່າຈະມີລຳດັບຄວາມສຳຄັນ ແລະ ຄວາມຄິດເຫັນທີ່ແຕກຕ່າງກັນກໍຕາມ.
ບາງກຸ່ມທີ່ມີຜົນປະໂຫຍດສະເພາະໃດໜຶ່ງ, ເປັນຕົ້ນແມ່ນກຸ່ມຂອງຄົນຊົນເຜົ່າ, ສາມາດສ້າງເວທີຂອງພວກເຂົາເອງ ໂດຍບໍ່ຈຳເປັນຕ້ອງເຂົ້າຮ່ວມໃນເວທີຂອງອົງການຈັດຕັ້ງທາງສັງຄົມທີ່ກວ້າງຂວາງ.
ທັດສະນະຄະຕິ. ທ່ານ Elijah Danso ກ່ຽວກັບຄວາມໝາຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນປະເທດການ້າ
“ຈາກຈຸດເລີ່ມຕົ້ນ, ພວກເຮົາເຫັນວ່າການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ເປັນສິ່ງທີ່ເປັນໄປໄດ້ໃນການຈັດຕັ້ງປະຕິບັດການປະຕິຮູບຕ່າງໆ, ໂດຍຄ້າຍຄືກັບການປະມູນທີ່ມີການແຂ່ງຂັນ ແລະ ມີຄວາມໂປ່ງໃສ ເພື່ອໃຫ້ໄດ້ການສຳປະທານ, ແລະ ການປ່ຽນແປງກຳມະສິດຕໍ່ກັບປ່າໄມ້ເພື່ອຜົນປະໂຫຍດ ຂອງຊາວໄຮ່ຊາວນາ. ພວກເຮົາຕ້ອງການອຳນາດໃນລະດັບທ້ອງຖິ່ນ. ຖ້າຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ບໍ່ຊ່ວຍໃຫ້ພວກເຮົາມີອຳນາດດັ່ງກ່າວ, ທຸກຢ່າງກໍ່ຈະລົ້ມເຫຼວ.”
ທ່ານ Elijah Danso ແມ່ນຜູ້ທີ່ເຄື່ອນໄຫວເພື່ອຜົນປະໂຫຍດຂອງສັງຄົມ ແລະ ເປັນຜູ້ໃຫ້ຄຳປຶກສາທາງດ້ານປ່າໄມ້ໃນປະເທດ ການ້າ/ແຫຼ່ງຂໍ້ມູນ: Pearce, F. 2012. Forest Stands: ວິທີການທີ່ກົດໝາຍດ້ານການຄ້າສະບັບໃໝ່ຂອງສະຫະພາບເອີຣົບຊ່ວຍບັນດາປະເທດຕ່າງໆໃນການປົກປັກຮັກສາປ່າໄມ້ ແລະ ປະຊາຊົນ. FERN. 24pp. [ດາວໂຫຼດ PDF]
ຕົວຢ່າງການມີສ່ວນຮ່ວມຂອງອົງການຈັດຕັ້ງທາງສັງຄົມໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ປະເທດການ້າ ຂັ້ນຕອນຕ່າງໆໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນປະເທດການ້າ ໄດ້ຊີ້ໃຫ້ເຫັນເຖິງການປ່ຽນແປງທັດສະນະຄະຕິຂອງລັດຖະບານຕໍ່ອົງການຈັດຕັ້ງທາງສັງຄົມທີ່ສາມາດກໍ່ໃຫ້ເກີດຜົນຮັບດ້ານບວກໄດ້. ຫຼັງຈາກທີ່ເລີ່ມຕົ້ນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນປີ 2005, ການຮວມໂຕກັນຂອງອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຫຼາຍກວ່າ 35 ອົງການ, ເອີ້ນວ່າ Forest Watch Ghana, ທີ່ບໍ່ມີຕຳແໜ່ງໃນຄະນະກໍາມະການຊີ້ນໍາຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).
ຫຼັງຈາກທີ່ຕົວແທນຂອງອົງການຈັດຕັ້ງທາງສັງຄົມຍົກບັນຫາຂຶ້ນ, ລັດຖະບານກໍໄດ້ເຊື້ອເຊີນ Forest Watch Ghana ເຂົ້າຮ່ວມເປັນຄະນະກຳມະການ. ເພື່ອເຮັດໃຫ້ການມີສ່ວນຮ່ວມກວ້າງຂຶ້ນ, ຄະນະລັດຖະບານປະສົມດັ່ງກ່າວໄດ້ຈັດຕັ້ງກຸ່ມຕິດຕໍ່ປະສານງານ ທີ່ປະກອບດ້ວຍກຸ່ມຊຸມຊົນ, ໜ່ວຍງານຄຸ້ມຄອງ, ບັນດາສະຫະພາບ, ສື່ມວນຊົນ ແລະ ອົງການຄົ້ນຄວ້າວິໄຈ, ເຊິ່ງຕົວແທນຈຳນວນສອງຄົນຈາກກຸ່ມດັ່ງກ່າວຈະເຂົ້າຮ່ວມເປັນຄະນະກໍາມະການຊີ້ນໍາ.
ຄະນະກໍາມະການຊີ້ນໍາໄດ້ສ້າງຕັ້ງຄະນະກຳມະການທາງດ້ານນະໂຍບາຍ ແລະ ກຸ່ມປະຕິບັດວຽກງານ, ເຊິ່ງຄະນະກຳມະການ ແລະ ກຸ່ມດັ່ງກ່າວໄດ້ຮ່າງບັນດາເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບນິຍາມຄວາມຖືກຕ້ອງທາງກົດໝາຍ ແລະ ມາດຕະຖານ, ການກວດສອບ ແລະ ການອອກໃບອະນຸຍາດ, ກົດລະບຽບຕະຫຼາດພາຍໃນ ແລະ ການປ່ຽນແປງໂຄງສ້າງທາງດ້ານອຸດສາຫະກຳໄມ້ຄືນໃໝ່. ກຸ່ມຕິດຕໍ່ປະສານງານດັ່ງກ່າວແມ່ນດຳເນີນການເປັນຕົວແທນຂອງທຸກກຸ່ມທີ່ໄດ້ກ່າວມານັ້ນ.
ປະເທດອິນໂດເນເຊຍ ອົງການຈັດຕັ້ງທາງສັງຄົມໄດ້ມີສ່ວນຮ່ວມໃນຂັ້ນຕອນເພື່ອພັດທະນາ ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ຂອງປະເທດອິນໂດເນເຊຍ ກ່ອນເລີ່ມການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນປີ 2007. ນັບຈາກນັ້ນເປັນຕົ້ນມາ, ບັນດາບຸກຄົນ ແລະ ອົງການຈັດຕັ້ງທາງສັງຄົມໄດ້ມີຕົວແທນໃນທີມງານເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຫ່ງຊາດ ແລະ ກຸ່ມປະຕິບັດວຽກງານທາງດ້ານເຕັກນິກ, ເຊິ່ງພວກເຂົາໄດ້ດຳເນີນການສຳເລັດໃນບົດບາດການເປັນຜູ້ສັງເກດການອິດສະຫຼະ.
ບົດບາດການເປັນຜູ້ສັງເກດການອິດສະຫຼະ, ຫຼື ໃນປະເທດອິນໂດເນເຊຍເອີ້ນວ່າຜູ້ຕິດຕາມກວດກາອິດສະຫຼະ, ເປັນສ່ວນໜຶ່ງທີ່ສຳຄັນໃນລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍໄມ້ຂອງປະເທດອິນໂດເນເຊຍ. ບັນດາຕົວແທນຂອງອົງການຈັດຕັ້ງທາງສັງຄົມໄດ້ສະເໜີວ່າເອກະສານຊ້ອນທ້າຍຂອງ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບການເປີດເຜີຍຂໍ້ມູນຕໍ່ສື່ມ່ວນຊົນ ຮັບປະກັນວ່າບັນດາຕົວແທນດັ່ງກ່າວສາມາດເຂົ້າເຖິງຂໍ້ມູນທີ່ເຮັດໃຫ້ການສັງເກດການອິດສະຫຼະມີຄວາມໝາຍຂຶ້ນ.
ບັນດາກຸ່ມທີ່ປະຕິບັດບົດບາດໃນການເປັນຜູ້ສັງເກດການອິດສະຫຼະ ປະກອບດ້ວຍ JPIK, ເຄືອຂ່າຍການຕິດຕາມກວດກາປ່າໄມ້ອິດສະຫຼະຂອງປະເທດອິນໂດເນເຊຍ. ສະມາຊິກຂອງ JPIK ມີຫຼາຍກວ່າ 60 ອົງການຈັດຕັ້ງ ແລະ ມີສະມາຊິກເປັນບຸກຄົນຫຼາຍກວ່າ 300 ຄົນທົ່ວປະເທດອິນໂດເນເຊຍ.
ປະເທດໄລບີເລຍ ຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຂອງປະເທດໄລບີເລຍແມ່ນມີຄວາມແຕກຕ່າງຈາກຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແບບອື່ນໆ ເຊິ່ງໃນຊຸມຊົນແມ່ນມີເວທີເປັນຂອງຕົນເອງໃນການປຶກສາຫາລືບັນຫາ ແລະ ບັນດາຕົວແທນຂອງພວກເຂົາກໍ່ເປັນສະມາຊິກຂອງຄະນະກໍາມະການຊີ້ນໍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).
ເຄືອຂ່າຍຂອງບັນດາກຸ່ມທ້ອງຖິ່ນ, ຄະນະກຳມະການພັດທະນາປ່າໄມ້ຊຸມຊົນ, ໄດ້ຮັບການສ້າງຕັ້ງຂຶ້ນໃນປີ 2008. ດັ່ງນັ້ນ, ຫຼັງຈາກທີ່ເລີ່ມຕົ້ນການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນປີ 2009, ປະເທດດັ່ງກ່າວໄດ້ມີຊ່ອງທາງສຳລັບພາກສ່ວນທ້ອງຖິ່ນໃນການມີສ່ວນຮ່ວມໃນຂໍ້ຕົກລົງດັ່ງກ່າວ, ເຊິ່ງໄດ້ຮັບການສະໜັບສະໜູນຈາກລັດຖະບານ. ຄະນະກຳມະການພັດທະນາປ່າໄມ້ຊຸມຊົນໄດ້ຊຸກຍູ້ໃຫ້ບັນດາຊຸມຊົນທ້ອງຖິ່ນມີສ່ວນຮ່ວມໃນຂັ້ນຕອນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຢ່າງກວ້າງຂວາງ ໂດຍການອອກອາກາດກ່ຽວກັບການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ຜ່ານທາງວິທະຍຸເປັນພາສາທ້ອງຖິ່ນ.
ບັນດາຕົວແທນຊຸມຊົນ 7 ທ່ານ ແລະ ສະມາຊິກຈຳນວນ 4 ທ່ານ ຈາກອົງການຈັດຕັ້ງທາງສັງຄົມ, ເປັນຕົ້ນແມ່ນມູນນິທິສົ່ງເສີ່ມການມີສ່ວນຮ່ວມຂອງຊຸມຊົນ ແລະ ສະຖາບັນການພັດທະນາແບບຍືນຍົງ, ໄດ້ດຳລົງຕຳແໜ່ງເປັນຄະນະກໍາມະການຊີ້ນໍາ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຂອງປະເທດໄລບີເລຍ. ເຖິງວ່າຊຸມຊົນຕ່າງໆບໍ່ມີຕົວແທນຂອງຕົນໃນທີມງານເຈລະຈາແຫ່ງຊາດກໍຕາມ, ເຊິ່ງມີພຽງຕຳແໜ່ງດຽວສຳລັບອົງການຈັດຕັ້ງທາງສັງຄົມ, ພວກເຂົາກໍສາມາດເຂົາຮ່ວມການເຈລະຈາ ແລະ ສະແດງຄວາມຄິດເຫັນໄດ້.
ສາທາລະນະລັດຄອງໂກ ບັນດາກຸ່ມຂອງອົງການຈັດຕັ້ງທາງສັງຄົມທີ່ມີສ່ວນຮ່ວມໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໄດ້ມີບົດບາດສຳຄັນໃນການຮັກສານິຕິກຳ ທີ່ໃຫ້ສິດແກ່ຄົນຊົນເຜົ່າ, ລວມທັງສິດສະເໝີພາບໃນການເຂົ້າເຖິງການສຶກສາ ແລະ ສາທາລະນະສຸກ. ການຜ່ານກົດໝາຍສະບັບໃໝ່ວ່າດ້ວຍສິດຂອງຄົນຊົນເຜົ່າໄດ້ມີການຢຸດຕິຊົ່ວຄາວຈົນກວ່າກຸ່ມຂອງອົງການຈັດຕັ້ງທາງສັງຄົມຈະດຳເນີນການປະກາດໃຊ້ກົດໝາຍດັ່ງກ່າວ, ສ້າງເງື່ອນໄຂໃນການມີສ່ວນຮ່ວມໃນການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ກົດໝາຍດັ່ງກ່າວ, ເຊິ່ງເປັນກົດໝາຍທີ່ບໍ່ເຄີຍມີມາກ່ອນໃນທະວີບອາຟຣິກາ, ປະຈຸບັນໄດ້ລວມເຂົ້າໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).
ຂໍ້ມູນເພີ່ມເຕີມ
ພາກສ່ວນທີ່ກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ບັນດາຜູ້ທີ່ມີສ່ວນກ່ຽວຂ້ອງໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ບັນດາຜູ້ມີສ່ວນກ່ຽວຂ້ອງຂອງສະຫະພາບເອີຣົບ
ບັນດາຜູ້ທີ່ມີສ່ວນກ່ຽວຂ້ອງຂອງປະເທດໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພີ່ມການມີສ່ວນຮ່ວມ
ການເຊື່ອມຕໍ່ໄປສູ່ໜ້າເວັບພາຍນອກ
Capacity4Development. 2013. ອົງການຈັດຕັ້ງທາງສັງຄົມແບ່ງປັນປະສົບການໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນກອງປະຊຸມການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ 2013. [ອ່ານໃນອິນເຕີເນັດ]
Jeffree, M. 2014. ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້, ການມອບອຳນາດປ່າໄມ້. Timber Trades Journal Online October 2014: 48–49.
Pearce, F. 2012. Forest Stands: ວິທີການທີ່ກົດໝາຍດ້ານການຄ້າສະບັບໃໝ່ຂອງສະຫະພາບເອີຣົບຊ່ວຍບັນດາປະເທດຕ່າງໆໃນການປົກປັກຮັກສາປ່າໄມ້ ແລະ ປະຊາຊົນ. FERN, ບຣູແຊວ, ເບວຢຽມ. 24pp. [ດາວໂຫຼດ PDF]