Print Friendly and PDF


ບັນດາພາກສ່ວນກ່ຽວຂ້ອງຂອງ​ລັດ​ຖະ​ບານ​ແຫ່ງ​ຊາດ

ພາຍໃນລັດຖະບານແຫ່ງຊາດຂອງປະເທດທີ່ສົ່ງອອກໄມ້, ມີບັນດາກຸ່ມຂອງບັນດາພາກສ່ວນກ່ຽວຂ້ອງ, ເຊິ່ງແຕ່ລະພາກສ່ວນກໍ່ມີຄວາມສົນໃຈຂອງຕົນເອງກ່ຽວກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ຕົວຢ່າງ: ບັນດາກະຊວງຕ່າງໆຈະຕ້ອງມີຄວາມສົນໃຈໃນຂະແໜງປ່າໄມ້. ເຊິ່ງບັນດາພາກສ່ວນກ່ຽວຂ້ອງຂອງລັດຖະບານປະກອບດ້ວຍ:

  • ກະຊວງການເງິນ, ທີ່ມີຄວາມສົນໃຈໃນການເພີ່ມລາຍຮັບພາສີອາກອນຈາກຂະແໜງປ່າໄມ້, ໂດຍການປັບປຸງໃຫ້ຂະແໜງທີ່ບໍ່ເປັນທາງການກາຍເປັນຂະແໜງທີ່ເປັນທາງການ ແລະ ກຳຈັດຄວາມບໍ່ຖືກຕ້ອງທາງດ້ານກົດໝາຍອອກ
  • ກະຊວງຊັບພະຍາກອນທຳມະຊາດ, ມີຄວາມສົນໃຈໃນການສົ່ງເສີມການປ້ອງກັນຜົນກະທົບທາງດ້ານສິ່ງແວດລ້ອມໃນຂະແໜງປ່າໄມ້
  • ພະແນກຍຸຕິທຳ ແລະ ໜ່ວຍງານຈັດຕັ້ງປະຕິບັດ, ຈະມີຄວາມສົນໃຈໃນການກຳຈັດອາຊະຍາກອນ ແລະ ກຸ່ມອາຊະຍາກອນກ່ຽວກັບປ່າໄມ້
  • ກະຊວງການຄ້າ, ຈະມີຄວາມສົນໃຈໃນການສົ່ງເສີມການສົ່ງອອກໄມ້, ການແຂ່ງຂັນກັບປະເທດອື່ນໆໃຫ້ເຂັ້ມແຂງຂຶ້ນ ແລະ ການປັບປຸງຄວາມໜ້າເຊື່ອຖືຂອງຂະແໜງປ່າໄມ້
  • ໜ່ວຍງານພາສີອາກອນ, ຈະມີຄວາມສົນໃຈໃນລະບົບປະຕິບັດງານທີ່ງ່າຍຂຶ້ນ
  • ກະຊວງການຕ່າງປະເທດ, ຈະມີຄວາມສົນໃຈໃນມູນຄ່າທາງດ້ານການທູດກ່ຽວກັບນະໂຍບາຍປ່າໄມ້ສາກົນ ຫຼື ປັບປຸງພາບລັກຂອງປະເທດ

ເຖິງຢ່າງໃດກໍ່ຕາມ, ຜົນປະໂຫຍດຂອງແຕ່ລະພາກສ່ວນກ່ຽວຂ້ອງອາດຈະມີການຂັດແຍ່ງກັນ (ເບິ່ງຕາຕະລາງ ‘ຜົນປະໂຫຍດທີ່ຂັດແຍ່ງກັນໃນປະເທດແຄມມາຣູນ’). ແມ້ແຕ່ໃນກະຊວງຂອງລັດຖະບານອາດມີອຳນາດໃນການຜັກດັນໃນທິດທາງທີ່ແຕກຕ່າງກັນ. ນອກນັ້ນ, ອາດມີບັນດາພາກສ່ວນກ່ຽວຂ້ອງຂອງລັດຖະບານ ທີ່ຄັດຄ້ານການປະຕິຮູບຂະແໜງປ່າໄມ້ຕາມທີ່ກຳນົດໄວ້ໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ຜູ້ຄັດຄ້ານອາດບໍ່ເຂົ້າໃຈຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຫຼື ອາດຈະສູນເສຍອຳນາດ ຫຼື ຊັບພະຍາກອນຖ້າມີການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).

ບັນຫາອື່ນໆແມ່ນການທີ່ໜ່ວຍງານລັດຖະບານມີຄວາມຮັບຜິດຊອບ ຫຼື ມີຂອບເຂດອຳນາດຕໍ່ພາກສ່ວນທີ່ແຕກຕ່າງກັນໃນຕ່ອງໂສ້ການສະໜອງໄມ້. ເຖິງຢ່າງໃດກໍ່ຕາມ, ບັນດາໜ່ວຍງານດັ່ງກ່າວອາດຈະຂາດແຄນການປະສານງານ ແລະ ການຕິດຕໍ່ສື່ສານທີ່ມີປະສິດທິພາບລະຫວ່າງໜ່ວຍງານ.

ດັ່ງນັ້ນ, ຈຶ່ງເປັນສິ່ງສຳຄັນສຳລັບບັນດາພາກສ່ວນກ່ຽວຂ້ອງຂອງລັດຖະບານໃນການກ້າວຂ້າມຄວາມແຕກຕ່າງ ແລະ ບັນລຸຄວາມເປັນເອກະພາບກັນຕໍ່ກັບບັນຫາທີ່ສຳຄັນ. ຂັ້ນຕອນຕ່າງໆໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ອາດເຮັດໃຫ້ບັນດາພາກສ່ວນກ່ຽວຂ້ອງມາຮວມໂຕກັນ ແລະ ສົ່ງເສີມການສື່ສານ ແລະ ການປະສານງານໃຫ້ໄດ້ຮັບການປັບປຸງ ເຊິ່ງເປັນສິ່ງສຳຄັນໃນການຈັດຕັ້ງປະຕິບັດລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍ.

ຮັບປະກັນການມີສ່ວນຮ່ວມຢ່າງກວ້າງຂວາງຕໍ່ກັບໂຄງສ້າງຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເຊິ່ງສາມາດເສີມສ້າງການປະສານງານພາຍໃນພາກສ່ວນກ່ຽວຂ້ອງຂອງລັດຖະບານໃຫ້ເຂັ້ມແຂງຂຶ້ນ. ໃນບາງຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ລັດຖະບານໄດ້ສ້າງຄະນະກໍາມະການປະສານງານລະຫວ່າງອົງການຈັດຕັ້ງ ເພື່ອເສີມສ້າງການເຊື່ອມໂຍງລະຫວ່າງບັນດາກະຊວງ ແລະ ໜ່ວຍງານລັດຖະບານ.

ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ໃນປະເທດແຄມມາຣູນ, ອີງຕາມການວິໄຈຂອງສູນວິໄຈປ່າໄມ້ສາກົນ (CIFOR), ໂຮງເລື່ອຍທີ່ດຳເນີນທຸລະກິດຢ່າງຜິດກົດໝາຍຜະລິດໄມ້ຈຳນວນ 75% ຂອງໄມ້ທີ່ຂຸດຄົ້ນ ເພື່ອຊົມໃຊ້ພາຍໃນປະເທດ. ເຊິ່ງລັດຖະບານບໍ່ໄດ້ຜົນປະໂຫຍດຈາກການຄ້າປະເພດນີ້. ແຕ່ວ່າເຈົ້າໜ້າທີ່ຂອງລັດໄດ້ຮັບເງິນເຂົ້າກະເປົາຕົນເອງຢ່າງຫຼວງຫຼາຍໃນແຕ່ລະປີ, ເຊິ່ງໄດ້ຮັບສິນບົນຈາກຜູ້ຕັດໄມ້ ແລະ ຜູ້ຄ້າໄມ້ທີ່ຜິດກົດໝາຍ. ບັນດາຜູ້ຕັດໄມ້ຂະໜາດນ້ອຍໃນສະມາຄົມທີ່ມີຊື່ວ່າ: ເລ ແວກ (Les Verts) ເລືອກທີ່ຈະຈ່າຍພັນທະອາກອນຫຼາຍກວ່າການໃຫ້ສິນບົນ. ເຊິ່ງນັກວິໄຈຂອງສູນການວິໄຈປ່າໄມ້ສາກົນ (CIFOR) ໄດ້ລາຍງານວ່າ ເລ ແວກ (Les Verts) ໄດ້ສະເໜີກ່ຽວກັບພັນທະອາກອນຫາກະຊວງການເງິນ, ທີ່ສະໜັບສະໜູນແນວຄວາມຄິດດັ່ງກ່າວ. ເຖິງຢ່າງໃດກໍ່ຕາມ, ບັນດາເຈົ້າໜ້າທີ່ຂອງກະຊວງປ່າໄມ້ໄດ້ກີດຂວາງການດຳເນີນການ, ໂດຍໂຕ້ແຍ້ງວ່າການກະທຳດັ່ງກ່າວຈະເຮັດໃຫ້ກິດຈະການທີ່ເປັນກ່ຮອາຊະຍາກຳດັ່ງກ່າວຖືກກົດໝາຍ.

ແຫຼ່ງທີ່ມາ: Cerutti, P.O. et al. 2013. Cameroon's Hidden Harvest: Commercial Chainsaw Logging, Corruption, and Livelihoods. Society and Natural Resources 26: 539–553. [ດາວໂຫຼດ PDF] and Pye-Smith, C. 2010. ການຂຸດຄົ້ນໄມ້ຊະຊາຍຂອງປະເທດແຄມເມີຣູນ. CIFOR. Bogor, Indonesia. 30pp. [ດາວໂຫຼດ PDF]