Print Friendly and PDF


ບັນດາພາກສ່ວນກ່ຽວຂ້ອງຂອງ​ພາກ​ເອ​ກະ​ຊົນ​ແຫ່ງ​ຊາດ

ບັນດາພາກສ່ວນກ່ຽວຂ້ອງຂອງ​ພາກ​ເອ​ກະ​ຊົນມີ​ຜົ​ນ​ປ​ະ​ໂຫຍດທາງ​ດ້ານ​ການ​ເງິນໂດຍ​ກົງ​ໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ມີບົດ​ບາດ​ທີ່​ສຳ​ຄັນ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ. ເຊິ່ງບັນດາພາກສ່ວນກ່ຽວຂ້ອງຂອງ​ພາກ​ເອ​ກະ​ຊົນ​ປະ​ກອບ​ດ້ວຍ: ເຊິ່ງບັນດາພາກສ່ວນກ່ຽວຂ້ອງຂອງພາກເອກະຊົນປະກອບດ້ວຍ:

  • ບັນ​ດາ​ບໍ​ລິ​ສັດ​ຕັດ​ໄມ້
  • ຊ່າງ​ໄມ້​ຂະໜາດນ້ອຍ ແລະ ແບບ​ຄອບ​ຄົວ
  • ວິ​ສາ​ຫະ​ກິດ​ປ່າ​ໄມ້​ຂະ​ໜາດ​ນ້ອຍ ແລະ ຂະ​ໜາດ​ກາງ
  • ຜູ້​ຄ້າ
  • ບໍ​ລິ​ສັດ​ຂະ​ໜາດ​ໃຫຍ່​ທີ່​ຂົນ​ສົ່ງ, ປຸງ​ແຕ່ງ ຫຼື ສົ່ງ​ອອກ​ໄມ້

ຄວາມແຕກຕ່າງຂອງບັນດາພາກສ່ວນກ່ຽວຂ້ອງຂອງພາກເອກະຊົນໃນດ້ານຂະໜາດ, ອຳນາດ ແລະ ຈຸດຢືນໃນຕ່ອງໂສ້ມູນຄ່າໝາຍຄວາມວ່າກຸ່ມດັ່ງກ່າວແມ່ນມີຄວາມຊັບຊ້ອນ ແລະ ສ່ວນໃຫຍ່ແລ້ວແມ່ນບໍ່ເດີນໄປຕາມທິດທາງອັນດຽວກັນ. ໃນເນື້ອໃນບາງອັນ, ບັນດາພາກສ່ວນກ່ຽວຂ້ອງຂອງພາກເອກະຊົນອາດສາມາດດຳເນີນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ແຕ່ໃນກຸ່ມອື່ນໆ, ພວກເຂົາອາດຈະຄັດຄ້ານ, ໂດຍສະເພາະແມ່ນໃນຕອນຕົ້ນຂອງຂັ້ນຕອນດັ່ງກ່າວ. ການຄັດຄ້ານອາດຈະເກີດຂຶ້ນຍ້ອນບັນດາພາກສ່ວນກ່ຽວຂ້ອງບໍ່ເຂົ້າໃຈໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ຫຼື ຍ້ອນພວກເຂົາໄດ້ຮັບຜົນປະໂຫຍດຈາກການຄ້າທີ່ຜິດກົດໝາຍ, ເຊິ່ງການຄວບຄຸມ ແລະ ການປະກົດເຫັນເພີ່ມຂຶ້ນ ເຊິ່ງເປັນຜົນມາຈາກການທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຈະເຮັດໃຫ້ການຄ້າດັ່ງກ່າວມີຄວາມສ່ຽງ.

ບັນດາພາກສ່ວນກ່ຽວຂ້ອງຂອງ​ພາກ​ເອ​ກະ​ຊົນ​ອາດ​ຈະ​ມີ​ຄວາມ​ຫຍຸ້ງ​ຍາກ​ໃນ​ການຊຸມ​ນຸມ ແລະ ມີ​ສ່ວນ​ຮ່ວມ, ໂດຍ​ສະ​ເພາະ​ແມ່ນ​ໃນ​ລະ​ຫວ່າງ​ການ​ເຈ​ລະ​ຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ເຊິ່ງ​ການ​ມີ​ສ່ວນ​ຮ່ວມ​ໃນ​ກອງ​ປະ​ຊຸມ​ທີ່​ຍາວ​ນານ​ແມ່ນ​ກໍ່​ໃຫ້​ເກີດ​ຄ່າ​ໃຊ້​ຈ່າຍ​ທາງ​ທຸ​ລະ​ກິດ​ໂດຍ​ກົງ.

ຜົນ​ປ​ະ​ໂຫຍດ​ຂອງ​ພາກ​ເອ​ກະ​ຊົນ

ພາກ​ເອ​ກະ​ຊົນ​ແມ່ນ​ກຸ່ມ​ຂອງບັນດາພາກສ່ວນກ່ຽວຂ້ອງທີ່​ໃຫຍ່ ແລະ ມີ​ຄວາມຫຼາກຫຼາຍ ທີ່​ປະ​ກອບ​ດ້ວຍ​ບັນ​ດາ​ວິ​ສາ​ຫະ​ກິດ​ຂະ​ໜາດ​ໃຫຍ່ ແລະ ຂະ​ໜາດ​ກາງ ທີ່​ມີ​ຜົນ​ປະ​ໂຫຍດ​ທີ່​ແຕກ​ຕ່າງ​ກັນ ແລະ ແຂ່ງ​ຂັນ​ກັນ ແລະ ມີ​ຄວາມ​ສຳ​ພັນ​ກັບ​ລັດ​ຖະ​ບານ.

ຄວາມກັງວົນຂອງພາກສ່ວນເອກະຊົນປະກອບດ້ວຍຄວາມຊັບຊ້ອນ ແລະ ຄ່າໃຊ້ຈ່າຍໃນການປະຕິບັດລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້. ໃນຂະນະທີ່ຜູ້ສົ່ງອອກຮັບປະກັນວ່າໄມ້ທີ່ໄດ້ຮັບໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ຈະເຂົ້າສູ່ຕະຫຼາດຂອງສະຫະພາບເອີຣົບໂດຍບໍ່ມີສິ່ງກີດຂວາງ, ບັນດາບໍລິສັດ ແລະ ບຸກຄົນອື່ນໆທີ່ດຳເນີນຕ່ອງໂສ້ການສະໜອງສາມາດປ່ຽບທຽບກັບຄວາມສອດຄ່ອງກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບ ສະໝັກໃຈ (VPA) ທີ່ມີຄ່າໃຊ້ຈ່າຍໃນການດຳເນີນການສູງກວ່າ.

ບັນດາພາກສ່ວນກ່ຽວຂ້ອງຂອງພາກເອກະຊົນທີ່ມີຄວາມສົນໃຈໃນຄວາມເປັນໄປໄດ້ຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທີ່ສາມາດສ້າງໂອກາດທີ່ເທົ່າທຽມກັນ ໂດຍການຮັບປະກັນວ່າທຸກບໍລິສັດຈະໄດ້ປະຕິບັດຕາມກົດໝາຍອັນດຽວກັນທຸກປະການ. ການສ້າງໂອກາດທີ່ເທົ່າທຽມກັນຈະກຳຈັດການແຂ່ງຂັນທີ່ບໍ່ເປັນທໍາ ຈາກໄມ້ລາຄາຖືກທີ່ຜິດກົດໝາຍ. ໃນເວລາດຽວກັນ, ບັນດາພາກສ່ວນກ່ຽວຂ້ອງອື່ນໆຂອງພາກເອກະຊົນອາດຄັດຄ້ານຕໍ່ຄວາມພະຍາຍາມໃນການເສີມສ້າງການຈັດຕັ້ງປະຕິບັດກົດໝາຍ ຍ້ອນວ່າພວກເຂົາໄດ້ຮັບຜົນປະໂຫຍດຈາກການລັກລອບຕັດໄມ້ຢ່າງຜິດກົດໝາຍ.

ການ​ຈັດ​ຕັ້ງ ແລະ ​ອິດ​ທິ​ພົນ

ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ຈະບໍ່ມີປະສິດທິພາບຖ້າບໍ່ມີການມີພົວພັນຈາກພາກເອກະຊົນ. ການມີສ່ວນຮ່ວມຂອງພາກສ່ວນເອກະຊົນໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນມີຄວາມສຳຄັນຕໍ່ກັບຄວາມໜ້າເຊື່ອຖື ແລະ ຄວາມເປັນໄປໄດ້ຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ມັນເປັນຄວາມຮັບຜິດຊອບຂອງບັນດາພາກສ່ວນກ່ຽວຂ້ອງຂອງພາກເອກະຊົນໃນການຄ້າໄມ້ ເພື່ອມີສ່ວນຮ່ວມເຂົ້າໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).

ເຖິງຢ່າງໃດກໍ່ຕາມ, ພາກເອກະຊົນໄດ້ປະເຊີນກັບບັນດາສິ່ງທ້າທາຍໃນການມີສ່ວນຮ່ວມເຂົ້າໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ເຊິ່ງບັນດາສິ່ງທ້າທາຍປະກອບດ້ວຍກຳນົດເວລາທີ່ຈຳເປັນໃນການມີສ່ວນຮ່ວມ. ໂດຍສະເພາະບັນດາຜູ້ຜະລິດຂະໜາດນ້ອຍອາດມີອຸປະສັກໃນການໃຫ້ຄວາມຄິດເຫັນໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຍ້ອນວ່າພວກເຂົາຂາດແຄນຊັບພະຍາກອນ, ຂໍ້ມູນ ແລະ ອິດທິພົນ. ສະມາຄົມຂອງບັນດາຜູ້ຜະລິດຂະໜາດນ້ອຍແມ່ນບໍ່ໄດ້ເຂົ້າຮ່ວມໃນຂັ້ນຕອນ ຫຼື ໄດ້ຮັບການຈັດຕັ້ງທີ່ບໍ່ດີ. ເຊິ່ງການເຂົ້າເຖິງຂໍ້ມູນແມ່ນມີຄວາມແຕກຕ່າງຢ່າງຫຼວງຫຼາຍ. ບັນດາພາກສ່ວນກ່ຽວຂ້ອງຂອງພາກເອກະຊົນແມ່ນບໍ່ຮູ້ເຫດຜົນວ່າເປັນຫຍັງພວກເຂົາຕ້ອງເຂົ້າຮ່ວມໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).

ນອກຈາກນັ້ນ, ຜູ້ດຳເນີນທຸລະກິດຂະໜາດນ້ອຍ, ເປັນຕົ້ນແມ່ນຜູ້ຕັດໄມ້ ຫຼື ອຸດສະຫະກຳຄອບຄົວ, ເຊິ່ງອາດຂາດແຄນສະຖານະພາບທາງກົດໝາຍໃນການດຳເນີນການ. ເຊິ່ງອາດເປັນເລື່ອງຫຍຸ້ງຍາກທີ່ບັນດາວິສາຫະກິດຂະໜາດນ້ອຍເຫຼົ່ານີ້ເຂົ້າຮ່ວມປຶກສາຫາລືຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຍ້ອນພວກເຂົາມີຈຳນວນຫຼາຍ, ມີການຈັດແຈງທີ່ບໍ່ດີ ແລະ ກະຈັດກະຈາຍ. ແຕ່ບັນດາພາກສ່ວນເຫຼົ່ານີ້ເປັນພາກສ່ວນທີ່ມີຄວາມສຳຄັນ, ເຊິ່ງຮວມກັນແລ້ວ ຈະມີຜົນກະທົບຢ່າງໃຫຍ່ຫຼວງຕໍ່ຂະແໜງປ່າໄມ້ ແລະ ໂດຍສະເພາະແມ່ນກ່ຽວກັບຕະຫຼາດພາຍໃນ.

ສະຖານະພາບທາງດ້ານກົດໝາຍທີ່ບໍ່ແນ່ນອນຂອງຜູ້ຕັດໄມ້ຂະໜາດນ້ອຍ ເຮັດໃຫ້ມັນເປັນເລື່ອງຍາກສຳລັບພວກເຂົາໃນການເຂົ້າເຖິງຊັບພະຍາກອນທີ່ຖືກຕ້ອງຕາມກົດໝາຍ, ຈາກການຍຶດຊັບເພື່ອມາເປັນລາຍໄດ້ອາກອນຂອງລັດຖະບານ ແລະ ການຄຸກຄາມທີ່ເປັນໂຕທຳລາຍຄວາມພະຍາຍາມໃນການປັບປຸງການຄຸ້ມຄອງ. ເບິ່ງຕາຕະລາງ ‘ຜູ້ຕັດໄມ້ທີ່ຜິດກົດໝາຍຂອງປະເທດການ້າທີ່ຕ້ອງການຢາກຖືກກົດໝາຍ’.

ໃນທາງກົງກັນຂ້າມ, ຜູ້ດຳເນີນທຸລະກິດຂະໜາດໃຫຍ່ອາດມີອິດທິພົນທາງດ້ານການເມືອງຢ່າງຮຸນແຮງ. ພວກເຂົາສາມາດຂັດຂວາງຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຖ້າພວກເຂົາຮູ້ສຶກວ່າຂັ້ນຕອນດັ່ງກ່າວຂັດກັບຜົນປະໂຫຍດຂອງພວກເຂົາ ຫຼື ສົ່ງເສີມຄວາມຄາດຫວັງໃນດ້ານຕ່າງໆຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທີ່ເອື້ອຍປະໂຫຍດແກ່ທຸລະກິດຂອງພວກເຂົາ.

ບັນ​ດາ​ຜູ້​ມີ​ສ່ວນ​ຮ່ວມ​ຂະໜາດ​ນ້ອຍ

ໃນຂັ້ນຕອນທຳອິດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ການເປັນຕົວແທນຂອງບັນດາຜູ້ມີສ່ວນຮ່ວມຂອງພາກເອກະຊົນແມ່ນຍັງບໍ່ເຂັ້ມແຂງ. ເປັນຕົ້ນແມ່ນໃນປະເທດການ້າ, ພາກເອກະຊົນສອງພາກສ່ວນທີ່ມີຕຳແໜ່ງໃນຄະນະກໍາມະການຊີ້ນໍາແຫ່ງຊາດ ເຊິ່ງເປັນຕົວແທນຂອງອົງການໂຮງເລື່ອຍໄມ້ປະເທດການ້າ, ເຊິ່ງມີສະມາຊິກຈຳນວນຫຼາຍ, ທີ່ເປັນບໍລິສັດທີ່ມີເຕັກໂນລະຊີໃນການຕັດໄມ້ທີ່ທັນສະໄໝ. ສະມາຄົມຜູ້ຄ້າໄມ້ການ້າ, ເຊິ່ງມີສະມາຊິກເປັນຜູ້ດຳເນີນທຸລະກິດຕັດໄມ້ ແລະ ໂຮງເລື່ອຍຂະໜາດນ້ອຍ ແລະ ຂະໜາດກາງ, ບໍ່ມີຕົວແທນເຂົ້າໃນຄະນະກຳມະການດັ່ງກ່າວ.

ໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທີ່ກຳລັງດຳເນີນການໃນປະຈຸບັນໄດ້ສະໜັບສະໜູນກຸ່ມພາກເອກະຊົນຂະໜາດນ້ອຍທີ່ເປັນເປົ້າໝາຍ ເພື່ອຊຸກຍູ້ໃຫ້ພວກເຂົາເຂົາມີສ່ວນຮ່ວມໃນຂັ້ນຕອນດັ່ງກ່າວ. ເປັນຕົ້ນແມ່ນໃນປະເທດຫວຽດນາມ, ມີແຮງຜັກດັນຂະໜາດໃຫຍ່ໃນການເຮັດໃຫ້ບັນດາຊ່າງໄມ້ທີ່ມີສີມືມີສ່ວນຮ່ວມ ແລະ ເຊື້ອເຊີນພວກເຂົາເຂົ້າປະຊຸມ. ໃນປະເທດແຄມມາຣູນ ແລະ ອິນໂດເນເຊຍ, ອົງການຈັດຕັ້ງທີ່ໃຫ້ການສະໜັບສະໜູນ ໄດ້ເຮັດວຽກຮ່ວມກັບບັນດາວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ ເພື່ອຊ່ວຍໃຫ້ພວກເຂົາເຂົ້າໃຈ ບັນດາເງື່ອນໄຂຂອງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ແລະ ຄວາມຕ້ອງການຂອງຕະຫຼາດສະຫະພາບເອີຣົບກ່ຽວກັບໄມ້ທີ່ຖືກກົດໝາຍ.

ການ​ເປັນ​ຕົວ​ແທນ​ໃນ​ຂັ້ນ​ຕອນ​ຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

  • ໃນ​ຂັ້ນ​ຕອນ​ຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນ​​ສາ​ທາ​ລະ​ນະ​ລັດ​ອາ​ຟ​ຣິ​ກາ​ກາງ ແລະ ສາ​ທາ​ລະ​ນະ​ລັດ​ຄອງ​ໂກ, ບັນ​ດາ​ບໍ​ລິ​ສັດ​ສາ​ກົນຂະ​ໜາດ​ໃຫຍ່ ແລະ ບໍ​ລິ​ສັດ​ພາຍໃນປະເທດ​ຂະ​ໜາດ​ນ້ອຍ ແມ່ນ​ມີ​ບຸກ​ຄົນ​ທີ່​ສະ​ໜອງ​ຂໍ້​ມູນ​ໃຫ້​ແກ່ປະ​ຊາ​ຊົນ​ຂອງ​ພວກ​ເຂົາທີ່ມີສິດເລືອກຕັ້ງ
  • ໃນ​ປະ​ເທດ​ແຄມມາ​ຣູນ, ບັນ​ດາ​ຕົວ​ແທນ​ຂອງສະ​ຫະ​ພັນ​ກຳ​ມະ​ບານສາມ​ສະ​ຫະ​ພັນໄດ້​ປະ​ຕິ​ບັດ​ບົດ​ບາດດັ່ງ​ກ່າວ
  • ໃນ​ການ​ເຈະ​ລ​ຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນ​ປະ​ເທດ​ໄທ, ພາກ​ເອ​ກະ​ຊົນ​ແມ່ນ​ມີ​ສິດ​ໃນ​ການ​ອອກ​ສຽງ ແລະ ໄດ້​ສ້າງບົດຄວາມກ່ຽວກັບຈຸດຢືນ ເພື່ອ​ສະ​ເໜີ​ແນວ​ຄວາມ​ຄິດ​ຂອງ​ຕົນ

ຜູ້​ຜະ​ລິດ​ເຟີ​ນີ​ເຈີ​ຂອງ​ປະ​ເທດ​ອິນ​ໂດ​ເນ​ເຊຍ

ສຳລັບບັນດາວິສາຫະກິດຂະໜາດນ້ອຍໃນຂະແໜງເຟີນີເຈີຂອງປະເທດອິນໂດເນເຊຍ, ຈະຕີຄວາມໝາຍຂອງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ໄດ້ຊັດເຈນຫຼັງຈາກທີ່ການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໄດ້ສິ້ນສຸດລົງ ແລະ ເລີ່ມການຈັດຕັ້ງປະຕິບັດ. ດັ່ງນັ້ນ ບັນດາວິສາຫະກິດຂະໜາດນ້ອຍໃນຂະແໜງການດັ່ງກ່າວໂນ້ມນ້າວລັດຖະບານເພື່ອໃຫ້ມີບັນດາເງື່ອນໄຂທີ່ເຄັ່ງຄັດໜ້ອຍລົງ ແລະ ມີເວລາຫຼາຍໃນການປະຕິບັດເງື່ອນໄຂດັ່ງກ່າວ. ດັ່ງນັ້ນ, ໃນປີ 2014, ລັດຖະບານໄດ້ແກ້ໄຂລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້, ສະເໜີຂັ້ນຕອນທີ່ເອີ້ນວ່າ: ການແຈ້ງຄວາມສອດຄ່ອງຂອງຜູ້ສະໜອງ ທີ່ຈະເຮັດໃຫ້ເກີດຄວາມສອດຄ່ອງກັນງ່າຍຂຶ້ນສຳລັບເຈົ້າຂອງທຸລະກິດຂະໜາດນ້ອຍ ທີ່ດຳເນີນການກ່ຽວກັບດິນສ່ວນບຸກຄົນ, ຜູ້ຄ້າທີ່ດຳເນີນການຄ້າກ່ຽວກັບໄມ້ທີ່ເຈົ້າຂອງຂະໜາດນ້ອຍ ແລະ ຜູ້ຜະລິດຂະໜາດນ້ອຍເປັນຜູ້ຜະລິດ.

 

ຜູ້​ຕັດ​ໄມ້​ທີ່​ຜິດ​ກົດ​ໝາຍ​ຂອງ​ປະ​ເທດ​ກາ​ນ້າ​ທີ່ຕ້ອງການຢາກ​ຖືກ​ກົດ​ໝາຍ

ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກຳນົດສິ່ງທ້າທາຍໃຫ້ແກ່ຜູ້ຕັດໄມ້ຂະໜາດນ້ອຍໃນປະເທດການ້າ. ເຊິ່ງຢູ່ພາຍໃຕ້ກົດໝາຍປະຈຸບັນ, ຜູ້ຕັດໄມ້ດັ່ງກ່າວແມ່ນເຄື່ອນໄຫວຢ່າງຜິດກົດໝາຍ. ການຈັດຕັ້ງປະຕິບັດກົດໝາຍທີ່ໄດ້ຮັບການປັບປຸງພາຍໃຕ້ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)ສາມາດລົງໂທດບັນດາຜູ້ຕັດໄມ້ຂະໜາດນ້ອຍທີ່ມີລາຍຮັບຕ່ຳ. ດັ່ງນັ້ນ, ມັນອາດຈະຢູ່ໃນຄວາມສົນໃຈຂອງພວກເຂົາໃນການມີສ່ວນຮ່ວມໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພື່ອຮຽກຮ້ອງໃຫ້ມີການປະຕິຮູບ ທີ່ຈະເຮັດໃຫ້ບັນດາກິດຈະການຕ່າງໆຖືກຕ້ອງຕາມກົດໝາຍ.

ໃນປະເທດການ້າ, ຜູ້ຕັດໄມ້ສາມາດຜະລິດໄດ້ຫຼາຍກວ່າ 80% ຂອງໄມ້ທັງໝົດ, ເຊິ່ງໄມ້ດັ່ງກ່າວແມ່ນຜິດກົດໝາຍ. ບັນດາຜູ້ຕັດໄມ້ຈຳນວນ 100,000 ຄົນສະໜັບສະໜູນປະຊາຊົນຫຼາຍລ້ານຄົນ ແລະ ໃຫ້ການປະກອບສ່ວນທີ່ສຳຄັນເຂົ້າໃນເສດຖະກິດທ້ອງຖິ່ນ. ບັນດາຜູ້ຕັດໄມ້ໄດ້ກ່າວວ່າວິທີການຂຸດຄົ້ນໄມ້ຂອງພວກເຂົາແມ່ນມີປະສິດທິພາບ ແລະ ມີຄວາມຍືນຍົງຫຼາຍກວ່າອຸດສະຫະກຳໂຮງເລື່ອຍທີ່ຖືກກົດໝາຍ.

ສະມາຄົມການຄ້າໄມ້ພາຍໃນແມ່ນໜ່ວຍງານທີ່ເປັນຕົວແທນຂອງຜູ້ຄ້າໄມ້ພາຍໃນປະເທດ, ຜູ້ຄວບຄຸມອຸປະກອນເລື່ອຍໄມ້, ຜູ້ຕັດໄມ້ດ້ວຍຈັກຕັດໄມ້ ແລະ ຜູ້ຂົນສົ່ງຈຳນວນ 25,000 ຄົນ. ໜ່ວຍງານດັ່ງກ່າວຮຽກຮ້ອງໃຫ້ລັດຖະບານຢຸດຕິການຫ້າມຕັດໄມ້ດ້ວຍຈັກຕັດໄມ້ ແລະ ອອກໃບອະນຸຍາດຢ່າງເປັນທາງການເພື່ອຄວບຄຸມກິດຈະກຳດັ່ງກ່າວແທນ. ເຖິງຢ່າງໃດກໍຕາມ, ທາງລັດຖະບານມີຈຸດປະສົງທີ່ຈະຊຸກຍູ້ບັນດາຜູ້ຕັດໄມ້ໃຫ້ຢຸດຕິການນຳໃຊ້ຈັກຕັດໄມ້ ແລະ ປ່ຽນມານຳໃຊ້ວິທີການເລື່ອຍໄມ້ທີ່ຖືກຕ້ອງຕາມກົດໝາຍ, ເປັນຕົ້ນແມ່ນການນຳໃຊ້ໂຮງເລື່ອຍເຄື່ອນທີ່.

ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຂອງປະເທດການ້າ ຮຽກຮ້ອງໃຫ້ໄມ້ທັງໝົດຕ້ອງເປັນໄມ້ທີ່ຖືກກົດໝາຍ, ລວມທັງໄມ້ທີ່ຜະລິດສຳລັບຕະຫຼາດພາຍໃນ. ແຕ່ເນື່ອງຈາກມີການຕັດໄມ້ເປັນຈຳນວນຫຼວງຫຼາຍດ້ວຍຈັກຕັດໄມ້ຢ່າງຜິດກົດໝາຍ, ຈຶ່ງມີຄວາມສ່ຽງວ່າໄມ້ບາງສ່ວນຈະປະປົນເຂົ້າໃນຕ່ອງໂສ້ການສະໜອງ ແລະ ສົ່ງອອກ, ແລະ ມີຜົນກະທົບຕໍ່ກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).

ທ່ານ Patrick Agyei, ເລຂາທິການຂອງໜ່ວຍງານປະຈຳພາກພື້ນຕາເວັນອອກ ໄດ້ກ່າວວ່າ: “ພວກເຮົາຫວັງເພິ່ງການຊ່ວຍເຫຼືອຈາກຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).” “ໃນຂະນະທີ່ພວກເຮົາຍັງດຳເນີນການຢ່າງຜິດກົດໝາຍ, ພວກເຮົາເຫັນວ່າສະຖານະພາບຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຍັງບໍ່ໝັ້ນຄົງເທື່ອ. ພວກເຮົາໄດ້ເດີນທາງໄປປະເທດໄລບີເລຍເຊິ່ງເປັນບ່ອນທີ່ການຕັດໄມ້ເປັນສິ່ງທີ່ຖືກກົດໝາຍ, ແລະ ເດີນທາງໄປປະເທດກູຢານາ ເຊິ່ງເປັນປະເທດທີ່ປ່າໄມ້ທັງໝົດເປັນຂອງຊຸມຊົນ. ນີ້ແມ່ນສິ່ງທີ່ພວກເຮົາຕ້ອງການ.”

ແຫຼ່ງທີ່ມາ: Pearce, F. 2012. Forest Stands: ວິທີການທີ່ກົດໝາຍດ້ານການຄ້າສະບັບໃໝ່ຂອງສະຫະພາບເອີຣົບຊ່ວຍບັນດາປະເທດຕ່າງໆໃນການປົກປັກຮັກສາປ່າໄມ້ ແລະ ປະຊາຊົນ. FERN, ບຣູແຊວ, ເບວຢຽມ. 24pp. [ດາວໂຫຼດ PDF]; Ghana News Agency. 2012. DOLTA ຮຽກຮ້ອງໃຫ້ລັດຖະບານເລັ່ງດຳເນີນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ວັນທີ 22 ກັນຍາ 2012. [ອ່ານໃນອິນເຕີເນັດ]; GhanaWeb. 2014. ຜູ້ດຳເນີນການຕັດໄມ້ດ້ວຍຈັກຕັດໄມ້ຢ່າງຜິດກົດໝາຍສ້າງລາຍຮັບຈຳນວນ $200 ລ້ານຕໍ່ປີ. ວັນທີ 24 ກໍລະກົດ 2014 [ອ່ານໃນອິນເຕີເນັດ]

 

ຂໍ້ມູນເພີ່ມເຕີມ

ການເຊື່ອມຕໍ່ໄປສູ່ໜ້າເວັບພາຍນອກ

Capacity4Development. 2013. ອົງການຈັດຕັ້ງທາງສັງຄົມແບ່ງປັນປະສົບການໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນກອງປະຊຸມການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ 2013. [ອ່ານໃນອິນເຕີເນັດ]

Jeffree, M. 2014. ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້, ການມອບອຳນາດປ່າໄມ້. Timber Trades Journal Online October 2014: 48–49.

Pearce, F. 2012. Forest Stands: ວິທີການທີ່ກົດໝາຍດ້ານການຄ້າສະບັບໃໝ່ຂອງສະຫະພາບເອີຣົບຊ່ວຍບັນດາປະເທດຕ່າງໆໃນການປົກປັກຮັກສາປ່າໄມ້ ແລະ ປະຊາຊົນ. FERN, ບຣູແຊວ, ເບວຢຽມ. 24pp. [ດາວໂຫຼດ PDF]