ໂຄງສ້າງການຈັດຕ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຫ່ງຊາດ
ບັນດາປະເທດທີ່ເປັນຄູ່ຮ່ວມສັນຍາໄດ້ສ້າງຕັ້ງໂຄງສ້າງທີ່ເປັນທາງການ ແລະ ບໍ່ເປັນທາງການຂຶ້ນເພື່ອກວດສອບ ການຈັດຕັ້ງປະຕິບັດ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ບັນດາປະເທດທີ່ເປັນຄູ່ຮ່ວມສັນຍາສາມາດສ້າງບັນດາກົມກອງໃໝ່ໆໃນໜ່ວຍງານລັດຖະບານ ເພື່ອດຳເນີນການຈັດຕັ້ງປະຕິບັດວຽກງານ, ເປັນຕົ້ນແມ່ນ:
- ການຮວບຮວມຂໍ້ມູນຈາກບັນດາບໍລິສັດຜະລິດຕ່າງໆ
- ການດຳເນີນການກວດສອບພາກສະໜາມ
- ການສ້າງຄວາມເປັນເອກະພາບກັນໃນຂໍ້ມູນຕ່ອງໂສ້ການສະໜອງ
- ການຕິດຕາມກວດກາ ແລະ ລາຍງານກ່ຽວກັບຄວາມສອດຄ່ອງກັນຂອງຜູ້ຜະລິດຕໍ່ກັບ ນິຍາມຄວາມຖືກຕ້ອງທາງກົດໝາຍ
- ການອອກ ໃບອະນຸຍາດຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້
- ການຕິດຕາມກວດກາການອອກໃບອະນຸຍາດຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້
ການກວດສອບການຈັດຕັ້ງປະຕິບັດ
ປະເທດທີ່ເປັນຄູ່ຮ່ວມສັນຍາແຕ່ລະປະເທດໄດ້ສ້າງຕັ້ງຄະນະກຳມະການຢ່າງບໍ່ເປັນທາງການ ຫຼື ກອງເລຂາທີ່ມີບົດບາດໃນການຈັດຕັ້ງປະຕິບັດທີ່ປະກອບດ້ວຍ:
- ການຊີ້ນຳ ແລະ ປະເມີນວຽກງານການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
- ການລາຍງານສິ່ງທີ່ຄົ້ນພົບຢ່າງເປີດເຜີຍ
- ການຕອບໂຕ້ການຮຽກຮ້ອງກ່ຽວກັບການບໍ່ຈັດຕັ້ງປະຕິບັດ
- ການກະກຽມບົດຄວາມກ່ຽວກັບຈຸດຢືນແຫ່ງຊາດ ແລະ ບັນດາເອກະສານອື່ນໆໃຫ້ແກ່ ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດ
ໃນປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທັງໝົດ, ບັນດາຄະນະກຳມະການດັ່ງກ່າວປະກອບດ້ວຍຕົວແທນຂອງລັດຖະບານ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ. ໃນບາງປະເທດທີ່ເປັນຄູ່ຮ່ວມສັນຍາ, ບັນດາພາກສ່ວນກ່ຽວຂ້ອງອື່ນໆ, ເປັນຕົ້ນແມ່ນສະມາຊິກສະພາ ແລະ ຕົວແທນຂອງຄົນຊົນເຜົ່າ, ກໍແມ່ນສະມາຊິກຂອງຄະນະກຳມະການຈັດຕັ້ງປະຕິບັດເຫຼົ່ານີ້ເຊັ່ນດຽວກັນ.
ປະເທດແຄມມາຣູນ ໄດ້ສ້າງຕັ້ງຄະນະກຳມະການຕິດຕາມກວດກາແຫ່ງຊາດ ແລະ ມອບໝາຍໜ້າທີ່ໃຫ້ອົງປະກອບຂອງຕົນດ້ວຍດຳລັດ, ເຊິ່ງສະມາຊິກທີ່ແນ່ນອນຂອງຄະນະກຳມະການດັ່ງກ່າວປະກອບດ້ວຍຕົວແທນຂອງສຳນັກງານນາຍົກລັດຖະມົນຕີ, ສະພາແຫ່ງຊາດ, ກະຊວງຂອງລັດຖະບານຫ້າກະຊວງ, ອົງການຈັດຕັ້ງທາງສັງຄົມ, ຄົນຊົນເຜົ່າ, ພາກເອກະຊົນ ແລະ ປະຊາຊົນທີ່ເພິ່ງພາອາໄສປ່າໄມ້ຂອງຊຸມຊົນ. ຄະນະກຳມະການດັ່ງກ່າວໄດ້ເຊື້ອເຊີນບັນດາຜູ້ສັງເກດການໃຫ້ເຂົ້າຮ່ວມໃນກອງປະຊຸມຂອງຕົນ.
ສາທາລະນະລັດອາຟຣິກາກາງ ຄະນະກຳມະການແຫ່ງຊາດເພື່ອການຈັດຕັ້ງປະຕິບັດ ແລະ ການຕິດຕາມກວດກາຂອງບັນດາພາກສ່ວນກ່ຽວຂ້ອງ (Comité National de la Mise en Œuvre et Suivi – CNMOS) ໄດ້ດຳເນີນການກວດກາການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ເຊິ່ງ CNMOS ຈະສະໜອງຄວາມຮູ້ຈາກບັນດາພາກສ່ວນກ່ຽວຂ້ອງແຫ່ງຊາດໃຫ້ແກ່ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວ. ບັນດາສະມາຊິກຂອງຄະນະກຳມະການ CNMOS ປະກອບດ້ວຍຕົວແທນຂອງກະຊວງຕ່າງໆ, ສະພາແຫ່ງຊາດ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ. ນອກຈາກນັ້ນ, ຄະນະກຳມະການດັ່ງກ່າວຍັງເປັນກົນໄກແຫ່ງຊາດສຳລັບການປຶກສາຫາລືຂອງບັນດາພາກສ່ວນກ່ຽວຂ້ອງ. ຄະນະກຳມະການ CNMOS ໄດ້ລາຍງານ ແລະ ແລກປ່ຽນຂໍ້ມູນກັບກຸ່ມຂອງບັນດາພາກສ່ວນກ່ຽວຂ້ອງຢ່າງກວ້າງຂວາງ. ນອກຈາກນັ້ນປະເທດສາທາລະນະລັດອາຟຣິກາກາງຍັງໄດ້ສ້າງຕັ້ງກອງເລຂາປະຈໍາດ້ານວິຊາການ (STP – Secrétariat technique permanent) ເພື່ອຈັດແຈງ ແລະ ອຳນວຍຄວາມສະດວກໃຫ້ແກ່ບັນດາວຽກງານການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າ. ກອງເລຂາປະຈໍາດ້ານວິຊາການປະກອບດ້ວຍພະນັກງານປະຈຳຈຳນວນສີ່ທ່ານ ແລະ ຢູ່ພາຍໃຕ້ກະຊວງປ່າໄມ້, ຊັບພະຍາກອນນ້ຳ, ການປະມົງ ແລະ ການລ່າສັດ.
ປະເທດການ້າ ກອງເລຂາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນຄະນະກຳມະທິການປ່າໄມ້ຂອງປະເທດການ້າ ໄດ້ດຳເນີນການປະສານງານການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວ. ນອກຈາກນັ້ນ, ປະເທດການ້າໄດ້ສ້າງຕັ້ງຄະນະກຳມະການຈັດຕັ້ງປະຕິບັດຂອງບັນດາພາກສ່ວນກ່ຽວຂ້ອງຂຶ້ນຢ່າງເປັນທາງການ. ກຸ່ມດັ່ງກ່າວຈະປະຕິບັດວຽກງານໃນນາມຄະນະຜູ້ແທນຂອງປະເທດການ້າໃນກອງປະຊຸມຂອງຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດ, ບັນດາສະມາຊິກອື່ນໆຂອງຄະນະກຳມະການປະກອບດ້ວຍສະມາຊິກສະພາ, ໜ່ວຍງານຄຸ້ມຄອງ, ຕົວແທນຂອງອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນ. ເຊິ່ງບັນດາສະມາຊິກຂອງຄະນະກຳມະການດັ່ງກ່າວປະກອບດ້ວຍຕົວແທນຂອງກະຊວງ ແລະ ໜ່ວຍງານລັດຖະບານຈຳນວນໜຶ່ງ ທີ່ຮັບຜິດຊອບຕໍ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນດ້ານຕ່າງໆ, ແລະ ກອງເລຂາຂອງຂໍ້ຕົກລົງດັ່ງກ່າວ. ລັດຖະມົນຕີກະຊວງດັ່ງກ່າວເປັນຜູ້ນຳພາຄະນະຜູ້ແທນຂອງປະເທດການ້າໄປສູ່ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດ.
ປະເທດອິນໂດເນເຊຍ. ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດໄດ້ຮັບການສະໜັບສະໜູນໂດຍກອງເລຂາ, ທີ່ນຳພາໂດຍທຸກຝ່າຍ, ແລະ ມີທີ່ຕັ້ງຢູ່ກະຊວງສິ່ງແວດລ້ອມ ແລະ ປ່າໄມ້. ໃນເວລາທີ່ຮ່າງເອກະສານ, ປະເທດອິນໂດເນເຊຍໄດ້ສ້າງຕັ້ງກຸ່ມປະຕິບັດວຽກງານຂອງບັນດາພາກສ່ວນກ່ຽວຂ້ອງຈຳນວນສອງກຸ່ມທີ່ດຳເນີນການໃນນາມຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດ, ເຊິ່ງປະກອບດ້ວຍ:
- ກຸ່ມປະຕິບັດວຽກງານທາງດ້ານເຕັກນິກ, ເຊິ່ງປະຕິບັດວຽກງານການຕິດຕາມກວດກາຜົນກະທົບ
- ໜ່ວຍປະຕິບັດງານຮ່ວມ, ທີ່ກວດສອບການຈັດຕັ້ງປະຕິບັດແຜນງານລະຫວ່າງປະເທດອິນໂດເນເຊຍ ແລະ ສະຫະພາບເອີຣົບ ກ່ຽວກັບຄວາມກ້າວໜ້າໃນການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ການປະຊຸມແລກປ່ຽນລະຫວ່າງສະຫະພາບເອີຣົບ ແລະ ປະເທດອິນໂດເນເຊຍໄດ້ຈັດຂຶ້ນເປັນປະຈຳທຸກສອງເດືອນໃນຮູບແບບໜ່ວຍປະຕິບັດງານຮ່ວມ ແລະ ຜູ້ຊ່ຽວຊານຮ່ວມ, ເຊິ່ງແຕ່ລະຄັ້ງມີການເຊື້ອເຊີນກຸ່ມຂອງບັນດາພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ອົງການຈັດຕັ້ງທາງສັງຄົມມີເວທີເປັນຂອງຕົນເອງ ທີ່ແນໃສ່ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້, ແລະ ໄດ້ລະບຸຕົວແທນສຳລັບກອງປະຊຸມລະຫວ່າງສະຫະພາບເອີຣົບ ແລະ ປະເທດອິນໂດເນເຊຍ. ບໍລິສັດຕ່າງໆທີ່ກວດສອບຄວາມຖືກຕ້ອງຂອງພາກເອກະຊົນໄດ້ພົບປະກັນໃນເວທີກວດກາຄວາມຖືກຕ້ອງຂອງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້.
ປະເທດໄລບີເລຍ ຫຼັງຈາກສິ້ນສຸດການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ທີມງານເຈລະຈາແຫ່ງຊາດໄດ້ມີການພັດທະນາເພື່ອເຂົ້າຮ່ວມໃນຄະນະກຳມະການຈັດຕັ້ງປະຕິບັດຂອງປະເທດໄລບີເລຍ. ຄະນະກຳມະການດັ່ງກ່າວພົບປະກັນໂດຍມີຈຸດປະສົງຫຼັກເພື່ອດຳເນີນການກະກຽມກກອງປະຊຸມຂອງຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດ, ເຊິ່ງບັນດາສະມາຊິກຂອງຄະນະກຳມະການດັ່ງກ່າວເປັນຕົວແທນໃຫ້ກັບບັນດາກະຊວງ ແລະ ໜ່ວຍງານລັດຖະບານ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ. ນອກຈາກນັ້ນ, ຄະນະກຳມະການຕິດຕາມກວດກາແຫ່ງຊາດຂອງບັນດາພາກສ່ວນກ່ຽວຂ້ອງຍັງສະໜອງຂໍ້ມູນໃຫ້ແກ່ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດ, ເຊິ່ງມີສະມາຊິກຈຳນວນ 26 ທ່ານ ປະກອບດ້ວຍສະມາຊິກຂອງຄະນະກຳມະການຈັດຕັ້ງປະຕິບັດຂອງປະເທດໄລບີເລຍ ແລະ ຕົວແທນຂອງໜ່ວຍງານລັດຖະບານ, ອົງການຈັດຕັ້ງທາງສັງຄົມ, ພາກເອກະຊົນ ແລະ ບັນດາຊຸມຊົນຕ່າງໆ.
ສາທາລະນະລັດຄອງໂກ ກອງເລຂາທາງດ້ານເຕັກນິກຂອງບັນດາພາກສ່ວນກ່ຽວຂ້ອງແຫ່ງຊາດດຳເນີນການຕິດຕາມກວດກາ, ໃຫ້ຄຳແນະນຳ ແລະ ສະໜັບສະໜູນການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນສາທາລະນະລັດຄອງໂກ. ບັນດາສະມາຊິກແມ່ນຕົວແທນຂອງລັດຖະບານ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ. ນອກນັ້ນ, ກອງເລຂາທາງດ້ານເຕັກນິກກະກຽມເອກະສານສຳລັບກອງປະຊຸມຂອງຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).
ຂໍ້ມູນເພີ່ມເຕີມ
ພາກສ່ວນທີ່ກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ໂຄງສ້າງຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ໂຄງສ້າງການຈັດຕັ້ງປະຕິບັດແຫ່ງຊາດ
ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ໄລຍະການຈັດຕັ້ງປະຕິບັດຂັ້ນຕອນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ການເຊື່ອມຕໍ່ໄປສູ່ໜ້າເວັບພາຍນອກ
Faure, N. and Lesniewska, F. 2012. ການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA): ກຳນົດວິທີການສຳລັບການມີສ່ວນຮ່ວມຂອງອົງການຈັດຕັ້ງທາງສັງຄົມໃນການປະຕິຮູບກົດໝາຍທີ່ກ່ຽວຂ້ອງກັບຂໍ້ຕົກລົງດັ່ງກ່າວ. ການປະຊຸມລະດັບພາກພື້ນຂອງປະເທດການ້າ: ປະສົບການຈາກຂັ້ນຕອນ FLEGT/VPA ໃນບັນດາປະເທດທີ່ຕັ້ງຢູ່ທະວີບອາຟຣິກາກາງ ແລະ ຕາເວັນຕົກ. ClientEarth. [ດາວໂຫຼດ PDF]
Bollen, A. and Ozinga, S. 2013. Iການປັບປຸງການຄຸ້ມຄອງປ່າໄມ້. ການປຽບທຽບລະຫວ່າງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ແລະ ຜົນກະທົບຂອງຂໍ້ຕົກລົງດັ່ງກ່າວ. FERN. 50pp. [ດາວໂຫຼດ PDF]
Duffield, L. and Ozinga, S. 2014. Making Forestry Fairer. ຄຳແນະນຳທີ່ໃຊ້ໄດ້ຈິງສຳລັບອົງການຈັດຕັ້ງທາງສັງຄົມ ທີ່ມີສ່ວນຮ່ວມໃນການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). FERN. 68pp. [ດາວໂຫຼດ PDF]