Print Friendly and PDF


ໂຄງ​ສ້າງ​ບັນ​ດາຜູ້​ທີ່​ມີ​ສ່ວນ​ກ່ຽວ​ຂ້ອງໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຫ່ງ​ຊາດ​

ບັນດາພາກສ່ວນກ່ຽວຂ້ອງທີ່ເປັນບຸກຄົນບໍ່ສາມາດເຂົ້າຮ່ວມຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທັງໝົດໄດ້ໂດຍກົງ. ເຖິງຢ່າງໃດກໍຕາມ, ພວກເຂົາສາມາດຈັດແຈງຕົວເອງໃຫ້ເຂົ້າກຸ່ມ ແລະ ຄັດເລືອກຕົວແທນໃນການດຳເນີນການແທນ. ບັນດາກຸ່ມເຫຼົ່ານີ້ປະກອບດ້ວຍສະມາຄົມການຄ້າ, ສະຫະພາບ, ເຄືອຂ່າຍຂອງອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ແລະ ເວທີຂອງອົງການຈັດຕັ້ງທາງສັງຄົມ, ເຊິ່ງບົດບາດຂອງພວກເຂົາໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ປະກອບດ້ວຍ:

  • ການພິຈາລະນາກ່ຽວກັບດ້ານຕ່າງໆຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພື່ອຕົກລົງເຫັນດີກ່ຽວກັບຈຸດຢືນຂອງບັນດາພາກສ່ວນກ່ຽວຂ້ອງ ແລະ ສະແດງອອກເຖິງຈຸດຢືນເຫຼົ່ານີ້ໃນການເຈລະຈາແຫ່ງຊາດ ແລະ ການເຈລະຈາສອງຝ່າຍ
  • ການແຕ່ງຕັ້ງຕົວແທນເຂົ້າໃນໂຄງສ້າງຂອງບັນດາພາກສ່ວນກ່ຽວຂ້ອງ, ລວມທັງໂຄງສ້າງການເຈລະຈາແຫ່ງຊາດ
  • ການຕິດຕໍ່ສື່ສານກັບອົງປະກອບຕ່າງໆກ່ຽວກັບຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ຄວາມໝາຍຂອງຂໍ້ຕົກລົງດັ່ງກ່າວ
  • ການສະໜັບສະໜູນການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ການຕິດຕາມກວດກາຜົນກະທົບ

ໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສ່ວນໃຫຍ່, ກຸ່ມຂອງບັນດາພາກສ່ວນກ່ຽວຂ້ອງທີ່ເປັນທາງການ ຫຼື ບໍ່ເປັນທາງການແມ່ນມີຢູ່ແລ້ວ ຫຼື ສ້າງຕັ້ງຂຶ້ນກ່ອນເລີ່ມການເຈລະຈາ. ປະສິດທີພາບຂອງກຸ່ມດັ່ງກ່າວແມ່ນຂຶ້ນກັບວ່າພວກເຂົາຈະຕິດຕໍ່ສື່ສານແນວຄວາມຄິດຂອງສະມາຊິກຂອງພວກເຂົາໄດ້ດີປານໃດໃນການເຈລະຈາແຫ່ງຊາດ ແລະ ການເຈລະຈາສອງຝ່າຍໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ແລະ ຂຶ້ນກັບວ່າພວກເຂົາຈະນຳໃຊ້ຊ່ອງທາງໃນການສົ່ງຂໍ້ມູນຈາກການເຈລະຈາກັບຄືນໄປສູ່ອົງການຂອງພວກເຂົາໄດ້ດີປານໃດ.

ການເປັນຕົວແທນຍັງແມ່ນສິ່ງທ້າທາຍ. ກຸ່ມຂອງພາກເອກະຊົນ, ເປັນຕົ້ນແມ່ນສະມາຄົມການຄ້າ, ມີແນວໂນ້ມທີ່ຈະມີສະມາຊິກທີ່ເປັນບໍລິສັດຂະໜາດໃຫຍ່ ຫຼາຍກວ່າຜູ້ດຳເນີນທຸລະກິດຂະໜາດນ້ອຍທີ່ປະກອບດ້ວຍຜູ້ຕັດໄມ້ດ້ວຍຈັກຕັດໄມ້ ຫຼື ຜູ້ຜະລິດເຟີນີເຈີ. ດັ່ງນັ້ນ, ການມີສ່ວນຮ່ວມຂອງຜູ້ດຳເນີນທຸລະກິດຂະໜາດນ້ອຍຈຶ່ງຂຶ້ນກັບຂອບເຂດທີ່ພວກເຂົາຈັດຕັ້ງຢູ່ ແລະ ຂອບເຂດຄວາມຮັບຮູ້ກ່ຽວກັບຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).

ນອກຈາກນັ້ນ, ມັນຍັງອາດຈະເປັນສິ່ງທ້າທາຍສຳລັບເວທີຂອງອົງການຈັດຕັ້ງທາງສັງຄົມໃນການນຳສະເໜີແນວຄວາມຄິດ ແລະ ລະດັບບຸລິມະສິດຂອງບັນດາສະມາຊິກ, ເຊິ່ງບັນດາສະມາຊິກອາດຈະແນໃສ່ບັນຫາຕ່າງໆ, ເປັນຕົ້ນແມ່ນບັນຫາກ່ຽວກັບເພດ, ສິດທິມະນຸດ, ສິ່ງແວດລ້ອມ ຫຼື ຄວາມທຸກຍາກ.

ຕົວຢ່າງ. ສະຫະພັນຜູ້ຄ້າໄມ້ ແລະ ການຕັດໄມ້ດ້ວຍຈັກຕັດໄມ້ຂອງປະເທດໄລບີເລຍ

ສະຫະພັນຜູ້ຄ້າໄມ້ ແລະ ການຕັດໄມ້ດ້ວຍຈັກຕັດໄມ້ຂອງປະເທດໄລບີເລຍເປັນຕົວແທນໃຫ້ແກ່ຜູ້ດຳເນີນທຸລະກິດຕັດໄມ້ທີ່ມີສີມື ແລະ ບັນດາພາກສ່ວນກ່ຽວຂ້ອງຂອງທຸລະກິດຂະໜາດນ້ອຍໃນຂະແໜງປ່າໄມ້ຂອງປະເທດໄລບີເລຍ. ສະຫະພັນດັ່ງກ່າວໄດ້ມີສ່ວນຮ່ວມໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຫຼັງຈາກທີ່ການເຈລະຈາໄດ້ສິ້ນສຸດລົງ, ສະຫະພາບເອີຣົບ ແລະ ປະເທດໄລບີເລຍໄດ້ລົງນາມຂໍ້ຕົກລົງດັ່ງກ່າວ. ນັບຕັ້ງແຕ່ນັ້ນເປັນຕົ້ນມາ, ສະຫະພັນດັ່ງກ່າວໄດ້ດຳເນີນການຝຶກອົບຮົມໃຫ້ແກ່ສະມາຊິກຫຼາຍກວ່າ 200 ທ່ານກ່ຽວກັບຂັ້ນຕອນຂອງຂໍ້ຕົກລົງດັ່ງກ່າວ, ແລະ ໄດ້ໃຫ້ສິດໃນການສະແດງຄວາມຄິດເຫັນແກ່ປະຊາຊົນໃນໄລຍະການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).

ແຫຼ່ງຂໍ້ມູນ: ອົງການອາຫານ ແລະ ການກະສິກຳ. 2014. ຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນອາຟຣິກາກາງ ແລະ ຕາເວັນຕົກ: ຈາກທິດສະດີສູ່ການປະຕິບັດ. ອົງການອາຫານ ແລະ ການກະສິກໍາ ຂອງອົງ​ການ​ສະ​ຫະ​ປະ​ຊາ​ຊາດ (FAO) ນະຄອນໂຣມ, ປະເທດອີຕາລີ. 58pp. [ດາວໂຫຼດ PDF]

 

ຕົວຢ່າງ. ເຄືອຂ່າຍອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຂອງປະເທດຫວຽດນາມກ່ຽວກັບການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້

ເຄືອຂ່າຍອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານຂອງປະເທດຫວຽດນາມກ່ຽວກັບການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ແມ່ນເວທີຂອງສະມາຊິກທີ່ເປັນອົງການຈັດຕັ້ງຈຳນວນ 40 ອົງການ. ບັນດາສະມາຊິກມີຄວາມຮູ້ ແລະ ປະສົບການໃນການປະຕິບັດວຽກງານເປັນກຸ່ມທີ່ເພິ່ງພາອາໄສປ່າໄມ້, ລວມທັງບັນດາຊົນເຜົ່າ, ວິສາຫະກິດຄອບຄົວ ແລະ ວິສາຫະກິດຂະໜາດນ້ອຍທີ່ດຳເນີນການປຸງແຕ່ງໄມ້, ແລະ ປະຊາຊົນຜູ້ທີ່ເປັນເຈົ້າຂອງທີ່ດິນ, ແຕ່ບໍ່ມີໃບຕາດິນ. ນັບແຕ່ການສ້າງຕັ້ງໃນປີ 2012 ເປັນຕົ້ນມາ, ເຄືອຂ່າຍດັ່ງກ່າວໄດ້:

  • ເສີມສ້າງຂີດຄວາມສາມາດຂອງບັນດາສະມາຊິກຂອງຕົນເພື່ອມີສ່ວນຮ່ວມໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
  • ປຶກສາຫາລືກັບຊຸມຊົນກ່ຽວກັບດ້ານຕ່າງໆຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ເປັນຕົ້ນແມ່ນນິຍາມຄວາມຖືກຕ້ອງທາງກົດໝາຍ ແລະ ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້
  • ສະໜອງຄຳຄິດເຫັນທີ່ເປັນລາຍລັກອັກສອນໃຫ້ແກ່ລັດຖະບານຫວຽດນາມໂດຍອີງຕາມການປຶກສາຫາລືກັນ
  • ດຳເນີນການຄົ້ນຄວ້າ ແລະ ຕີພິມບົດລາຍງານກ່ຽວກັບການປະຕິຮູບກົດໝາຍໃນຂະແໜງປ່າໄມ້ ແລະ

ເຄືອຂ່າຍດັ່ງກ່າວບໍ່ມີຕຳແໜ່ງໃນໂຄງສ້າງການເຈລະຈາຂອງປະເທດຫວຽດນາມ. ເຖິງຢ່າງໃດກໍຕາມ, ເຄືອຂ່າຍດັ່ງກ່າວຍັງມີອິດທິພົນ, ເຊິ່ງໄດ້ຮຽກຮ້ອງໃຫ້ລັດຖະບານຂອງປະເທດຫວຽດນາມດຳເນີນການປຶກສາຫາລືຢ່າງຖືກກົດໝາຍກ່ຽວກັບເອກະສານທາງດ້ານກົດໝາຍ ແລະ ຂໍ້ຕົກລົງທາງດ້ານການຄ້າສະບັບໃໝ່, ແລະ ເນື່ອງຈາກວ່າສະຫະພາບເອີຣົບອາດຈະຕິດຕາມໃນບາງຈຸດທີ່ເຄືອຂ່າຍດັ່ງກ່າວສ້າງຂຶ້ນ. ປະທານຂອງເຄືອຂ່າຍຫວັງວ່າເຄືອຂ່າຍດັ່ງກ່າວຈະມີບົດບາດທີ່ສຳຄັນໃນການຈັດຕັ້ງປະຕິບັດ ແລະ/ຫຼື ຕິດຕາມກວດກາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).

ແຫຼ່ງຂໍ້ມູນ: ການສຳພາດອົງກອນ EU FLEGT Facility ໃນປີ 2014