ການຕັດສິນໃຈແບບມີສ່ວນຮ່ວມ
ລະດັບການມີສ່ວນຮ່ວມຂອງຜູ້ມີສ່ວນກ່ຽວຂ້ອງ ແລະ ການປະກອບສ່ວນທີ່ບັນດາພາກສ່ວນກ່ຽວຂ້ອງມີຕໍ່ຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເປັນສິ່ງທີ່ບໍ່ເຄີຍມີມາກ່ອນ. ຂັ້ນຕອນຕ່າງໆຂອງຂໍ້ຕົກລົງດັ່ງກ່າວສົ່ງເສີມການມີສ່ວນຮ່ວມ, ທັງຢູ່ໃນຂັ້ນຕອນຂອງມັນເອງ, ແລະ ເປັນຜົນມາຈາກພັນທະສັນຍາທີ່ທຸກຝ່າຍໄດ້ກຳນົດເຂົ້າໃນພາກເນື້ອໃນ ແລະ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).
ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເປັນຂໍ້ຕົກລົງທາງດ້ານການຄ້າສະບັບທຳອິດທີ່ໄດ້ຮັບການພັດທະນາ ໂດຍຜ່ານຂັ້ນຕອນການມີສ່ວນຮ່ວມຂອງບັນດາພາກສ່ວນກ່ຽວຂ້ອງຫຼາຍພາກສ່ວນ ທີ່ສົ່ງຜົນກະທົບຕໍ່ກັບການຕັດສິນໃຈໃນຂະແໜງປ່າໄມ້.
ການມີສ່ວນຮ່ວມບໍ່ພຽງແຕ່ເຮັດໃຫ້ບັນດາພາກສ່ວນກ່ຽວຂ້ອງສາມາດປະກອບສ່ວນຕໍ່ກັບຂັ້ນຕອນການຕັດສິນໃຈ ທີ່ຈະມີຜົນກະທົບຕໍ່ພວກເຂົາເທົ່ານັ້ນ. ແຕ່ການມີສ່ວນຮ່ວມຍັງນຳມາເຊິ່ງຜົນປະໂຫຍດຕໍ່ກັບຂັ້ນຕອນການຕັດສິນໃຈ ທີ່ອາດຈະສາມາດໃຊ້ໄດ້ຈິງ, ມີຄວາມສະເໝີພາບ, ມີຄວາມໜ້າເຊື່ອຖື ແລະ ມີປະສິດທິພາບ, ແລະ ສົ່ງຜົນສະທ້ອນຕໍ່ກັບຄວາມເປັນເອກະພາບກັນຢ່າງກວ້າງຂວາງລະຫວ່າງບັນດາພາກສ່ວນກ່ຽວຂ້ອງ.
ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຈະຂາດຄວາມໜ້າເຊື່ອຖື ຖ້າບໍ່ມີຂັ້ນຕອນການມສ່ວນຮ່ວມຂອງບັນດາພາກສ່ວນກ່ຽວຂ້ອງ. ຍ້ອນເຫດຜົນດັ່ງກ່າວ, ສະຫະພາບເອີຣົບຈຶ່ງຄາດຫວັງໃຫ້ບັນດາພາກສ່ວນກ່ຽວຂ້ອງມີສ່ວນຮ່ວມຢ່າງກວ້າງຂວາງ ໃນໄລຍະການເຈລະຈາ ແລະ ການຈັດຕັ້ງປະຕິບັດຂັ້ນຕອນຂອງຂໍ້ຕົກລົງດັ່ງກ່າວ
ອ່ານເພີ່ມເຕີມກ່ຽວກັບວິທີການທີ່ຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສົ່ງເສີມການມີສ່ວນຮ່ວມ ແລະ ຜົນປະໂຫຍດທີ່ເກີດຂຶ້ນໃນແຕ່ລະປະເທດ, ເບິ່ງໃນພາກເນື້ອໃນຫຼັກຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບ ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສາມາດຍົກລະດັບການມີສ່ວນຮ່ວມ.
ທັດສະນະຄະຕິ. ທ່ານ Saskia Ozinga ກ່ຽວກັບຄວາມລະອຽດໃນການປຶກສາຫາລືຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ທ່ານ Saskia Ozinga, ຜູ້ປະສານງານດ້ານການໂຄສະນາເຜີຍແຜ່ຢູ່ອົງການ FERN, ອະດີດຜູ້ໃຫ້ຄຳປຶກສາທາງດ້ານປ່າໄມ້ຂັ້ນອາວຸໂສທີ່ກົມພັດທະນາສາກົນຂອງລັດຖະບານແຫ່ງສະຫະລາດຊະອານາຈັກ/ແຫຼ່ງທີ່ມາຂອງຂໍ້ມູນ: Jeffree, M. 2014. ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້, ການມອບອຳນາດປ່າໄມ້ໃຫ້ແກ່ປະຊາຊົນ Timber Trades Journal Online ເດືອນຕຸລາ 2014 48–49
ຂໍ້ມູນເພີ່ມເຕີມ
ພາກສ່ວນທີ່ກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ
ຜົນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ
ຫຼັກການຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ
ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສົ່ງເສີມການຄຸ້ມຄອງປ່າໄມ້ທີ່ດີ
ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພີ່ມການມີສ່ວນຮ່ວມ