ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ກ່ຽວກັບຂໍ້ມູນສາທາລະນະ
ເອກະສານຊ້ອນທ້າຍກ່ຽວກັບຂໍ້ມູນສາທາລະນະໄດ້ກຳນົດເອກະສານ ແລະ ຂໍ້ມູນທີ່ບັນດາພາກສ່ວນກ່ຽວຂ້ອງ ຄິດວ່າຄວນຈະເປີດເຜີຍແກ່ສື່ມວນຊົນ ເພື່ອເສີມສ້າງການຄຸ້ມຄອງໃນຂະແໜງປ່າໄມ້ ແລະ ເຮັດໃຫ້ສາມາດຕິດຕາມກວດກາການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).
ຄວາມໂປ່ງໃສ ແລະ ການເຂົ້າເຖິງຂໍ້ມູນກ່ຽວກັບຂະແໜງປ່າໄມ້ຂອງປະເທດໃດໜຶ່ງ ແມ່ນເປັນສິ່ງສຳຄັນຕໍ່ກັບບັນດາພາກ ສ່ວນກ່ຽວຂ້ອງແຫ່ງຊາດ ແລະ ຕະຫຼາດສາກົນ, ທີ່ຕ້ອງມີຄວາມເຂົ້າໃຈໃນລະບົບທີ່ປະເທດໃດໜຶ່ງນຳໃຊ້. ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຈະສ້າງໂອກາດໃຫ້ແກ່ປະເທດຕ່າງໆທີ່ໄດ້ເປີດເຜີຍຂໍ້ມູນກ່ຽວກັບຂະແໜງປ່າໄມ້ສູ່ສື່ມວນຊົນ ເພື່ອໃຫ້ເກີດຄວາມໂປ່ງໃສແກ່ກຸ່ມເປົ້າໝາຍທັງພາຍໃນ ແລະ ຕ່າງປະເທດ.
ໃນບາງປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ອົງການຈັດຕັ້ງທາງສັງຄົມທີ່ມີບົດບາດເປັນຜູ້ສັງເກດການອິດສະຫຼະເປັນຜູ້ນຳໃນການເປີດເຜີຍຂໍ້ມູນການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສູ່ສາທາລະນະ ຍ້ອນການເຂົ້າເຖິງຂໍ້ມູນເປັນສິ່ງທີ່ສຳຄັນຕໍ່ ກັບວຽກງານຂອງພວກເຂົາໃນຖານະເປັນຜູ້ສັງເກດການ
ໂດຍສະເພາະໃນປະເທດອິນໂດເນເຊຍ, ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບຂໍ້ມູນທີ່ຈະເປີດເຜີຍຕໍ່ສາທາລະນະ ທີ່ສ້າງມາຈາກເງື່ອນໄຂໃນການເປັນຜູ້ສັງເກດການອິດສະຫຼະ ພ້ອມທັງເສີມສ້າງນິຕິກຳກ່ຽວກັບອິດສະຫຼະໃນການເປີດເຜີຍຂໍ້ມູນຂ່າວສານຂອງປະເທດ.
ເນື້ອໃນຂອງເອກະສານຊ້ອນທ້າຍ
ມາຮອດປະຈຸບັນສ່ວນໃຫຍ່ແລ້ວແມ່ນມີຂໍ້ມູນສອງປະເພດຫຼັກໆໃນບັນດາເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບຂໍ້ມູນທີ່ຈະເປີດເຜີຍສູ່ສາທາລະນະ. ປະເພດທີໜຶ່ງແມ່ນຂໍ້ມູນທີ່ຈະໄດ້ຮັບການຕີພິມອອກສູ່ສື່ມວນຊົນ, ເປັນຕົ້ນແມ່ນບັນດາເອກະສານທາງດ້ານກົດໝາຍ, ຂັ້ນຕອນ ຫຼື ຂໍ້ຕົກລົງຂອງສະຖາບັນໃນການຄຸ້ມຄອງຂະແໜງປ່າໄມ້. ປະເພດທີສອງແມ່ນຂໍ້ມູນທີ່ຈະໄດ້ຮັບການຕີພິມເປັນປະຈຳ, ເປັນຕົ້ນແມ່ນຂໍ້ມູນ ແລະ ບົດລາຍງານກ່ຽວກັບກິດຈະການປ່າໄມ້.
ເຖິງຢ່າງໃດກໍ່ຕາມ, ຂໍ້ມູນເພີ່ມເຕີມທີ່ຈະເປີດເຜີຍອາດລວມເຂົ້າໃນເອກະສານຊ້ອນທ້າຍດັ່ງກ່າວຖ້າຫາກບັນດາຄູ່ສັນຍາຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຕ້ອງການ.
ໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທີ່ໄດ້ຮັບການເຊັນຮັບຮອງຈົນເຖິງປະຈຸບັນ, ລາຍການຂໍ້ມູນໃນບັນດາເອກະສານຊ້ອນທ້າຍກ່ຽວກັບຂໍ້ມູນທີ່ຈະເປີດເຜີຍຕໍ່ສາທາລະນະ ສ່ວນຫຼາຍແລ້ວແມ່ນຈະປະກອບດ້ວຍ:
ຂໍ້ມູນທາງດ້ານກົດໝາຍ. ລວມມີແຕ່ບໍ່ຈຳກັດພຽງແຕ່ເນື້ອໃນຂອງບັນດາລະບຽບການ ແລະ ກົດໝາຍທີ່ກ່ຽວຂ້ອງກັບຂະແໜງປ່າໄມ້ຂອງປະເທດ. ເປັນຕົ້ນແມ່ນລະບຽບກົດໝາຍປ່າໄມ້, ກົດໝາຍອາກອນ ແລະ ໃນດ້ານອື່ນໆຂອງຂອບເຂດວຽກງານກົດໝາຍທີ່ອ້າງອີງເຖິງນິຍາມຄວາມຖືກຕ້ອງທາງກົດໝາຍ.
ຂໍ້ມູນກ່ຽວກັບຂັ້ນຕອນຕ່າງໆໃນການຈັດສັນປ່າໄມ້, ເປັນຕົ້ນແມ່ນຂໍ້ມູນກ່ຽວກັບ:
- ຂັ້ນຕອນຕ່າງໆໃນການປະມູນ ແລະ ແຈ້ງການຮຽກປະມູນກ່ຽວກັບການຈັດສັນ
- ບັນດາເອກະສານຕ່າງໆທີ່ກ່ຽວຂ້ອງກັບການປະມູນແບບແຂ່ງຂັນລາຄາ
- ລາຍການ ແລະ ແຜນວາດຂອງການສຳປະທານທີ່ມີຜົນສັກສິດ ໂດຍມີຊື່ຂອງຜູ້ໄດ້ຮັບຜົນປະໂຫຍດທີ່ເປັນບຸກຄົນ ແລະ/ຫຼື ບໍລິສັດ
- ສັນຍາຕ່າງໆ
- ຂໍ້ຕົກລົງທາງດ້ານສັງຄົມລະຫວ່າງບັນດາຊຸມຊົນປ່າໄມ້ ແລະ ຜູ້ຖືກຳມະສິດຕາມໃບອະນຸຍາດ/ສັນຍາ
ຂໍ້ມູນກ່ຽວກັບການວາງແຜນຜັງປ່າໄມ້, ເປັນຕົ້ນແມ່ນບົດລາຍງານການປະເມີນສິ່ງແວດລ້ອມ, ເອກະສານກ່ຽວກັບການວາງແຜນນຳໃຊ້ທີ່ດິນ, ແຜນວາດ, ລາຍການ ແລະ ພື້ນທີ່ສຳປະທານທັງໝົດ.
ຂໍ້ມູນກ່ຽວກັບການຜະລິດ, ເປັນຕົ້ນແມ່ນບໍລິມາດຂອງໄມ້ແຕ່ລະຊະນິດທີ່ຖືກຕັດ ແລະ ປຸງແຕ່ງ, ຈຳນວນການສຳປະທານ ແລະ ບໍລິສັດ.
ຂໍ້ມູນກ່ຽວກັບການປຸງແຕ່ງ, ເປັນຕົ້ນແມ່ນລາຍການ ແລະ ທີ່ຕັ້ງຂອງບັນດາໂຮງງານປຸງແຕ່ງ.
ຂໍ້ມູນກ່ຽວກັບການນຳເຂົ້າ ແລະ ສົ່ງອອກ, ເປັນຕົ້ນແມ່ນບໍລິມາດຂອງໄມ້ແຕ່ລະຊະນິດ, ຈຳນວນບໍລິສັດ ແລະ ປະເທດປາຍທາງ, ແລະ ຂໍ້ມູນກ່ຽວກັບໄມ້ຜ່ານແດນ.
ຂໍ້ມູນກ່ຽວກັບລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້
- ຄຳອະທິບາຍລະອຽດຂອງລະບົບດັ່ງກ່າວ
- ບັນດາຂັ້ນຕອນໃນການອອກໃບອະນຸຍາດ FLEGT
- ບົດລາຍງານການກວດກາ
- ບົດລາຍງານຂອງຜູ້ສັງເກດການອິດສະຫຼະ
- ຂໍ້ມູນກ່ຽວກັບໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ທີ່ອອກແລ້ວ
- ກໍລະນີທີ່ເກີດມີຄວາມບໍ່ສອດຄ່ອງກັບແຜນງານການອອກໃບອະນຸຍາດ FLEGT
- ການດຳເນີນການເພື່ອແກ້ໄຂຄວາມບໍ່ສອດຄ່ອງ
ຂໍ້ມູນກ່ຽວກັບການກວດສອບອິດສະຫຼະ, ເປັນຕົ້ນແມ່ນໜ້າວຽກຂອງການສຶກສາຂອງຜູ້ກວດສອບ, ການສະຫຼຸບການລາຍງານ ແລະ ຂັ້ນຕອນໃນການກວດສອບທີ່ມີຄວາມທ້າທາຍ.
ຂໍ້ມູນກ່ຽວກັບການມອບອາກອນ ແລະ ຄ່າໃຊ້ຈ່າຍທີ່ກ່ຽວກັບປ່າໄມ້, ເປັນຕົ້ນແມ່ນອາກອນຄ່າເຊົ່າ, ອາກອນການຕັດໄມ້, ຄ່າໃຊ້ຈ່າຍໃນການປູກປ່າທົດແທນ ແລະ ຄ່າໃຊ້ຈ່າຍອື່ນໆທີ່ກ່ຽວຂ້ອງ.
ຂໍ້ມູນກ່ຽວກັບການຈັດຕັ້ງປະຕິບັດກົດໝາຍ, ເປັນຕົ້ນແມ່ນຂໍ້ມູນກ່ຽວກັບການລະເມີດ, ການຈັບກຸມ, ການລົງໂທດ ແລະ ການພິສູດການກະທຳຜິດ.
ຂໍ້ມູນກ່ຽວກັບໂຄງສ້າງຂອງສະຖາບັນການຈັດຕັ້ງ ແລະ ຂັ້ນຕອນຂອງລັດຖະບານ, ເປັນຕົ້ນແມ່ນການຈັດວາງອົງປະກອບ ແລະ ການປະຕິບັດວຽກງານຂອງໂຄງສ້າງການຈັດຕັ້ງປະຕິບັດແຫ່ງຊາດ.
ຊ່ອງທາງໃນການຕິດຕໍ່ສື່ສານ
ບັນດາເອກະສານຊ້ອນທ້າຍກ່ຽວກັບຂໍ້ມູນທີ່ຈະເປີດເຜີຍຕໍ່ສາທາລະນະຍັງໄດ້ກຳນົດຊ່ອງທາງໃນການເປີດເຜີຍຂໍ້ມູນສູ່ສື່ມວນຊົນ ເຊິ່ງຊ່ອງທາງດັ່ງກ່າວປະກອບດ້ວຍ
- ຊ່ອງທາງການຕິດຕໍ່ສື່ສານທາງກົງ ໂດຍທີ່ປະເທດຈະເປັນຜູ້ສະໜອງຂໍ້ມູນຜ່ານຊ່ອງທາງດັ່ງກ່າວ ເຊິ່ງປະກອບດ້ວຍການປະຊຸມຂອງບັນດາພາກສ່ວນກ່ຽວຂ້ອງ, ບົດລາຍງານທີ່ໄດ້ຮັບການຕີພິມ ແລະ ແຈກຢາຍ ຫຼື ການປະກາດຜ່ານທາງສື່ມວນຊົນ
- ຊ່ອງທາງການຕິດຕໍ່ສື່ສານທາງອ້ອມ, ເຊິ່ງສື່ມວນຊົນສາມາດເຂົ້າເຖິງຂໍ້ມູນດັ່ງກ່າວໄດ້, ເປັນຕົ້ນແມ່ນຜ່ານທາງເວັບໄຊ, ສູນຂໍ້ມູນຂ່າວສານ ຫຼື ການຕອບກັບໃບສະເໜີອິດສະຫຼະດ້ານຂໍ້ມູນຂ່າວສານ
ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຂອງປະເທດການ້າມີຄວາມແຕກຕ່າງແນວໃດ
ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຂອງປະເທດການ້າ ເປັນສະບັບທຳອິດທີ່ໄດ້ຮັບການເຊັນຮັບຮອງ, ແຕ່ບໍ່ມີເອກະສານຊ້ອນທ້າຍກ່ຽວກັບຂໍ້ມູນທີ່ຈະເປີດເຜີຍສູ່ສາທາລະນະ. ເຖິງຢ່າງໃດກໍຕາມ, ເອກະສານຊ້ອນທ້າຍກ່ຽວກັບລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ກຳນົດຂໍ້ມູນທີ່ຈະເປີດເຜີຍສູ່ສາທາລະນະໄວ້ແລ້ວ ນອກຈາກນັ້ນ, ໃນພາກເນື້ອໃນຫຼັກຂອງຂໍ້ຕົກລົງດັ່ງກ່າວ, ມາດຕາ 20, ກ່ຽວກັບການລາຍງານ ແລະ ການເປີດເຜີຍຂໍ້ມູນສູ່ສາທາລະນະ, ໄດ້ລະບຸວ່າບັນດາກົນໄກການຮ່ວມຕິດຕາມກວດກາ ແລະ ການທົບທວນຄືນ ຈະບັນທຶກຄວາມພະຍາຍາມຂອງປະເທດການ້າທີ່ນຳໄປສູ່ຄວາມໂປ່ງໃສ. ມາດຕາດັ່ງກ່າວອ້າງອີງເຖິງ:
- ຄວາມໂປ່ງໃສກ່ຽວກັບສິດໃນການຂຸດຄົ້ນໄມ້
- ພື້ນທີ່ກຳນົດສຳລັບການຂຸດຄົ້ນ
- ກຳນົດເວລາໃນການຂຸດຄົ້ນ
- ການຊຳລະຄ່າທຳນຽມໃນການຖືສິດນຳໃຊ້ໄມ້ ແລະ ຄ່າໃຊ່ຈ່າຍໃນການຂຸດຄົ້ນໄມ້
- ຂໍ້ມູນກ່ຽວກັບການຕົກລົງເຫັນດີຕໍ່ຄວາມຮັບຜິດຊອບທາງສັງຄົມ ແລະ ການຈ່າຍຄ່າຊົດເຊີຍຕໍ່ຜົນຜະລິດທີ່ເສຍຫາຍ
ຂໍ້ມູນເພີ່ມເຕີມ
ພາກສ່ວນທີ່ກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ເນື້ອໃນ ແລະ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສົ່ງເສີມການຄຸ້ມຄອງປ່າໄມ້ທີ່ດີ
ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພີ່ມຄວາມໂປ່ງໃສ