ຄວາມອາດສາມາດທີ່ເຂັ້ມແຂງຂຶ້ນ
ເພື່ອສົ່ງເສີມການຄ້າໄມ້ ແລະ ໄມ້ທ່ອນທີ່ຖືກກົດໝາຍ, ລັດຖະບານ ແລະ ບັນດາພາກສ່ວນກ່ຽວຂ້ອງຈະຕ້ອງມີຂີດຄວາມສາມາດໃນການ:
- ຈັດຕັ້ງປະຕິບັດກົດໝາຍ
- ຄວບຄຸມບຸກຄົນທີ່ຮັບຜິດຊອບ
- ຕິດຕາມໄມ້ ແລະ ຄວບຄຸມຕ່ອງໂສ້ການສະໜອງ
- ເຂົ້າໃຈ ແລະ ປະຕິບັດຕາມເງື່ອນໄຂທາງດ້ານກົດໝາຍ
- ກວດສອບຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້
ເຖິງຢ່າງໃດກໍ່ຕາມ, ບັນດາປະເທດທີ່ສົ່ງອອກໄມ້ສ່ວນໃຫຍ່ແມ່ນຍັງຂາດຂີດຄວາມສາມາດດັ່ງກ່າວ, ເຊິ່ງເຮັດໃຫ້ການລັກລອບຕັດໄມ້ຢ່າງຜິດກົດໝາຍຍັງຄົງມີຢູ່.
ຂັ້ນຕອນຕ່າງໆໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນບໍ່ພຽງແຕ່ສາມາດລະບຸຊ່ອງວ່າງຂອງຂີດຄວາມສາມາດໄດ້ເທົ່ານັ້ນ, ແຕ່ຍັງຊ່ວຍແກ້ໄຂຊ່ອງວ່າງດັ່ງກ່າວໃຫ້ສົມບູນຂຶ້ນອີກດ້ວຍ. ເຊິ່ງສາມາດສ້າງຂີດຄວາມສາມາດຂຶ້ນໄດ້ໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ຫຼື ໂດຍຜ່ານພັນທະສັນຍາທີ່ທຸກຝ່າຍສ້າງຂຶ້ນໃນພາກເນື້ອໃນ ແລະ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນ ຍາການຄ້າແບບສະໝັກໃຈ (VPA). ຂໍ້ຕົກລົງດັ່ງກ່າວສ່ວນຫຼາຍໄດ້ກຳນົດຂອບເຂດເຊິ່ງປະເທດທີ່ເປັນຄູ່ຮ່ວມສັນຍາໄດ້ລະບຸຊ່ອງຫວ່າງຂີດຄວາມສາມາດທີ່ຈະຕ້ອງ. ອ່ານເພີ່ມເຕີມໃນພາກເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບ ວິທີການທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສາມາດເສີມສ້າງຂີດຄວາມສາມາດໃຫ້ ເຂັ້ມແຂງຂຶ້ນ.