ການສະໜັບສະໜູນບັນດາພາກສ່ວນກ່ຽວຂ້ອງຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນປະຈຸບັນ, ແຜນງານການພັດທະນາໄດ້ສະໜັບສະໜູນລັດຖະບານແຫ່ງຊາດ, ອົງການຈັດຕັ້ງທາງສັງຄົມ ແລະ/ຫຼື ພາກເອກະຊົນ, ເຊິ່ງການສະໜັບສະໜູນດັ່ງກ່າວປະກອບດ້ວຍການເສີມສ້າງຂີດຄວາມສາມາດ, ຄຳແນະນຳທາງດ້ານເຕັກນິກ ແລະ ຄວາມຊ່ວຍເຫຼືອດ້ານການຂົນສົ່ງ ໃນລະຫວ່າງ ໄລຍະກ່ອນການເຈລະຈາ, ໄລຍະການເຈລະຈາ ແລະໄລຍະ ການຈັດຕັ້ງປະຕິບັດ.
ຜູ້ອຳນວຍຄວາມສະດວກໃນການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້
ຂັ້ນຕອນສ່ວນໃຫຍ່ຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນໄດ້ຮັບປະໂຫຍດຈາກການມີສ່ວນຮ່ວມຂອງຜູ້ອຳນວຍຄວາມສະດວກທີ່ເປັນກາງໃນການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ທີ່ສະຫະພາບເອີຣົບໃຫ້ການສະໜັບສະໜູນ. ຜູ້ອຳນວຍຄວາມສະດວກດັ່ງກ່າວຈະສະໜັບສະໜູນຂັ້ນຕອນ, ຊ່ວຍຮັບປະກັນການມີສ່ວນຮ່ວມຢ່າງມີປະສິດທິພາບຂອງບັນດາພາກສ່ວນກ່ຽວຂ້ອງ ແລະ ຊ່ວຍບັນດາພາກສ່ວນກ່ຽວຂ້ອງໃນການຊອກຫາວິທີການແກ້ໄຂບັນຫາ. ມາຮອດປະຈຸບັນ, ສະຫະພາບເອີຣົບ ຫຼື ປະເທດສະມາຊິກຂອງສະຫະພາບເອີຣົບໄດ້ໃຫ້ການສະໜັບສະໜູນທາງດ້ານເງິນທຶນແກ່ຜູ້ອຳນວຍຄວາມສະດວກ. ເຖິງຢ່າງໃດກໍຕາມ, ຜູ້ອຳນວຍຄວາມສະດວກປະຕິບັດວຽກງານຂອງຕົນຢ່າງເປັນກາງເພື່ອນຳໄປສູ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທີ່ເຂັ້ມແຂງ, ໂດຍການໃຫ້ການສະໜັບສະໜູນທັງສະຫະພາບເອີຣົບ ແລະ ປະເທດທີ່ເປັນຄູ່ຮ່ວມສັນຍາ.
ຜູ້ຊ່ວຍທາງດ້ານເຕັກນິກ
ລັດຖະບານຂອງປະເທດທີ່ສົ່ງອອກໄມ້ອາດຕ້ອງການການສະໜັບສະໜູນເພີ່ມເຕີມໃນດ້ານໃດໜຶ່ງສະເພາະ, ເປັນຕົ້ນແມ່ນການມີສ່ວນຮ່ວມຂອງຜູ້ມີສ່ວນກ່ຽວຂ້ອງ ຫຼື ການຕິດຕາມແຫຼ່ງທີ່ມາຂອງໄມ້.
ແຜນງານການພັດທະນາ ສ່ວນຫຼາຍແລ້ວແມ່ນຈະມີບັນດາຊ່ຽວຊານດ້ານເຕັກນິກເຮັດວຽກໃນສະຖາບັນຂອງລັດຖະບານໃນບັນດາປະເທດທີ່ເປັນຄູ່ຮ່ວມສັນຍາ. ບັນດາປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໄດ້ຮ້ອງຂໍຄວາມຊ່ວຍເຫຼືອຈາກຜູ້ໃຫ້ທຶນ ໃນການສະໜັບສະໜູນບັນດາຊ່ຽວຊານດັ່ງກ່າວ ເພື່ອຊ່ວຍໃຫ້ພວກເຂົາທົບທວນ ແລະ ຈັດແຈງຂໍ້ມູນເຂົ້າໃນການເຈລະຈາ ແລະ/ຫຼື ການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ໃນການເຈລະຈາສອງຝ່າຍ, ບັນດາຜູ້ຊ່ວຍທາງດ້ານເຕັກນິກດັ່ງກ່າວຈະສະໜັບສະໜູນບັນດາປະເທດທີ່ສົ່ງອອກໄມ້, ເຊິ່ງຜູ້ຊ່ວຍທາງດ້ານເຕັກນິກຍັງສາມາດສະໜັບສະໜູນຂັ້ນຕອນຂອງຂໍ້ຕົກລົງ, ເປັນຕົ້ນແມ່ນ:
- ຊ່ວຍລັດຖະບານໃນການສ້າງຕັ້ງໂຄງສ້າງແຫ່ງຊາດສຳລັບການປຶກສາຫາລືຂອງບັນດາພາກສ່ວນກ່ຽວຂ້ອງຫຼາຍພາກສ່ວນ ຫຼື ວິທີການແບບມີສ່ວນຮ່ວມ ເພື່ອຮັບປະກັນວ່າບັນດາພາກສ່ວນກ່ຽວຂ້ອງຈະມີຂໍ້ມູນທີ່ສະເໜີໃຫ້
- ກຳນົດຂີດຄວາມສາມາດທີ່ຈຳເປັນ
- ໃຫ້ການສະໜັບສະໜູນທາງດ້ານການບໍລິຫານ ເພື່ອຊ່ວຍລັດຖະບານໃນການຈັດແຈງກອງປະຊຸມ, ການຝຶກອົບຮົມ, ການເຈລະຈາ ແລະ ບັນດາກິດຈຳກຳທີ່ສຳຄັນຕ່າງໆ
ອົງການຈັດຕັ້ງສາກົນ ແລະ ໜ່ວຍງານພັດທະນາ
ອົງການຈັດຕັ້ງສາກົນ ແລະ ການພັດທະນາໄດ້ສ້າງແຜນງານ ຫຼື ສະໜອງເງິນທຶນເພື່ອຊ່ວຍບັນດາພາກສ່ວນກ່ຽວຂ້ອງແຫ່ງຊາດດັ່ງລຸ່ມນີ້:
- ເຂົ້າຮ່ວມຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
- ເສີມສ້າງຂີດຄວາມສາມາດເພື່ອປະຕິບັດວຽກງານທາງດ້ານການຄຸ້ມຄອງປ່າໄມ້
- ສະໜັບສະໜູນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນດ້ານອື່ນໆ
ນອກຈາກຄະນະກໍາມະທິການເອີຣົບແລ້ວ, ອົງການຈັດຕັ້ງຕ່າງໆທີ່ຊ່ວຍເຫຼືອບັນດາພາກສ່ວນກ່ຽວຂ້ອງແຫ່ງຊາດປະກອບດ້ວຍ:
- ອົງການ EU FLEGT Facility – ເບິ່ງໃນຕາຕະລາງ ‘ອົງການ EU FLEGT Facility'
- ກົມຮ່ວມມື ແລະ ພັດທະນາລະຫວ່າງປະເທດແຫ່ງຟິນແລນ
- ອົງການອາຫານ ແລະ ການກະສິກໍາ ຂອງອົງການສະຫະປະຊາຊາດ (FAO)
- ໜ່ວຍງານການພັດທະນາຂອງປະເທດຝຣັ່ງ (Agence Française de Développement, AFD)
- ອົງການ GIZ, the German Federal Enterprise for Development Cooperation
- ກະຊວງການຕ່າງປະເທດຂອງປະເທດເນເທີແລນ
- ໜ່ວຍງານຮ່ວມມືເພື່ອການພັດທະນາລະຫວ່າງປະເທດແຫ່ງສະວີເດັນ (Sida)
- ກົມພັດທະນາສາກົນຂອງລັດຖະບານແຫ່ງສະຫະລາດຊະອານາຈັກ (DFID)
ອົງການ EU FLEGT Facility
ອົງການ EU FLEGT Facility, ສ້າງຂຶ້ນໂດຍສະຖາບັນປ່າໄມ້ແຫ່ງເອີຣົບ, ໃຫ້ການຊ່ວຍເຫຼືອທາງດ້ານເຕັກນິກແກ່ລັດຖະບານ ແລະ ບັນດາກຸ່ມຂອງພາກສ່ວນກ່ຽວຂ້ອງອື່ນໆໃນບັນດາປະເທດທີ່ສົ່ງອອກໄມ້ ເພື່ອສະໜັບສະໜູນການເຈລະຈາ ແລະ ການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ເຊິ່ງອົງການດັ່ງກ່າວສາມາດ:
- ຊ່ວຍໃນການແບ່ງປັນຂໍ້ມູນ, ການເສີມສ້າງຂີດຄວາມສາມາດ ແລະ ການຮ່ວມມືກັນໃນລະດັບພາກພື້ນກ່ຽວກັບການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້
- ແຈ້ງໃຫ້ບັນດາປະເທດທີ່ມີຄວາມສົນໃຈຮັບຊາບກ່ຽວກັບແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ແລະ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
- ສະໜັບສະໜູນການປຶກສາຫາລືລະດັບຊາດໃນບັນດາປະເທດທີ່ມີຄວາມສົນໃຈວ່າຈະດຳເນີນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຫຼື ບໍ່
- ໃຫ້ຄວາມກະຈ່າງແຈ້ງທາງດ້ານເຕັກນິກຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ໂດຍສະເພາະແມ່ນລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍ, ເປົ້າໝາຍທາງດ້ານຄວາມໂປ່ງໃສ ແລະ ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດ
- ຖອດຖອນບົດຮຽນຈາກບັນດາຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ອື່ນໆ
- ສະໜັບສະໜູນບັນດາປະເທດທີ່ກຳລັງພັດທະນາລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍ
- ສະໜັບສະໜູນບັນດາພາກສ່ວນກ່ຽວຂ້ອງຂອງປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນການວາງແຜນ ແລະ ຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆເພື່ອໃຫ້ບັນລຸເປົ້າໝາຍ ແລະ ພັນທະຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
- ຊ່ວຍບັນດາປະເທດໃນການກຳນົດຂີດຄວາມສາມາດທີ່ຈຳເປັນ ເພື່ອໃຫ້ເໝາະສົມກັບເງື່ອນໄຂທີ່ໄດ້ກຳນົດໄວ້ໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານໃນສະຫະພາບເອີຣົບ
ບັນດາອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານໃນສະຫະພາບເອີຣົບແມ່ນມີສ່ວນຮ່ວມໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນບັນດາປະເທດທີ່ສົ່ງອອກໄມ້. ກິດຈະກຳຕ່າງໆຂອງອົງການທີ່ບໍ່ຂຶ້ນກັບລັດຖະບານປະກອບດ້ວຍການເສີມສ້າງຂີດຄວາມສາມາດຂອງບັນດາພາກສ່ວນກ່ຽວຂ້ອງໃຫ້ເຂັ້ມແຂງຂຶ້ນ ເພື່ອນຳໃຊ້ຊ່ອງວ່າງການເຈລະຈາທີ່ເກີດຈາກຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຢ່າງມີປະສິດທິພາບ, ແລະ ດຳເນີນການຄົ້ນຄວ້ານະໂຍບາຍເພື່ອສະໜັບສະໜູນການເຄື່ອນໄຫວຂອງບັນດາພາກສ່ວນກ່ຽວຂ້ອງ.
ອົງການຈັດຕັ້ງຕ່າງໆທີ່ສະໜັບສະໜູນກຸ່ມຂອງອົງການຈັດຕັ້ງທາງສັງຄົມໃນບັນດາປະເທດທີ່ສົ່ງອອກໄມ້ ໂດຍຜ່ານການເສີມສ້າງຂີດຄວາມສາມາດ ແລະ ບັນດາອົງການຈັດຕັ້ງທີ່ເຄື່ອນໄຫວກິດຈະກຳປະກອບດ້ວຍ:
- ClientEarth (www.clientearth.org)
- ໜ່ວຍງານສືບສວນສອບສວນວຽກງານທາງດ້ານສິ່ງແວດລ້ອມ (www.eia-international.org)
- FERN (www.clientearth.org)
- Forest People's Programme (www.forestpeoples.org)
- Forests Monitor (www.forestsmonitor.org)
- Friends of the Earth (www.foei.org)
- Greenpeace (www.greenpeace.org)
- ສະຫະພາບສາກົນເພື່ອການອະນຸລັກທຳມະຊາດ (IUCN) (www.iucn.org)
- Rainforest Foundation (www.rainforestfoundationuk.org)
- Tropenbos International (www.tropenbos.org)
- Well Grounded (www.well-grounded.org)
- WWF (www.clientearth.org)
ອົງການຈັດຕັ້ງທີ່ບໍ່ຫວັງຜົນກຳໄລທີ່ສະໜັບສະໜູນບັນດາພາກສ່ວນກ່ຽວຂ້ອງຂອງພາກເອກະຊົນໃນບັນດາປະເທດທີ່ສົ່ງອອກໄມ້ ປະກອບດ້ວຍ:
- NEPCon (www.nepcon.net)
- TFT (www.clientearth.org)
ສະມາຄົມການຄ້າກໍໃຫ້ການສະໜັບສະໜູນເຊັ່ນດຽວກັນ. ນອກຈາກນັ້ນແລ້ວ, ສະມາຄົມດັ່ງກ່າວຍັງຊ່ວຍເຫຼືອຜູ້ນຳເຂົ້າຂອງເອີຣົບໃຫ້ມີຄວາມເຂົ້າໃຈຕໍ່ກັບເງື່ອນໄຂໃນບັນດາປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ດັ່ງນັ່ນພວກເຂົາຈຶ່ງສາມາດໝັ້ນໃຈໄດ້ວ່າພວກເຂົານຳເຂົ້າຜະລິດຕະພັນທີ່ຖືກຕ້ອງ, ເຊິ່ງສະມາຄົມການຄ້າປະກອບດ້ວຍ:
- ສະຫະພັນການຄ້າໄມ້ແຫ່ງເອີຣົບ (www.ettf.info) ແລະ ບັນດາສະມາຊິກຂອງສະຫະພັນການຄ້າໄມ້ແຫ່ງຊາດໃນບັນດາປະເທດທີ່ເປັນສະມາຊິກສະຫະພາບເອີຣົບ, ເປັນຕົ້ນແມ່ນສະຫະພັນການຄ້າໄມ້ແຫ່ງສະຫະລາດຊະອານາຈັກ (www.ttf.co.uk)
- The Association Technique Internationale des Bois Tropicaux (www.atibt.com)
ເຄື່ອຂ່າຍສິດຂອງຊຸມຊົນ
ເຄືອຂ່າຍສິດຂອງຊຸມຊົນແມ່ນເຄືອຂ່າຍສາກົນຂອງອົງການຈັດຕັ້ງທາງສັງຄົມທີ່ກ່ຽວຂ້ອງກັບການຄຸ້ມຄອງປ່າໄມ້. ສະມາຊິກຂອງເຄືອຂ່າຍສ່ວນໃຫຍ່ແມ່ນອົງການຈັດຕັ້ງຂອງປະເທດທີ່ກຳລັງດຳເນີນການເຈລະຈາ ຫຼື ຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ເຄືອຂ່າຍດັ່ງກ່າວຈະເປີດກອງປະຊຸມປຶກສາຫາລືກັນທຸກໆສອງປີເພື່ອແລກປ່ຽນຂໍ້ມູນ ແລະ ພັດທະນາຍຸດທະສາດຕ່າງໆ. ເຄືອຂ່າຍດັ່ງກ່າວນຳສະເໜີສິ່ງທີ່ຄົ້ນພົບ ແລະ ຄວາມກັງວົນຂອງພວກເຂົາຕໍ່ຄະນະກໍາມະທິການເອີຣົບ ແລະ ບັນດາສະມາຊິກຂອງສະພາເອີຣົບ.
ຂໍ້ມູນເພີ່ມເຕີມ
ພາກສ່ວນທີ່ກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ບັນດາຜູ້ທີ່ມີສ່ວນກ່ຽວຂ້ອງໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ບັນດາພາກສ່ວນກ່ຽວຂ້ອງຂອງພາກເອກະຊົນແຫ່ງຊາດ
ບັນດາພາກສ່ວນກ່ຽວຂ້ອງຂອງອົງການຈັດຕັ້ງທາງສັງຄົມແຫ່ງຊາດ
ໂຄງສ້າງຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)