Print Friendly and PDF


ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້

ຈຸດທີ່ສຳຄັນທີ່ສຸດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຕ່ລະສະບັບແມ່ນ ‘ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້’, ເຊິ່ງເປັນລະບົບທີ່ກວດສອບວ່າຜະລິດຕະພັນໄມ້ຕ່າງໆແມ່ນສອດຄ່ອງກັບກົດໝາຍແຫ່ງຊາດ ຫຼັງຈາກທີ່ໄດ້ຮັບການກວດສອບຖືກຕ້ອງຕາມກົດໝາຍແລ້ວ, ບັນດາປະເທດທີ່ເປັນຄູ່ຮ່ວມສັນຍາສາມາດອອກ ໃບອະນຸຍາດ FLEGTໃຫ້ແກ່ໄມ້ທ່ອນທີ່ຈະສົ່ງໄປຍັງຕະຫຼາດຂອງສະຫະພາບເອີຣົບ ຫຼັງຈາກທີ່ປະເທດທີ່ເປັນຄູຮ່ວມສັນຍາຂໍ້ຕົກລົງດັ່ງກ່າວລິເລີ່ມດຳເນີນການອອກໃບອະນຸຍາດ FLEGT ແລ້ວ, ສະຫະພາບເອີຣົບຈະຍອມຮັບພຽງແຕ່ໄມ້ທ່ອນທີ່ມາຈາກປະເທດທີ່ມີໃບອະນຸຍາດ FLEGT ເທົ່ານັ້ນ.

ບາງປະເທດກໍປະຕິບັດໄດ້ຕາມເງື່ອນໄຂຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໂດຍດັດແກ້ລະບົບທີ່ມີຢູ່ແລ້ວ. ໃນປະເທດອິນໂດເນເຊຍ, ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ທີ່ເອີ້ນວ່າ SVLK ແມ່ນໄດ້ຮັບການນຳໃຊ້ກ່ອນຈະດຳເນີນການເຈລະຈາຂໍ້ຕົກລົງດັ່ງກ່າວ. ຫຼັງຈາກນັ້ນ, ປະເທດອິນໂດເນເຊຍກໍໄດ້ປັບປຸງລະບົບ SVLK ໂດຍຜ່ານຂັ້ນຕອນຂອງຂໍ້ຕົກລົງດັ່ງກ່າວ.

ໃນ​ປະ​ເທດ​ອື່ນໆ​ໄດ້​ລວມ​ເອົາແຜນ​ການ​ຢັ້ງ​ຢືນ​ພາກເອກະຊົນທີ່ມີຢູ່ແລ້ວນັ້ນມານຳໃຊ້ກັບບັນ​ດາ​ບໍ​ລິ​ສັດ​ພາຍໃນປະເທດ ເຂົ້າ​ໃນລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ຂອງ​ພວກ​ເຂົາ, ເພື່ອຫຼຸດ​ຜ່ອນ​ພາ​ລະໃນການປະຕິບັດໃຫ້ສອດຄ່ອງກັບຂໍ້ຕົກລົງຂອງພາກ​ເອ​ກະ​ຊົນ.

ບາງປະເທດຈຳເປັນຕ້ອງໄດ້ພັດທະນາອົງປະກອບໃໝ່ໆຂອງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ເພື່ອຮັບປະກັນວ່າລະບົບດັ່ງກ່າວມີຄວາມເຂັ້ມແຂງພຽງພໍຕາມເງື່ອນໄຂຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ອົງປະກອບທີ່ສຳຄັນ 5 ຢ່າງທີ່ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ຂອງຂໍ້ຕົກລົງດັ່ງກ່າວປະກອບດ້ວຍ

ອົງປະກອບດັ່ງກ່າວແມ່ນໄດ້ລະບຸໄວ້ຂ້າງລຸ່ມນີ້ ແລະ ແຕ່ລະອົງປະກອບແມ່ນໄດ້ກຳນົດໄວ້ໃນພາກເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ລາຍລະອຽດຂອງແຕ່ລະອົງປະກອບມີຄວາມແຕກຕ່າງກັນໃນແຕ່ລະປະເທດ, ແລະ ໄດ້ກຳນົດໃນບັນດາເອກະສານຊ້ອນທ້າຍຂອງຂໍ້ຕົກລົງດັ່ງກ່າວ.

ຮູບທີ 7ອົງປະກອບຂອງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້

ຂໍ້ມູນເພີ່ມເຕີມ

ການເຊື່ອມຕໍ່ໄປສູ່ໜ້າເວັບພາຍນອກ

EU. 2007. FLEGT Briefing Note 03: ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ສະຫະພາບເອີຣົບ. [ດາວໂຫຼດ PDF]