Print Friendly and PDF


ການ​ຮັກ​ສາ​ຄວາມ​ໂປ່ງ​ໃສ

ການຂາດຄວາມໂປ່ງໃສໃນຂະແໜງປ່າໄມ້ຂອງປະເທດແມ່ນນອນຢູ່ໃນ ສິ່ງທ້າທ້າຍໃນການຄຸ້ມຄອງທີ່ເຮັດໃຫ້ການລັກລອບຕັດໄມ້ຢ່າງຜິດກົດໝາຍຍັງຄົງມີຢູ່. ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໄດ້ລວມເອົາພັນທະສັນຍາໂດຍໃຫ້ປະເທດທີ່ເປັນຄູ່ຮ່ວມສັນຍາເປີດເຜີຍຂໍ້ມູນທີ່ກ່ຽວຂ້ອງເພື່ອໃຫ້ມີການພິຈາລະນາຢ່າງເປີດເຜີຍ ເພື່ອປັບປຸງຄວາມໂປ່ງໃສ ແລະ ຄວາມຮັບຜິດຊອບ.

ພັນທະສັນຍາຂອງປະເທດທີ່ເປັນຄູ່ຮ່ວມສັນຍາຕໍ່ກັບຄວາມໂປ່ງໃສແມ່ນສາມາດພົບເຫັນໄດ້ຢູ່ຫຼາຍບ່ອນໃນພາກເນື້ອໃນຫຼັກ ແລະ ພາກເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ຂໍ້ຕົກລົງດັ່ງກ່າວສ່ວນຫຼາຍແລ້ວຈະມີ ເອກະສານຊ້ອນທ້າຍກ່ຽວກັບການເປີດເຜີຍຂໍ້ມູນແກ່ສາທາລະນະທີ່ ກຳນົດຂໍ້ມູນຂອງປະເທດທີ່ເປັນຄູ່ຮ່ວມສັນຍາຈະຕ້ອງເປີດເຜີຍສູ່ສາທາລະນະ

ການເປີດເຜີຍຂໍ້ມູນຈະຊ່ວຍເສີມສ້າງການຄຸ້ມຄອງໃນຂະແໜງປ່າໄມ້ໃຫ້ເຂັ້ມແຂງຂຶ້ນ ແລະ ເຮັດໃຫ້ສາມາດຕິດຕາມກວດກາການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ບາງສະບັບຍັງກຳນົດບົດບາດຂອງຜູ້ສັງເກດການອິດສະຫຼະໃນການຕິດຕາມກວດກາ ແລະ ລາຍງານການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວອີກດ້ວຍ.

ພັນທະສັນຍາຕາມທີ່ກຳນົດໄວ້ໃນພາກເນື້ອໃນ ແລະ ພາກເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ບໍ່ແມ່ນຫົນທາງດຽວທີ່ຂໍ້ຕົກລົງດັ່ງກ່າວສົ່ງເສີມໃຫ້ເກີດຄວາມໂປ່ງໃສ. ໃນແຕ່ລະຂັ້ນຕອນຂອງຂໍ້ຕົກລົງດັ່ງກ່າວ ແລະ ວິທີການປຶກສາຫາລືແບບໃຫ້ຫຼາຍພາກສ່ວນມີສ່ວນຮ່ວມໃນການຕັດສິນໃຈ ແມ່ນມີຈຸດປະສົງເພື່ອໃຫ້ ຂະແໜງການປ່າໄມ້ຂອງປະເທດເປີດເຜີຍຂໍ້ມູນເພື່ອໃຫ້ຫຼາຍພາກສ່ວນພິຈາລະນາຢ່າງລະອຽດ

ອ່ານເພີ່ມເຕີມໃນພາກເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສາມາດຍົກລະດັບຄວາມໂປ່ງໃສ

ຂໍ້ມູນເພີ່ມເຕີມ

ພາກສ່ວນກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສົ່ງເສີມການຄຸ້ມຄອງປ່າໄມ້ທີ່ດີ

ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພີ່ມຄວາມໂປ່ງໃສ

ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພີ່ມການມີສ່ວນຮ່ວມ

ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບການກວດສອບອິດສະຫຼະ

VPA annex on puເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ກ່ຽວກັບຂໍ້ມູນສາທາລະນະ

ຜົນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ການຕິດຕາມກວດກາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ການເຊື່ອມຕໍ່ໄປສູ່ໜ້າເວັບພາຍນອກ

Bollen, A. and Ozinga, S. 2013. ການປັບປຸງການຄຸ້ມຄອງປ່າໄມ້. ການປຽບທຽບລະຫວ່າງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ແລະ ຜົນກະທົບຂອງຂໍ້ຕົກລົງດັ່ງກ່າວ. FERN. 50pp. [ດາວໂຫຼດ PDF]

Global Witness.2012. ການເຮັດໃຫ້ຂະແໜງປ່າໄມ້ມີຄວາມໂປ່ງໃສ. ການປະເມີນຊ່ອງວ່າງຄວາມໂປ່ງໃສຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສະບັບປີ 2012 [ດາວໂຫຼດ PDF]