Print Friendly and PDF


ວິ​ທີ​ທີ່​ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພີ່ມ​ຄວາມ​ໂປ່ງ​ໃສ

ເຫດຜົນທີ່ເຮັດໃຫ້ຄວາມໂປ່ງໃສເປັນສິ່ງທີ່ສຳຄັນ

ຄວາມໂປ່ງໃສໃນຂະແໜງປ່າໄມ້ມີຄວາມສຳຄັນຍ້ອນວ່າບັນດາພາກສ່ວນກ່ຽວຂ້ອງຈຳເປັນຕ້ອງໄດ້ເຂົ້າເຖິງຂໍ້ມູນກ່ຽວກັບກົດໝາຍ, ນະໂຍບາຍ, ຂັ້ນຕອນ, ການຕັດສິນໃຈ ແລະ ກິດຈະກຳທາງທຸລະກິດຕ່າງໆທີ່ມີຜົນກະທົບຕໍ່ພວກເຂົາ. ຄວາມໂປ່ງໃສແມ່ນສ່ວນປະກອບທີ່ສຳຄັນຂອງການຄຸ້ມຄອງປ່າໄມ້ທີ່ດີຍ້ອນວ່າ:

  • ຄວາມໂປ່ງໃສພາໃຫ້ມີຄວາມຖືກຕ້ອງທາງດ້ານກົດໝາຍ, ຄວາມຮັບຜິດຊອບ, ຄວາມກະຈ່າງແຈ້ງທາງດ້ານ
  • ຄວາມໂປ່ງໃສພາໃຫ້ມີຄວາມໜ້າເຊື່ອຖື
  • ຄວາມໂປ່ງໃສຈຳກັດໂອກາດໃນການສໍ້ລາດບັງຫຼວງ
  • ຄວາມໂປ່ງໃສພາໃຫ້ມີການພິຈາລະນາຂະແໜງການດັ່ງກ່າວແບບເອກະລາດຢ່າງລະອຽດຖີ່ຖ້ວນ
  • ຕະຫຼາດຈະຕ້ອງມີຄວາມເຂົ້າໃຈຕ່ອງໂສ້ການສະໜອງ ແລະ ຜົນກະທົບຂອງຕ່ອງໂສ້ດັ່ງກ່າວເພີ່ມຂຶ້ນ
  • ຄວາມໂປ່ງໃສເຮັດໃຫ້ສິດ ແລະ ຄວາມຮັບຜິດຊອບຂອງບັນດາພາກສ່ວນທີ່ກ່ຽວຂ້ອງກັບປ່າໄມ້ມີຄວາມຊັດເຈນຂຶ້ນ

ໃນທາງກົງກັນຂ້າມ, ການຂາດຄວາມໂປ່ງໃສໃນຂະແໜງປ່າໄມ້ຂອງປະເທດສາມາດທຳລາຍພັນທະສັນຍາຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ສາມາດເຊື່ອງອຳ ແລະ ພາໃຫ້ມີອາດຊະຍາກຳ ແລະ ການສໍ້ລາດບັງຫຼວງໄດ້. ການຂາດຄວາມໂປ່ງໃສເຮັດໃຫ້ບຸກຄົນທີ່ມີອຳນາດສາມາດສ້າງຜົນປະໂຫຍດທີ່ຜິດກົດໝາຍໃຫ້ແກ່ຕົນເອງ ໂດຍການຈັດສັນການສຳປະທານຕັດໄມ້ໃຫ້ແກ່ໝູ່ເພື່ອນ ແລະ ຍາດຕິພີ່ນ້ອງຂອງຕົນ, ແລະ ອະນຸຍາດໃຫ້ບໍລິສັດຕ່າງໆຂຸດຄົ້ນ ແລະ ຄ້າຂາຍໄມ້ໂດຍບໍ່ຈຳເປັນຕ້ອງມີໃບອະນຸຍາດທີ່ກ່ຽວຂ້ອງ, ບໍ່ຈຳເປັນຕ້ອງຊຳລະຄ່າທຳນຽມ ຫຼື ພັນທະອາກອນຕ່າງໆ.

ນອກຈາກນັ້ນ, ການຂາດຄວາມໂປ່ງໃສຍັງໝາຍຄວາມວ່າ ລັດຖະບານສູນເສຍລາຍຮັບ ແລະ ບັນດາຊຸມຊົນອາດຈະສູນເສຍການຄວບຄຸມຕໍ່ທີ່ດິນຂອງຕົນ. ໂດຍປາສະຈາກຄວາມໂປ່ງໃສ, ປະຊາຊົນຍັງມີຄວາມຫຍຸ້ງຍາກໃນການມີສ່ວນຮ່ວມໃນການຕັດສິນໃຈກ່ຽວກັບແຫຼ່ງຊັບພະຍາກອນປ່າໄມ້.

ຄວາມໂປ່ງໃສສ່ວນຫຼາຍແມ່ນຈະນຳໄປສູ່ການໂຕ້ຖຽງກັນ. ຈາກການສຶກສາໄດ້ພົບຫຼັກຖານທີ່ຊີ້ໃຫ້ເຫັນວ່າການຂາດຄວາມອາດສາມາດໃນການເຂົ້າເຖິງຂໍ້ມູນພາໃຫ້ເກີດມີຂໍ້ຂັດແຍ່ງລະຫວ່າງບັນດາພາກສ່ວນກ່ຽວຂ້ອງ, ເຊິ່ງຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຈະຊ່ວຍຫຼຸດຜ່ອນຂໍ້ຂັດແຍ່ງດັ່ງກ່າວລົງ ແລະ ຫຼຸດຜ່ອນ

ທັດສະນະຄະຕິ. ທ່ານ Matthew Walley, ໂດຍຕາງໜ້າໃຫ້ແກ່ຊຸມຊົນປ່າໄມ້ຂອງປະເທດໄລບີເລຍ

“ປະຊາຊົນຮູ້ສຶກວ່າພວກເຂົາຖືກຫຼອກລວງ ເພາະພວກຂ້າພະເຈົ້າເຫັນລົດຂົນໄມ້ອອກຈາກປ່າໄມ້. ເຖິງວ່າພວກຂ້າພະເຈົ້າໄດ້ສະເໜີຂໍ້ຂ້ອງໃຈໄປແລ້ວກໍຕາມ, ແຕ່ກໍບໍ່ມີບຸກຄົນໃດໃຫ້ຂໍ້ມູນກ່ຽວກັບຈຳນວນ ແລະ ຊະນິດຂອງໄມ້ທີ່ຖືກຕັດ, ດັ່ງນັ້ນ, ພວກຂ້າພະເຈົ້າຈະຮູ້ໄດ້ແນວໃດວ່າພວກຂ້າພະເຈົ້າໄດ້ຮັບຄ່າຕອບແທນຢ່າງຖືກຕ້ອງຕາມຈຳນວນໄມ້”

ແຫຼ່ງຂໍ້ມູນ: Global Witness. 2012. ບັນດາປະເທດທີ່ສົ່ງອອກໄມ້ໃນອາຟຣິກາທີ່ບໍ່ສາມາດປະຕິບັດພັນທະສັນຍາກ່ຽວກັບການເຂົ້າເຖິງຂໍ້ມູນ. ຖະແຫຼງການ. ວັນທີ 9 ຕຸລາ 2012 [ອ່ານໃນອິນເຕີເນັດ]

 

ວິ​ທີ​ທີ່​ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພີ່ມ​ຄວາມ​ໂປ່ງ​ໃສ

ເນື້ອໃນ ແລະ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ລວມທັງຂັ້ນຕອນຂອງຂໍ້ຕົກລົງດັ່ງກ່າວ, ສາມາດຍົກລະດັບຄວາມໂປ່ງໃສດ້ວຍຫຼາຍວິທີການ.

ຄວາມຊັດເຈນ. ຂັ້ນຕອນຂອງຂໍ້ຕົກລົງດັ່ງກ່າວແມ່ນມີຄວາມຊັດເຈນສູງ, ເຊິ່ງຂໍ້ຕົກລົງດັ່ງກ່າວໄດ້ເປີດກວ້າງ ແລະ ເປີດເຜີຍຂໍ້ມູນຂອງຂະແໜງປ່າໄມ້ເພື່ອພິຈາລະນາໃນລະດັບປະເທດ ແລະ ສາກົນຢ່າງລະອຽດຖີ່ຖ້ວນ.

ການມີສ່ວນຮ່ວມຂອງຜູ້ມີສ່ວນກ່ຽວຂ້ອງ. ສະຫະພາບເອີຣົບສົ່ງເສີມການມີສ່ວນຮ່ວມຂອງຜູ້ມີສ່ວນກ່ຽວຂ້ອງຢ່າງກວ້າງຂວາງໃນການເຈລະຈາ ແລະ ການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ເຊິ່ງການມີສ່ວນຮ່ວມຢ່າງກວ້າງຂວາງຈະຊ່ວຍເສີມສ້າງຄວາມໂປ່ງໃສໃນດ້ານຕ່າງໆທີ່ສຳຄັນໃນຂໍ້ຕົກລົງດັ່ງກ່າວ, ເປັນຕົ້ນແມ່ນ ນິຍາມຄວາມຖືກຕ້ອງທາງກົດໝາຍ, ດ້ານອື່ນໆຂອງ ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ແລະຄວາມຈຳເປັນໃນການປະຕິຮູບກົດໝາຍ.

ຄວາມໂປ່ງໃສເຮັດໃຫ້ບັນດາພາກສ່ວນກ່ຽວຂ້ອງສາມາດສະແດງອອກຄຳຄິດເຫັນຂອງພວກເຂົາ, ພິຈາລະນາບັນຫາ, ແລະ ມີອິດທິພົນຕໍ່ເນື້ອໃນ ແລະ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ແລະ ຂັ້ນຕອນຂອງຂໍ້ຕົກລົງດັ່ງກ່າວ. ມາດຕາໃນພາກເນື້ອໃນຫຼັກໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຕ່ລະສະບັບສະໜັບສະໜູນຄວາມສຳຄັນໃນການມີສ່ວນຮ່ວມຂອງບັນດາພາກສ່ວນກ່ຽວຂ້ອງໃນໄລຍະການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວ.

ມາຮອດປະຈຸບັນ, ທຸກປະເທດທີ່ໄດ້ລົງນາມຮັບຮອງເອົາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໄດ້ລວມເອົາຕົວແທນຂອງອົງການຈັດຕັ້ງທາງສັງຄົມ ແລະ ພາກເອກະຊົນເຂົ້າໃນໂຄງສ້າງການຈັດຕັ້ງປະຕິບັດແຫ່ງຊາດ ແລະ ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດ.

ອ່ານເພີ່ມເຕີມໃນພາກເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບ ວິທີທີ່ຂໍ້ຕົກລົງດັ່ງກ່າວສາມາດຍົກລະດັບການມີສ່ວນຮ່ວມ.

ການຕິດຕໍ່ສື່ສານ. ປະເທດຕ່າງໆມີວິທີການໃນການຕິດຕໍ່ສື່ສານກ່ຽວກັບຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທີ່ແຕກຕ່າງກັນ, ເຊິ່ງວິທີການດັ່ງກ່າວປະກອບດ້ວຍການຕີພິມຂໍ້ຄວາມກ່ຽວກັບນະໂຍບາຍໂດຍຫຍໍ້ ແລະ ການສະຫຼຸບການເຈລະຈາ, ການຖະແຫຼງຂ່າວ, ການສ້າງເວັບໄຊໃນໄລຍະການເຈລະຈາຂໍ້ຕົກລົງດັ່ງກ່າວ ແລະ ການຕີພິມບົດລາຍງານຂອງຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດ. ອ່ານ​ເພີ່ມ​ເຕີມ​ໃນ​ພາກ​ເນື້ອ​ໃນ​ລະ​ອຽດ​ຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວ​ກັບ ການ​ຕິດ​ຕໍ່​ສື່​ສານ​ໃນ​ຂັ້ນ​ຕອນ​ຂອງ​ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).

ການກວດສອບອິດສະຫຼະ. ການກວດສອບອິດສະຫຼະແມ່ນສ່ວນປະກອບທີ່ເປັນພາກບັງຄັບຂອງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ເຊິ່ງການກວດສອບຈະຊ່ວຍເສີມສ້າງຄວາມໂປ່ງໃສ ໂດຍການກວດຄືນ ແລະ ລາຍງານກ່ຽວກັບລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້. ຜູ້ກວດສອບຈະສົ່ງບົດລາຍງານໃຫ້ແກ່ສະຫະພາບເອີຣົບ ແລະ ປະເທດທີ່ເປັນຄູ່ຮ່ວມສັນຍາ (ໂດຍປົກກະຕິແມ່ນສົ່ງໃຫ້ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດ) ແລະ ສ້າງບົດລາຍງານຕໍ່ສາທາລະນະ. ອ່ານ​ເພີ່ມ​ເຕີມ​ໃນ​ພາກ​ເນື້ອ​ໃນ​ລະ​ອຽດ​ຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວ​ກັບ ການກວດສອບອິດສະຫຼະ.

ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບຂໍ້ມູນທົ່ວໄປ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງດັ່ງກ່າວກ່ຽວກັບຂໍ້ມູນທົ່ວໄປໄດ້ລະບຸເອກະສານ ແລະ ຂໍ້ມູນທີ່ບັນດາພາກສ່ວນກ່ຽວຂ້ອງຄິດວ່າຄວນຈະເປີດເຜີຍຕໍ່ສາທາລະນະ ເພື່ອເສີມສ້າງການຄຸ້ມຄອງໃນຂະແໜງປ່າໄມ້ໃຫ້ເຂັ້ມແຂງຂຶ້ນ ແລະ ເຮັດໃຫ້ມີການຕິດຕາມກວດກາການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ເຊິ່ງຂໍ້ມູນດັ່ງກ່າວເປັນຂໍ້ມູນທີ່ສຳຄັນຕໍ່ວຽກງານຂອງຜູ້ສັງເກດການອິດສະຫຼະ. ບັນດາປະເທດທີ່ເປັນຄູ່ຮ່ວມສັນຍາໄດ້ສ້າງເວັບໄຊເພື່ອແບ່ງປັນຂໍ້ມູນ, ຕົວຢ່າງ ປະເທດ ແຄມມາຣູນ ແລະ ສາທາລະນະລັດຄອງໂກ. ອ່ານເພີ່ມເຕີມໃນພາກເນື້ອໃນຫຼັກກ່ຽວກັບ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບຂໍ້ມູນທົ່ວໄປ.

ຄວາມຈະແຈ້ງໂປ່ງໃສຂອງສະຖາບັນການຈັດຕັ້ງ. ຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໄດ້ໃຫ້ຄວາມກະຈ່າງແຈ້ງວ່າໃຜຈະເປັນຜູ້ຮັບຜິດຊອບຕໍ່ວຽກງານໃນລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ໃນປະເທດ. ທຸກຝ່າຍໄດ້ກຳນົດຄວາມຮັບຜິດຊອບເຂົ້າໃນເນື້ອໃນ ແລະ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງດັ່ງກ່າວ, ແລະ ກຳນົດເຂົ້າໃນຂັ້ນຕອນທີ່ຈະພັດທະນາຕໍ່ໄປໃນໄລຍະການຈັດຕັ້ງປະຕິບັດ. ຄວາມຮັບຜິດຊອບທີ່ຈະແຈ້ງຈະຊ່ວຍປັບປຸງຄວາມເຂົ້າໃຈວ່າບຸກຄົນໃດເປັນຜູ້ຮັບຜິດຊອບໃນການຈັດຕັ້ງປະຕິບັດກົດໝາຍ ແລະ ສິ່ງທີ່ບັນດາພາກສ່ວນກ່ຽວຂ້ອງຕ້ອງດຳເນີນການ ເພື່ອປະຕິບັດຕາມກົດໝາຍ.

ຄວາມເຂົ້າໃຈທາງດ້ານກົດໝາຍ. ໃນຫຼາຍປະເທດ, ບັນດາພາກສ່ວນກ່ຽວຂ້ອງມີຄວາມຫຍຸ້ງຍາກໃນການເຂົ້າເຖິງນິຕິກຳຕ່າງໆ, ເຊິ່ງສົ່ງຜົນກະທົບຕໍ່ກັບຄວາມເຂົ້າໃຈໃນເງື່ອນໄຂທາງດ້ານກົດໝາຍເຊັ່ນດຽວກັນ. ການປຶກສາຫາລືໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບນິຍາມຄວາມຖືກຕ້ອງທາງກົດໝາຍຂອງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ຈະຊ່ວຍສົ່ງເສີມການຄຸ້ມຄອງ ເພື່ອຊຸກຍູ້ນິຕິກຳທີ່ກ່ຽວຂ້ອງກັບການຄຸ້ມຄອງຊັບສົມບັດຂອງປະເທດຊາດ ເພື່ອໃຫ້ບັນດາພາກສ່ວນກ່ຽວຂ້ອງປະເມີນ ແລະ ປຶກສາຫາລືກັນ. ໃນຂັ້ນຕອນຂອງຂໍ້ຕົກລົງດັ່ງກ່າວມາຮອດປະຈຸບັນ, ແຜນງານສະໜັບສະໜູນ ໄດ້ແນໃສ່ຂີດຄວາມສາມາດ ແລະ ແຫຼ່ງຊັບພະຍາກອນ ເພື່ອຊ່ວຍໃຫ້ນິຕິກຳສາມາດໃຊ້ປະໂຫຍດໄດ້ ແລະ ເຮັດໃຫ້ຂອບເຂດວຽກງານທາງດ້ານກົດໝາຍມີຄວາມໂປ່ງໃສຂຶ້ນ.

ສິ່ງທ້າທາຍຕ່າງໆໃນການຈັດຕັ້ງປະຕິບັດພັນທະສັນຍາໃນການຮັກສາຄວາມໂປ່ງໃສ

ຄວາມໂປ່ງໃສເຮັດໃຫ້ບັນດາພາກສ່ວນກ່ຽວຂ້ອງສາມາດເຂົ້າໃຈ, ຈັດຕັ້ງປະຕິບັດ ແລະ ຕິດຕາມກວດກາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ນອກຈາກນັ້ນ, ຄວາມໂປ່ງໃສຍັງຊ່ວຍເສີມສ້າງຄວາມໜ້າເຊື່ອຖືໃນການອອກໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ໃນລະຫວ່າງບັນດາພາກສ່ວນກ່ຽວຂ້ອງແຫ່ງຊາດ, ບັນດາຜູ້ນຳເຂົ້າ ແລະ ຜູ້ບໍລິໂພກໃນສະຫະພາບເອີຣົບ. ເຖິງຢ່າງໃດກໍຕາມ, ບັນດາປະເທດທີ່ສົ່ງອອກໄມ້ສ່ວນຫຼາຍບໍ່ໄດ້ເອົາໃຈໃສ່ກ່ຽວກັບຄວາມໂປ່ງໃສໃນໄລຍະຜ່ານມາ. ດັ່ງນັ້ນ, ລັດຖະບານອາດຈະໃຊ້ເວລາຫຼາຍໃນການຈັດຕັ້ງປະຕິບັດພັນທະສັນຍາຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນການຮັກສາຄວາມໂປ່ງໃສ.

ບາງປະເທດຕ້ອງການພັດທະນາລະບົບ ແລະ ຂັ້ນຕອນໃນການບໍລິຫານຈັດການ ແລະ ແບ່ງປັນຂໍ້ມູນ. ໃນບາງກໍລະນີ, ຂໍ້ມູນອາດເປັນຊັບສົມບັດຂອງສາທາລະນະແລ້ວ ແຕ່ອາດຈະມີຄວາມຫຍຸ້ງຍາກໃນການຄົ້ນຫາ ແລະ ແບ່ງປັນ. ໃນກໍລະນີອື່ນໆ, ເປັນຕົ້ນແມ່ນໃນປະເທດໄລບີເລຍ, ກົດໝາຍສະບັບທີ່ເປັນອີເລັກໂຕຣນິກແມ່ນບໍ່ມີຢູ່ເລີຍ ແລະ ສະບັບທີ່ພິມອອກກໍຍາກທີ່ຈະຄົ້ນຫາເຊັ່ນດຽວກັນ.

ຄວາມລ່າຊ້າໃນການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ອາດຈະເກີດຂຶ້ນ ເນື່ອງຈາກວ່າລັດຖະບານມີແນວໂນ້ມທີ່ຈະເນັ້ນໜັກໃສ່ດ້ານເຕັກນິກໃນການຈັດຕັ້ງປະຕິບັດ, ເປັນຕົ້ນແມ່ນລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້, ຫຼາຍກວ່າການປະຕິຮູບການຄຸ້ມຄອງ. ນອກຈາກນັ້ນ, ການມີສ່ວນຮ່ວມຂອງບັນດາພາກສ່ວນກ່ຽວຂ້ອງມີແນວໂນ້ມທີ່ຈະຫຼຸດລົງເລື້ອຍໆ ເມື່ອສິ້ນສຸດການເຈລະຈາ ແລະ ເລີ່ມຈັດຕັ້ງປະຕິບັດ. ບັນດາພາກສ່ວນກ່ຽວຂ້ອງອາດຈະສືບຕໍ່ດຳເນີນການໃນຂັ້ນຕອນຕໍ່ໄປ ແລະ/ຫຼື ອາດຈະຍຸດຕິການຄົ້ນຫາວິທີທາງໃນການດຳເນີນການປະຕິຮູບການຄຸ້ມຄອງ.

ສິ່ງທ້າທາຍອື່ນໆໃນໄລຍະສັ້ນແມ່ນ ການດຳເນີນການຍົກລະດັບຄວາມໂປ່ງໃສເຮັດໃຫ້ຂະແໜງປ່າໄມ້ມີຄວາມກະຈ່າງແຈ້ງຂຶ້ນ ແລະ ອາດຊ່ວຍເປີດເຜີຍຄຳຕຳນິວິຈານ. ຂໍ້ຂັດແຍ່ງທົ່ວໄປແມ່ນບັນດາປະເທດທີ່ດຳເນີນການປະຕິຮູບຈະຖືກເປີດເຜີຍຄຳຕຳນິວິຈານຫຼາຍກວ່າ ບັນດາປະເທດທີ່ບໍ່ໄດ້ສົ່ງເສີມຄວາມໂປ່ງໃສ. ເຖິງຢ່າງໃດກໍຕາມ, ໃນໄລຍະຍາວ, ບັນດາປະເທດທີ່ປັບປຸງຄວາມໂປ່ງໃສສາມາດຄາດຫວັງວ່າຈະໄດ້ຮັບຂໍ້ມູນຄວາມຕ້ອງການຂອງຕະຫຼາດກ່ຽວກັບວິທີການທີ່ປະເທດຄຸ້ມຄອງຂະແໜງປ່າໄມ້ຂອງຕົນ.

ຕົວຢ່າງ. ຕົວຢ່າງ: ຂໍ້ມູນ ແລະ ຄວາມຮັບຜິດຊອບໃນປະເທດອິນໂດເນເຊຍ

ກະຊວງປ່າໄມ້ຂອງປະເທດອິນໂດເນເຊຍໄດ້ຕີພິມບັນຊີລາຍຊື່ຂອງບໍລິສັດທັງໝົດທີ່ໄດ້ຮັບການກວດສອບຖືກຕ້ອງຕາມກົດໝາຍ ພາຍໃຕ້ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ລົງໃນເວັບໄຊຂອງກະຊວງ. ຜູ້ກວດສອບ ແລະ ຜູ້ນຳເຂົ້າສາມາດນຳໃຊ້ບັນຊີລາຍຊື່ດັ່ງກ່າວເພື່ອກວດສອບໃບອະນຸຍາດສົ່ງອອກ, ເຊິ່ງໃນໜ້າເວັບດັ່ງກ່າວປະກອບດ້ວຍຂໍ້ກຳນົດສຳລັບການສົ່ງຄຳຖາມ ຫຼື ຂໍ້ສົງໄສຕ່າງໆໄປຫາໜ່ວຍງານຂໍ້ມູນຂ່າວສານການອອກໃບອະນຸຍາດ, ເຊິ່ງໜ່ວຍງານດັ່ງກ່າວໄດ້ເກັບຂໍ້ມູນກ່ຽວກັບໃບອະນຸຍາດແຕ່ລະສະບັບໄວ້ໃນຖານຂໍ້ມູນ. ເຈົ້າໜ້າທີ່ ຂອງສະຫະພາບເອີຣົບສາມາດສອບຖາມລະບົບດັ່ງກ່າວ ແລະ ສົ່ງຄຳຖາມຕ່າງໆໄປຍັງໜ່ວຍງານດັ່ງກ່າວໄດ້. . ໃນອະນາຄົດ, ເຈົ້າໜ້າທີ່ຈະສາມາດເຂົ້າເຖິງຂໍ້ມູນດັ່ງກ່າວໂດຍກົງ ທີ່ສະໜອງໃຫ້ໜ່ວຍງານທີ່ກ່ຽວຂ້ອງເພື່ອອອກໃບອະນຸຍາດ.

ຂໍ້ມູນເພີ່ມເຕີມ

ພາກສ່ວນທີ່ກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສົ່ງເສີມການຄຸ້ມຄອງປ່າໄມ້ທີ່ດີ

ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເສີມສ້າງຄວາມອາດສາມາດໃຫ້ເຂັ້ມແຂງຂຶ້ນ

ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພີ່ມຄວາມຮັບຜິດຊອບ

ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພີ່ມຄວາມຈະແຈ້ງໂປ່ງໃສຂອງສະຖາບັນກົດໝາຍ ແລະ ການຈັດຕັ້ງ

ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພີ່ມການມີສ່ວນຮ່ວມ