Print Friendly and PDF


ອົງ​ປະ​ກອບ​ຂອງ​ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ອົງປະກອບຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທັງໝົດມີອົງປະກອບອັນດຽວກັນ. ເຖິງຢ່າງໃດກໍຕາມ, ລາຍລະອຽດຂອງແຕ່ລະຂໍ້ຕົກລົງແມ່ນມີລັກສະນະສະເພາະ ຂຶ້ນກັບສະພາບແວດລ້ອມຂອງແຕ່ລະປະເທດທີ່ເປັນຄູ່ຮ່ວມສັນຍາ, ເນື່ອງຈາກວ່າພວກເຂົາຕ້ອງໄດ້ອີງໃສ່ກົດໝາຍຂອງປະເທດນັ້ນໆ ແລະ ລຳດັບບຸລິມະສິດຂອງບັນດາພາກສ່ວນກ່ຽວຂ້ອງແຫ່ງຊາດ.

ຜົນ​ຮັບ​ຂອງ​ແຕ່​ລະ​ຂໍ້​ຕົກ​ລົງ​ປະ​ກອບ​ດ້ວຍ:

ເນື້ອໃນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ປະກອບດ້ວຍສອງພາກ, ພາກເນື້ອໃນຫຼັກ ແລະ ບັນດາເອກະສານຊ້ອນທ້າຍ, ທີ່ອະທິບາຍຜົນຮັບຕ່າງໆ. ພາກເນື້ອໃນຫຼັກຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສະຫຼຸບບັນດາຫຼັກການພື້ນຖານ ແລະ ໂຄງສ້າງທີ່ສຳຄັນ, ແລະ ມີຄວາມແຕກຕ່າງກັນເລັກໜ້ອຍລະຫວ່າງຂໍ້ຕົກລົງແຕ່ລະສະບັບ. ໃນພາກເອກະສານຊ້ອນທ້າຍຂອງແຕ່ລະຂໍ້ຕົກລົງແມ່ນມີຄວາມແຕກຕ່າງກັນ ຍ້ອນວ່າບັນດາເອກະສານຊ້ອນທ້າຍດັ່ງກ່າວໃຫ້ລາຍລະອຽດສະເພາະເຈາະຈົງກ່ຽວກັບບັນຫາຂອງແຕ່ລະປະເທດດັ່ງຕໍ່ໄປນີ້:

  • ເງື່ອນ​ໄຂ​ທາງ​ດ້ານ​ກົດ​ໝາຍ​ທີ່​ປະ​ເທດ​ທີ່​ເປັນ​ຄູ່​ຮ່ວມ​ສັນ​ຍາ​ຈະ​ຕ້ອງໄດ້ຕິດ​ຕາມກວດກາ ແລະ ຮັບ​ປະ​ກັນ​ຄວາມ​ສອດ​ຄ່ອງ​ກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
  • ຂັ້ນຕອນຕ່າງໆສຳລັບການກວດສອບຄວາມຖືກຕ້ອງທາງດ້ານກົດໝາຍ, ການຕິດຕາມໄມ້ ແລະ ການອອກໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້
  • ບັນ​ດາ​ເອ​ກະ​ສານ ແລະ ຂໍ້​ມູນຂອງປະເທດ​ທີ່​​ຈະ​ເປີດ​ເຜີຍ​ຕໍ່​ສື່ມວນ​ຊົນ

ການພິຈາລະນາພາຍໃນພາກສ່ວນກ່ຽວຂ້ອງຂອງປະເທດທີ່ສົ່ງອອກໄມ້ໄດ້ກຳນົດເປົ້າໝາຍ ແລະ ເນື້ອໃນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ການພິຈາລະນາດັ່ງກ່າວຈະຊ່ວຍໃຫ້ລັດຖະບານຂອງປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສາມາດກຳນົດຂອບເຂດຜະລິດຕະພັນທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ດັ່ງກ່າວຈະກວມເອົາ, ອາດຈະລວມມີ ຫຼື ບໍ່ລວມຕະຫຼາດພາຍໃນ, ແລະ ສາມາດກຳນົດຂອບເຂດການປະຕິຮູບກົດໝາຍ ແລະ ການຄຸ້ມຄອງ.

ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທີ່ປະກອບດ້ວຍການປະຕິຮູບກົດໝາຍ ແລະ ມາດຕະການຂອງຕະຫຼາດພາຍໃນ ເປັນສັນຍານທີ່ເຂັ້ມແຂງວ່າລັດຖະບານຂອງປະເທດທີ່ເປັນຄູ່ຮ່ວມສັນຍາໄດ້ມີການກະກຽມເພື່ອແກ້ໄຂບັນດາສິ່ງທ້າທາຍໃນການຄຸ້ມຄອງ ທີ່ຈະພາໃຫ້ເກີດມີການລັກລອບຕັດໄມ້ຢ່າງຜິດກົດໝາຍຢ່າງກວ້າງຂວາງ.

ຂໍ້ມູນເພີ່ມເຕີມ