ຈຸດປະສານງານຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ລັດຖະບານຂອງປະເທດທີ່ເປັນຄູ່ຮ່ວມສັນຍາສ່ວນໃຫຍ່ໄດ້ສ້າງຈຸດປະສານງານແຫ່ງຊາດ ເພື່ອປະສານງານຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ຈຸດປະສານງານດັ່ງກ່າວອາດຈະເປັນບຸກຄົນ ຫຼື ໂຄງສ້າງ, ບໍ່ວ່າຈະພາຍໃນ ຫຼື ພາຍນອກໜ່ວຍງານລັດຖະບານທີ່ມີຢູ່ກໍຕາມ. ລັດຖະບານອາດຈະກຳນົດຈຸດປະສານງານໃນໄລຍະ ຫຼື ກ່ອນ ການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ເຊິ່ງຈຸດປະສານງານດັ່ງກ່າວອາດຈະສືບຕໍ່ປະຕິບັດໜ້າທີ່ປະສານງານໃນຂັ້ນຕອນຂອງຂໍ້ຕົກລົງດັ່ງກ່າວໃນລະຫວ່າງ ໄລຍະການຈັດຕັ້ງປະຕິບັດ:
- ໃນປະເທດ ສາທາລະນະລັດອາຟຣິກາກາງ, ລັດຖະບານໄດ້ແຕ່ງຕັ້ງລັດຖະກອນໜຶ່ງທ່ານຈາກກະຊວງສິ່ງແວດລ້ອມເປັນຈຸດປະສານງານເພື່ອປະຕິບັດໜ້າທີ່ໃນນາມກອງເລຂາໃຫ້ແກ່ຄະນະກຳມະການປະສານງານແຫ່ງຊາດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ລັດຖະກອນດັ່ງກ່າວຈະຮັບຜິດຊອບວຽກງານບໍລິຫານ ແລະ ສະໜັບສະໜູນ ເຊິ່ງຈະມີຜູ້ຊ່ວຍອີກໜຶ່ງຄົນ.
- ໃນ ປະເທດການ້າ, ລັດຖະບານໄດ້ແຕ່ງຕັ້ງລັດຖະກອນໜຶ່ງທ່ານຈາກຄະນະກຳມະທິການປ່າໄມ້ເປັນຈຸດປະສານງານໃນການປະຕິບັດໜ້າທີ່ອື່ນໆ ນອກຈາກໜ້າທີ່ຮັບຜິດຊອບທີ່ມີຢູ່ແລ້ວ.
- ໃນ ປະເທດອິນໂດເນເຊຍ, ກ່ອນເລີ່ມການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຢ່າງເປັນທາງການ, ກະຊວງປ່າໄມ້ໄດ້ກຳນົດກຸ່ມທີ່ປະກອບດ້ວຍລັດຖະກອນຈຳນວນ 12 ທ່ານ ເພື່ອໃຊ້ເປັນຈຸດປະສານງານຢ່າງເປັນທາງການ, ເຊິ່ງກຸ່ມດັ່ງກ່າວດຳເນີນວຽກງານໃນການປູກຈິດສຳນຶກ ແລະ ພິຈາລະນາກ່ຽວກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທັງຢູ່ພາຍໃນກະຊວງຂອງຕົນ ແລະ ໃນບັນດາໜ່ວຍງານລັດຖະບານອື່ນໆທີ່ກ່ຽວຂ້ອງ. ນອກຈາກນັ້ນ, ກຸ່ມດັ່ງກ່າວຍັງພັດທະນາເຄື່ອງມືໃນການສະໜັບສະໜູນຈຸດຢືນຂອງປະເທດອິນໂດເນເຊຍ, ປະສານງານກິດຈະກຳຕ່າງໆລະຫວ່າງລັດຖະບານ ແລະ ບັນດາພາກສ່ວນກ່ຽວຂ້ອງອື່ນໆ, ແລະ ຈັດແຈງກອງປະຊຸມຂອງບັນດາພາກສ່ວນກ່ຽວຂ້ອງທີ່ຈະນຳໄປສູ່ການຕັດສິນໃຈເລີ່ມຕົ້ນການເຈລະຈາ.
- ປະເທດລາວ ໄດ້ສ້າງຕັ້ງຈຸດປະສານງານໃນຕອນຕົ້ນຂອງໄລຍະກ່ອນການເຈລະຈາ. ໂຄງສ້າງຂອງບັນດາພາກສ່ວນກ່ຽວຂ້ອງປະກອບດ້ວຍສາມກະຊວງ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມ.
- ປະເທດໄລບີເລຍ ໄດ້ສ້າງຕັ້ງກອງເລຂາດ້ານເຕັກນິກອິດສະຫຼະທີ່ປະກອບດ້ວຍສະມາຊິກຈຳນວນສີ່ທ່ານເພື່ອອຳນວຍຄວາມສະດວກໃຫ້ແກ່ຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ເມື່ອສິ້ນສຸດການເຈລະຈາແລ້ວ, ລັດຖະບານໄດ້ມອບໝາຍວຽກໃຫ້ແກ່ກອງເລຂາທາງດ້ານເຕັກນິກໃນການປະສານງານກິດຈະກຳກ່ອນການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວ ໃນລະຫວ່າງການສິ້ນສຸດການເຈລະຈາ ແລະ ການໃຫ້ສັດຕະຍາບັນ. ການໃຫ້ສັດຕະຍາບັນດັ່ງກ່າວເຮັດໃຫ້ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດສາມາດປະຕິບັດວຽກງານໄດ້.
ຂໍ້ມູນເພີ່ມເຕີມ
ພາກສ່ວນທີ່ກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ໂຄງສ້າງການຈັດຕັ້ງປະຕິບັດແຫ່ງຊາດ
ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພີ່ມການມີສ່ວນຮ່ວມ