ຫຼັກການຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ບັນດາຫຼັກການດັ່ງຕໍ່ໄປນີ້ອະທິບາຍຫຼັກປັດສະຍາພາຍໃຕ້ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ຄວາມແຕກຕ່າງຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈຈາກຂໍ້ຕົກລົງດ້ານການຄ້າທົ່ວໄປ.
ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນສ້າງຂຶ້ນດ້ວຍຄວາມສະໝັກໃຈ, ແຕ່ມີຂໍ້ຜູກມັດທາງກົດໝາຍ. ສະຫະພາບເອີຣົບ ແລະ ປະເທດທີ່ສົ່ງອອກໄມ້ ເລືອກທີ່ຈະລົງນາມໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ຖ້າໄດ້ຮັບການສັດຕະຍາບັນແລ້ວ, ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຈະຜູກມັດທັງສະຫະພາບເອີຣົບ ແລະ ປະເທດຄູ່ຮ່ວມສັນຍາ.
ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນຂໍ້ຕົກລົງແບບມີສ່ວນຮ່ວມ ແລະ ສົ່ງຜົນຕໍ່ຄວາມເປັນເອກະພາບແຫ່ງຊາດ. ເພື່ອຮັບປະກັນວ່າຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າ ແບບສະໝັກໃຈມີຄວາມໜ້າເຊື່ອຖື ແລະ ບັນລຸຕາມຄວາມຄາດໝາຍຂອງຕະຫຼາດ, ສະຫະພາບເອີຣົບຈຶ່ງສະໜັບສະໜູນໃຫ້ພາກເອກະຊົນ, ອົງການຈັດຕັ້ງທາງສັງຄົມ ແລະ ຊຸມຊົນທ້ອງຖິ່ນເຂົ້າຮ່ວມຜ່ານຂັ້ນຕອນໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).
ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນຂໍ້ຕົກລົງທີ່ສາມາດນຳໃຊ້ໄດ້ຢ່າງແທ້ຈິງ ແລະ ເນັ້ນໜັກໃສ່ຜົນຮັບ. ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສ້າງວິທີແກ້ໄຂບັນຫາທີ່ບັນດາພາກສ່ວນກ່ຽວຂ້ອງໄດ້ກຳນົດຢ່າງໄດ້ຜົນ, ໂປ່ງໃສ ແລະ ເປັນໄປໄດ້.
ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈແມ່ນຂໍ້ຕົກລົງທີ່ມີຄວາມໂປ່ງໃສ. ການເຈລະຈາກ່ຽວກັບຂໍ້ຕົກລົງດ້ານການຄ້າສ່ວນໃຫຍ່ແລ້ວແມ່ນດຳເນີນການຢ່າງປິດລັບ. ສ່ວນການເຈລະຈາຂໍ້ຕົກ ລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ແມ່ນດຳເນີນການໂດຍມີການປິດລັບໜ້ອຍສຸດ.
ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນມີຫຼາຍກວ່າຂໍ້ຕົກລົງດ້ານການຄ້າ. ເຊິ່ງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຍັງແນໃສ່ການສົ່ງເສີມຄວາມຍືນຍົງດ້ານສັງຄົມ ແລະ
ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສົ່ງເສີມການຄຸ້ມຄອງທີ່ດີ. ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຈະແນ່ໃສ່ການປັບປຸງຄວາມໂປ່ງໃສ, ຄວາມຮັບຜິດຊອບ ແລະ ການບັງຄັບໃຊ້ກົດໝາຍ, ແລະ ການເສີມສ້າງສິດຂອງປະຊາຊົນທີ່ເພິ່ງພາອາໄສປ່າໄມ້.
ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນເປັນຄວາມຮັບຜິດຊອບຂອງປະເທດ. ການມີສ່ວນຮ່ວມຂອງບັນດາພາກສ່ວນທີ່ກ່ຽວຂ້ອງຮັບປະກັນຄວາມເປັນເຈົ້າຂອງປະເທດຊາດຕໍ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ຂໍ້ຕົກລົງດັ່ງກ່າວດຳເນີນການຕາມສະພາບແວດລ້ອມຂອງປະເທດນັ້ນໆ.
ຂັ້ນຕອນໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນສາມາດປັບໃຊ້ໄດ້. ຂັ້ນຕອນໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນເປີດກວ້າງຕໍ່ແນວຄວາມຄິດ ແລະ ການແກ້ໄຂບັນຫາ, ແລະ ການດັດແປງໃຫ້ເຂົ້າກັບຄວາມເປັນຈິງ ແລະ ເປົ້າໝາຍຂອງແຕ່ລະຄູ່ສັນຍາ. ບໍ່ມີແຜນງານລະອຽດ ແລະ ບໍ່ມີກຳນົດເວລາທີ່ເຄັ່ງຄັດໃນການສະຫຼຸບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).ຂໍ້ມູນເພີ່ມເຕີມ
ພາກສ່ວນທີ່ກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ການຂັບເຄື່ອນຂັ້ນຕອນຕ່າງໆໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ໄລຍະເວລາຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສົ່ງເສີມການຄຸ້ມຄອງປ່າໄມ້ທີ່ດີ
ການເຊື່ອມຕໍ່ໄປສູ່ໜ້າເວັບພາຍນອກ
Duffield, L. and Ozinga, S. 2014. Making Forestry Fairer: ຄຳແນະນຳພາກປະຕິບັດສຳລັບອົງການຈັດຕັ້ງທາງສັງຄົມ ທີ່ມີສ່ວນຮ່ວມໃນການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). FERN. 68pp. [ດາວໂຫຼດ PDF]
Othman, M. et al. 2012. ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນແຜນງານ FLEGT. ETFRN News 53: 109-116. [ດາວໂຫຼດ PDF]
Pearce, F. 2012. Forest Stands: ວິທີການທີ່ກົດໝາຍດ້ານການຄ້າສະບັບໃໝ່ຂອງສະຫະພາບເອີຣົບຊ່ວຍບັນດາປະເທດຕ່າງໆໃນການປົກປັກຮັກສາປ່າໄມ້ ແລະ ປະຊາຊົນ. FERN. 24pp. [ດາວໂຫຼດ PDF]