ຂັ້ນຕອນຕ່າງໆໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ປະເທດທີ່ສົ່ງອອກໄມ້ ແລະ ສະຫະພາບເອີຣົບພັດທະນາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນໄລຍະຕ່າງໆໂດຍນຳໃຊ້ຊຸດຂັ້ນຕອນຕ່າງໆ. ຊຸດຂັ້ນຕອນເຫຼົ່ານີ້ລວມມີ ການເຈລະຈາທັງສອງຝ່າຍ ລະຫວ່າງສະຫະພາບເອີຣົບ ແລະ ປະເທດທີ່ສົ່ງອອກໄມ້, ແລະ ການເຈລະຈາແຫ່ງຊາດ ພາຍໃນ ແລະ ລະຫວ່າງກຸ່ມຂອງບັນດາຜູ້ທີ່ມີສ່ວນກ່ຽວຂ້ອງໃນປະເທດທີ່ສົ່ງອອກໄມ້.
ການເຈລະຈາສອງຝ່າຍເຮັດໃຫ້ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈເປັນທາງການຂຶ້ນ, ການປຶກສາຫາລືແຫ່ງຊາດເຮັດໃຫ້ເນື້ອໃນຂອງຂໍ້ຕົກລົງດັ່ງກ່າວເປັນຮູບເປັນຮ່າງ. ສິ່ງທີ່ແຕກຕ່າງຈາກຂໍ້ຕົກລົງດ້ານການຄ້າສ່ວນຫຼາຍ, ໃນການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສະຫະພາບຣົບ ແລະ ປະເທດທີ່ສົ່ງອອກໄມ້ບໍ່ໄດ້ເປັນປໍລະປັກກັນ. ເຊິ່ງທຸກຝ່າຍຈະເຮັດວຽກຮ່ວມກັນເພື່ອບັນລຸເປົ້າໝາຍອັນດຽວກັນ ໃນການກຳຈັດການລັກລອບຕັດໄມ້ທີ່ຜິດກົດໝາຍ.
ສຳລັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທີ່ໜ້າເຊື່ອຖືໃນຕະຫຼາດແມ່ນຈະຕ້ອງຮັບປະກັນໃຫ້ຜູ້ນຳເຂົ້າຂອງສະຫະພາບເອີຣົບວ່າ ໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ແມ່ນອອກໃຫ້ແຕ່ໄມ້ທີ່ຖືກກົດໝາຍເທົ່ານັ້ນ. ສະຫະພາບເອີຣົບຄາດຫວັງໃຫ້ຂັ້ນຕອນຕ່າງໆໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສ້າງ ແລະ ຮັກສາຄວາມເປັນເຈົ້າຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທີ່ເຊື່ອຖືໄດ້ໂດຍຜ່ານການເຂົ້າຮ່ວມຂອງບັນດາພາກສ່ວນທີ່ກ່ຽວຂ້ອງຢ່າງກວ້າງຂວາງ ແລະ ໂດຍການແກ້ໄຂບັນຫາຕ່າງໆທີ່ບັນດາພາກສ່ວນທີ່ກ່ຽວຂ້ອງແຫ່ງຊາດເປັນຜູ້ກຳນົດ.
ຄວາມຄາດຫວັງຂອງປະເທດທີ່ສົ່ງອອກໄມ້ແມ່ນຂຶ້ນກັບສະພາບແວດລ້ອມແຫ່ງຊາດ ແລະ ບັນຫາຕ່າງໆທີ່ບັນດາພາກສ່ວນທີ່ກ່ຽວຂ້ອງເປັນກັງວົນ. ບໍ່ມີແຜນງານລະອຽດຂອງຂັ້ນຕອນໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການ ຄ້າແບບສະໝັກໃຈ (VPA). ຄວາມສາມາດໃນການດັດແປງຮູບແບບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າ ແບບສະໝັກໃຈ (VPA) ບັນດາພາກສ່ວນທີ່ກ່ຽວຂ້ອງ ສາມາດພັດທະນາຂໍ້ຕົກລົງທີ່ສອດຄ່ອງກັບຄວາມຕ້ອງການສະເພາະຂອງພວກເຂົາ ແລະ ແຜນວຽກທີ່ເໝາະສົມສຳລັບການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວ.
ຂັ້ນຕອນໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນບໍ່ໄດ້ກຳນົດຕ່ອງໂສ້ມູນຄ່າທັງໝົດ. ຂັ້ນຕອນໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຈະເຮັດໃຫ້ຜູ້ຕາງໜ້າລັດຖະບານ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມສາມາດບັນລຸຄວາມເປັນເອກະພາບກັນໃນການສົ່ງເສີມກິດຈະການດ້ານປ່າໄມ້ທີ່ຖືກກົດໝາຍ ເຊິ່ງຈະສົ່ງເສີມເປົ້າໝາຍດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມ.
ປະສົບການຕ່າງໆທີ່ສະສົມມາຈົນຖົງະຈຸບັນໄດ້ສະແດງໃຫ້ເຫັນວ່າສິ່ງທ້າທ້າຍກ່ຽວກັບການຄຸ້ມຄອງບາງອັນແມ່ນຕ້ອງໃຊ້ເວລາໃນການແກ້ໄຂ. ເຊິ່ງຍັງຕ້ອງໄດ້ໃຊ້ເວລາເພື່ອຮັບປະກັນວ່າ ໄລຍະການເຈລະຈາ ແມ່ນສົມເຫດສົມຜົນ ແລະ ສາມາດສ້າງຜົນຮັບທີ່ດີ, ແລະ ໄລຍະການຈັດຕັ້ງປະຕິບັດ ແມ່ນຈະກວມເອົາ ແລະ ຕອບໂຕ້ຕໍ່ສິ່ງທ້າທາຍໃໝ່ໆທີ່ປະກົດອອກມາ.
ຍ້ອນການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ທີ່ດຳເນີນໂດຍປະເທດໃດໜຶ່ງ ແລະ ບໍ່ມີການສະໜອງທຶນຈາກພາຍນອກ, ເຊິ່ງຈະຕ້ອງໄດ້ມີຄວາມມຸ່ງໝັ້ນຢ່າງເຂັ້ມແຂງໃນການດຳເນີນການ.. ເຊິ່ງອາດຈະເປັນສິ່ງທ້າທາຍໃນການຮັກສາແຮງຜັກດັນໃນຂັ້ນຕອນຕ່າງໆໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ດັ່ງນັ້ນສະຫະພາບເອີຣົບຈຶ່ງດຳເນີນການຊອກຫາແນວທາງໃນການສະໜັບສະໜູນຂັ້ນຕອນທີ່ເຂັ້ມແຂງ, ແຕ່ມີຄວາມວ່ອງໄວສຳລັບບັນດາປະເທດທີ່ຍັງບໍ່ຄຸ້ນເຄີຍກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).
ເຖິງແມ່ນວ່າ ການອອກໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ແມ່ນເປົ້າໝາຍທີ່ສຳຄັນຂອງຂັ້ນຕອນໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ແຕ່ມັນບໍ່ແມ່ນຈຸດສິ້ນສຸດ. ການປະຕິຮູບການຄຸ້ມຄອງ, ການຕິດຕາມກວດກາຜົນກະທົບ, ການປັບປຸງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ແລະ ສືບຕໍ່ດຳເນີນບັນດາກິດຈະການອື່ນໆ.
ຂໍ້ມູນເພີ່ມເຕີມ
ພາກສ່ວນທີ່ກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ບັນດາຜູ້ທີ່ມີສ່ວນກ່ຽວຂ້ອງໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ຫຼັກການຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ການຂັບເຄື່ອນຂັ້ນຕອນຕ່າງໆໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ໄລຍະເວລາຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)