Print Friendly and PDF


ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ການປົກຄອງທີ່ດີ

ໃນບັນດາປະເທດທີ່ສົ່ງອອກໄມ້ສ່ວນໃຫຍ່, ການຄຸ້ມຄອງປ່າໄມ້ທີ່ບໍ່ເຂັ້ມແຂງແມ່ນປັດໄຈທີ່ສຳຄັນທີ່ມີຜົນຕໍ່ຂະໜາດ ແລະ ຂອບເຂດຂອງການລັກລອບຕັດໄມ້ຢ່າງຜິດກົດໝາຍ. ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ມີຄວາມເປັນໄປໄດ້ໃນການປັບປຸງການຄຸ້ມຄອງປ່າໄມ້ ໂດຍການສົ່ງເສີມຄວາມຈະແຈ້ງທາງດ້ານນິຕິກໍາ, ຄວາມໂປ່ງໃສ ແລະ ການມີສ່ວນຮ່ວມໃນການຕັດສິນໃຈ, ແລະ ການປັບປຸງການປະສານງານຂອງສະຖາບັນການຈັດຕັ້ງ ແລະ ຄວາມຮັບຜິດຊອບ.

ເຖິງຢ່າງໃດກໍຕາມ, ເນື້ອໃນການຄຸ້ມຄອງທີ່ເປັນມາດຕະຖານໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນຍັງບໍ່ມີ, ເຊິ່ງເນື້ອໃນດັ່ງກ່າວແມ່ນຂຶ້ນກັບບັນດາພາກສ່ວນກ່ຽວຂ້ອງໃນການກຳນົດຂອບເຂດການພິຈາລະນາ ແລະ ການຕັດສິນໃຈ ໂດຍອີງຕາມລະດັບບຸລິມະສິດຂອງພວກເຂົາ, ແລະ ເພື່ອລວມເອົາເນື້ອໃນທີ່ຕອບສະໜອງຄວາມຕ້ອງການຂອງພວກເຂົາເຂົ້າໃນຂໍ້ຕົກລົງດັ່ງກ່າວ. ແຕ່ລະ ກຸ່ມຂອງພາກສ່ວນກ່ຽວຂ້ອງ ມີລະດັບບຸລິມະສິດໃນການຄຸ້ມຄອງທີ່ແຕກຕ່າງກັນ.

ສຳລັບລັດຖະບານ, ບັນຫາທີ່ສຳຄັນທີ່ສຸດອາດແມ່ນການຈັດຕັ້ງປະຕິບັດກົດໝາຍ ຫຼື ຄວາມຍືນຍົງທາງດ້ານເສດຖະກິດຂອງຂະແໜງປ່າໄມ້. ສຳລັບພາກສ່ວນກ່ຽວຂ້ອງຈາກພາກເອກະຊົນທີ່ດຳເນີນທຸລະກິດຢ່າງຖືກກົດໝາຍ, ລະດັບບຸລິມະສິດອາດແມ່ນເພື່ອກຳຈັດການແຂ່ງຂັນທີ່ບໍ່ເປັນທຳ ຈາກການລັກລອບຕັດໄມ້ຢ່າງຜິດກົດໝາຍ, ໃນຂະນະດຽວກັນກໍຮັກສາຄ່າໃຊ້ຈ່າຍໃຫ້ຫຼຸດໜ້ອຍລົງ. ສຳລັບອົງການຈັດຕັ້ງທາງສັງຄົມ, ສິດຂອງຊຸມຊົນ ຫຼື ຄວາມຮັບຜິດຊອບຂອງລັດຖະບານອາດຈະເປັນບັນຫາຫຼັກທີ່ສຳຄັນສຳລັບພວກເຂົາ.

ການ ມີສ່ວນຮ່ວມຂອງບັນດາພາກສ່ວນກ່ຽວຂ້ອງ ທີ່ລວມເຂົ້າໃນທຸກຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເຮັດໃຫ້ແຕ່ລະກຸ່ມສາມາດອອກສຽງ ແລະ ເຮັດວຽກຮ່ວມກັບກຸ່ມອື່ນ ເພື່ອຊອກຫາວິທີການແກ້ໄຂສິ່ງທ້າທາຍໃນການຄຸ້ມຄອງຮ່ວມກັນ. ຂັ້ນຕອນການມີສ່ວນຮ່ວມແມ່ນມີຄວາມແຕກຕ່າງຈາກວິທີການທີ່ລັດຖະບານສ່ວນໃຫຍ່ນຳໃຊ້ໃນການສ້າງນະໂຍບາຍ ແລະ ສາມາດກະຕຸ້ນໃຫ້ມີການປ່ຽນແປງຢ່າງໃຫຍ່ຫຼວງ, ເຊິ່ງຈະໃຊ້ເວລາໃນການພັດທະນາ ແລະ ຈັດຕັ້ງປະຕິບັດ.

ຄຸນລັກສະນະທີ່ເຮັດໃຫ້ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ມີຄວາມພິເສດ ແມ່ນການປະຕິຮູບການຄຸ້ມຄອງທີ່ບໍ່ໄດ້ກຳນົດຈາກນອກປະເທດ, ແຕ່ໄດ້ຮັບການລະບຸ ແລະ ພັດທະນາພາຍໃນປະເທດ, ເຊິ່ງສະຫະພາບເອີຣົບ ແລະ ປະເທດທີ່ສົ່ງອອກໄມ້ຈະລວມເອົາການປະຕິຮູບດັ່ງກ່າວເຂົ້າໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທີ່ມີຂໍ້ຜູກພັນທາງດ້ານກົດໝາຍ.

ຂໍ້ມູນເພີ່ມເຕີມ

ພາກສ່ວນທີ່ກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສົ່ງເສີມການຄຸ້ມຄອງປ່າໄມ້ທີ່ດີ

ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເສີມສ້າງຄວາມອາດສາມາດໃຫ້ເຂັ້ມແຂງຂຶ້ນ

ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພີ່ມຄວາມໂປ່ງໃສ

ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພີ່ມຄວາມຮັບຜິດຊອບ

ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພີ່ມຄວາມຈະແຈ້ງໂປ່ງໃສຂອງສະຖາບັນກົດໝາຍ ແລະ ການຈັດຕັ້ງ

ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພີ່ມການມີສ່ວນຮ່ວມ