ແຜນງານຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້
ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນໜຶ່ງໃນອົງປະກອບໃນການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ປີ 2003, ເຊິ່ງແນໃສ່ການແກ້ໄຂບັນຫາການລັກລອບຕັດໄມ້ຢ່າງຜິດກົດໝາຍ. ສະຫະພາບເອີຣົບໄດ້ພັດທະນາແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ເພື່ອຮັບມືກັບຄວາມກັງວົນສາກົນທີ່ເພີ່ມຂຶ້ນກ່ຽວກັບຜົນກະທົບທາງສັງຄົມ, ເສດຖະກິດ ແລະ ສິ່ງແວດລ້ອມ ທີ່ເກີດຈາກການລັກລອບຕັດໄມ້ຢ່າງຜິດກົດໝາຍ.
ໃນຊຸມປີ 2000, ຄວາມພະຍາຍາມຂອງສາກົນໃນການແກ້ໄຂບັນຫາການລັກລອບຕັດໄມ້ຢ່າງຜິດກົດໝາຍ ໄດ້ເນັ້ນໜັກໃສ່ການບໍລິຫານຈັດການປ່າໄມ້, ການຈັດຕັ້ງປະຕິບັດກົດໝາຍ ແລະ ການຄຸ້ມຄອງ, ແຕ່ບໍ່ເນັ້ນໜັກໃສ່ການຄ້າ. ຄວາມພະຍາຍາມເຫຼົ່ານີ້ບໍ່ສາມາດສະກັດກັ້ນການກະທຳທີ່ຜິດກົດໝາຍດັ່ງກ່າວໄດ້. ດັ່ງນັ້ນສະຫະພາບເອີຣົບໄດ້ຕົກລົງໃນການລວມການຄ້າເຂົ້າໃນນະໂຍບາຍ ເພື່ອຮັບມືກັບການລັກລອບຕັດໄມ້ຢ່າງຜິດກົດໝາຍ. ການຄ້າເປັນສິ່ງທິ່ຈະສ້າງນະໂຍບາຍທີ່ເຂັ້ມແຂງສຳລັບປະເທດທີ່ຜະລິດ ແລະ ຕະຫຼາດຂອງສະຫະພາບເອີຣົບ ໃນການກວດສອບຜະລິດຕະພັນທີ່ຖືກກົດໝາຍ. ແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ຂອງສະຫະພາບເອີຣົບແມ່ນລວມມີມາດຕະການຄວາມຕ້ອງການ ແລະ ມາດຕະການດ້ານການສະໜອງ:
- ກົດລະບຽບການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ຂອງສະຫະພາບເອຣົບໃນປີ 2005, ແລະ ຄຳແນະນຳຂອງສະພາທີ່ກ່ຽວຂ້ອງ, ໃຫ້ອຳນາດແກ່ຄະນະກໍາມະທິການເອີຣົບໃນການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກັບບັນດາປະເທດທີ່ສົ່ງອອກໄມ້ ແລະ ບັນດາອົງການຈັດຕັ້ງຂອງສະຫະພາບເອີຣົບໃນການສ້າງກົດລະບຽບສຳລັບການນຳເຂົ້າຜະລິດຕະພັນທີ່ມີໃບອະນຸຍາດຈາກບັນດາປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
- ສ່ວນນິຕິກຳອື່ນໆ ເປັນຕົ້ນແມ່ນ ກົດລະບຽບໄມ້ຂອງສະຫະພາບເອີຣົບໃນປີ 2013 ຮຽກຮ້ອງໃຫ້ບັນດາຜູ້ນຳເຂົ້າຂອງສະຫະພາບເອີຣົບຮັບຮອງເອົາຂັ້ນຕອນ, ທີ່ເອີ້ນວ່າບາດກ້າວທີ່ຈໍາເປັນເພື່ອຮັບຮອງຄວາມຖືກຕ້ອງທາງກົດໝາຍ, ເພື່ອຮັບປະກັນວ່າໄມ້ ແລະ ໄມ້ທ່ອນທີ່ນຳເຂົ້າມາແມ່ນຖືກຕ້ອງຕາມກົດໝາຍ
- ສະໜັບສະໜູນບັນດາປະເທດທີ່ສົ່ງອອກໄມ້ ທີ່ມີຈຸດປະສົງໃນການແກ້ໄຂບັນຫາການລັກລອບຕັດໄມ້ຢ່າງຜິດກົດໝາຍ
- ສະໜັບສະໜູນພາກເອກະຊົນໃຫ້ມີສ່ວນຮ່ວມໃນການລິເລີ່ມສ້າງກົດໝາຍ, ລວມທັງກົດລະບຽບການຈັດຕັ້ງປະຕິບັດແບບສະໝັກໃຈ ສຳລັບບໍລິສັດທີ່ສະໜອງໄມ້
- ການສົ່ງເສີມບັນດານະໂຍບາຍການຈັດຊື້ຈັດຈ້າງຂອງພາກລັດທີ່ສະໜອງຜະລິດຕະພັນທີ່ຖືກກົດໝາຍເທົ່ານັ້ນ
- ຄວາມພະຍາຍາມໃນການຮັບປະກັນວ່າການລົງທຶນບໍ່ເປັນການສົ່ງເສີມການລັກລອບຕັດໄມ້ຢ່າງຜິດກົດໝາຍ
- ການດຳເນີນການແກ້ໄຂບັນຫາ 'ໄມ້ທີ່ມີຂໍ້ຂັດແຍ່ງ' ເຊິ່ງເປັນໄມ້ທີ່ຂາຍມາເປັນທຶນເພື່ອຊື້ອາວຸດມາໃຊ້ໃນເຫດການທີ່ມີຂໍ້ຂັດແຍ່ງກັນ
ຂໍ້ມູນເພີ່ມເຕີມ
ພາກສ່ວນທີ່ກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA),
ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນຫຍັງ?
ຫຼັກການຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ການຂັບເຄື່ອນຂັ້ນຕອນຕ່າງໆໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ການເຊື່ອມຕໍ່ໄປສູ່ໜ້າເວັບພາຍນອກ
ແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ຂອງສະຫະພາບເອີຣົບແມ່ນຫຍັງ?
ກົດລະບຽບການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້
ຄະນະກໍາມະທິການເອີຣົບ. ປີ 2012. ການສະກັດກັ້ນການລັກລອບຕັດໄມ້ຢ່າງຜິດກົດໝາຍ: ບົດຮຽນ ຈາກແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ຂອງສະຫະພາບເອີຣົບ. [ດາວໂຫຼດPDF]
ສະຫະພາບເອີຣົບ. ປີ 2007. FLEGT Briefing Note 01: ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ແມ່ນຫຍັງ? ສະຫະພາບເອີຣົບ. [ດາວໂຫຼດ PDF]
ສະຫະພາບເອີຣົບ. ປີ 2007. FLEGT Briefing Note 02: ໄມ້ທີ່ຖືກກົດໝາຍແມ່ນຫຍັງ? ສະຫະພາບເອີຣົບ. [ດາວໂຫຼດ PDF]
ສະຫະພາບເອີຣົບ. ປີ 2007. FLEGT Briefing Note 06: ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ສະຫະພາບເອີຣົບ. [ດາວໂຫຼດ PDF]