ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນຫຍັງ?
ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນອົງປະກອບທີ່ສຳຄັນຂອງການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ເພື່ອແກ້ໄຂບັນຫາການລັກລອບຕັດໄມ້ທີ່ຜິດກົດໝາຍ.
ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຕ່ລະອັນແມ່ນຂໍ້ຕົກລົງດ້ານການຄ້າຮ່ວມກັນລະຫວ່າງ ສະຫະພາບເອີຣົບ ແລະ ບັນດາປະເທດສົ່ງອອກໄມ້ ທີ່ຢູ່ນອກສະຫະພາບເອີຣົບ. ຫຼັງຈາກທີ່ຝ່າຍຕ່າງໆລົງນາມຮັບຮອງໃນຂໍ້ຕົກລົງດ້ວຍຄວາມສະໝັກໃຈ (VPA), ຂໍ້ຕົກລົງດັ່ງກ່າວຈະມີຂໍ້ຜູກມັດທາງກົດໝາຍເມື່ອທັງສອງຝ່າຍໃຫ້ສັດຕະຍາບັນຕໍ່ຂໍ້ຕົກລົງດັ່ງກ່າວ.
ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນເພື່ອເຮັດໃຫ້ໝັ້ນໃຈວ່າໄມ້ ແລະ ໄມ້ທ່ອນທີ່ນຳເຂົ້າມາໃນສະຫະພາບເອີຣົບ ຈາກບັນດາປະເທດທີ່ເປັນຄູ່ຮ່ວມສັນຍາແມ່ນສອດຄ່ອງກັບກົດໝາຍຂອງປະເທດນັ້ນ.
ເພື່ອບັນລຸຈຸດປະສົງນີ້, ສິ່ງທຳອິດປະເທດທີ່ເປັນຄູ່ຮ່ວມສັນຍາຈະຕ້ອງໄດ້ຕັດສິນໃຈວ່າຈະນຳໃຊ້ພາກສ່ວນໃດຂອງຂອບເຂດກົດໝາຍແຫ່ງຊາດໃນການ ໃຫ້ນິຍາມຄວາມຖືກຕ້ອງດ້ານກົດໝາຍສຳລັບຈຸດປະສົງຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ນອກນັ້ນປະເທດດັ່ງກ່າວຕ້ອງມີ, ແລະ ກຳນົດເຂົ້າໃນເນື້ອໃນ ແລະ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ເຊິ່ງຖືວ່າເປັນລະບົບໜຶ່ງທີ່ຮັບປະກັນຄວາມສອດຄ່ອງກັບກົດໝາຍ ແລະ ການອອກໃບອະນຸຍາດຜະລິດຕະພັນທີ່ຖືກຕ້ອງຕາມກົດໝາຍການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້. ໃນຫຼາຍກໍລະນີ, ປະເທດໃດໜຶ່ງຈະປັບປຸງລະບົບທີ່ມີຢູ່ແລ້ວເພື່ອໃຫ້ບັນລຸຈຸດປະສົງນີ້.
ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາ ການຄ້າ ຕ້ອງໄດ້ຮັບການກວດກາຢ່າງອິດສະຫຼະເພື່ອເຮັດໃຫ້ໝັ້ນໃຈວ່າລະບົບດັ່ງກ່າວດຳເນີນການຕາມທີ່ໄດ້ກຳນົດໄວ້.
ພາຍໃຕ້ເງື່ອນໄຂຂອງກົດລະບຽບໄມ້ຂອງສະຫະພາບເອີຣົບ, ຜະລິດຕະພັນທີ່ມີໃບອະນຸຍາດ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ສາມາດນຳເຂົ້າສູ່ຕະຫຼາດຂອງສະຫະພາບເອີຣົບໄດ້ຢ່າງອັດຕະໂນມັດ. ສຳລັບໄມ້ທ່ອນທີ່ບໍ່ມີໃບອະນຸຍາດ ການຈັດຕັ້ງປະ ຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້, ຜູ້ນຳເຂົ້າຕ້ອງໄດ້ດຳເນີນຕາມຂັ້ນຕອນທີ່ຈໍາເປັນເພື່ອຮັບຮອງວ່າຜະລິດຕະພັນດັ່ງກ່າວມີຄວາມຖືກຕ້ອງຕາມກົດໝາຍ
ໃນເວລາທີ່ສ້າງລະບົບ, ປະເທດຄູ່ຮ່ວມສັນຍາຈຳນວນຫົກປະເທດໄດ້ລົງນາມຮັບຮອງໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກັບສະຫະພາບເອີຣົບ ເຊິ່ງບັນດາປະເທດດັ່ງກ່າວປະກອບມີປະເທດແຄມມາຣູນ, ສາທາລະນະລັດອາຟຣິກາກາງ, ການ້າ, ອິນໂດເນເຊຍ, ໄລບີເລຍ ແລະ ສາທາລະນະລັດຄອງໂກ. ປະເທດເຫຼົ່ານີ້ແມ່ນກຳລັງພັດທະນາລະບົບຕາມທີ່ໄດ້ຕົກລົງເຫັນດີໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).
ການເຈລະຈາລະຫວ່າງສະຫະພາບເອີຣົບ ແລະ ບັນດາປະເທດອື່ນໆຈຳນວນເກົ້າປະເທດເຊັນ: ປະເທດໄອວໍລີໂຄດ, ສາທາລະນະລັດຄອງໂກ, ກາບອນ, ກູຢານາ, ຮອນດູລັດ, ລາວ, ມາເລເຊຍ, ໄທ ແລະ ຫວຽດນາມຍັງດຳເນີນການຕໍ່ໄປ. ໄປ. ປະເທດອື່ນໆອີກ 11 ປະເທດໃນທະວີບອາຟຣິກາ, ອາຊີ ແລະ ອາເມລິກາກາງ ແລະ ໃຕ້ ກໍ່ໄດ້ສະແດງຄວາມສົນໃຈຕໍ່ກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).
ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ມີຄວາມພິເສດຫຍັງແດ່?
ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ມີຄວາມແຕກຕ່າງຈາກຂໍ້ຕົກລົງດ້ານການຄ້າຮ່ວມກັນສອງຝ່າຍໃນຫຼາຍໆດ້ານ.
ອັນທຳອິດ, ໃນຂະນະທີ່ສະຫະພາບເອີຣົບ ແລະ ລັດຖະບານແຫ່ງຊາດເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ເນື້ອໃນຂອງຂໍ້ຕົກລົງດັ່ງກ່າວແມ່ນໄດ້ຮັບການຕົກລົງໃນປະເທດຄູ່ຮ່ວມສັນຍາ ຜ່ານຂະບວນການປຶກສາຫາລືທີ່ຮອບຄອບເຊິ່ງມີ ບັນດາພາກສ່ວນທີ່ກ່ຽວຂ້ອງ ຈາກລັດຖະບານ, ພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມເຂົ້າຮ່ວມ. . ເຊິ່ງໝາຍຄວາມວ່າບັນດາພາກສ່ວນທີ່ກ່ຽວຂ້ອງຂອງປະເທດໄດ້ຕົກລົງກ່ຽວກັບວິທີການກຳນົດໄມ້ທີ່ຖືກຕ້ອງຕາມກົດໝາຍໂດຍອີງຕາມກົດໝາຍຂອງປະເທດ.
ອັນທີສອງ, ມີຄວາມແຕກຕ່າງຈາກຂໍ້ຕົກລົງດ້ານການຄ້າອື່ນໆ, ຄູ່ຮ່ວມສັນຍາທັງສອງຝ່າຍເຈລະຈາກັນໂດຍມີເປົ້າໝາຍອັນດຽວກັນນັ້ນກໍຄື ການກຳຈັດໄມ້ທີ່ຜິດກົດໝາຍ ແລະ ປັບປຸງການຄູ້ມຄອງປ່າໄມ້.
ອັນທີສາມ, ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກວມເອົາ ການປະຕິຮູບກົດໝາຍ ແລະ ການຄຸ້ມຄອງ ເຂົ້າໃນຂັ້ນຕອນ ແລະ ເນື້ອໃນຂອງຂໍ້ຕົກລົງດັ່ງກ່າວ. ການປະຕິຮູບດັ່ງກ່າວແມ່ນການທີ່ບັນດາພາກສ່ວນທີ່ກ່ຽວຂ້ອງໄດ້ກຳນົດສິ່ງທີ່ຈຳເປັນເພື່ອຮັບປະກັນວ່າຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ມີຄວາມໜ້າເຊື່ອຖື. ເຊິ່ງໝາຍຄວາມວ່າຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສາມາດປັບປຸງຄວາມໂປ່ງໃສ, ຄວາມຮັບຜິດຊອບ ແລະ ການມີສ່ວນຮ່ວມໃນການຕັດສິນໃຈ.
ດັ່ງນັ້ນ, ການປະສົມປະສານກັນຂອງແຮງຍູ້ທາງການຄ້າ ແລະ ການປະຕິຮູບການຄຸ້ມຄອງຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ແລະ ວິທີການຂອງບັນດາຜູ້ທີ່ມີສ່ວນກ່ຽວຂ້ອງໃນການເຈລະຈາ ແລະ ການຈັດຕັ້ງປະຕິບັດ, ສາມາດບັນລຸເປົ້າໝາຍດ້ານສັງຄົມ ແລະ ສິ່ງແວດລ້ອມ ລວມທັງເປົ້າໝາຍດ້ານເສດຖະກິດໄດ້.