Print Friendly and PDF


ໂຄງສ້າງການເຈລະຈາແຫ່ງຊາດຂອງປະເທດແຄມມາຣູນ

 

ຄະນະກໍາມະການຊີ້ນຳ

ບົດບາດຂອງຄະນະກໍາມະການຊີ້ນໍາແມ່ນການພັດທະນາຈຸດຢືນຂອງການເຈລະຈາ ແລະ ຮ່າງເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ໂດຍຜ່ານການປຶກສາຫາລືກັບບັນດາພາກສ່ວນກ່ຽວຂ້ອງ. ສະມາຊິກຂອງຄະນະກຳມະການດັ່ງກ່າວປະກອບດ້ວຍ:

ລັດຖະບານ: ຕົວແທນຂອງກະຊວງປ່າໄມ້, ສຳນັກງານປະທານປະເທດ; ສຳນັກງານນາຍົກລັດຖະມົນຕີ; ກະຊວງການຄ້າ; ກະຊວງການຕ່າງປະເທດ; ກະຊວງຍຸຕິທຳ; ກະຊວງເສດຖະກິດ, ແຜນການ ແລະ ບໍລິຫານຈັດການປະເທດ;ກະຊວງການເງິນ (ກົມພາສີ ແລະ ກົມອາກອນ)

ພາກ​ເອ​ກະ​ຊົນ: ຕົວແທນຂອງກຸ່ມສະໜອງໄມ້ແຫ່ງປະເທດແຄມມາຣູນ; ສະມາຄົມຜູ້ຕັດໄມ້ ແລະ ຜູ້ປຸງແຕ່ງໄມ້ແຫ່ງຊາດ; ສະມາຄົມອຸດສາຫະກຳປຸງແຕ່ງ ແລະ ສົ່ງອອກຜະລິດຕະພັນໄມ້ພິເສດ; ສະມາຄົມກວດກາທົ່ວໄປ

ອົງ​ການ​ຈັດ​ຕັ້ງ​ທາງ​ສັງ​ຄົມ: ໜຶ່ງຕຳແໜ່ງສຳລັບເວທີປ່າໄມ້ຂອງສະຫະພາບເອີຣົບໃນປະເທດແຄມມາຣູນ, ແລະ ໜຶ່ງຕຳແໜ່ງທີ່ເປີດກວ້າງໃຫ້ຕົວແທນຂອງອົງການຈັດຕັ້ງທາງສັງຄົມ ທີ່ມີປະສົບການກ່ຽວກັບຫົວຂໍ້ທີ່ຢູ່ພາຍໃຕ້ການປືກສາຫາລື

ສະພາ: ສະມາຊິກສະພາສອງທ່ານໄດ້ເຂົ້າຮ່ວມໃນປີ 2008, ເຊິ່ງເປັນປີຫຼັງຈາກການເຈລະຈາເລີ່ມຕົ້ນຂຶ້ນ

ຄະນະກຳມະການເຈລະຈາ

ບົດບາດຂອງຄະນະກຳມະການເຈລະຈາແມ່ນເພື່ອເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກັບສະຫະພາບເອີຣົບ. ຄະນະກຳມະການດັ່ງກ່າວປະກອບດ້ວຍສະມາຊິກດຽວກັນກັບຄະນະກໍາມະການຊີ້ນໍາ ແຕ່ຈະມີສະມາຊິກເພີ່ມເຕີມກໍຄືລັດຖະມົນຕີວ່າການກະຊວງປ່າໄມ້.

ບັນດາພາກສ່ວນກ່ຽວຂ້ອງ

ໂຄງສ້າງຂອງຜູ້ມີສ່ວນກ່ຽວຂ້ອງປະກອບດ້ວຍກຸ່ມຂອງພາກເອກະຊົນຈຳນວນສີ່ກຸ່ມ ແລະ ເວທີຂອງອົງການຈັດຕັ້ງທາງສັງຄົມໜຶ່ງເວທີ.