Print Friendly and PDF


ການ​ຕິດ​ຕໍ່​ສື່​ສານ​ໃນ​ຂັ້ນ​ຕອນ​ຂອງ​ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ການຕິດຕໍ່ສື່ສານແມ່ນສິ່ງສຳຄັນໃນແຕ່ລະຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ເຄື່ອງມືໃນການຕິດຕໍ່ສື່ສານ ຈະຊ່ວຍລັດຖະບານໃນການເຜີຍແຜ່ກິດຈະກໍາສູ່ພາຍນອກ ແລະ ແບ່ງປັນຜົນຮັບ. ການຕິດຕໍ່ສື່ສານຈະຊ່ວຍໃຫ້ການມີສ່ວນຮ່ວມເຂັ້ມແຂງຂຶ້ນ, ແຕ່ບໍ່ສາມາດໃຊ້ປ່ຽນແທນຂັ້ນຕອນການມີສ່ວນຮ່ວມແບບໂປ່ງໃສໄດ້. ຈຸດປະສົງຂອງການຕິດຕໍ່ສື່ສານໃນຂັ້ນຕອນຂອງຂໍ້ຕົກລົງດັ່ງກ່າວແມ່ນ:

  • ເພື່ອ​ປູກ​ຈິດ​ສຳ​ນຶກ ແລະ ການ​ມີ​ສ່ວນ​ຮ່ວມ​ໃນ​ຂັ້ນ​ຕອນ​ຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
  • ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ແກ່​ການ​ເສີມ​ສ້າງ​ຄວາມ​ເປັນ​ເອ​ກະ​ພາບ​ກັນ​ໃນ​ການ​ເຈ​ລະ​ຈາ
  • ເພື່ອ​ປະ​ຕິ​ບັດ​ຕາມ​ເງື່ອນ​ໄຂຄວາມໂປ່ງໃສ ຕາມ​ທີ່​ໄດ້​ກຳ​ນົດ​ໄວ້​ໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
  • ເພື່​ອ​ອຳ​ນວຍ​ຄວາມ​ສະ​ດວກ​ແກ່​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
  • ເພື່ອ​ຍົກ​ລະ​ດັບຖານະຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ໄມ້​ທີ່​ໄດ້​ຮັບ​ໃບ​ອະ​ນຸ​ຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (ຕາມ​ທີ່​ໄດ້​ກຳ​ນົດ​ໄວ້​ໃນ​ມາດ​ຕາໜຶ່ງ​ຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຕ່​ລະ​ສະ​ບັບທີ່​ໄດ້​ຮັບ​ການ​ລົງນາມ​ຮັບ​ຮອງ​ເອົາຈົນ​ເຖິງ​ປະ​ຈຸ​ບັນ)

ໄລຍະກ່ອນການເຈລະຈາ

ໃນໄລຍະກ່ອນການເຈລະຈາ, ດຖະບານ ແລະ ບັນດາພາກສ່ວນກ່ຽວຂ້ອງອື່ນໆໄດ້ດຳເນີນກິດຈະກຳຕ່າງໆທີ່ສ້າງຜົນປະໂຫຍດ ແລະ ການມີສ່ວນຮ່ວມກັບການປຶກສາຫາລືແຫ່ງຊາດກ່ຽວກັບຂໍ້ດີໃນການເຂົ້າຮ່ວມການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ກິດຈະກຳຕ່າງໆອາດລວມເອົາການປະຊຸມແບບເປີດເຜີຍຕໍ່ສາທາລະນະ, ການປະຊຸມຂອງສະພາ, ທັດສະນະສຶກສາ, ການເຜີຍແຜ່ທາງສື່ມວນຊົນ, ກອງປະຊຸມຂອງບັນດາພາກສ່ວນກ່ຽວຂ້ອງທີ່ເປັນກຸ່ມເປົ້າໝາຍ ແລະ ບັນດາກົນໄກການມີສ່ວນຮ່ວມຕ່າງໆ ເຊິ່ງບັນດາພາກສ່ວນກ່ຽວຂ້ອງສາມາດມີສ່ວນຮ່ວມໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໄດ້.

ໄລ​ຍະ​ການ​ເຈ​ລະ​ຈາ

ຫຼັງຈາກທີ່ການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເລີ່ມຕົ້ນຂຶ້ນ, ບັນດາກິດຈະກຳການຕິດຕໍ່ສື່ສານຈະມີການປ່ຽນແປງ. ບັນດາພາກສ່ວນກ່ຽວຂ້ອງຈະຕ້ອງມີວິທີການຕິດຕໍ່ສື່ສານທີ່ມີປະສິດທິພາບພາຍໃນ ແລະ ລະຫວ່າງກຸ່ມຂອງພວກເຂົາ, ເຊິ່ງເປັນສິ່ງສຳຄັນທີ່ຕົວແທນຂອງບັນດາພາກສ່ວນກ່ຽວຂ້ອງທີ່ມີຕຳແໜ່ງໃນໂຄງສ້າງການເຈລະຈາສາມາດແບ່ງປັນຂໍ້ມູນກັບບັນດາອົງປະກອບຂອງພວກເຂົາ. ນອກຈາກນັ້ນ, ຕົວແທນຂອງບັນດາພາກສ່ວນກ່ຽວຂ້ອງຍັງຈຳເປັນຕ້ອງໄດ້ສະໜອງຂໍ້ມູນຈາກບັນດາອົງປະກອບຂອງພວກເຂົາກັບຄືນໃຫ້ເວທີການເຈລະຈາແຫ່ງຊາດ ແລະ ການເຈລະຈາສອງຝ່າຍ. ນອກຈາກນັ້ນ, ປະສົບການທີ່ຜ່ານມາຍັງໄດ້ສະແດງໃຫ້ເຫັນວ່າຖ້າການປຶກສາຫາລືມີການສື່ສານກັນລະຫວ່າງບັນດາພາກສ່ວນກ່ຽວຂ້ອງທຸກພາກສ່ວນ, ຈະຊ່ວຍໃຫ້ບັນລຸຄວາມເປັນເອກະພາບໄດ້ຢ່າງວ່ອງໄວ ແລະ ສະດວກຂຶ້ນ.

ໃນໄລຍະການເຈລະຈາ, ນອກຈາກການປຶກສາຫາລືແຫ່ງຊາດທີ່ກຳລັງດຳເນີນການແລ້ວ, ລັດຖະບານໄດ້ນຳໃຊ້ເຄື່ອງມືທີ່ແຕກຕ່າງກັນໃນການແບ່ງປັນຂໍ້ມູນກ່ຽວກັບການເຈລະຈາກັບສື່ມວນຊົນ, ເຊິ່ງເຄື່ອງມືດັ່ງກ່າວປະກອບດ້ວຍ:

  • ການຕີ​ພິມ​ຮ່າງ​ນະ​ໂຍ​ບາຍ​ໂດຍ​ຫຍໍ້​ທີ່​ອະ​ທິ​ບາຍ​ສິ່ງ​ທີ່​ລັດ​ຖະ​ບານ​ກຳ​ລັງ​ເຈ​ລະ​ຈາ​
  • ການ​ສ້າງ​ເວັບ​ໄຊ
  • ການຕີ​ພິມ ‘ບົດບັນ​ທຶກ​ຖະ​ແຫຼງ​ການ' ຫຼື ການ​ສະຫຼຸບ​ອື່ນໆ​ໃນ​ພາກ​ການ​ເຈ​ລະ​ຈາ
  • ການຈັດ​ການຖະ​ແຫຼງ​ຂ່າວໂດຍ​ຫຍໍ້ຂອງ​ບັນ​ດາ​ພາກ​ສ່ວນ​ກ່ຽວ​ຂ້ອງ ແລະ ການ​ຖະ​ແຫຼ່ງ​ຂ່າວ​ເພື່ອ​ແຈ້ງ​ໃຫ້​ສື່ມວນ​ຊົນ​ຮັບ​ຊາບ
  • ການຈັດ​ລາຍ​ການ​ວິ​ທະ​ຍຸ ແລະ ໂທ​ລະ​ພາບ​ເພື່ອ​ຍົກ​ລະ​ດັບ​ຈິດ​ສຳ​ນຶກ ແລະ ເພື່ອປຶກ​ສາ​ຫາ​ລືກ່ຽວ​ກັບ​ບັນ​ຫາຕ່າງໆ

ໄລຍະການຈັດຕັ້ງປະຕິບັດ

ໄລຍະການຈັດຕັ້ງປະຕິບັດປະກອບດ້ວຍວຽກງານຕິດຕໍ່ສື່ສານຕ່າງໆທີ່ລະບຸໄວ້ໃນພາກເນື້ອໃນ ຫຼື ພາກເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ເປັນຕົ້ນແມ່ນ:

  • ການ​ຕີ​ພິມ​ບົດ​ບັນ​ທຶກການ​ປຶກ​ສາ​ຫາ​ລື​ຂອງຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດ ແລະ ບົດລາຍງານປະຈໍາປີຂອງ​ຄະ​ນະ​ກຳ​ມະ​ການ​ດັ່ງ​ກ່າວ
  • ບົດ​ລາຍ​ງານ​ສາ​ທາ​ລະ​ນະ​ຈາກ​ຜູ້ກວດ​ສອບ​ອິດ​ສະຫຼະ
  • ບັນ​ດາ​ກົນ​ໄກ​ເພື່ອ​ແຈ້ງ​ໃຫ້ບັນດາພາກສ່ວນກ່ຽວຂ້ອງຮັບ​ຊາບ​ກ່ຽວ​ກັບ​ຄວາ​ມ​ຄືບ​ໜ້າ​ໃນການ​ຈັດ​ຕັ້ງ​ປະ​ຕິ​ບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
  • ສ້າງທິດທາງແນະນໍາທີ່​ເປັນ​ເປົ້າ​ໝາຍ ເພື່ອ​ຊ່ວຍບັນດາພາກສ່ວນກ່ຽວຂ້ອງໃນ​ການ​ປະ​ຕິ​ບັດ​ຕາມລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້
  • ສ້າງເວັບໄຊເພື່ອເຮັດໃຫ້ສື່ມວນຊົນສາມາດເຂົ້າເຖິງຂໍ້ມູນເພີ່ມເຕີມຕາມທີ່ໄດ້ກຳນົດໃນ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບຂໍ້ມູນທົ່ວໄປ
  • ລາຍ​ການ​ກ່ຽວ​ກັບ​ການ​ຄ້າ, ວຽກ​ງານ​ກ່ຽວກັບສື່ມວນຊົນ ແລະ ວຽກ​ງານ​ທາງ​ດ້ານ​ການ​ຕະຫຼາດ​ອື່ນໆ​ເພື່ອ​ສົ່ງ​ເສີມ​ການ​ຄ້າ​ໄມ້ທີ່ໄດ້ຮັບໃບອະນຸຍາດ FLEGT ໃນ​ສະ​ຫະ​ພາບ​ເອີ​ຣົບ
  • ການ​ອອກ​ອາ​ກາດ​ທາງ​ໂທ​ລະ​ພາບ ແລະ ວິ​ທະ​ຍຸ​ເພື່ອ​ປູກ​ຈິດ​ສຳ​ນຶກ
  • ການ​ຕິດ​ຕໍ່​ສື່​ສານ​ກັບ​ສາ​ກົນ​ກ່ຽວ​ກັບ​ຄວາມ​ພະ​ຍາ​ຍາມ​ຂອງ​ປະ​ເທດ​ໃດໜຶ່ງໃນ​ການ​ປັບ​ປຸງ​ການ​ຄຸ້ມ​ຄອງ​ປ່າ​ໄມ້

ກົນລະຍຸດໃນການຕິດຕໍ່ສື່ສານ

ບາງ​ປະ​ເທດ​ໄດ້​ພັດ​ທະ​ນາ​ຍຸດທະສາດ ຫຼື ແບບ​ແຜນ​ການ​ຕິດ​ຕໍ່​ສື່​ສານ.

ສາທາລະນະລັດຄອງໂກໄດ້ລວມເອົາແບບແຜນເຂົ້າໃນເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບມາດຕະການເພີ່ມເຕີມ. ແບບແຜນດັ່ງກ່າວໄດ້ລະບຸກຸ່ມເປົ້າໝາຍ, ວິທີການຕິດຕໍ່ສື່ສານ ແລະ ການສົ່ງຂໍ້ຄວາມຕ່າງໆ. ການຕິດຕໍ່ສື່ສານແມ່ນແນໃສ່ການປູກຈິດສຳນຶກກ່ຽວກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ຜົນປະໂຫຍດຂອງມັນ ແລະ ເສີມສ້າງການຮ່ວມມືກັນຂອງບັນດາພາກສ່ວນກ່ຽວຂ້ອງໃນການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວ.

ພາຍ​ໃຕ້ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ລະ​ຫວ່າງ​ສະ​ຫະ​ພາບ​ເອີ​ຣົບ ແລະ ອິນ​ໂດ​ເນ​ເຊຍ, ຝ່າຍຕ່າງໆ​ໄດ້​ຕົກ​ລົງ​ເຫັນ​ດີ​ຕໍ່​ກັບ​​ຍຸດ​ທະສາດການ​ຕິດ​ຕໍ່​ສື່​ສານຮ່ວມກັນ ສຳ​ລັບຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດ, ເຊິ່ງ​ເປັນ​ສິ່ງທີ່​ສຳ​ຄັນໂດ​ຍ​ສະ​ເພາະ​ໃນ​ຕອນ​ທີ່ປະ​ເທດ​ອິນ​ໂດ​ເນ​ເຊຍຈະອອກໃບອະນຸຍາດ FLEGT.

ຂໍ້ມູນເພີ່ມເຕີມ