ມາດຕະການຄຸ້ມຄອງຕະຫຼາດພາຍໃນໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ຕະຫຼາດໄມ້ພາຍໃນຂອງບັນດາປະເທດເຂດຮ້ອນສ່ວນໃຫຍ່ແລ້ວຈະໃຫຍ່ກວ່າຕະຫຼາດສົ່ງອອກ. ເຖິງຢ່າງໃດກໍຕາມ, ຕະຫຼາດພາຍໃນແມ່ນໄດ້ຮັບການຄຸ້ມຄອງບໍ່ດີເທົ່າທີ່ຄວນ. . ຜູ້ສະໜອງຂະໜາດນ້ອຍ, ຜູ້ສະໜອງທີ່ບໍ່ເປັນທາງການທີ່ ສະໜອງຜະລິດຕະພັນໃຫ້ແກ່ຕະຫຼາດພາຍໃນ ສ່ວນໃຫຍ່ແມ່ນຍັງຂາດສະຖານະພາບທາງກົດໝາຍທີ່ຊັດເຈນ ຫຼື ຜິດກົດໝາຍ. ຜູ້ສະໜອງຂະໜາດນ້ອຍມີຈຳນວນຫຼາຍ ແລະ ມີລັກສະນະກະແຈກກະຈາຍ, ຜູ້ສະໜອງທີ່ບໍ່ເປັນທາງ ເຮັດໃຫ້ການຄວບຄຸມກິດຈະການຂອງພວກເຂົາເປັນເລື່ອງຫຍຸ້ງຍາກ. ເຖິງຢ່າງໃດກໍຕາມ, ການດຳເນີນທຸລະກິດ ຂະໜາດນ້ອຍແບບດັ່ງກ່າວ ເຮັດໃຫ້ຊີວິດການເປັນຢູ່ຂອງຫຼາຍຄອບຄົວດີຂຶ້ນ ແລະ ຕອບສະໜອງຄວາມຕ້ອງການຜະລິດ ຕະພັນໄມ້ຢ່າງຫຼວງຫຼາຍພາຍໃນປະເທດ..
ໃນປະເທດແຄມມາຣູນ, ອີງຕາມການສຶກສາຂອງສູນວິໄຈປ່າໄມ້ສາກົນ (CIFOR), ຈຳນວນຂອງໄມ້ທີ່ໄດ້ຮັບການຂຸດຄົ້ນ ເພື່ອຕອບສະໜອງໃຫ້ຕະຫຼາດພາຍໃນ ແລະ ຕະຫຼາດພາກພື້ນ ເພີ່ມຂຶ້ນສິບເທົ່າໃນລະຫວ່າງປີ 1996 ແລະ 2010 ຕະຫຼາດໄມ້ພາຍໃນໄດ້ຈ້າງງານກຳມະກອນ 45,000 ຄົນ, ເຊິ່ງຫຼາຍກວ່າຈຳນວນພະນັກງານຂອງບັນດາບໍລິສັດ ອຸດສາຫະກຳເພື່ອການສົ່ງອອກສາມເທົ່າ. ຜູ້ຕັດໄມ້ດ້ວຍຈັກຕັດໄມ້ດຳເນີນການຜະລິດໄມ້ທີ່ຂຸດຄົ້ນຢ່າງຜິດກົດໝາຍ ຈຳນວນ 75% ເພື່ອນຳໃຊ້ພາຍໃນປະເທດ.
ຄວາມບໍ່ເປັນທາງການຂອງການຄ້າໄມ້ພາຍໃນປະເທດແຄມມາຣູນ ແລະ ບັນດາປະເທດອື່ນໆພາໃຫ້ເກີດລາຍຮັບອາກອນໃຫ້ແກ່ລັດຖະບານ ແລະ ການຕັດໄມ້ແບບບໍ່ຍືນຍົງ. ນອກຈາກນັ້ນ, ຄວາມສ່ຽງຂອງການລັກລອບຕັດໄມ້ຢ່າງຜິດກົດໝາຍເພື່ອຕອບສະໜອງຕະຫຼາດພາຍໃນແມ່ນປະປົນກັນກັບໄມ້ເພື່ອການສົ່ງອອກ ເປັນສິ່ງຄຸກຄາມຄວາມໜ້າເຊື່ອຖືຂອງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)..
ດັ່ງນັ້ນ, ເຖິງວ່າຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຖືກຄາດການໄວ້ແລ້ວໃນຕອນຕົ້ນວ່າຈະກວມເອົາການຄ້າສາກົນລະຫວ່າງປະເທດທີ່ເປັນຄູ່ຮ່ວມສັນຍາ ແລະ ສະຫະພາບເອີຣົບ, ແຕ່ຫຼາຍປະເທດທີ່ເປັນຄູ່ຮ່ວມສັນຍາໄດ້ເລືອກໃຫ້ລວມເອົາຕະຫຼາດພາຍໃນເຂົ້າໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຂອງພວກເຂົານຳ.
ສິ່ງທ້າທາຍຕ່າງໆ
ຄວາມທ້າທາຍໃນການຄຸ້ມຄອງຕະຫຼາດພາຍໃນມີຄວາມແຕກຕ່າງກັນໃນແຕ່ລະປະເທດ, ແລະ ສິ່ງທ້າທາຍດັ່ງກ່າວອາດຈະປະກອບດ້ວຍ:
- ຂອບເຂດວຽກງານກົດໝາຍທີ່ບໍ່ພຽງພໍ ເຊິ່ງຈະເຮັດໃຫ້ເປັນເລື່ອງຍາກສຳລັບຜູ້ຕັດໄມ້ຂະໜາດນ້ອຍໃນການເຂົ້າເຖິງແຫຼ່ງຊັບພະຍາກອນໄມ້ຢ່າງຖືກກົດໝາຍ
- ກົດລະບຽບ ແລະ ລະບຽບການສົ່ງອອກ ແລະ ຕະຫຼາດພາຍໃນທີ່ແຕກຕ່າງກັນ
- ການຂາດຂໍ້ມູນສະຖິຕິກ່ຽວກັບການຄ້າພາຍໃນ ແລະ ວິສະຫະກິດຂະໜາດນ້ອຍ ແລະ ຂະໜາດກາງ
- ຂໍ້ຕົກລົງກ່ຽວກັບກຳມະສິດບໍ່ຈະແຈ້ງ, ລວມທັງການຂັດແຍ່ງໃນເລື່ອງສິດທິລະຫວ່າງຊຸມຊົນ, ຜູ້ຖືກຳມະສິດປ່າໄມ້ ແລະ ຜູ້ຖືໃບອະນຸຍາດຕັດໄມ້
- ຄວາມບໍ່ເຕັມໃຈໃນການເປີດເຜີຍເປັນທາງການຂອງບັນດາສະມາຊິກໃນຂະແໜງການທີ່ບໍ່ເປັນທາງການ ເນື່ອງຈາກວ່າພັນທະອາກອນຈະເຮັດໃຫ້ກຳໄລຂອງພວກເຂົາຫຼຸດລົງ
- ສິ່ງທ້າທາຍໃນການຕິດຕາມໄມ້ຈຳນວນຫຼາຍທີ່ໝູນວຽນລະຫວ່າງຜູ້ດຳເນີນທຸລະກິດຂະໜາດນ້ອຍ
- ສິ່ງທ້າທາຍໃນການພົວພັນກັບຜູ້ດຳເນີນທຸລະກິດຂະໜາດນ້ອຍໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເມື່ອພວກເຂົາຂາດການຈັດຕັ້ງທີ່ເປັນລະບົບ
ໂອກາດທີ່ກ່ຽວຂ້ອງກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ຂັ້ນຕອນຕ່າງໆໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໄດ້ເປີດໂອກາດໃນການແກ້ໄຂ. ໃນຂໍ້ຕົກລົງ, ໂອກາດຕ່າງໆປະກອບມີ:
- ການເຮັດໃຫ້ຊັດເຈນວ່າສິ່ງໃດຖືກກົດໝາຍ ແລະ ສິ່ງໃດບໍ່ຖືກກົດໝາຍໂດຍຜ່ານຂັ້ນຕອນການທົບທວນທາງດ້ານນິຕິກຳແບບມີສ່ວນຮ່ວມ, ຄືກັບປະເທດແຄມມາຣູນ, ການ້າ ແລະ ໄລບີເລຍ
- ການພັດທະນານະໂຍບາຍໃໝ່ໆສຳລັບຕະຫຼາດພາຍໃນ, ຄືກັບປະເທດແຄມມາຣູນ ແລະ ການ້າ
- ການກຳນົດຂອບເຂດຂອງຜະລິດຕະພັນໄມ້ໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພື່ອຫຼີກລ້ຽງບໍ່ໃຫ້ມີຜົນກະທົບດ້ານລົບຕໍ່ກັບວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ
- ການຮັບຮອງເອົາກົດລະບຽບແບບງ່າຍດາຍໃນການກຳນົດການຕັດໄມ້ຂະໜາດນ້ອຍທີ່ຖືກກົດໝາຍ, ຄືກັບປະເທດອິນໂດເນເຊຍ
- ເຮັດໃຫ້ບັນດາກິດຈະການຕ່າງໆທີ່ບໍ່ເປັນທາງການກັບກາຍມາເປັນກິດຈະການທີ່ເປັນທາງການ ເປັນຕົ້ນແມ່ນການຕັດໄມ້ດ້ວຍຈັກຕັດໄມ້, ຄືກັບໃນປະເທດໄລບີເລຍ, ທີ່ໄດ້ພັດທະນາລະບຽບການໃໝ່ ແລະ ລວມເອົາລະບຽບການດັ່ງກ່າວເຂົ້າໃນນິຍາມຄວາມຖືກຕ້ອງທາງກົດໝາຍຂອງຕົນ
- ເຮັດໃຫ້ສິດຖືຄອງທີ່ດິນ ແລະ ຕົ້ນໄມ້ງ່າຍຂຶ້ນ ແລະ ຈະແຈ້ງຂຶ້ນ
- ປັບປຸງການຕິດຕາມກວດກາ ແລະ ຄວາມເຂົ້າໃຈຕໍ່ຕະຫຼາດພາຍໃນ
- ສ້າງຕັ້ງສະຖາບັນ ແລະ/ຫຼື ອົງການຈັດຕັ້ງໃໝ່ຂອງຜູ້ດຳເນີນທຸລະກິດຂະໜາດນ້ອຍ, ເປັນຕົ້ນແມ່ນສະມາຄົມຮ່ວມມືຂອງຜູ້ດຳເນີນທຸລະກິດຂະໜາດນ້ອຍ
- ສະໜອງຂໍ້ມູນ ແລະ ການຝຶກອົບຮົມໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ຂະໜາດກາງ
- ສົ່ງເສີມຄວາມຖືກຕ້ອງທາງດ້ານກົດໝາຍໃນດ້ານຄວາມຕ້ອງການສິນຄ້າ, ໂດຍຜ່ານນະໂຍບາຍການຈັດຊື້ຈັດຈ້າງຂອງພາກລັດ
- ພັດທະນາລະບົບອາກອນທີ່ເປັນການຊຸກຍູ້ ແທນທີ່ຈະລົງໂທດຜູ້ດຳເນີນທຸລະກິດຂະໜາດນ້ອຍ
- ຕິດຕາມກວດກາຜົນກະທົບຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຕໍ່ກັບຜູ້ດຳເນີນທຸລະກິດຂະໜາດນ້ອຍ
ຜົນຮັບໃນການເຈລະຈາຂອງບັນດາພາກສ່ວນກ່ຽວຂ້ອງກ່ຽວກັບຕະຫຼາດພາຍໃນ ອາດຈະລວມ ຫຼື ບໍ່ລວມເຂົ້າໃນຂໍ້ຕົກລົງ ການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ຂໍ້ຕົກລົງສ່ວນຫຼາຍທີ່ລົງນາມຮັບຮອງເອົາມາຮອດປະຈຸບັນໄດ້ຊີ້ໃຫ້ເຫັນວ່າລາຍລະອຽດຂອງການປະຕິຮູບຕະຫຼາດພາຍໃນຈະໄດ້ຮັບການພັດທະນາໃນໄລຍະການຈັດຕັ້ງປະຕິບັດ ແທນການກຳນົດການປະຕິຮູບທີ່ເປັນຮູບປະທຳ. . ດັ່ງນັ້ນ, ມັນຈຶ່ງເປັນສິ່ງທີ່ສຳຄັນສຳລັບບັນດາພາກສ່ວນກ່ຽວຂ້ອງໃນການຮັກສາການມີສ່ວນຮ່ວມໃນຂັ້ນຕອນດັ່ງກ່າວ ທີ່ປ່ຽນແປງຈາກໄລຍະການເຈລະຈາໄປເປັນໄລຍະການຈັດຕັ້ງປະຕິບັດ..
ຂໍ້ມູນເພີ່ມເຕີມ
ພາກສ່ວນກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ຜົນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ບັນດາຜູ້ທີ່ມີສ່ວນກ່ຽວຂ້ອງຂອງປະເທດໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສົ່ງເສີມການຄຸ້ມຄອງປ່າໄມ້ທີ່ດີ
ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຍົກລະດັບຄວາມໂປ່ງໃສຂອງສະຖາບັນ
ການເຊື່ອມຕໍ່ໄປສູ່ໜ້າເວັບພາຍນອກ
Pye-Smith, C. 2010. ການຂຸດຄົ້ນໄມ້ຊະຊາຍຂອງປະເທດແຄມເມີຣູນ. . CIFOR. ເມືອງ ໂບໂກ, ປະເທດອິນໂດເນເຊຍ. . 30pp. [ດາວໂຫຼດ PDF]
Tropenbos International. 2014. ການແກ້ໄຂບັນຫາການຄ້າໄມ້ພາຍໃນ ແລະ ພາກພື້ນຢ່າງມີປະສິດທິພາບດ້ວຍຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການ ຄ້າແບບສະໝັກໃຈ (VPA) ໃນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້ ການຄຸ້ມຄອງ ແລະ ການຄ້າໄມ້ [ອ່ານໃນອິນເຕີເນັດ]