Print Friendly and PDF


ການກວດ​ສອບ​ອິດ​ສະຫຼະ

ແມ່ນພາກບັງຄັບຂອງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທຸກສະບັບ. ຈຸດປະສົງຂອງການກວດສອບອິດສະຫຼະແມ່ນເພື່ອທົບທວນ ແລະ ລາຍງານກ່ຽວກັບລະບົບການຮັບປະກັນຄວາມຖືກຕ້ອງທາງ ດ້ານກົດໝາຍຂອງໄມ້ ແລະ ກວດສອບວ່າອົງປະກອບຕ່າງໆຂອງລະບົບດັ່ງກ່າວປະຕິບັດງານໄດ້ຕາມທີ່ໄດ້ກຳນົດ ໄວ້ໃນຂໍ້ຕົກລົງ ການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ດັ່ງນັ້ນ, ການກວດສອບອິດສະຫຼະຈຶ່ງຊ່ວຍເສີມສ້າງຄວາມໜ້າເຊື່ອຖືໃຫ້ແກ່ຂໍ້ຕົກລົງດັ່ງກ່າວ. ບົດລາຍງານຂອງຜູ້ກວດສອບອາດກຳນົດວິທີການສຳລັບຄະນະກຳມະການຮ່ວມໃນການຈັດຕັ້ງປະຕິບັດ ໃນການປັບປຸງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້.

ລັດຖະບານຂອງປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຕ່ງຕັ້ງຜູ້ກວດສອບອິດສະຫຼະ ໂດຍການປຶກສາຫາລືກັບສະຫະພາບເອີຣົບ, ໂດຍຜ່ານຂັ້ນຕອນຕາມທີ່ໄດ້ກຳນົດໄວ້ໃນ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງດັ່ງກ່າວກ່ຽວກັບການກວດສອບອິດສະຫຼະ. ເອກະສານຊ້ອນທ້າຍດັ່ງກ່າວໄດ້ລະບຸຈະແຈ້ງວ່າຜູ້ສອບຈະຕ້ອງເປັນເອກະລາດຈາກອົງການຈັດຕັ້ງຕ່າງໆ ແລະ ຈາກບຸກຄົນທີ່ມີສ່ວນພົວພັນໃນການບໍລິຫານຈັດການລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້. ໃນບັນດາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທີ່ໄດ້ຮັບການລົງນາມຮັບຮອງທຸກສະບັບ ຮຽກຮ້ອງໃຫ້ດຳເນີນການກວດສອບໂດຍອົງການກວດສອບມືອາຊີບທີ່ປະຕິບັດວຽກງານໂດຍມີມາດຕະການສາກົນ (ISO).

ເອ​ກະ​ສານ​ຊ້ອນ​ທ້າຍ​ຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວ​ກັບການກວດສອບອິດສະຫຼະກຳ​ນົດໜ້າວຽກຂອງການສຶກສາສຳລັບຜູ້ກວດ​ສອບ​ອິ​ດ​ສະຫຼະ, ລວມ​ທັງ​ເວ​ລາ ແລະ ວິ​ທີ​ການທີ່​ຜູ້ກວດ​ສອບ​ຈະ​ປະ​ຕິ​ບັດ​ວຽກ​ງານ ແລະ ສ້າງ​ບົດ​ລາຍ​ງານຕ່າງໆ.

ບົດ​ບາດ​ຂອງ​ຜູ້ກວດ​ສອບ

ບົດບາດຂອງຜູ້ກວດສອບຈະແຕກຕ່າງກັນໃນແຕ່ລະປະເທດ ເຊິ່ງອາດປະກອບດ້ວຍ:

  • ການປະເມີນທຸກໆດ້ານຂອງ ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ເພື່ອກວດສອບວ່າລະບົບດັ່ງ ກ່າວກຳລັງດຳເນີນງານໄດ້ຕາມທີ່ກຳນົດໄວ້ ອີງຕາມຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
  • ລະ​ບຸ​ຄວາມ​ຂາດ​ຕົກ​ບົກ​ຜ່ອງ​ທີ່ອາດເກີດຂຶ້ນໃນລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້
  • ປະ​ເມີນ​ປະ​ສິດ​ທິ​ພາບ​ຂອງ​ມາດ​ຕະ​ການ​ແກ້​ໄຂ
  • ປະ​ເມີນ​ຜົນ​ວ່າ​ການ​ບໍ​ລິ​ຫານ​ຈັດ​ການ​ຂໍ້​ມູນ​ແມ່ນ​ສາ​ມາດ​ນຳ​ໃຊ້​ໃນ​ການ​ຕັດ​ສິນ​ໃຈອອກໃບອະນຸຍາດ FLEGT ໄດ້​ຢ່າງ​ຖືກ​ຕ້ອງ
  • ປະ​ເມີນ​ຂັ້ນ​ຕອນ​ຕ່າງໆຂອງ​ສະ​ຫະ​ພາບ​ເອີ​ຣົບ​ໃນ​ການ​ປ່ອຍ​ໄມ້​ທີ່​ໄດ້​ຮັບ​ອະ​ນຸ​ຍາດ​ເຂົ້າ​ສູ່​ຕະຫຼາດ​ຂອງ​ສ​ະ​ຫະ​ພາບ​ເອີ​ຣົບ
  • ປະ​ເມີນ​ວິ​ທີ​ການຈັດ​ຕັ້ງ​ປະ​ຕິ​ບັດຂັ້ນ​ຕອນ​ຕ່າງໆໃນການ​ກວດສອບ ເພື່ອ​ຮັບ​ປະ​ກັນຄວາມສອດຄ່ອງກັນກັບ​ເງື່ອນ​ໄຂນິຍາມຄວາມຖືກຕ້ອງທາງກົດໝາຍ
  • ປະ​ເມີນ​ຜົນ​ການ​ປະ​ຕິ​ບັດ​ງານ​ຂອງ​ໜ່ວຍ​ງານຄຸ້ມ​ຄອງ​ທີ່​ພົວພັນໃນ​ຂັ້ນ​ຕອນ​ການກວດສອບ
  • ປະ​ເມີນ​ວິ​ທີ​ການ​​ລາຍ​ງານ​ການ​ຝ່າ​ຝືນ​ກົດ​ໝາຍໂດຍເຈົ້າໜ້າທີ່​ທີ່​ກ່ຽວ​ຂ້ອງ​
  • ປະ​ເມີນ​ຄວາມ​ມີ​ປະ​ສິດ​ທິ​ພາບ​ຂອງ​ກົນ​ໄກ​ບໍ​ລິ​ຫານ​​ການ​ຮ້ອງ​ທຸກ, ລວມ​ທັງຄວາມ​ເດືອດ​ຮ້ອນ​ຂອງ​ພາກ​ສ່ວນ​ກ່ຽວ​ຂ້ອງ​ກ່ຽວກັ​ບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍ ແລະ/ຫຼື ວຽກ​ງານ​ການກວດ​ສອບ​ອິ​ດ​ສະຫຼະ
  • ປະ​ເມີນ​ລະ​ບົບ​ທີ່​ໃຊ້ເພື່ອ​ຕິດ​ຕາມ​ໄມ້​ຜ່ານ​ແດນ
  • ກວດ​ສອບ​ຂໍ້​ມູນ​ກ່ຽວ​ກັບ​ໃບ​ອະ​ນຸ​ຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ​ໃນປະ​ເທດ​ທີ່​ເປັນ​ຄູ່​ຮ່ວມ​ສັນ​ຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທີ່ສົ່ງ​ໃຫ້​ສະ​ຫະ​ພ​າບ​ເອີ​ຣົບ ໂດຍ​ປຽບ​ທຽບ​ກັບ​ຂໍ້​ມູນທີ່ມີໃນ​ສະ​ຫະ​ພາບ​ເອີ​ຣົບ​ກ່ຽວ​ກັບ​ການ​ໄດ້​ຮັບໃບ​ອະ​ນຸ​ຍາດ​ດັ່ງ​ກ່າວ.

ບົດ​ບ​າດ​ຂອງບັນດາພາກສ່ວນກ່ຽວຂ້ອງ

ຜູ້ກວດສອບອິດສະຫຼະຈະຊອກຫາຂໍ້ມູນຈາກພາກເອກະຊົນ ແລະ ອົງການຈັດຕັ້ງທາງສັງຄົມທີ່ໄດ້ຮັບຜົນກະທົບຈາກລະບົບ ການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້. ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ບາງສະບັບຈະລະບຸຈະແຈ້ງວ່າ ອົງການຈັດຕັ້ງທາງສັງຄົມ ສາມາດ ແລະ ຄວນຈະສະໜອງຂໍ້ມູນໃຫ້ແກ່ຜູ້ກວດສອບອິດສະຫຼະ ໃນຂໍ້ຕົກລົງບາງສະບັບຍັງໄດ້ສ້າງບົດບາດໃຫ້ແກ່ກຸ່ມຂອງອົງການຈັດຕັ້ງທາງສັງຄົມໃນການເປັນຜູ້ສັງເກດການອິດສະຫຼະ ເບິ່ງຕາຕະລາງ ‘ການປຽບທຽບລະຫວ່າງການກວດສອບອິດສະຫຼະ ແລະ ການສັງເກດການອິດສະຫຼະ’.

ການ​ປຽບ​ທຽບ​ລະ​ຫວ່າງ​ການກວດ​ສອບ​ອິດ​ສະຫຼະ ແລະ ການ​ສັງ​ເກດ​ການ​ອິດ​ສະຫຼະ

ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ບາງສະບັບ ຍັງໄດ້ກໍານົດບົດບາດຂອງຜູ້ສັງ ເກດການອິດສະຫຼະເຂົ້າໃນຂໍ້ຕົກລົງດັ່ງກ່າວນຳອີກ. ສິ່ງທີ່ແຕກຕ່າງຈາກຜູ້ສັງເກດການອິດສະຫຼະແມ່ນ, ຜູ້ກວດສອບອິດສະຫຼະບໍ່ໄດ້ຕິດຕາມກວດກາອາດຊະຍາກຳທາງດ້ານປ່າໄມ້ ຫຼື ປະເມີນວ່າຜູ້ດຳເນີນທຸລະກິດສະເພາະໃດໜຶ່ງປະຕິບັດຕາມກົດໝາຍ ຫຼື ບໍ່. ໃນທາງກົງກັນຂ້າມ, ຜູ້ກວດສອບຈະເນັ້ນໃສ່ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ທັງໝົດ, ແລະ ຄວາມສາມາດຂອງລະບົບດັ່ງກ່າວໃນການປະຕິບັດຕາມທີ່ໄດ້ກຳນົດໄວ້ ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບການສັງເກດການອິດສະຫຼະ, ເບິ່ງພາກເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບ ການຕິດຕາມກວດກາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).

ຄວາ​ມ​ຖີ່​ໃນ​ການກວດ​ສອບ ແລະ ການ​ລາຍ​ງານ

ສະຫະພາບເອີຣົບ ແລະ ປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໄດ້ຕົກລົງເຫັນດີກ່ຽວກັບຄວາມຖີ່ໃນການກວດສອບໃນລະຫວ່າງການເຈລະຈາ. ມາຮອດປະຈຸບັນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສ່ວນໃຫຍ່ລະບຸໃຫ້ມີການກວດສອບ ຢ່າງໜ້ອຍທຸກໆຫົກເດືອນ ໃນເວລາທີ່ປະເທດທີ່ເປັນຄູ່ຮ່ວມສັນຍາກຳລັງກະກຽມໃນການອອກໃບອະນຸຍາດ FLEGT ຫຼັງຈາກເລີ່ມດຳເນີນການອອກໃບອະນຸຍາດດັ່ງກ່າວແລ້ວ, ການກວດສອບຈະດຳເນີນເປັນປະຈໍາປີ ເຊິ່ງຜູ້ກວດສອບອາດຈະດຳເນີນການກວດສອບໃນຮູບແບບສຸ່ມກວດ. ຜູ້ກວດສອບຈະສົ່ງບົດລາຍງານໃຫ້ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດທີ່ສ້າງຕັ້ງໂດຍສະຫະພາບເອີຣົບ ແລະ ປະເທດທີ່ເປັນຄູ່ຮ່ວມສັນຍາ ເຊິ່ງການສະຫຼຸບບົດລາຍງານແມ່ນຈະດຳເນີນການຢ່າງເປີດເຜີຍ.

ເບິ່ງໃນພາກເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນ  ເອກະສານຊ້ອນທ້າຍກ່ຽວກັບການກວດສອບອິດສະຫຼະ.

ຂໍ້​ສັງ​ເກດ​ກ່ຽວ​ກັບ​ຊື່

ບາງປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງດັ່ງກ່າວເອີ້ນການກວດສອບອິດສະຫຼະໃນຊື່ອື່ນໆທີ່ແຕກຕ່າງກັນ ປະເທດການ້າເອີ້ນການກວດສອບອິດສະຫຼະວ່າ: ‘ການຕິດຕາມກວດກາອິດສະຫຼະ’, ໃນຂະນະທີ່ປະເທດອິນໂດເນເຊຍເອີ້ນວ່າ: ‘ການປະເມີນຜົນເປັນໄລຍະ’. ເຖິງວ່າຈະມີຊື່ເອີ້ນທີ່ແຕກຕ່າງກັນ, ແຕ່ກໍ່ມີຫຼັກການອັນດຽວກັນ.

ຂໍ້ມູນເພີ່ມເຕີມ

ການເຊື່ອມຕໍ່ໄປສູ່ໜ້າເວັບພາຍນອກ

Brack, D. and Leger, C. 2013 ຄົ້ນຫາຊ່ອງວ່າງຄວາມໜ້າເຊື່ອຖືໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ ການທົບທວນຄືນການລິເລີ່ມຕິດຕາມກວດກາອິດສະຫຼະ ແລະ ບົດຮຽນທີ່ຖອດຖອນໄດ້. ໄດ້ຮັບການຕີພິມຢ່າງອິດສະຫຼະ [ດາວໂຫຼດ PDF]