ໂຄງສ້າງການເຈລະຈາແຫ່ງຊາດໃນປະເທດສາທາລະນະລັດຄອງໂກ
ຄະນະກຳມະການເຈລະຈາ
ສະມາຊິກຂອງຄະນະກຳມະການເຈລະຈາປະກອບດ້ວຍລັດຖະມົນຕີວ່າການກະຊວງປ່າໄມ້, ຕົວແທນຂອງລັດຖະບານຈຳນວນເກົ້າທ່ານ, ຕົວແທນພາກເອກະຊົນຈຳນວນສອງທ່ານ ແລະ ຕົວແທນຂອງອົງການຈັດຕັ້ງທາງສັງຄົມຈຳນວນສາມທ່ານ.
ຄະນະກໍາມະການຊີ້ນຳ
ບົດບາດຂອງຄະນະກໍາມະການຊີ້ນໍາແມ່ນການພັດທະນາຈຸດຢືນຂອງການເຈລະຈາ ແລະ ຮ່າງເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ໂດຍຜ່ານການປຶກສາຫາລືກັບບັນດາພາກສ່ວນກ່ຽວຂ້ອງ, ເຊິ່ງສະມາຊິກກຸ່ມນ້ອຍຂອງຄະນະກຳມະການ ແລະ ຜູ້ຊ່ຽວຊານພາຍນອກເປັນຜູ້ຮ່າງເອກະສານຊ້ອນທ້າຍດັ່ງກ່າວເປັນສ່ວນໃຫຍ່. ຄະນະກຳມະການໄດ້ຈັດກອງປະຊຸມປຶກສາຫາລືກັນທຸກອາທິດ, ແລະ ໄດ້ແບ່ງປັນບົດລາຍງານກັບບັນດາພາກສ່ວນກ່ຽວຂ້ອງທີ່ມີສ່ວນຮ່ວມໃນຂັ້ນຕອນດັ່ງກ່າວ. ສະມາຊິກຂອງຄະນະກຳມະການແມ່ນກຸ່ມດຽວກັນກັບຄະນະກຳມະການເຈລະຈາ, ເຊິ່ງຈຸດທີ່ຕ່າງກັນກໍຄືຄະນະກຳມະການເຈລະຈາມີລັດຖະມົນຕີວ່າການກະຊວງປ່າໄມ້ເປັນສະມາຊິກ.
ສະພາທົ່ວໄປ
ບົດບາດຂອງສະພາທົ່ວໄປແມ່ນການປະເມີນ ແລະ ກວດສອບເອກະສານທີ່ຄະນະກໍາມະການຊີ້ນໍາສ້າງຂຶ້ນໃຫ້ກັບຄະນະກຳມະການເຈລະຈານຳໃຊ້ເຂົ້າໃນການເຈລະຈາສອງຝ່າຍ. ສະພາທົ່ວໄປປະກອບດ້ວຍສະມາຊິກປະມານ 100 ຄົນທີ່ມາຈາກພາກເອກະຊົນ, ອົງການຈັດຕັ້ງທາງສັງຄົມ ແລະ ໜ່ວຍງານບໍລິຫານ.
ຂໍ້ມູນເພີ່ມເຕີມ
ພາກສ່ວນທີ່ກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ໄລຍະການເຈລະຈາຂັ້ນຕອນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ໂຄງສ້າງຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ໂຄງສ້າງການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຫ່ງຊາດ