Print Friendly and PDF


ຄວາມອາດສາມາດທີ່ເຂັ້ມແຂງຂຶ້ນ

ເພື່ອ​ສົ່ງ​ເສີມ​ການ​ຄ້າ​ໄມ້ ແລະ ໄມ້​ທ່ອນ​ທີ່​ຖືກ​ກົດ​ໝາຍ, ລັດ​ຖະ​ບານ ແລະ ບັນດາພາກສ່ວນກ່ຽວຂ້ອງຈະຕ້ອງ​ມີ​ຂີດຄວາມ​​ສາ​ມາດ​ໃນ​ການ:

  • ຈັດ​ຕັ້​ງ​ປະ​ຕິ​ບັດ​ກົດ​ໝາຍ
  • ຄວບ​ຄຸມ​ບຸກ​ຄົນ​ທີ່​ຮັບ​ຜິດ​ຊອບ
  • ຕິດ​ຕາມ​ໄມ້ ແລະ ຄວບຄຸມຕ່ອງ​ໂສ້ການ​ສະ​ໜອງ​
  • ເຂົ້າ​ໃຈ ແລະ ປະ​ຕິ​ບັດ​ຕາມ​ເງື່ອນ​ໄຂ​ທາງ​ດ້ານ​ກົດ​ໝາຍ
  • ກວດສອບ​ຄວາມ​ຖືກ​ຕ້ອງ​ທາງ​ດ້ານ​ກົດ​ໝາຍ​ຂອງ​ໄມ້

ເຖິງ​ຢ່າງ​ໃດ​ກໍ່​ຕາມ, ບັນ​ດາ​ປະ​ເທດ​ທີ່​ສົ່ງ​ອອກ​ໄມ້​ສ່ວນ​ໃຫຍ່​ແມ່ນຍັງ​ຂາດ​ຂີດຄວາມ​ສາ​ມາດ​ດັ່ງ​ກ່າວ, ເຊິ່ງ​ເຮັດ​ໃຫ້​ການ​ລັກ​ລອບ​ຕັດ​ໄມ້​ຢ່າງ​ຜິດ​ກົດ​ໝາຍຍັງ​ຄົງ​ມີ​ຢູ່.

ຂັ້ນຕອນຕ່າງໆໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນບໍ່ພຽງແຕ່ສາມາດລະບຸຊ່ອງວ່າງຂອງຂີດຄວາມສາມາດໄດ້ເທົ່ານັ້ນ, ແຕ່ຍັງຊ່ວຍແກ້ໄຂຊ່ອງວ່າງດັ່ງກ່າວໃຫ້ສົມບູນຂຶ້ນອີກດ້ວຍ. ເຊິ່ງສາມາດສ້າງຂີດຄວາມສາມາດຂຶ້ນໄດ້ໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ຫຼື ໂດຍຜ່ານພັນທະສັນຍາທີ່ທຸກຝ່າຍສ້າງຂຶ້ນໃນພາກເນື້ອໃນ ແລະ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນ ຍາການຄ້າແບບສະໝັກໃຈ (VPA). ຂໍ້ຕົກລົງດັ່ງກ່າວສ່ວນຫຼາຍໄດ້ກຳນົດຂອບເຂດເຊິ່ງປະເທດທີ່ເປັນຄູ່ຮ່ວມສັນຍາໄດ້ລະບຸຊ່ອງຫວ່າງຂີດຄວາມສາມາດທີ່ຈະຕ້ອງ. ອ່ານເພີ່ມເຕີມໃນພາກເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບ ວິທີການທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສາມາດເສີມສ້າງຂີດຄວາມສາມາດໃຫ້ ເຂັ້ມແຂງຂຶ້ນ.

ຂໍ້ມູນເພີ່ມເຕີມ

ພາກສ່ວນທີ່ກຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເສີມສ້າງຄວາມອາດ

ສະໜັບສະໜູນໃຫ້ແກ່ບັນດາພາກສ່ວນກ່ຽວຂ້ອງກັບຂໍ້ຕົກລົງດັ່ງກ່າວpo