Print Friendly and PDF


ການ​ຄ້າ​ຜະ​ລິດ​ຕະ​ພັນ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້

ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຈະຊ່ວຍສົ່ງເສີມການຄ້າໄມ້ ແລະ ໄມ້ທ່ອນທີ່ຖືກກົດໝາຍ. ເພື່ອສົ່ງເສີມການຄ້າໄມ້ ແລະ ໄມ້ທ່ອນທີ່ຖືກກົດໝາຍນັ້ນ, ບັນດາປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງດັ່ງກ່າວຈະຕ້ອງໄດ້ພັດທະນາບັນດາລະບົບເພື່ອກວດສອບຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ແລະ ສະໜອງຜະລິດຕະພັນໄມ້ທີ່ຖືກກົດໝາຍໂດຍມີໃບອະນຸຍາດ FLEGT ສະຫະພາບເອີຣົບຖືວ່າໄມ້ທີ່ໄດ້ຮັບໃບອະນຸຍາດ FLEGT ແມ່ນຜະລິດຕະພັນໄມ້ທີ່ຖືກກົດໝາຍ ແລະ ອະນຸຍາດໃຫ້ນຳເຂົ້າສູ່ຕະຫຼາດຂອງສະຫະພາບເອີຣົບໄດ້. ບັນດາປະເທດທີ່ເປັນຄູ່ຮ່ວມສັນຍາໃຫ້ຄໍາໝັ້ນສັນຍາວ່າຈະສົ່ງອອກສະເພາະແຕ່ຜະລິດຕະພັນໄມ້ທີ່ໄດ້ຮັບໃບອະນຸຍາດ FLEGT ເທົ່ານັ້ນ.

ໃນທາງກົງກັນຂ້າມ, ໄມ້ທີ່ບໍ່ມີໃບອະນຸຍາດ FLEGT ຈາກປະເທດທີ່ບໍ່ໄດ້ເປັນຄູ່ຮ່ວມສັນຍາແມ່ນຈະຕ້ອງໄດ້ຜ່ານຂັ້ນຕອນການຄວບຄຸມຢ່າງເຂັ້ມງວດກ່ອນທີ່ໄມ້ດັ່ງກ່າວຈະສາມາດເຂົ້າສູ່ຕະຫຼາດຂອງສະຫະພາບເອີຣົບໄດ້ ເນື່ອງຈາກວ່າກົດລະບຽບໄມ້ຂອງສະຫະພາບເອີຣົບກຳນົດໂທດໃຫ້ແກ່ຜູ້ດຳເນີນທຸລະກິດໃນສະຫະພາບເອີຣົບທີ່ນຳເຂົ້າຜະລິດຕະພັນໄມ້ທີ່ຜິດກົດໝາຍ.

ເຫດຜົນໃນການສ້າງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນການສ້າງສິ່ງຈູງໃຈໃຫ້ຕະຫຼາດຮັບຮູ້ໄມ້ທີ່ຖືກກົດໝາຍ. ມາເຖິງປະຈຸບັນ, ມີຫົກປະເທດທີ່ໄດ້ໃຫ້ສັດຕະຍາບັນຕໍ່ຂໍ້ຕົກລົງດັ່ງກ່າວ ແລະ ກຳລັງຈັດຕັ້ງປະຕິບັດລະບົບຕ່າງໆເພື່ອສະໜັບສະໜູນການອອກໃບອະນຸຍາດ FLEGT ອີກເກົ້າປະເທດແມ່ນກຳລັງດຳເນີນການເຈລະຈາຂໍ້ຕົກລົງດັ່ງກ່າວກັບສະຫະພາບເອີຣົບ.

ເມື່ອລວມເອົາບັນດາປະເທດເຫຼົ່ານີ້ເຂົ້າກັນແລ້ວແມ່ນສາມາດສະໜອງໄມ້ຫຼາຍກວ່າສອງສ່ວນສາມຂອງໄມ້ເຂດຮ້ອນທີ່ນຳເຂົ້າສູ່ສະຫະພາບເອີຣົບໃນປີ 2012 ບາງປະເທດແມ່ນສົ່ງອອກໄມ້ແປຮູບຂັ້ນພື້ນຖານ ສູ່ສະຫະພາບເອີຣົບເປັນສ່ວນໃຫຍ່. ສ່ວນປະເທດອື່ນໆທີ່ສົ່ງອອກສູ່ສະຫະພາບເອີຣົບຈຳນວນໜ້ອຍກວ່າແມ່ນຄາດຫວັງໃຫ້ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຊ່ວຍຍົກລະດັບການສົ່ງອອກສູ່ສະຫະພາບເອີຣົບໃຫ້ຫຼາຍຂຶ້ນ.

ເຖິງຢ່າງໃດກໍຕາມ, ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃຊ້ເວລາຫຼາຍກວ່າທີ່ຄາດໄວ້ໃນການຕົກລົງເຫັນດີ ແລະ ຈັດຕັ້ງປະຕິບັດ ສ່ວນໜຶ່ງ ກໍແມ່ນຍ້ອນຂັ້ນຕອນຕ່າງໆໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແກ້ໄຂບັນຫາການຄຸ້ມຄອງປ່າໄມ້ຢືນຕົ້ນໄລຍະຍາວ. ດ້ວຍເຫດນັ້ນ, ໃນເວລາທີ່ຮ່າງຂໍ້ຕົກລົງດັ່ງກ່າວ, ຈຶ່ງບໍ່ມີປະເທດໃດສົ່ງອອກໄມ້ທີ່ໄດ້ຮັບໃບອະນຸຍາດ FLEGT ໄປສູ່ສະຫະພາບເອີຣົບ. ດັ່ງນັ້ນ, ມັນຈຶ່ງໄວເກີນໄປທີ່ຈະປະເມີນຜົນກະທົບຂອງຂໍ້ຕົກລົງດັ່ງກ່າວຕໍ່ກັບການຄ້າ ຜົນກະທົບຂອງຂໍ້ຕົກລົງດັ່ງກ່າວຕໍ່ການຄ້າຈະຂຶ້ນກັບ

  • ຂະ​ໜາດ ແລະ ອັດ​ຕາ​ການ​ຟື້ນ​ຟູ​ທ​າງ​ດ້ານ​ເສດ​ຖະ​ກິດ​ໃນ​ສະ​ຫະ​ພາບ​ເອີ​ຣົບ
  • ການ​ຂົນ​ສົ່ງ​ໄມ້ທີ່ໄດ້ຮັບໃບອະນຸຍາດ FLEGT ເຂົ້າສູ່​ສະ​ຫະ​ພາບ​ເອີ​ຣົບຄັ້ງ​ທຳ​ອິດ
  • ການ​ຈັດ​ຕັ້ງ​ປະ​ຕິ​ບັດ ແລະ ການ​ບັງ​ຄັບ​ໃຊ້ກົດລະບຽບໄມ້ຂອງສະຫະພາບເອີຣົບຢ່າງ​ເຕັມ​ສ່ວນ

ຄວາມລ່າຊ້າໃນການຮັບຄ່າສະເລ່ຍສະຖິຕິລ່າສຸດທາງການຄ້າໝາຍຄວາມວ່າເມື່ອໄມ້ທີ່ໄດ້ຮັບໃບອະນຸຍາດ FLEGT ເຂົ້າສູ່່ຕະຫຼາດຂອງສະຫະພາບເອີຣົບ, ຜົນກະທົບກ່ຽວກັບບໍລິມາດ ແລະ ມູນຄ່າຈະບໍ່ຈະແຈ້ງ ຈົນກວ່າຈະຮອດປີຕໍ່ໄປ. ເຖິງຢ່າງໃດກໍຕາມ, ລະບົບການຕິດຕາມກວດກາຕະຫຼາດແບບເອກະລາດຈະປະເມີນຜົນກະທົບກ່ຽວກັບການຄ້າໄມ້ເຂດຮ້ອນ.

ການ​ຄ້າ​ຜະ​ລິດ​ຕະ​ພັນ​ທີ່​ໄດ້​ຮັບ​ອະ​ນຸ​ຍາດ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້

ຂໍ້ມູນເພີ່ມເຕີມ

ພາກສ່ວນກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ແຜນງານຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້

ການຕິດຕາມກວດກາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

VPA aເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບຂັ້ນຕອນຂອງສະຫະພາບເອີຣົບ ສຳລັບການນຳເຂົ້າໄມ້ທີ່ໄດ້ຮັບໃບອະນຸຍາດ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງແລະ ການຄ້າໄມ້

ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບໃບອະນຸຍາດ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້

ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບການຕິດຕາມກວດກາຕະຫຼາດແບບເອກະລາດ

ການເຊື່ອມຕໍ່ໄປສູ່ໜ້າເວັບພາຍນອກ

Fripp, E. 2004. ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ແລະ ການຄ້າ ຜົນກະທົບຈະແມ່ນຫຍັງ? ແຜນງານການພັດທະນາແບບຍືນຍົງ, Chatham House London. [ດາວໂຫຼດ PDF]

Lawson, S. and McFaul, L. 2010. ການລັກລອບຕັດໄມ້ຢ່າງຜິດກົດໝາຍ ແລະ ການຄ້າທີ່ກ່ຽວຂ້ອງ ຕົວຊີ້ວັດໃນການຕອບໂຕ້ໂດຍລວມ. Chatham House, London. [ດາວໂຫຼດ PDF]