ບັນດາຜູ້ທີ່ມີສ່ວນກ່ຽວຂ້ອງຂອງປະເທດໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ບັນດາພາກສ່ວນກ່ຽວຂ້ອງແຫ່ງຊາດປະກອບດ້ວຍບັນດາບໍລິສັດທີ່ມີສ່ວນຮ່ວມໃນການຄ້າໄມ້, ລັດຖະບານ, ອົງການຈັດຕັ້ງທາງສັງຄົມ ແລະ ຊຸມຊົນ. ຄຳຄິດເຫັນຕ່າງໆກ່ຽວກັບຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ສິ່ງທີ່ພວກເຂົາຈະຕ້ອງບັນລຸ ແມ່ນມີຄວາມແຕກຕ່າງກັນພາຍໃນ ແລະ ລະຫວ່າງກຸ່ມຂອງບັນດາພາກສ່ວນກ່ຽວຂ້ອງ (ເບິ່ງຕາຕະລາງ ‘ບຸລິມະສິດ ທີ່ແຕກຕ່າງກັນຈະສົ່ງຜົນກະທົບຕໍ່ຄຳຄິດເຫັນຂອງບັນດາພາກສ່ວນກ່ຽວຂ້ອງຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)’.
ຄວາມມຸ່ງມາດປາດຖະໜາທີ່ແຕກຕ່າງກັນອາດຈະສົ່ງຜົນກະທົບຕໍ່ບັນດາພາກສ່ວນກ່ຽວຂ້ອງໃນການພິຈາລະນາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທີ່ຈະເກີດຂຶ້ນ
ບຸລິມະສິດຂອງບັນດາພາກສ່ວນທີ່ກ່ຽວຂ້ອງແຕກຕ່າງຈາກບຸລິມະສິດພາຍໃນ ແລະ ລະຫວ່າງລັດຖະບານ, ພາກເອກະຊົນ, ອົງການຈັດຕັ້ງທາງສັງຄົມ ແລະ ກຸ່ມບັນດາພາກສ່ວນທີ່ກ່ຽວຂ້ອງ. ບັນດາກະຊວງການເງິນ ແລະ ປ່າໄມ້ອາດຈະບໍ່ເຫັນດີກັບສິ່ງທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສະໜອງໃຫ້. ສິ່ງຕ່າງໆຂ້າງລຸ່ມນີ້ແມ່ນສິ່ງທີ່ສະມາຊິກຂອງບັນດາກຸ່ມສາມາດດຳເນີນ:
ລັດຖະບານ | ພາກເອກະຊົນ | ອົງການຈັດຕັ້ງທາງສັງຄົມ |
|
|
|
ການປ່ຽນແປງການຂັບເຄື່ອນ
ຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຈະຕ້ອງເຮັດໃຫ້ບັນດາພາກສ່ວນກ່ຽວຂ້ອງສາມາດມີສ່ວນຮ່ວມ ແລະ ສະແດງອອກຄວາມກັງວົນຂອງພວກເຂົາ ຖ້າມັນສົ່ງຜົນໃຫ້ຂໍ້ຕົກລົງມີຄວາມໜ້າເຊື່ອຖື ສາມາດຈັດຕັ້ງປະຕິບັດໄດ້ແທ້ຈິງ ແລະ ສາມາດສ້າງຄວາມຕ້ອງການທີ່ແຕກຕ່າງກັນຂອງແຕ່ລະບັນດາພາກສ່ວນກ່ຽວຂ້ອງໃຫ້ດຸ່ນດ່ຽງກັນໄດ້. ເຖິງຢ່າງໃດກໍ່ຕາມ ບັນດາພາກສ່ວນກ່ຽວຂ້ອງຈະມີຄວາມແຕກຕ່າງກັນໃນດ້ານທີ່ວ່າ:
- ພວກເຂົາຈະມີການຈັດແຈງໄດ້ດີປານໃດ
- ພວກເຂົາຈະເຂົ້າໃຈຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໄດ້ດີປານໃດ
- ພວກເຂົາຈະໄດ້ຮັບຂໍ້ມູນດີປານໃດ
- ພວກເຂົາຈະມີສ່ວນຮ່ວມ ຫຼື ເປັນຕົວແທນຂອງກຸ່ມໄດ້ແນວໃດ
- ຈະສາມາດເຂົ້າເຖິງພວກເຂົາໄດ້ງ່າຍປານໃດ
- ພວກເຂົາຕ້ອງການມີສ່ວນຮ່ວມຫຼາຍປານໃດ
ລັດຖະບານກໍ່ອາດມີຄວາມສະໝັກໃຈທີ່ແຕກຕ່າງກັນໃນການມີສ່ວນຮ່ວມກັບບັນດາພາກສ່ວນກ່ຽວຂ້ອງອື່ນໆ.
ບັນດາພາກສ່ວນກ່ຽວຂ້ອງຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ບາງຄົນກໍ່ແມ່ນຜູ້ຖືສິດ. ບຸກຄົນເຫຼົ່ານີ້ແມ່ນບຸກຄົນທີ່ມີສິດໄດ້ຮັບການປົກປ້ອງທາງດ້ານກົດໝາຍທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຈະສົ່ງຜົນກະທົບຕໍ່. ຜູ້ຖືສິດອາດຈະປະກອບດ້ວຍສະມາຊິກຂອງຊຸມຊົນປ່າໄມ້ ແລະ/ຫຼື ຄົນຊົນເຜົ່າ. ສິດທີ່ພວກເຂົາມີຢູ່ພາຍໃຕ້ກົດໝາຍແຫ່ງຊາດ ຫຼື ກົດໝາຍສາກົນ ອາດຈະປະກອບດ້ວຍສິດທິໃນການປຶກສາຫາລື ຫຼື ສິດທິໃນການມີອິດສະຫຼະ, ການຍິນຍອມກ່ອນການແຈ້ງໃຫ້ຊາບ.
ບັນດາພາກສ່ວນກ່ຽວຂ້ອງຂອງລັດຖະບານ ແມ່ນບັນດາບຸກຄົນທີມີສ່ວນກ່ຽວຂ້ອງໃນການສ້າງນະໂຍບາຍ ແລະ ຈັດຕັ້ງປະຕິບັດນິຕິກຳທີ່ກ່ຽວຂ້ອງໂດຍກົງ ຫຼື ໂດຍທາງອ້ອມກັບປ່າໄມ້. ເຊິ່ງປະກອບດ້ວຍ:
- ອົງການຈັດຕັ້ງລະດັບຊາດ, ແຂວງ ແລະ ລະດັບທ້ອງຖິ່ນ ທີ່ກ່ຽວຂ້ອງກັບການຄວບຄຸມປ່າໄມ້ ແລະ ການຈັດຕັ້ງປະຕິບັດປ່າໄມ້
- ເຈົ້າໜ້າທີ່ພາສີ
- ຕົວແທນທາງດ້ານການເງິນ ແລະ ອາກອນ
- ເຈົ້າໜ້າທີ່ສິ່ງແວດລ້ອມ, ສາທາລະນະສຸກ ແລະ ແຮງງານທີ່ຮັບຜິດຊອບໃນການຈັດຕັ້ງປະຕິບັດນິຕິກຳ
- ຕົວແທນພະແນກຍຸຕິທຳ
- ຕົວແທນທາງດ້ານການຄ້າ ແລະ ອຸດສະຫະກຳ
- ຕົວແທນການຕ່າງປະເທດ
ລັດຖະບານຈະຕ້ອງດຳເນີນການເຄື່ອນໄຫວໃນຫຼາຍໆດ້ານ ແລະ ມີຜົນປະໂຫຍດທີ່ແຕກຕ່າງກັນ. ລັດຖະບານຈະຕ້ອງສົ່ງເສີມຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃຫ້ດຳເນີນນອກເໜືອຈາກຂະແໜງປ່າໄມ້. ຕົວຢ່າງ: ກະຊວງການເງິນອາດຈະມີສ່ວນຮ່ວມໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຍ້ອນຄວາມກັງວົນກ່ຽວກັບການສູນເສຍລາຍໄດ້ໃນຂະແໜງໄມ້. ໜ່ວຍງານຈັດຕັ້ງປະຕິບັດກົດໝາຍອາດໃຫ້ການສະໜັບສະໜູນ ຍ້ອນວ່າຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຈະເຮັດໃຫ້ກຸ່ມອາດຊະຍາກອນອ່ອນແອລົງ. ເຖິງຢ່າງໃດກໍ່ຕາມ, ຕົວແທນຂອງລັດຖະບານບາງຄົນອາດຈະຄັດຄ້ານຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຍ້ອນຄວາມພະຍາຍາມໃນການປັບປຸງ ຂະແໜງການດັງກ່າວ ສາມາດຫຼຸດຜ່ອນອຳນາດຂອງພວກເຂົາ ຫຼື ຕັດແຫຼ່ງລາຍຮັບທີ່ບໍ່ເປັນທາງການຂອງພວກເຂົາ.
ອ່ານເພີ່ມເຕີມໃນພາກສ່ວນເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບ ບັນດາພາກສ່ວນກ່ຽວຂ້ອງຂອງລັດຖະບານແຫ່ງຊາດ.
ບັນດາພາກສ່ວນກ່ຽວຂ້ອງຂອງພາກເອກະຊົນ ປະກອບດ້ວຍບັນດາບໍລິສັດ ແລະ ບຸກຄົນທີ່ໄດ້ຮັບຜົນປະໂຫຍດຈາກຂະແໜງປ່າໄມ້. ເຊິ່ງລວມມີ:
- ເຈົ້າຂອງ ແລະ ຜູ້ຖືສິດສຳປະທານປ່າໄມ້ ຫຼື ກຳມະສິດຕໍ່ປ່າໄມ້. ເປັນຕົ້ນແມ່ນຜູ້ຖືໃບອະນຸຍາດເອກະຊົນ, ເຈົ້າຂອງສວນ, ບັນດາຊຸມຊົນ ແລະ ຄົວເຮືອນ
- ບໍລິສັດປຸງແຕ່ງໄມ້
- ບັນດາບໍລິສັດ ແລະ ຜູ້ຄ່າທີ່ສົ່ງອອກໄມ້
- ຜູ້ຊື້/ຜູ້ຂາຍ/ຜູ້ນຳເຂົ້າ/ຜູ້ສົ່ງອອກໄມ້ ແລະ ໄມ້ທ່ອນ
- ຂະແໜງການທີ່ບໍ່ເປັນທາງການ
- ບັນດານາຍຊ່າງທີ່ມີສີມື, ເປັນຕົ້ນແມ່ນຜູ້ຜະລິດເຟີນີເຈີ
ພາກເອກະຊົນແມ່ນກຸ່ມທີ່ປະກອບດ້ວຍບັນດາພາກສ່ວນກ່ຽວຂ້ອງທີ່ມີກຳນົດການ, ແນວຄວາມຄິດ ແລະ ລະດັບການສະໜັບສະໜູນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທີ່ແຕກຕ່າງກັນຢ່າງຊັດເຈນ.
ອ່ານເພີ່ມເຕີມໃນພາກສ່ວນເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບ ບັນດາພາກສ່ວນກ່ຽວຂ້ອງຂອງພາກເອກະຊົນແຫ່ງຊາດ.
ບັນດາພາກສ່ວນກ່ຽວຂ້ອງຂອງອົງການຈັດຕັ້ງທາງສັງຄົມ ປະກອບດ້ວຍບຸກຄົນທີ່ດຳລົງຊີວິດ ແລະ ມີຊີວິດການເປັນຢູ່ ທີ່ມີການກ່ຽວພັນກັບປ່າໄມ້ ແລະ ໄດ້ຮັບຜົນກະທົບຈາກນະໂຍບາຍປ່າໄມ້, ແລະ ບັນດາອົງການຈັດຕັ້ງຕ່າງໆທີ່ມີຜົນປະໂຫຍດກ່ຽວພັນກັບຫຼາຍບັນຫາ ເປັນຕົ້ນແມ່ນຄວາມທຸກຍາກ, ສິດທິ ຫຼື ສິ່ງແວດລ້ອມ. ເຊິ່ງບັນດາພາກສ່ວນກ່ຽວຂ້ອງຂອງອົງການຈັດຕັ້ງທາງສັງຄົມປະກອບດ້ວຍ:
- ບັນດາຊຸມຊົນປ່າໄມ້ ຫຼື ບຸກຄົນທີ່ເພິ່ງພາອາໄສປ່າໄມ້
- ຄົນຊົນເຜົ່າ
- ບັນດາອົງການຈັດຕັ້ງທາງດ້ານປະເພນີ
- ອົງການຈັດຕັ້ງທາງສັງຄົມທີ່ສົ່ງເສີມບັນຫາທີ່ກ່ຽວຂ້ອງກັບປ່າໄມ້ ຫຼື ສິດທິມະນຸດ
- ອົງການຈັດຕັ້ງທາງສິ່ງແວດລ້ອມ
- ສະຫະພາບແຮງງານ
ໃນບາງປະເທດທີ່ເປັນຄູ່ຮ່ວມຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ຄົນຊົນເຜົ່າທີ່ຕ້ອງການເລືອກກຸ່ມທີ່ເປັນຂອງໂຕເອງ ຫຼາຍກວ່າຈະເຂົ້າຮ່ວມເວທີຂອງອົງການຈັດຕັ້ງທາງສັງຄົມທີ່ກວ້າງຂວາງຂຶ້ນ.
ອ່ານເພີ່ມເຕີມໃນພາກສ່ວນເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບ ບັນດາພາກສ່ວນກ່ຽວຂ້ອງຂອງອົງການຈັດຕັ້ງທາງສັງຄົມ.
ບັນດາພາກສ່ວນກ່ຽວຂ້ອງບາງພາກສ່ວນ ອາດຂຶ້ນກັບລັດຖະບານ, ພາກເອກະຊົນ ຫຼື ອົງການຈັດຕັ້ງທາງສັງຄົມໜຶ່ງ ຫຼື ຫຼາຍປະເພດ ເຊິ່ງບັນດາພາກສ່ວນດັ່ງກ່າວປະກອບດ້ວຍ:
- ຊຸມຊົນທ້ອງຖິ່ນ ແລະ ຜູ້ຜະລິດແບບຄອບຄົວ
- ຜູ້ອອກແຮງງານໃນບໍລິສັດໄມ້, ບໍລິສັດຂົນສົ່ງ ຫຼື ບໍລິສັດປຸງແຕ່ງໄມ້
- ຜູ້ຕາງໜ້າຕາມທຳນຽມປະເພນີ ຫຼື ໄດ້ຮັບການເລືອກຕັ້ງທາງການເມືອງ, ລວມທັງອົງການຈັດຕັ້ງທາງດ້ານປະເພນີ, ສະມາຊິກລັດຖະສະພາ, ຕົວແທນທ້ອງຖິ່ນ ແລະ ພາກພື້ນ
- ຕົວແທນຂອງມະຫາວິທະຍາໄລ ຫຼື ນັກວິໄຈທີ່ກ່ຽວຂ້ອງກັບຂະແໜງປ່າໄມ້ ແລະ ການຄ້າໄມ້
ຕົວຢ່າງ: ບັນດາຜູ້ອອກແຮງງານອາດສາມາດສະແດງຄວາມເດືອດຮ້ອນໃນເວທີອົງການຈັດຕັ້ງທາງສັງຄົມໄດ້ຢ່າງເປີດເຜີຍກວ່າໃນການປະຊຸມກັບນາຍຈ້າງພາກເອກະຊົນຂອງພວກເຂົາ. ເຊັ່ນດຽວກັບ, ຜູ້ຜະລິດແບບຄອບຄົວອາດສາມາດສະແດງຄວາມຄິດເຫັນຕໍ່ບັນດາສະມາຊິກຊຸມຊົນອື່ນໄດ້ຫຼາຍກວ່າຜູ້ດຳເນີນທຸລະກິດຂະໜາດໃຫຍ່.
ຂໍ້ມູນເພີ່ມເຕີມ
ພາກສ່ວນທີ່ກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ບັນດາຜູ້ທີ່ມີສ່ວນກ່ຽວຂ້ອງໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ບັນດາຜູ້ມີສ່ວນກ່ຽວຂ້ອງຂອງສະຫະພາບເອີຣົບບັນດາພາກສ່ວນກ່ຽວຂ້ອງຂອງພາກເອກະຊົນແຫ່ງຊາດ
ບັນດາພາກສ່ວນກ່ຽວຂ້ອງຂອງອົງການຈັດຕັ້ງທາງສັງຄົມແຫ່ງຊາດ
ໂຄງສ້າງຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ການສະໜັບສະໜູນບັນດາພາກສ່ວນກ່ຽວຂ້ອງຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ການເຊື່ອມຕໍ່ໄປສູ່ໜ້າເວັບພາຍນອກ
Duffield, L. and Ozinga, S. 2014. Making Forestry Fairer. ຄຳແນະນຳທີ່ໃຊ້ໄດ້ຈິງສຳລັບອົງການຈັດຕັ້ງທາງສັງຄົມ ທີ່ມີສ່ວນຮ່ວມໃນການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). FERN. 68pp. [ດາວໂຫຼດ PDF]