ການຕິດຕາມກວດກາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ມາຮອດປະຈຸບັນ, ຂໍ້ຕົກລົງດັ່ງກ່າວໄດ້ນຳໃຊ້ວິທີການທີ່ແຕກຕ່າງກັນໃນການຕິດຕາມກວດກາການຈັດຕັ້ງປະຕິບັດ ແລະ ຜົນກະທົບຂອງຂໍ້ຕົກລົງດັ່ງກ່າວ. ໂດຍທົ່ວໄປແລ້ວ, ການຕິດຕາມກວດກາຈະປະກອບດ້ວຍສີ່ຮູບແບບຫຼັກດັ່ງຕໍ່ໄປນີ້
- ການກວດສອບອິດສະຫຼະ
- ການສັງເກດການອິດສະຫຼະ
- ການຕິດຕາມກວດກາຕະຫຼາດແບບເອກະລາດ
- ການຕິດຕາມກວດກາຜົນກະທົບໂດຍທຸກຝ່າຍທີ່ເຂົ້າຮ່ວມຂໍ້ຕົກລົງດັ່ງກ່າວ
ການກວດສອບອິດສະຫຼະ
ການກວດສອບອິດສະຫຼະແມ່ນອົງປະກອບໜຶ່ງທີ່ສຳຄັນຂອງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ແລະ ເປັນພາກບັງຄັບໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທຸກສະບັບ. ຈຸດປະສົງຂອງການກວດສອບອິດສະຫຼະແມ່ນເພື່ອກວດສອບວ່າທຸກໆດ້ານຂອງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍປະຕິບັດງານໄດ້ຢ່າງຖືກຕ້ອງ. ສະໝັກໃຈ (VPA) ແຕ່ລະສະບັບໄດ້ກຳນົດໜ້າວຽກຂອງການສຶກສາໃຫ້ແກ່ຜູ້ກວດສອບ. ອ່ານເພີ່ມເຕີມໃນພາກເນື້ອໃນລະອຽດຂອງຂໍ້ຕົກລົງດັ່ງກ່າວກ່ຽວກັບ ການກວດສອບອິດສະຫຼະ
ການສັງເກດການອິດສະຫຼະ
ບາງປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຮັບຮູ້ ຫຼື ໄດ້ສ້າງບົດບາດໃຫ້ແກ່ຜູ້ສັງເກດການອິດສະຫຼະໃນການຕິດຕາມກວດກາການຈັດຕັ້ງປະຕິບັດກົດໝາຍປ່າໄມ້ ແລະ ການຄຸ້ມຄອງ ເຊິ່ງເປັນສ່ວນໜຶ່ງຂອງຂໍ້ຕົກລົງດັ່ງກ່າວ. ຜູ້ສັງເກດການອິດສະຫຼະສ່ວນຫຼາຍແມ່ນອົງການຈັດຕັ້ງທາງສັງຄົມ. ວຽກງານຂອງບັນດາຜູ້ສັງເກດການປະກອບດ້ວຍ:
- ການປະເມີນລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
- ການປະເມີນຄວາມສອດຄ່ອງກັບກົດໝາຍປ່າໄມ້, ແລະ ການລາຍງານຄວາມບໍ່ສອດຄ່ອງ
- ການຕິດຕາມກວດກາຄວາມຄືບໜ້າກ່ຽວກັບພັນທະໃນການຮັກສາຄວາມໂປ່ງໃສ, ແລະ ການປະຕິຮູບກົດໝາຍ ແລະ ສະຖາບັນການຈັດຕັ້ງ
- ວຽກງານການຕິດຕາມ ແລະ ບັນທຶກການຈັດຕັ້ງປະຕິບັດກົດໝາຍ ແລະ ການຕອບໂຕ້ຕໍ່ຄວາມບໍ່ສອດຄ່ອງ
- ການກວດສອບວ່າກົນໄກການແກ້ໄຂຂໍ້ຂັດແຍ່ງຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນໄດ້ຜົນດີ
- ການປະເມີນຜົນກະທົບຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
- ການສະໜອງຂໍ້ມູນໃຫ້ແກ່ຜູ້ກວດສອບອິດສະຫຼະ
- ການຕິດຕາມກວດກາວຽກງານຂອງຜູ້ກວດສອບອິດສະຫຼະ
- ການຍົກບັນຫາຄວາມບໍ່ພໍໃຈກ່ຽວກັບການຂາດປະສິດທິພາບໃນຂັ້ນຕອນການກວດສອບ
- ການແນະນຳວິທີການປັບປຸງລະບົບ ແລະ ເສີມສ້າງການຈັດຕັ້ງປະຕິບັດກົດໝາຍ, ແລະ ຂອບເຂດວຽກງານ
- ການປະເມີນຂະແໜງປ່າໄມ້ໂດຍລວມ
ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຕ່ລະສະບັບກຳນົດຂອບເຂດ ແລະ ກຳນົດການສັງເກດການອິດສະຫຼະດ້ວຍຫຼາຍວິທີ, ອີງຕາມການຕັດສິນໃຈຂອງບັນດາພາກສ່ວນກ່ຽວຂ້ອງ. ເຖິງຢ່າງໃດກໍຕາມ, ໂດຍທົ່ວໄປແລ້ວການສັງເກດການຈະປະກອບດ້ວຍສອງຮູບແບບ, ເຊິ່ງມີຄວາມສຳພັນກັນ ແລະ ດຳເນີນການຄວບຄູ່ກັນໄປດັ່ງລຸ່ມນີ້
- ການສັງເກດການທີ່ລວມເຂົ້າໃນລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້. ໃນບາງປະເທດ, ເປັນຕົ້ນແມ່ນປະເທດອິນໂດເນເຊຍ, ຜູ້ສັງເກດການອິດສະຫຼະແມ່ນພາກສ່ວນທີ່ສຳຄັນຂອງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້. ຜູ້ສັງເກດການອິດສະຫຼະປະຕິບັດວຽກງານ ໂດຍການຕົກລົງເຫັນດີຮ່ວມກັບລັດຖະບານ ແລະ ໄດ້ຮັບການຍອມຮັບຢ່າງເປັນທາງການໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ບົດບາດທີ່ອຳນວຍຄວາມສະດວກໃນການເຂົ້າເຖິງຂໍ້ມູນ ແລະ ປ່າໄມ້, ແລະ ການຮ່ວມມືກັບໜ່ວຍງານຈັດຕັ້ງປະຕິບັດກົດໝາຍ.
- ການສັງເກດການຈາກພາຍນອກລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້, ແຕ່ໄດ້ຮັບການຍອມຮັບວ່າເປັນການປະກອບສ່ວນເຂົ້າໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ໃນປະເທດອື່ນໆ, ຜູ້ສັງເກດການອິດສະຫຼະດຳເນີນການກວດສອບຈາກພາຍນອກຂອງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ແລະ ບັນຫາການຄຸ້ມຄອງທີ່ກວ້າງຂຶ້ນ ເຊິ່ງອົງການຈັດຕັ້ງທາງສັງຄົມເປັນຜູ້ດຳເນີນຮູບແບບການສັງເກດການອິດສະຫຼະດັ່ງກ່າວໂດຍກົງ, ແລະ ຮູບແບບດັ່ງກ່າວບໍ່ໄດ້ຮັບການສະເໜີີຢ່າງເປັນທາງການເນື່ອງຈາກຂໍ້ກຳນົດໃນລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້. ໃນບາງກໍລະນີ, ອົງການຈັດຕັ້ງທາງສັງຄົມໄດ້ຕັດສິນໃຈວ່າຈະຢູ່ນອກລະບົບທີ່ເປັນທາງການ ເພື່ອຮັກສາຄວາມເປັນອິດສະຫຼະຂອງພວກເຂົາ ແລະ ເພື່ອຫຼີກລ່ຽງຂໍ້ຈຳກັດທີ່ເກີດຈາກບົດບາດ ຫຼື ຂອບເຂດສະເພາະໃດໜຶ່ງຂອງລະບົບດັ່ງກ່າວ. ການສັງເກດການທີ່ບໍ່ເປັນທາງການແມ່ນຂຶ້ນກັບຜູ້ສັງເກດການທີ່ມີຄວາມສາມາດເຂົ້າເຖິງຂໍ້ມູນ ແລະ ສາມາດສະເໜີໃຫ້ລັດຖະບານພິຈາລະນາ, ທັງໃນດ້ານການຄຸ້ມຄອງ ທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສາມາດແກ້ໄຂໄດ້.
ໃນບັນດາປະເທດທີ່ເປັນສະມາຊິກຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສ່ວນຫຼາຍ, ບັນດາພາກສ່ວນກ່ຽວຂ້ອງໄດ້ໃຊ້ເວລາຫຼາຍເຂົ້າໃນການໂຕ້ວາທີຕໍ່ກັບການດຳເນີນການສັງເກດການອິດສະຫຼະ ແລະ ພິຈາລະນາວ່າຈະລວມເອົາບົດບາດຢ່າງເປັນທາງການເຂົ້າໃນຂໍ້ຕົກລົງດັ່ງກ່າວ ຫຼື ບໍ່.
ປະເທດແຄມມາຣູນ. ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ບໍ່ກວມເອົາການສັງເກດການອິດສະຫຼະດັ່ງກ່າວ, ແຕ່ເຫັນວ່າການສັງເກດການຂອງອົງການຈັດຕັ້ງທາງສັງຄົມແມ່ນແຫຼ່ງຂໍ້ມູນສຳລັບຜູ້ກວດສອບອິດສະຫຼະ. ຂໍ້ຕົກລົງດັ່ງກ່າວເຫັນວ່າການສັງເກດການອິດສະຫຼະເປັນເຄື່ອງມືທີ່ເປັນໄປໄດ້ ແຕ່ບໍ່ແມ່ນພາກບັງຄັບຂອງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍ.
ສາທາລະນະລັດອາຟຣິກາກາງ. ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເຫັນວ່າການສັງເກດການຂອງອົງການຈັດຕັ້ງທາງສັງຄົມຈະຕ້ອງເປັນພາກສ່ວນໜຶ່ງຂອງຂັ້ນຕອນການປະຕິຮູບກົດໝາຍ ເຊິ່ງມີຄວາມເປັນໄປໄດ້ທີ່ການສັງເກດການອິດສະຫຼະຈະເຂົ້າເປັນສ່ວນໜຶ່ງຂອງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ແຕ່ຍັງຂາດຂີດຄວາມສາມາດ ເວທີຂອງອົງການຈັດຕັ້ງທ້ອງຖິ່ນທີ່ບໍ່ຂຶ້ນກັບລັດຖະບານທີ່ລວມຢູ່ໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໄດ້ຮັບການພັດທະນາຍຸດທະສາດການສັງເກດການອິດສະຫຼະ ແລະ ຜ່ານການພິຈາລະນາຕົກລົງເຫັນດີກ່ຽວກັບພາລະໜ້າທີ່ກັບລັດຖະບານ.
ປະເທດການ້າ. ອົງການຈັດຕັ້ງທາງສັງຄົມເຫັນວ່າເມື່ອພວກເຂົາຢູ່ນອກລະບົບພວກເຂົາສາມາດໃຫ້ການສະໜັບສະໜູນໄດ້ດີກວ່າຢູ່ໃນລະບົບ ດັ່ງນັ້ນ, ພວກເຂົາຈຶ່ງເລືອກທີ່ຈະບໍ່ປະຕິບັດວຽກງານພາຍໃຕ້ຂໍ້ຕົກລົງຢ່າງເປັນທາງການກັບລັດຖະບານ ເຊິ່ງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ບໍ່ໄດ້ກ່າວເຖິງການສັງເກດການອິດສະຫຼະເລີຍ.
ປະເທດອິນໂດເນເຊຍ. ໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ການສັງເກດການອິດສະຫຼະແມ່ນເອີ້ນວ່າ: ການຕິດຕາມກວດກາອິດສະຫຼະ, ເຊິ່ງລວມເອົາອົງການຈັດຕັ້ງທາງສັງຄົມ, ບຸກຄົນ ແລະ ຊຸມຊົນເຂົ້າຮ່ວມ. ຂໍ້ຕົກລົງດັ່ງກ່າວຍອມຮັບຢ່າງເປັນທາງການວ່າຜູ້ສັງເກດການອິດສະຫຼະແມ່ນພາກສ່ວນໜຶ່ງທີ່ສຳຄັນຂອງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້. ຜູ້ສັງເກດການໄດ້ຮັບການພິຈາລະນາວ່າເປັນແຫຼ່ງຂໍ້ມູນສຳລັບຜູ້ກວດສອບອິດສະຫຼະ. ເຄືອຂ່າຍຕິດຕາມກວດກາປ່າໄມ່ຂອງອິນໂດເນເຊຍ (JPIK) ຈະເປັນຜູ້ປະຕິບັດບົດບາດຫຼັກຂອງຜູ້ສັງເກດການ, ເຊິ່ງມີສະມາຊິກທີ່ເປັນອົງການຈັດຕັ້ງຕ່າງໆຫຼາຍກວ່າ 60 ອົງການ ແລະ ສະມາຊິກທີ່ເປັນບຸກຄົນຫຼາຍກວ່າ 300 ຄົນໃນເຄືອຂ່າຍທີ່ບໍ່ເປັນທາງການ. ສະມາຊິກຂອງ JPIK ມີສິດປະເມີນຄືນໃບຢັ້ງຢືນຄວາມຖືກຕ້ອງທາງດ້ານກົດໝາຍຂອງຜູ້ດຳເນີນທຸລະກິດ ພວກເຂົາມີສິດຮ້ອງທຸກກ່ຽວກັບຜູ້ດຳເນີນທຸລະກິດ, ບໍລິສັດກວດສອບ, ຜູ້ກວດສອບອິດສະຫຼະ, ເຈົ້າໜ້າທີ່ອອກໃບອະນຸຍາດ ຫຼື ໜ່ວຍງານຮັບຮອງວຽກງານຂອງບໍລິສັດກວດສອບ. JPIK ຍັງມີສິດຍົກບັນຫາຄວາມບໍ່ພໍໃຈກ່ຽວກັບບັນຫາອື່ນໆ, ເປັນຕົ້ນແມ່ນການສໍ້ລາດບັງຫຼວງ ເຊິ່ງເຄືອຂ່າຍດັ່ງກ່າວແມ່ນກຳລັງດຳເນີນການຄົ້ນຫາເອກະສານທີ່ເປັນທາງການຈາກລັດຖະບານເພື່ອຢັ້ງຢືນສິດໃນການເຂົ້າເຖິງຂໍ້ມູນ ແລະ ສະຖານທີ່.
ປະເທດໄລບີເລຍ. ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຍອມຮັບການສັງເກດການອິດສະຫຼະເປັນບົດບາດໜຶ່ງຂອງອົງການຈັດຕັ້ງທາງສັງຄົມ ແລະ ເປັນວິທີການສະໜອງຂໍ້ມູນໃຫ້ແກ່ຜູ້ກວດສອບອິດສະຫຼະ.
ສາທາລະນະລັດຄອງໂກ. ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກຳນົດບົດບາດສຳລັບອົງການຈັດຕັ້ງທາງສັງຄົມໃນການສັງເກດກິດຈະກຳຕ່າງໆໃນການຕັດໄມ້ ແລະ ປຸງແຕ່ງໄມ້ຂອງບໍລິສັດຕ່າງໆ, ແລະ ບົດບາດໃນການສະໜອງຂໍ້ມູນໃຫ້ແກ່ຜູ້ກວດສອບອິດສະຫຼະ. ຂໍ້ຕົກລົງດັ່ງກ່າວຍັງເຫັນວ່າອົງການຈັດຕັ້ງທາງສັງຄົມທ້ອງຖິ່ນຄວນດຳເນີນການສັງເກດການອິດສະຫຼະ ເຊິ່ງເປັນສ່ວນໜຶ່ງຂອງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້
ຜູ້ສັງເກດການອິດສະຫຼະແມ່ນໃຜ?
ໃນບາງປະເທດ, ອົງການຈັດຕັ້ງທາງສັງຄົມໄດ້ດຳເນີນການຕິດຕາມກວດກາປ່າໄມ້ແບບອິດສະຫຼະ (ເບິ່ງຂ້າງລຸ່ມນີ້) ກ່ອນຈະເລີ່ມຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ເຊິ່ງໃນປະເທດອື່ນໆ ບົດບາດດັ່ງກ່າວແມ່ນຖືເປັນສິ່ງໃໝ່ ເຖິງແມ່ນວ່າຜູ້ສັງເກດການອິດສະຫຼະສ່ວນຫຼາຍແລ້ວແມ່ນອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ, ແຕ່ບັນດາພາກສ່ວນກ່ຽວຂ້ອງຂອງພາກເອກະຊົນກໍສາມາດດຳເນີນການເປັນຜູ້ສັງເກດການອິດສະຫຼະໄດ້. ຜູ້ສັງເກດການຂອງອົງການຈັດຕັ້ງທີ່ບໍ່ຂຶ້ນກັບລັດຖະບານ ແລະ ຜູ້ຕິດຕາມກວດກາຂອງພາກເອກະຊົນສາມາດປະຕິບັດວຽກງານຮ່ວມກັນໄດ້.
ການຕິດຕາມກວດກາປ່າໄມ້ແບບອິດສະຫຼະ
ການຕິດຕາມກວດກາປ່າໄມ້ແບບອິດສະຫຼະຈະເກີດຂຶ້ນກ່ອນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ຂອງສະຫະພາບເອີຣົບ (FLEGT) ແລະ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ການຕິດຕາມກວດກາປ່າໄມ້ແບບອິດສະຫຼະແມ່ນແຕກຕ່າງຈາກການສັງເກດການແບບອິດສະຫຼະໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນດ້ານການປະເມີນຄວາມສອດຄ່ອງທາງກົດໝາຍໃນຂະແໜງປ່າໄມ້. ເຖິງວ່າຂໍ້ຕົກລົງດັ່ງກ່າວຈະບໍ່ຍອມຮັບຜູ້ຕິດຕາມກວດສອບປ່າໄມ້ແບບອິດສະຫຼະກໍຕາມ, ແຕ່ຜູ້ກວດສອບອິດສະຫຼະຍັງສາມາດປະກອບສ່ວນເຂົ້າໃນຂັ້ນຕອນຂອງຂໍ້ຕົກລົງດັ່ງກ່າວໄດ້. ບັນດາປະເທດທີ່ມີຜູ້ຕິດຕາມກວດກາປ່າໄມ້ແບບອິດສະຫຼະ ທີ່ເຂົ້າຮ່ວມ ຫຼື ສຳເລັດການເຈລະຈາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ລວມມີປະເທດແຄມມາຣູນ, ສາທາລະນະລັດປະຊາທິປະໄຕຄອງໂກ ແລະ ປະເທດສາທາລະນະລັດຄອງໂກ ເຊິ່ງຜູ້ຕິດຕາມກວດກາປ່າໄມ້ແບບອິດສະຫຼະສ່ວນຫຼາຍແມ່ນອົງການຈັດຕັ້ງແຫ່ງຊາດ ຫຼື ສາກົນທີ່ບໍ່ຂຶ້ນກັບລັດຖະບານ.
ການຕິດຕາມກວດກາຜົນກະທົບ
ໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທຸກສະບັບ, ສະຫະພາບເອີຣົບ ແລະ ປະເທດທີ່ເປັນຄູ່ຮ່ວມສັນຍາສ້າງພັນທະສັນຍາຮ່ວມໃນການຕິດຕາມກວດກາຜົນກະທົບທາງດ້ານເສດຖະກິດ, ສັງຄົມ ແລະ ສິ່ງແວດລ້ອມຂອງຂໍ້ຕົກລົງດັ່ງກ່າວ. ການຕິດຕາມກວດກາຈະກວດສອບວ່າຂໍ້ຕົກລົງດັ່ງກ່າວມີຜົນຮັບຕາມທີ່ຕ້ອງການ ຫຼື ບໍ່ ການຕິດຕາມກວດກາຈະເປັນການປະເມີນທີ່ສະທ້ອນໃຫ້ເຫັນເຖິງຄວາມມີປະສິດທິພາບຂອງນະໂຍບາຍຕ່າງໆໃຫ້ແກ່ການຮ່າງນະໂຍບາຍຂອງລັດຖະບານ. ການຕິດຕາມກວດກາຍັງສາມາດລະບຸຜົນກະທົບດ້ານລົບທີ່ບໍ່ໄດ້ຕັ້ງໃຈ ຂອງທຸກຝ່າຍໃນການແກ້ໄຂ ແລະ ຫຼຸດຜ່ອນຜົນກະທົບດັ່ງກ່າວຕາມທີ່ກຳນົດໃນມາດຕາໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບການປ້ອງກັນຜົນກະທົບຕໍ່ສັງຄົມ.
ເພື່ອຈັດຕັ້ງປະຕິບັດພັນທະໃນການຕິດຕາມກວດກາ, ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)ສ້າງຂອບເຂດວຽກງານການຕິດຕາມ ກວດກາທີ່ຕອບສະໜອງຄວາມຕ້ອງການຂອງບັນດາພາກສ່ວນກ່ຽວຂ້ອງ. ຂອບເຂດໃນການຕິດຕາມກວດກາອາດຈະປະກອບດ້ວຍປະສິດທິພາບຂອງສະຖາບັນການຈັດຕັ້ງ, ກະແສການຄ້າ ແລະ ການຂັບເຄື່ອນຂອງຕະຫຼາດ, ການລັກລອບຕັດໄມ້ຢ່າງຜິດກົດໝາຍ, ສະພາບປ່າໄມ້, ຊີວິດການເປັນຢູ່ ແລະ ຄວາມທຸກຍາກ, ແລະ ການພັດທະນາທາງດ້ານເສດຖະກິດ. ຂັ້ນຕອນໃນການພັດທະນາລະບົບຕິດຕາມກວດກາອາດຈະຮຽກຮ້ອງໃຫ້ມີການວິເຄາະ ແລະ ປຶກສາຫາລືກັນເພີ່ມເຕີມ ເພື່ອກຳນົດບັນທັດຖານ ແລະ ຊອກຫາຊ່ອງທາງອື່ນໆ ເຊິ່ງຂັ້ນຕອນດັ່ງກ່າວຈະຕ້ອງມີການປະກອບສ່ວນຂອງບັນດາພາກສ່ວນກ່ຽວຂ້ອງເພື່ອຮັບປະກັນວ່າລະດັບບຸລິມະສິດຂອງພວກເຂົາໄດ້ຮັບການຕິດຕາມກວດກາຕະຫຼອດເວລາ.
- ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຂອງປະເທດແຄມມາຣູນ. ໃນປີ 2014, ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດໄດ້ສ້າງຕັ້ງກຸ່ມປະຕິບັດວຽກງານຂອງບັນດາພາກສ່ວນກ່ຽວຂ້ອງ ເພື່ອພັດທະນາວິທີການໃນການຕິດຕາມຜົນກະທົບທາງດ້ານສັງຄົມ, ເສດຖະກິດ ແລະ ສິ່ງແວດລ້ອມຂອງຂໍ້ຕົກລົງດັ່ງກ່າວ ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດເປັນຜູ້ຮັບຜິດຊອບໃນການຮັບຮອງວິທີການດັ່ງກ່າວ.
- ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຂອງປະເທດການ້າ. ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດໄດ້ສ້າງຕັ້ງຄະນະກຳມະການຍ່ອຍຂອງພາກສ່ວນກ່ຽວຂ້ອງຫຼາຍພາກສ່ວນທີ່ປະຕິບັດວຽກງານຮ່ວມກັບທີ່ປຶກສາ ໃນການຮວບຮວມບຸລິມະສິດຂອງສະຫະພາບເອີຣົບ ແລະ ປະເທດການ້າເຂົ້າໃນຜົນຮັບ ແລະ ຜົນກະທົບທີ່ຈະຕ້ອງໄດ້ຕິດຕາມກວດກາ.
- ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຂອງປະເທດອິນໂດເນເຊຍ. ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດໄດ້ສ້າງຕັ້ງກຸ່ມປະຕິບັດວຽກງານທາງດ້ານເຕັກນິກຂອງພາກສ່ວນກ່ຽວຂ້ອງຫຼາຍພາກສ່ວນ ເພື່ອພັດທະນາ ແລະ ທົດສອບລະບົບຕິດຕາມກວດກາຜົນກະທົບຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຫ່ງຊາດ ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດເປັນຜູ້ຮັບຜິດຊອບໃນການຮັບຮອງວິທີການດັ່ງກ່າວ.
ການຕິດຕາມກວດກາຕະຫຼາດແບບເອກະລາດ
ຈຸດປະສົງຂອງການຕິດຕາມກວດກາຕະຫຼາດແບບເອກະລາດແມ່ນເພື່ອປະເມີນວິທີການທີ່ສະຫະພາບເອີຣົບ ແລະ ຕະຫຼາດອື່ນໆຕອບສະໜອງຕໍ່ໄມ້ທີ່ໄດ້ຮັບໃບອະນຸຍາດ FLEGT ການຕິດຕາມກວດກາຕະຫຼາດແບບເອກະລາດຈະວິເຄາະວິທີການທີ່ ການອອກໃບອະນຸຍາດ FLEGT ສົ່ງຜົນກະທົບຕໍ່ ກະແສການຄ້າ, ການພັດທະນາຕະຫຼາດ ແລະ ລາຄາໄມ້. ການຕິດຕາມກວດກາຕະຫຼາດແບບເອກະລາດຈະສະໜອງຂໍ້ມູນສະຖິຕິທີ່ໜ້າເຊື່ອຖື ທີ່ຊີ້ໃຫ້ເຫັນຜົນຮັບຂອງຕະຫຼາດຂອງໄມ້ທີ່ໄດ້ຮັບໃບອະນຸຍາດ FLEGT ໃຫ້ແກ່ບັນດາປະເທດທີ່ເປັນຄູ່ຮ່ວມສັນຍາ ແລະ ສະຫະພາບເອີຣົບ.
ຄະນະກໍາມະທິການເອີຣົບໄດ້ເຊັນສັນຍາ 5 ປີກັບອົງການປ່າໄມ້ເຂດຮ້ອນສາກົນ ເພື່ອດຳເນີນການຕິດຕາມກວດກາຕະຫຼາດແບບເອກະລາດ, ເຊິ່ງເລີ່ມໃນປີ 2014 ເປັນຕົ້ນມາ ຈຸດປະສົງຫຼັກຂອງສັນຍາສະບັບດັ່ງກ່າວແມ່ນເພື່ອ
- • ເກັບກຳ, ວິເຄາະ, ລາຍງານ ແລະ ເຜີຍແຜ່ຂໍ້ມູນກ່ຽວກັບການຍອມຮັບ ແລະ ແນວໂນ້ມຂອງໄມ້ທີ່ໄດ້ຮັບໃບອະນຸຍາດ FLEGT ໃນຕະຫຼາດຂອງສະຫະພາບເອີຣົບ
- ພັດທະນາຄວາມຮູ້ ແລະ ຄວາມເຂົ້າໃຈກ່ຽວກັບຜົນກະທົບຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຕໍ່ລາຄາໄມ້, ການຄ້າ ແລະ ແນວໂນ້ມຕະຫຼາດທົ່ວໂລກ, ໂດຍສະເພາະບັນດາປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງດັ່ງກ່າວ
- ຮັບປະກັນວ່າປະເທດທີ່ເປັນຄູ່ຮ່ວມສັນຍາ ແລະ ຄະນະກຳມະທິການເອີຣົບສະໜອງຂໍ້ມູນ ແລະ ສະຖິຕິທີ່ໜ້າເຊື່ອຖື ກ່ຽວກັບການຄ້າໄມ້ທີ່ໄດ້ຮັບໃບອະນຸຍາດ FLEGT
- ຕອບກັບການຮ້ອງຂໍ ແລະ ການຕັດສິນໃຈຂອງຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
- ສະໜອງຂໍ້ມູນກ່ຽວກັບຜົນກະທົບຕໍ່ຕະຫຼາດແບບອິດສະຫຼະ, ຕາມກຳນົດເວລາ ແລະ ຖືກຕ້ອງ
- ປະກອບສ່ວນໃນການຕິດຕາມກວດກາຜົນກະທົບຂອງແຜນປະຕິບັດງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ແລະ ລາຍງານການຈັດຕັ້ງປະຕິບັດດັ່ງກ່າວ
- ພັດທະນາຍຸດທະສາດໄລຍະຍາວໃນການຮັກສາບົດບາດການຕິດຕາມກວດກາຕະຫຼາດແບບເອກະລາດ ໃນການປຶກສາຫາລືກັບສະຫະພາບເອີຣົບ ແລະ ບັນດາປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ຂໍ້ມູນເພີ່ມເຕີມ
ພາກສ່ວນທີ່ກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກ່ຽວກັບການກວດສອບອິດສະຫຼະ
ວິທີທີ່ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ເພີ່ມຄວາມຮັບຜິດຊອບ
ການເຊື່ອມຕໍ່ໄປສູ່ໜ້າເວັບພາຍນອກ
Brack, D. and Leger, C. 2013 ຄົ້ນຫາຊ່ອງວ່າງຄວາມໜ້າເຊື່ອຖືໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາ. ການທົບທວນຄືນການລິເລີ່ມຕິດຕາມກວດກາອິດສະຫຼະ ແລະ ບົດຮຽນທີ່ຖອດຖອນໄດ້. ໄດ້ຮັບການຕີພິມຢ່າງອິດສະຫຼະ. ດາວໂຫຼດ PDF]
ເວັບໄຊການຕິດຕາມກວດກາຕະຫຼາດແບບເອກະລາດໃນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ http://www.itto.int/imm/
Meridian, A. et al. 2014. ລະບົບ SVLK ໃນສາຍຕາຂອງຜູ້ຕິດຕາມກວດກາ. ການຕິດຕາມກວດກາແບບເອກະລາດ ແລະ ການທົບທວນການຈັດຕັ້ງປະຕິບັດລະບົບການຢັ້ງຢືນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້ ປີ 2011–2013 ອົງການ JPIK (ເຄືອຂ່າຍການຕິດຕາມກວດກາປ່າໄມ້ແບບເອກະລາດຂອງປະເທດອິນໂດເນເຊຍ). [ດາວໂຫຼດ PDF]