Print Friendly and PDF


ເນື້ອ​ໃນ ແລະ ເອ​ກະ​ສານ​ຊ້ອນ​ທ້າຍ​ຂອງ​ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກຳນົດພັນທະຂອງສະຫະພາບເອີຣົບ ແລະ ປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ຂໍ້ຕົກລົງແຕ່ລະສະບັບປະກອບດ້ວຍສອງພາກຄື: ພາກເນື້ອໃນຫຼັກ ແລະ ພາກເອກະສານຊ້ອນທ້າຍ .ຂັ້ນຕອນການເຈລະຈາຂອງ ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຈະກໍານົດວ່າຂໍ້ມູນແບບໃດທີ່ຕ້ອງປະກອບເຂົ້າໃນແຕ່ລະພາກ

ເນື້ອ​ໃນຫຼັກ​ຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ເນື້ອໃນຫຼັກຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໄດ້ອະທິບາຍບັນດາພັນທະທີ່ສຳຄັນຂອງແຕ່ລະຝ່າຍ ແລະ ວິທີການທີ່ຄວາມຕັ້ງໃຈຂອງທຸກຝ່າຍຈະສົ່ງຜົນກະທົບໃນໄລຍະການຈັດຕັ້ງປະຕິບັດຂໍ້ຕົກລົງ ເນື້ອໃນດັ່ງກ່າວສ່ວນຫຼາຍແລ້ວແມ່ນຈະມີຢູ່ປະມານ 15 ໜ້າ ແລະ ມີຄວາມແຕກຕ່າງກັນເລັກໜ້ອຍລະຫວ່າງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຕ່ລະສະບັບ. ນອກຈາກນັ້ນເນື້ອໃນຍັງປະກອບດ້ວຍ 30 ມາດຕາ ເຊິ່ງໃຫ້ລາຍລະອຽດກ່ຽວກັບ:

  • ເປົ້າ​ໝາຍ ແລະ ຂອບ​ເຂດ​ຂອງ​ຂໍ້​ຕົກ​ລົງ
  • ນິ​ຍາມ​ຂອງ​ຄຳ​ສັບ
  • ການ​ດຳ​ເນີນ​ງານ​ຂອງ​ໂຄງ​ສ້າງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ, ເປັນ​ຕົ້ນ​ແມ່ນຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດ
  • ບັນ​ດາຫຼັກ​ການ​ທີ່​ຢູ່​ພາຍ​ໃຕ້ດ້ານ​ຕ່າງໆ​ຂອງ​ຂໍ້​ຕົກ​ລົງດັ່ງ​ກ່າວ
  • ເງື່ອນ​ໄຂ​ສຳ​ລັບ​ການມີຜົນບັງຄັບໃຊ້ຂອງ​ຂໍ້​ຕົກ​ລົງ ແລະ ສຳ​ລັບ​​ຝ່າຍຕ່າງໆ​ໃນ​ການ​ດັດ​ແກ້, ຢຸດຊົ່ວຄາວ, ຂະ​ຫຍາຍ​ເວ​ລາ ຫຼື ຍົກ​ເລີກຂໍ້​ຕົກ​ລົງ​ດັ່ງ​ກ່າວ

ບາງ​ມາດ​ຕາກໍ່ກຳ​ນົດ​ຂອບ​ເຂດ​ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ເຊິ່ງ​ໃຫ້​ຂໍ້​ມູນ​ສະ​ເພາະ​ເຈາະ​ຈົງ​ຂອງ​ປະ​ເທດ​ໃດ​ໜຶ່ງ​ກ່ຽວ​ກັບ​ດ້ານ​ຕ່າງໆ​ຂອງ​ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ໂດຍ​ລະ​ອຽດ.

ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ເອກະສານຊ້ອນທ້າຍໄດ້ກຳນົດຂັ້ນຕອນທີ່ເປັນປະໂຫຍດໃນການຈັດຕັ້ງປະຕິບັດບັນດາພັນທະທີ່ສຳຄັນໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ຢ່າງລະອຽດ. ເອກະສານຊ້ອນທ້າຍປະກອບດ້ວຍຂໍ້ມູນສະເພາະເຈາະຈົງຂອງປະເທດກ່ຽວກັບ:

  • ບັນ​ດາ​ກົດ​ໝາຍ​ທີ່​ປະ​ເທດ​ທີ່​ເປັນ​ຄູ່​ຮ່ວມ​ສັນ​ຍາ​ຈະດຳ​ເນີນ​ການ​ຕິດ​ຕາມກວດກາພາຍ​ໃຕ້ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
  • ບັນ​ດາ​ຜະ​ລິດ​ຕະ​ພັນ​ທີ່​ຂໍ້​ຕົກ​ລົງ​ດັ່ງ​ກ່າວ​ຈະ​ກວມເອົາ
  • ບັນ​ດາ​ລະ​ບົບ​ທາງ​ດ້ານເຕັກ​ນິກໃນ​ການ​ກວດສອບ​ຄວາມ​ຖືກ​ຕ້ອງ​ທາງ​ດ້ານ​ກົດ​ໝາຍ, ການ​ຕິດ​ຕາມ​ແຫຼ່ງ​ທີ່​ມາ​ຂອງ​ໄມ້ ແລະ ການ​ອອກ​ໃບ​ອະ​ນຸ​ຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້​ໃນ​ປະ​ເທດ​ທີ່​ເປັນ​ຄູ່​ຮ່ວມ​ສັນ​ຍາ
  • ບັນ​ດາ​ກົມ​ກອງ ແລະ ໜ່ວຍ​ງານ​ຂອງ​ລັດ​ຖະ​ບານທີ່​ມີ​ສ່ວນ​ຮ່ວມ​ໃນ​ການ​ຈັດ​ຕັ້ງ​ປະ​ຕິ​ບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ບົດ​ບາດ​ຂອງ​ພວກ​ເຂົາ
  • ຂໍ້​ມູນ ແລະ ເອ​ກະ​ສານ​ທີ່​ຈະເປີດ​ເຜີຍ​ຕໍ່ສື່​ມວນ​ຊົນ ແລະ ບັນ​ດາ​ກົນ​ໄກ​ທີ່​ພາ​ໃຫ້​ເກີດສິ່ງ​ດັ່ງ​ກ່າວຂຶ້ນ

ຈຳນວນເອກະສານຊ້ອນທ້າຍແມ່ນຈະມີຄວາມແຕກຕ່າງກັນລະຫວ່າງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຕ່ລະສະບັບ. ຂໍ້ຕົກລົງດັ່ງກ່າວສ່ວນຫຼາຍແລ້ວແມ່ນປະກອບດ້ວຍເອກະສານຊ້ອນທ້າຍດັ່ງລຸ່ມນີ້:

ບັນ​ດາ​ເອ​ກະ​ສານ​ຊ້ອນ​ທ້າຍ​ທີ່​ກ່ຽວ​ຂ້ອງ​ກັບລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້

ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທຸກສະບັບປະກອບດ້ວຍເອກະສານຊ້ອນທ້າຍກ່ຽວກັບລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້. ເຖິງຢ່າງໃດກໍຕາມ, ເອກະສານຊ້ອນທ້າຍດັ່ງກ່າວແມ່ນມີແນວໂນ້ມແນໃສ່ດ້ານການຕິດຕາມໄມ້, ການຄວບຄຸມ ແລະ ການກວດສອບໃນດ້ານຕ່າງໆຂອງລະບົບ. ໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສ່ວນໃຫຍ່ ຈະລະບຸຂໍ້ມູນກ່ຽວກັບອົງປະກອບອື່ນໆຂອງລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້, ເປັນຕົ້ນແມ່ນນິຍາມຄວາມຖືກຕ້ອງທາງກົດໝາຍ ແມ່ນໄດ້ກຳນົດໄວ້ໃນເອກະສານຊ້ອນທ້າຍອື່ນໆ. ເຖິງຢ່າງໃດກໍຕາມ, ປະເທດໄລບີເລຍໄດ້ກຳນົດນິຍາມຄວາມຖືກຕ້ອງທາງກົດໝາຍ, ການຕິດຕາມໄມ້ ແລະ ການຄວບຄຸມໄວ້ໃນເອກະສານຊ້ອນທ້າຍສະບັບດຽວກັນ.

ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ຕາ​ຕະ​ລາງ​ທີ 1 ສະ​ແດງ​ໃຫ້​ເຫັນ​ເຖິງ​ບັນ​ດາ​ມາດ​ຕາ ແລະ ເອ​ກະ​ສານ​ຊ້ອນ​ທ້າຍ​ທີ່​ກ່ຽວ​ຂ້ອງ​ກັບ​ແຕ່​ລະ​ຫົວ​ຂໍ້ຫຼັກໆ​ຂອງ​ແຕ່​ລະ​ປະ​ເທດ​ທີ່​ເປັນ​ຄູ່​ຮ່ວມ​ສັນ​ຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).

ຕາຕະລາງທີ 1 ບັນດາມາດຕາ ແລະ ເອກະສານຊ້ອນທ້າຍທີ່ກ່ຽວຂ້ອງກັບແຕ່ລະຫົວຂໍ້ຫຼັກໆຂອງແຕ່ລະປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ຫົວຂໍ້

ປະເທດແຄມມາຣູນ

ສາທາລະນະລັດອາຟຣິກາກາງ

ປະເທດການ້າ

ປະເທດອິນໂດເນເຊຍ

ປະເທດໄລບີເລຍ

ສາທາລະນະລັດຄອງໂກ

ຂອບເຂດຂອງຜະລິດຕະພັນໄມ້

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 1

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 1 ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 1 ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 1 ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 1 ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 1

ນິຍາມຄວາມຖືກຕ້ອງທາງກົດໝາຍ

ມາດ​ຕາ 8

ມາດ​ຕາ 7

ມາດ​ຕາ 7

ມາດ​ຕາ 2

ມາດ​ຕາ 7

ມາດ​ຕາ 7

 

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 2

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 2 ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 2 ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 2 ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 2 ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 2

ລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້, ການຕິດຕາມ ແລະ ການຄວບຄຸມ

ມາດ​ຕາ 9

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 3

ມາດ​ຕາ 8

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 5

ມາດ​ຕາ 8

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 5

ມາດ​ຕາ 7

ມາດ​ຕາ 10

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 5

ມາດ​ຕາ 8

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 2

ມາດ​ຕາ 8

ມາດ​ຕາ 9

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 3

ເອກະສານຊ້ອນທ້າຍກ່ຽວກັບຂັ້ນຕອນຂອງສະຫະພາບເອີຣົບ ໃນການນຳເຂົ້າໄມ້ທ່ອນທີ່ໄດ້ຮັບໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້

ມາດ​ຕາ 6

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 4

ມາດ​ຕາ 5

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 3

ມາດ​ຕາ 5

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 3

ມາດ​ຕາ 5

ມາດ​ຕາ 8

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 3

ມາດ​ຕາ 5

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 3

ມາດ​ຕາ 5

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 4

ໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້

ມາດ​ຕາ 4

ມາດ​ຕາ 7

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 5

ມາດ​ຕາ 3

ມາດ​ຕາ 4

ມາດ​ຕາ 6

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 4

ມາດ​ຕາ 3

ມາດ​ຕາ 6

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 4

ມາດ​ຕາ 4

ມາດ​ຕາ 6

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 4

ມາດ​ຕາ 3

ມາດ​ຕາ 4

ມາດ​ຕາ 6

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 4

ມາດ​ຕາ 3

ມາດ​ຕາ 4

ມາດ​ຕາ 6

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 5

ການກວດສອບອິດສະຫຼະ

ມາດ​ຕາ 11

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 6

ມາດ​ຕາ 10

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 6

ມາດ​ຕາ 10

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 6

ມາດ​ຕາ 15

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 6

ມາດ​ຕາ 11

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 5

ມາດ​ຕາ 11

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 6

ມາດຕະຖານການປະເມີນຜົນຂອງລະບົບການຮັບປະກັນ ຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 8

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 7

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 7

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 8

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 6

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 7

ກຳນົດການຈັດຕັ້ງປະຕິບັດ

ມາດ​ຕາ 14

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 9

ມາດ​ຕາ 14

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 8

ມາດ​ຕາ 14

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 8

ເບິ່ງ​ຄຳ​ອະ​ທິ​ບາຍ​ຂ້າງ​ລຸ່ມ​ນີ້*

ມາດ​ຕາ 14

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 7

ມາດ​ຕາ 14

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 8

ບັນດາມາດຕະການເພີ່ມເຕີມ

ມາດ​ຕາ 15

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 10

ມາດ​ຕາ 15

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 9

ມາດ​ຕາ 15

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 9

ມາດ​ຕາ 16

ມາດ​ຕາ 15

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 8

ມາດ​ຕາ 15

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 9

ການມີສ່ວນຮ່ວມຂອງພາກສ່ວນກ່ຽວຂ້ອງໃນການຈັດຕັ້ງປະຕິບັດ

ມາດ​ຕາ 16

ມາດ​ຕາ 16

ມາດ​ຕາ 16

ມາດ​ຕາ 11

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 5

ມາດ​ຕາ 16

ມາດ​ຕາ 16

ການປ້ອງກັນຜົນກະທົບຕໍ່ສັງຄົມ

ມາດ​ຕາ 17

ມາດ​ຕາ 17

ມາດ​ຕາ 17

ມາດ​ຕາ 12

ມາດ​ຕາ 17

ມາດ​ຕາ 17

ຂໍ້ມູນທົ່ວໄປ

ມາດ​ຕາ 21

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 7

ມາດ​ຕາ 21

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 11

ມາດ​ຕາ 20

ມາດ​ຕາ 17

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 9

ມາດ​ຕາ 21

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 9

ມາດ​ຕາ 21

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 10

ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດ

ມາດ​ຕາ 19

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 11

ມາດ​ຕາ 19

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 10

ມາດ​ຕາ 19

ມາດ​ຕາ 14

ມາດ​ຕາ 19

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 10

ມາດ​ຕາ 19

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 11

ການຕິດຕາມກວດກາຕະຫຼາດແບບເອກະລາດ

 

 

 

ມາດ​ຕາ 15

ເອ​ກະ​ສານ​ຊ້ອນ​ທ້າຍ​ທີ 7

 

 

* ບໍ່​ໄດ້​ກຳ​ນົດ​ເປັນ​ເອ​ກະ​ສານ​ຊ້ອນ​ທ້າຍ, ແຕ່​ມີ​ການ​ພັດ​ທະ​ນາ​ລະ​ຫວ່າງ​ການ​ຈັດ​ຕັ້ງ​ປະ​ຕິ​ບັດໃນ​ຮູບ​ແບບ​ແຜນປະ​ຕິ​ບັດ​ງານ​ຮ່ວມ

ຂໍ້ມູນເພີ່ມເຕີມ

ພາກສ່ວນທີ່ກ່ຽວຂ້ອງຂອງເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ຜົນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ການເຊື່ອມຕໍ່ໄປສູ່ໜ້າເວັບພາຍນອກ

ເນື້ອໃນ ແລະ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ລະຫວ່າງປະເທດແຄມມາຣູນ ແລະ ສະຫະພາບເອີຣົບ [ດາວໂຫຼດ PDF]

ເນື້ອໃນ ແລະ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ລະຫວ່າງສາທາລະນະລັດອາຟຣິກາກາງ ແລະ ສະຫະພາບເອີຣົບ [ດາວໂຫຼດ PDF]

ເນື້ອໃນ ແລະ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ລະຫວ່າງປະເທດການ້າ ແລະ ສະຫະພາບເອີຣົບ [ດາວໂຫຼດ PDF]

ເນື້ອໃນ ແລະ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ລະຫວ່າງປະເທດອິນໂດເນເຊຍ ແລະ ສະຫະພາບເອີຣົບ [ດາວໂຫຼດ PDF]

ເນື້ອໃນ ແລະ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ລະຫວ່າງປະເທດໄລບີເລຍ ແລະ ສະຫະພາບເອີຣົບ [ດາວໂຫຼດ PDF]

ເນື້ອໃນ ແລະ ເອກະສານຊ້ອນທ້າຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ລະຫວ່າງສາທາລະນະລັດຄອງໂກ ແລະ ສະຫະພາບເອີຣົບ [ດາວໂຫຼດ PDF]

Bollen, A. and Ozinga, S. 2013. ການປັບປຸງການຄຸ້ມຄອງປ່າໄມ້. ການປຽບທຽບລະຫວ່າງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ແລະ ຜົນກະທົບຂອງຂໍ້ຕົກລົງດັ່ງກ່າວ. FERN. 50pp. [ດາວໂຫຼດ PDF]