Print Friendly and PDF


ແຜນ​ງານ​ຂອງ​ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້

ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນໜຶ່ງໃນອົງປະກອບໃນການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ (FLEGT) ປີ 2003, ເຊິ່ງແນໃສ່ການແກ້ໄຂບັນຫາການລັກລອບຕັດໄມ້ຢ່າງຜິດກົດໝາຍ. ສະຫະພາບເອີຣົບໄດ້ພັດທະນາແຜນງານ ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ເພື່ອຮັບມືກັບຄວາມກັງວົນສາກົນທີ່ເພີ່ມຂຶ້ນກ່ຽວກັບຜົນກະທົບທາງສັງຄົມ, ເສດຖະກິດ ແລະ ສິ່ງແວດລ້ອມ ທີ່ເກີດຈາກການລັກລອບຕັດໄມ້ຢ່າງຜິດກົດໝາຍ.

ໃນຊຸມປີ 2000, ຄວາມພະຍາຍາມຂອງສາກົນໃນການແກ້ໄຂບັນຫາການລັກລອບຕັດໄມ້ຢ່າງຜິດກົດໝາຍ ໄດ້ເນັ້ນໜັກໃສ່ການບໍລິຫານຈັດການປ່າໄມ້, ການຈັດຕັ້ງປະຕິບັດກົດໝາຍ ແລະ ການຄຸ້ມຄອງ, ແຕ່ບໍ່ເນັ້ນໜັກໃສ່ການຄ້າ. ຄວາມພະຍາຍາມເຫຼົ່ານີ້ບໍ່ສາມາດສະກັດກັ້ນການກະທຳທີ່ຜິດກົດໝາຍດັ່ງກ່າວໄດ້. ດັ່ງນັ້ນສະຫະພາບເອີຣົບໄດ້ຕົກລົງໃນການລວມການຄ້າເຂົ້າໃນນະໂຍບາຍ ເພື່ອຮັບມືກັບການລັກລອບຕັດໄມ້ຢ່າງຜິດກົດໝາຍ. ການຄ້າເປັນສິ່ງທິ່ຈະສ້າງນະໂຍບາຍທີ່ເຂັ້ມແຂງສຳລັບປະເທດທີ່ຜະລິດ ແລະ ຕະຫຼາດຂອງສະຫະພາບເອີຣົບ ໃນການກວດສອບຜະລິດຕະພັນທີ່ຖືກກົດໝາຍ. ແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ຂອງສະຫະພາບເອີຣົບແມ່ນລວມມີມາດຕະການຄວາມຕ້ອງການ ແລະ ມາດຕະການດ້ານການສະໜອງ:

  • ກົດ​ລະ​ບຽບການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ຂອງ​ສະ​ຫະ​ພາບ​ເອ​ຣົບໃນ​ປີ 2005, ແລະ ຄຳ​ແນະ​ນຳ​ຂອງ​ສະ​ພາທີ່​ກ່ຽວ​ຂ້ອງ, ໃຫ້​ອຳ​ນາດ​ແກ່ຄະນະກໍາມະທິການເອີຣົບໃນ​ການ​ເຈ​ລະ​ຈາ​ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ກັບ​ບັນ​ດາ​ປະ​ເທດ​ທີ່​ສົ່ງ​ອອກ​ໄມ້ ແລະ ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ຂອງ​ສະ​ຫະ​ພາບ​ເອີ​ຣົ​ບ​ໃນ​ການ​ສ້າງ​ກົດ​ລະ​ບຽບ​ສຳ​ລັບ​ການ​ນຳ​ເຂົ້າ​ຜະ​ລິດ​ຕະ​ພັນ​ທີ່​ມີ​ໃບ​ອະ​ນຸ​ຍາດຈາກ​ບັນ​ດາ​ປະ​ເທດ​ທີ່​ເປັນ​ຄູ່​ຮ່ວມ​ສັນ​ຍາ​ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)
  • ສ່ວນນິຕິກຳອື່ນໆ ເປັນຕົ້ນແມ່ນ ກົດລະບຽບໄມ້ຂອງສະຫະພາບເອີຣົບໃນປີ 2013 ຮຽກຮ້ອງໃຫ້ບັນດາຜູ້ນຳເຂົ້າຂອງສະຫະພາບເອີຣົບຮັບຮອງເອົາຂັ້ນຕອນ, ທີ່ເອີ້ນວ່າບາດກ້າວທີ່ຈໍາເປັນເພື່ອຮັບຮອງຄວາມຖືກຕ້ອງທາງກົດໝາຍ, ເພື່ອຮັບປະກັນວ່າໄມ້ ແລະ ໄມ້ທ່ອນທີ່ນຳເຂົ້າມາແມ່ນຖືກຕ້ອງຕາມກົດໝາຍ
  • ສະໜັບສະໜູນບັນ​ດາ​ປະ​ເທດ​ທີ່​ສົ່ງ​ອອກ​ໄມ້ ທີ່​ມີ​ຈຸດ​ປະ​ສົງ​ໃນ​ການ​ແກ້​ໄຂ​ບັນ​ຫາ​ການ​ລັກ​ລອບ​ຕັດ​ໄມ້​ຢ່າງ​ຜິດ​ກົດ​ໝາຍ
  • ສະໜັບສະໜູນພາກ​ເອ​ກະ​ຊົນ​ໃຫ້​ມີ​ສ່ວນ​ຮ່ວມ​ໃນ​ການ​ລິ​ເລີ່ມ​ສ້າງ​ກົດ​ໝາຍ, ລວມ​ທັງກົດ​ລະ​ບຽບ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແບບ​ສະ​ໝັກ​ໃຈ ສຳ​ລັບ​ບໍ​ລິ​ສັດທີ່ສະ​ໜອງ​ໄມ້
  • ການ​ສົ່ງ​ເສີມ​ບັນ​ດາ​ນະ​ໂຍ​ບາຍ​ການ​ຈັດ​ຊື້​ຈັດ​ຈ້າງ​ຂອງ​ພາກ​ລັດ​ທີ່​ສະ​ໜອງ​ຜະ​ລິດ​ຕະ​ພັນ​ທີ່​ຖືກ​ກົດ​ໝາຍ​ເທົ່າ​ນັ້ນ
  • ຄວາມ​ພະ​ຍາ​ຍາມ​ໃນ​ການ​ຮັບ​ປະ​ກັນ​ວ່າ​ການ​ລົງ​ທຶນບໍ່​ເປັນ​ການ​ສົ່ງ​ເສີມ​ການ​ລັກ​ລອບ​ຕັດ​ໄມ້​ຢ່າງ​ຜິດ​ກົດ​ໝາຍ
  • ການ​ດຳ​ເນີນ​ການ​ແກ້​ໄຂ​ບັນ​ຫາ 'ໄມ້​ທີ່​ມີ​ຂໍ້​ຂັດ​ແຍ່ງ' ເຊິ່ງ​ເປັນ​ໄມ້​ທີ່​ຂາຍມາເປັນ​ທຶນ​ເພື່ອຊື້ອາວຸດມາໃຊ້ໃນເຫດການທີ່ມີຂໍ້ຂັດແຍ່ງກັນ

ຂໍ້ມູນເພີ່ມເຕີມ

ການເຊື່ອມຕໍ່ໄປສູ່ໜ້າເວັບພາຍນອກ

ແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ຂອງສະຫະພາບເອີຣົບແມ່ນຫຍັງ?

EU FLEGT Facility

ກົດລະບຽບການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້

ຄະນະກໍາມະທິການເອີຣົບ. ປີ 2012. ການສະກັດກັ້ນການລັກລອບຕັດໄມ້ຢ່າງຜິດກົດໝາຍ: ບົດຮຽນ ຈາກແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ຂອງສະຫະພາບເອີຣົບ. [ດາວໂຫຼດPDF]

ສະຫະພາບເອີຣົບ. ປີ 2007. FLEGT Briefing Note 01: ການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ແມ່ນຫຍັງ? ສະຫະພາບເອີຣົບ. [ດາວໂຫຼດ PDF]

ສະຫະພາບເອີຣົບ. ປີ 2007. FLEGT Briefing Note 02: ໄມ້ທີ່ຖືກກົດໝາຍແມ່ນຫຍັງ? ສະຫະພາບເອີຣົບ. [ດາວໂຫຼດ PDF]

ສະຫະພາບເອີຣົບ. ປີ 2007. FLEGT Briefing Note 06: ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ສະຫະພາບເອີຣົບ. [ດາວໂຫຼດ PDF]