Print Friendly and PDF


ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA)

ໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແຕ່ລະສະບັບ, ສະຫະພາບເອີຣົບ ແລະ ປະເທດທີ່ເປັນຄູ່ຮ່ວມສັນຍາສ້າງຕັ້ງຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດຂຶ້ນ. ຈຸດປະສົງຫຼັກຂອງຄະນະກຳມະການດັ່ງກ່າວແມ່ນເພື່ອກວດສອບ ການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວ. ຄະນະກຳມະການດັ່ງກ່າວຈະໄດ້ຈັດກອງປະຊຸມທາງດ້ານເຕັກນິກ ແລະ ກອງປະຊຸມທາງດ້ານການເມືອງ. ສະມາຊິກຂອງຄະນະກຳມະການຈະເປັນຕົວແທນໃຫ້ແກ່ສະຫະພາບເອີຣົບ ແລະ ປະເທດທີ່ເປັນຄູ່ຮ່ວມສັນຍາ. ເອກະສານຊ້ອນທ້າຍທີ່ຕິດຄັດໃສ່ກັບເນື້ອໃນຫຼັກຂອງຂໍ້ຕົກລົງດັ່ງກ່າວໄດ້ກຳນົດວິທີການເຮັດວຽກຂອງຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດ.

ເຖິງຢ່າງໃດກໍຕາມ, ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດຈະສາມາດດຳເນີນງານໄດ້ ກໍຕໍ່ເມື່ອທຸກຝ່າຍໄດ້ໃຫ້ສັດຕະຍາບັນຂໍ້ຕົກລົງດັ່ງກ່າວເປັນທີ່ຮຽບຮ້ອຍແລ້ວເທົ່ານັ້ນ, ເຊິ່ງໝາຍຄວາມວ່າອາດມີຊ່ອງວ່າງໃນການຈັດຕັ້ງປະຕິບັດໃນໄລຍະທີ່ທຸກຝ່າຍລົງນາມໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນຕອນທ້າຍຂອງໄລຍະການເຈລະຈາ ແລະ ໄລຍະການໃຫ້ສັດຕະຍາບັນຂໍ້ຕົກລົງດັ່ງກ່າວ.

ດັ່ງນັ້ນໃນຂັ້ນຕອນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ທຸກຝ່າຍຈະໄດ້ສ້າງຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດຊົ່ວຄາວຂຶ້ນມາ ເພື່ອຕິດຕາມກວດກາໃນໄລຍະການລົງນາມ ແລະ ໃຫ້ສັດຕະຍາບັນຂໍ້ຕົກລົງດັ່ງກ່າວ.

ບາງປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງດັ່ງກ່າວຈະມີຊື່ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດທີ່ແຕກຕ່າງກັນ. ຕົວຢ່າງໃນປະເທດການ້າ, ຄະນະກຳມະການດັ່ງກ່າວມີຊື່ວ່າຄະນະກຳມະການຮ່ວມ ແລະ ກົນໄກການທົບທວນຄືນ. ໃນສ່ວນຂອງປະເທດແຄມມາຣູນ, ຄະນະກຳມະການດັ່ງກ່າວມີຊື່ວ່າສະພາຮ່ວມໃນການຈັດຕັ້ງປະຕິບັດ.

ກິດຈະກຳຕ່າງໆຂອງຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດ

ເນື້ອໃນຫຼັກຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA), ຫຼື ເອກະສານຊ້ອນທ້າຍ, ໄດ້ກຳນົດຈຸດປະສົງ, ຫຼັກການ ແລະ ແນວທາງການປະຕິບັດງານຂອງຄະນະກຳມະການດັ່ງກ່າວ. ເບິ່ງໃນພາກເນື້ອໃນລະອຽດຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນ ເອກະສານຊ້ອນທ້າຍກ່ຽວກັບຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດ.

ຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ສ່ວນຫຼາຍແມ່ນມີເອກະສານຊ້ອນທ້າຍທີ່ແຍກອອກຕ່າງຫາກ ທີ່ໃຫ້ລາຍລະອຽດກ່ຽວກັບ ກຳນົດການຈັດຕັ້ງປະຕິບັດ. ກຳນົດການດັ່ງກ່າວແມ່ນສິ່ງທີ່ເປັນພື້ນຖານສຳລັບຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດ ໃນການສ້າງແຜນງານ ແລະ ຕິດຕາມກວດກາຄວາມຄືບໜ້າ.

ນອກຈາກສິ່ງອື່ນໆແລ້ວ, ຄະນະກຳມະການຍັງ:

ໃນບາງປະເທດ, ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດໄດ້ກາຍເປັນເວທີສຳລັບບັນດາພາກສ່ວນກ່ຽວຂ້ອງໃນການຍົກບັນຫາການຄຸ້ມຄອງ ທີ່ກ່ຽວຂ້ອງກັບປ່າໄມ້ ທີ່ບໍ່ໄດ້ລວມເຂົ້າໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA).

ບົດລາຍງານປະຈໍາປີຂອງຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດ

ບົດລາຍງານປະຈໍາປີຂອງຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດຈະສະໜອງຂໍ້ມູນກ່ຽວກັບ:

  • ຄວາມຄືບໜ້າໃນການບັນລຸເປົ້າໝາຍຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແລະ ບັນຫາຕ່າງໆທີ່ກ່ຽວຂ້ອງກັບການຈັດຕັ້ງປະຕິບັດຂໍ້ຕົກລົງດັ່ງກ່າວ
  • ບໍລິມາດຂອງການຄ້າໄມ້ທີ່ໄດ້ຮັບໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້
  • ການດຳເນີນການເພື່ອສະກັດກັ້ນການສົ່ງອອກ ຫຼື ນຳເຂົ້າໄມ້ທ່ອນທີ່ຜິດກົດໝາຍ, ຫຼື ເພື່ອສະກັດກັ້ນການຄ້າ ຫຼື ການນຳໄມ້ທີ່ຜິດກົດໝາຍອອກວາງຂາຍໃນຕະຫຼາດພາຍໃນ
  • ກໍລະນີມີຄວາມບໍ່ສອດຄ່ອງກັບແຜນງານການອອກໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້,

ກິດຈະກຳຕ່າງໆຂອງຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດ

ປະທານຮ່ວມ. ປະທານຮ່ວມຂອງຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດແມ່ນເຈົ້າໜ້າທີ່ລັດຖະບານລະດັບສູງຈາກປະເທດທີ່ເປັນຄູ່ຮ່ວມສັນຍາ, ເປັນຕົ້ນແມ່ນລັດຖະມົນຕີທີ່ຮັບຜິດຊອບຕໍ່ປ່າໄມ້, ແລະ ເຈົ້າໜ້າທີ່ລະດັບສູງຂອງຄະນະຜູ້ແທນຂອງສະຫະພາບເອີຣົບໃນປະເທດທີ່ເປັນຄູ່ຮ່ວມສັນຍາ, ເປັນຕົ້ນແມ່ນຫົວໜ້າຂອງຄະນະຜູ້ແທນຂອງສະຫະພາບເອີຣົບ.

ສະຫະພາບເອີຣົບ. ຄະນະຜູ້ແທນຂອງສະຫະພາບເອີຣົບໃນປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ແມ່ນຜູ້ນຳພາສະຫະພາບເອີຣົບ ແລະ ເຊື້ອເຊີນຕົວແທນຂອງບັນດາປະເທດທີ່ເປັນສະມາຊິກສະຫະພາບເອີຣົບໃຫ້ເຂົ້າຮ່ວມທີມງານຂອງຕົນ. ບັນດາປະເທດທີ່ເປັນສະມາຊິກສະຫະພາບເອີຣົບທີ່ມີຄວາມເປັນໄປໄດ້ສູງທີ່ຈະມີສ່ວນຮ່ວມ ແມ່ນບັນດາປະເທດທີ່ມີຜົນປະໂຫຍດໃນປ່າໄມ້, ຜົນປະໂຫຍດໃນການຄ້າໄມ້ກັບປະເທດທີ່ເປັນຄູ່ຮ່ວມສັນຍາ ຫຼື ບັນດາປະເທດທີ່ມີແຜນງານການຮ່ວມມືພັດທະນາທີ່ກ່ຽວຂ້ອງ.

ປະເທດທີ່ເປັນຄູ່ສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ຄະນະຜູ້ແທນຂອງປະເທດທີ່ເປັນຄູ່ຮ່ວມສັນຍາສ່ວນໃຫຍ່ແລ້ວປະກອບດ້ວຍຕົວແທນຂອງໜ່ວຍງານຄຸ້ມຄອງປ່າໄມ້ຂອງລັດຖະບານ, ໜ່ວຍງານອອກໃບອະນຸຍາດການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້, ບັນດາກະຊວງ ແລະ ກົມກອງຂອງລັດຖະບານ ທີ່ມີສ່ວນຮ່ວມໃນການຈັດຕັ້ງປະຕິບັດລະບົບການຮັບປະກັນຄວາມຖືກຕ້ອງທາງດ້ານກົດໝາຍຂອງໄມ້, ເປັນຕົ້ນແມ່ນກົມພາສີ, ແລະ ກະຊວງອື່ນໆ ຫຼື ກົມກອງອື່ນໆທີ່ຮັບຜິດຊອບທາງດ້ານການເງິນ, ການຄ້າສາກົນ, ແລະ/ຫຼື ການພົວພັນຕ່າງປະເທດ. ໃນຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ທີ່ໄດ້ຮັບການໃຫ້ສັດຕະຍາບັນຈົນເຖິງປະຈຸບັນ, ບັນດາລັດຖະບານຂອງປະເທດທີ່ເປັນຄູ່ຮ່ວມສັນຍາໄດ້ລວມເອົາຕົວແທນຂອງພາກເອກະຊົນ, ອົງການຈັດຕັ້ງທາງສັງຄົມ ແລະ/ຫຼື ບັນດາຊຸມຊົນເຂົ້າໃນຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດ. ອີກຢ່າງໜຶ່ງ, ລັດຖະບານໄດ້ກຳນົດວິທີການສຳລັບຄະນະກຳມະການໃນການໃຫ້ຄຳຄິດເຫັນແກ່ໂຄງສ້າງຂອງຜູ້ມີສ່ວນກ່ຽວຂ້ອງ. ບາງປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໄດ້ໃຫ້ຕຳແໜ່ງໃນຄະນະກຳມະການດັ່ງກ່າວ ຕໍ່ສະມາຊິກສະພາ ແລະ/ຫຼື ໜ່ວຍງານຄຸ້ມຄອງ.

ຜູ້ສັງເກດການ. ຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດແຕ່ລະຄະນະຈະມີການຂັບເຄື່ອນສະເພາະ ແລະ ກຸ່ມຜູ້ມີສ່ວນຮ່ວມທີ່ໄດ້ຮັບການເຊື້ອເຊີນມາ ເພື່ອເຂົ້າຮ່ວມກອງປະຊຸມ, ເຊິ່ງທັງສອງຝ່າຍຈະໄດ້ເຊື້ອເຊີນບັນດາພາກສ່ວນກ່ຽວຂ້ອງ ແລະ ຜູ້ສັງເກດການອື່ນໆເຂົ້າຮ່ວມກອງປະຊຸມໂດຍມີການຍິນຍອມຢ່າງເປັນເອກະພາບກັນ. ຜູ້ສັງເກດການອາດຈະ:

  • ສະໜອງຄວາມຊ່ຽວຊານສະເພາະ, ຕົວຢ່າງ: ການລາຍງານກ່ຽວກັບສິ່ງທີ່ຄົ້ນພົບຂອງທີ່ປຶກສາ
  • ພະຍາຍາມເຂົ້າໃຈຄວາມຮຽກຮ້ອງຕ້ອງການ ແລະ ຄວາມກັງວົນຂອງຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາ
  • ດຳເນີນການໃນຖານະເປັນສະມາຊິກຂອງທີມງານທີ່ມີຈຸດປະສົງສະເພາະ, ເປັນຕົ້ນແມ່ນການຕາງໜ້າໃຫ້ແກ່ບັນດາປະເທດສະມາຊິກຂອງສະຫະພາບເອີຣົບ ຫຼື ອົງການຈັດຕັ້ງທາງສັງຄົມຂອງປະເທດທີ່ເປັນຄູ່ຮ່ວມສັນຍາ. ສະມາຊິກເຫຼົ່ານີ້ຈະເປັນພາກສ່ວນເພີ່ມເຕີມຂອງບຸກຄົນທີ່ເປັນສ່ວນໜຶ່ງຂອງຄະນະກຳມະການດັ່ງກ່າວຢ່າງເປັນທາງການ

ກອງເລຂາ. ໃນບັນດາປະເທດທີ່ເປັນຄູ່ຮ່ວມສັນຍາຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ມາຮອດປະຈຸບັນ, ລັດຖະບານໄດ້ກຳນົດໃຫ້ກອງເລຂາສະໜັບສະໜູນຄະນະກໍາມະການຮ່ວມໃນການຈັດຕັ້ງປະຕິບັດໃນການຈັດກຽມກອງປະຊຸມ, ປະສານງານກິດຈະກຳ ແລະ ດຳເນີນການຕິດຕໍ່ສື່ສານ. ໃນປະເທດອິນໂດເນເຊຍ, ກອງເລຂາແມ່ນຈະນອນຢູ່ໃນໂຄງສ້າງຂອງລັດຖະບານປະເທດອິນໂດເນເຊຍ, ແຕ່ຈະຢູ່ພາຍໃຕ້ການຊີ້ນຳຮ່ວມກັນໂດຍຄະນະຜູ້ແທນຂອງສະຫະພາບເອີຣົບ ແລະ ກະຊວງສິ່ງແວດລ້ອມ ແລະ ປ່າໄມ້.

ຂໍ້ມູນເພີ່ມເຕີມ

ການເຊື່ອມຕໍ່ໄປສູ່ໜ້າເວັບພາຍນອກ

Liberia-EU. 2012. ບົດລາຍງານຄວາມຄືບໜ້າ: ກ້າວຜ່ານການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA). ການກະກຽມການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້. 2011–2012. [ດາວໂຫຼດ PDF]

Ghana-EU. 2012. ບົດລາຍງານປະຈໍາປີ 2012: ການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ລະຫວ່າງປະເທດການ້າ–ສະຫະພາບເອີຣົບ [ດາວໂຫຼດ PDF]

. 2013. ບົດລາຍງານຮ່ວມປະຈໍາປີ 2013: ກ່ຽວກັບການຈັດຕັ້ງປະຕິບັດຂໍ້ຕົກລົງການເຂົ້າເປັນຄູ່ຮ່ວມສັນຍາການຄ້າແບບສະໝັກໃຈ (VPA) ໃນແຜນງານການຈັດຕັ້ງປະຕິບັດກົດໝາຍປ່າໄມ້, ການຄຸ້ມຄອງ ແລະ ການຄ້າໄມ້ ໃນປະເທດແຄມມາຣູນ [ດາວໂຫຼດ PDF; ສະບັບພາສາຝຣັ່ງ]